Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອເຟໂຊ 1:7 - ພຣະຄຳພີລາວສະບັບສະໄໝໃໝ່

7 ໃນ​ພຣະອົງ​ນັ້ນ ພວກເຮົາ​ໄດ້​ຮັບ​ການ​ໄຖ່​ດ້ວຍ​ໂລຫິດ​ຂອງ​ພຣະອົງ, ຄື​ໄດ້​ຮັບ​ການ​ອະໄພ​ໂທດ​ບາບ​ຕາມ​ພຣະຄຸນ​ອັນ​ອຸດົມ​ຂອງ​ພຣະເຈົ້າ

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

7 ໃນ​ພຣະອົງ​ນັ້ນ ພວກເຮົາ​ໄດ້​ຮັບ​ການ​ໄຖ່​ໃຫ້​ພົ້ນ​ດ້ວຍ​ພຣະ​ໂລຫິດ​ຂອງ​ພຣະອົງ ຄື​ໄດ້​ຮັບ​ການອະໄພ​ການ​ຫລົງ​ຜິດ​ຂອງເຮົາ ໂດຍ​ພຣະ​ກະລຸນາ​ອັນ​ອຸດົມ​ຂອງ​ພຣະອົງ ຊຶ່ງ​ໄດ້​ຊົງ​ປະທານ​ແກ່​ພວກເຮົາ​ຢ່າງ​ລົ້ນເຫລືອ.

Uka jalj uñjjattʼäta Copia luraña




ເອເຟໂຊ 1:7
67 Jak'a apnaqawi uñst'ayäwi  

ເໝືອນດັ່ງ​ບຸດມະນຸດ​ບໍ່​ໄດ້​ມາ​ເພື່ອ​ໃຫ້​ຄົນ​ອື່ນ​ຮັບໃຊ້ ແຕ່​ມາ​ເພື່ອ​ຮັບໃຊ້ ແລະ ສະຫລະ​ຊີວິດ​ຂອງ​ພຣະອົງ​ເປັນ​ຄ່າໄຖ່​ເພື່ອ​ຄົນ​ທັງຫລາຍ”.


ນີ້​ຄື​ເລືອດ​ຂອງ​ເຮົາ ເຊິ່ງ​ເປັນ​ເລືອດ​ແຫ່ງ​ພັນທະສັນຍາ ທີ່​ຖອກ​ອອກ​ມາ​ເພື່ອ​ອະໄພ​ຄວາມບາບ​ໃຫ້​ແກ່​ຄົນ​ທັງຫລາຍ.


ແລະ ຂໍ​ຍົກ​ໜີ້​ໃຫ້​ພວກ​ຂ້ານ້ອຍ, ເໝືອນ​ທີ່​ພວກ​ຂ້ານ້ອຍ​ໄດ້​ຍົກ​ໜີ້​ໃຫ້​ຜູ້​ທີ່​ເປັນ​ໜີ້​ພວກ​ຂ້ານ້ອຍ​ເໝືອນກັນ.


ພຣະເຢຊູເຈົ້າ​ກ່າວ​ກັບ​ພວກເພິ່ນ​ວ່າ, “ນີ້​ຄື​ເລືອດ​ຂອງ​ເຮົາ ເຊິ່ງ​ເປັນ​ເລືອດ​ແຫ່ງ​ພັນທະສັນຍາ ທີ່​ຖອກ​ອອກ​ມາ​ເພື່ອ​ຄົນ​ທັງຫລາຍ.


ເພື່ອ​ຈະ​ໃຫ້​ຄົນ​ຂອງ​ພຣະອົງ​ຮູ້​ເຖິງ​ຄວາມພົ້ນ ຜ່ານ​ການ​ອະໄພ​ບາບ​ຂອງ​ພວກເຂົາ,


ແລະ ການ​ຖິ້ມໃຈເກົ່າເອົາໃຈໃໝ່​ເພື່ອ​ການອະໄພ​ບາບ​ຈະ​ຖືກ​ປະກາດ​ໃນ​ນາມ​ຂອງ​ພຣະອົງ​ແກ່​ທຸກ​ຊົນຊາດ, ເຊິ່ງ​ເລີ່ມ​ຕັ້ງແຕ່​ທີ່​ເຢຣູຊາເລັມ.


ຖ້າ​ພວກເຈົ້າ​ອະໄພ​ຄວາມບາບ​ຂອງ​ຜູ້ໃດ, ຜູ້​ນັ້ນ​ກໍ​ໄດ້​ຮັບ​ການອະໄພ​ແລ້ວ, ແຕ່​ຖ້າ​ພວກເຈົ້າ​ທັງຫລາຍ​ບໍ່​ອະໄພ​ໃຫ້​ກັບ​ຜູ້ໃດ ພວກເຂົາ​ກໍ​ບໍ່​ໄດ້​ຮັບ​ການ​ໃຫ້​ອະໄພ”.


ຜູ້ທຳນວາຍ​ທັງໝົດ​ກໍ​ຢືນຢັນ​ກ່ຽວກັບ​ພຣະອົງ​ວ່າ, ທຸກຄົນ​ທີ່​ເຊື່ອ​ໃນ​ພຣະອົງ​ຈະ​ໄດ້​ຮັບ​ການ​ໃຫ້​ອະໄພ​ບາບ​ຜ່ານທາງ​ນາມ​ຂອງ​ພຣະອົງ”.


ເປໂຕ​ຕອບ​ວ່າ, “ພວກທ່ານ​ທຸກຄົນ​ຈົ່ງ​ຖິ້ມໃຈເກົ່າເອົາໃຈໃໝ່ ແລະ ຮັບ​ບັບຕິສະມາ​ໃນ​ນາມ​ຂອງ​ພຣະເຢຊູຄຣິດເຈົ້າ ເພື່ອ​ບາບ​ຂອງ​ພວກທ່ານ​ຈະ​ໄດ້​ຮັບ​ການອະໄພ ແລະ ພວກທ່ານ​ກໍ​ຈະ​ໄດ້​ຮັບ​ຂອງປະທານ​ຄື​ພຣະວິນຍານບໍລິສຸດເຈົ້າ.


ຈົ່ງ​ລະວັງ​ທັງ​ພວກທ່ານ​ເອງ ແລະ ຝູງ​ແກະ​ທີ່​ພຣະວິນຍານບໍລິສຸດເຈົ້າ​ຕັ້ງ​ພວກທ່ານ​ໃຫ້​ເປັນ​ຜູ້ປົກຄອງ. ຈົ່ງ​ເປັນ​ຜູ້​ລ້ຽງແກະ​ສຳລັບ​ຄຣິສຕະຈັກ​ຂອງ​ພຣະເຈົ້າ ເຊິ່ງ​ໄຖ່​ມາ​ດ້ວຍ​ເລືອດ​ຂອງ​ພຣະອົງ​ເອງ.


ດັ່ງນັ້ນ, ຈົ່ງ​ຖິ້ມໃຈເກົ່າເອົາໃຈໃໝ່ ແລະ ຫັນ​ຄືນ​ມາ​ຫາ​ພຣະເຈົ້າ, ເພື່ອ​ວ່າ​ບາບ​ທັງຫລາຍ​ຂອງ​ພວກທ່ານ​ຈະ​ຖືກ​ລຶບລ້າງ​ອອກ​ໄປ, ເວລາ​ແຫ່ງ​ຄວາມ​ສົດຊື່ນ​ຈະ​ມາ​ຈາກ​ອົງພຣະຜູ້ເປັນເຈົ້າ,


ຫລື ພວກເຈົ້າ​ໝິ່ນປະໝາດ​ຄວາມເມດຕາ​ອັນ​ອຸດົມສົມບູນ​ຂອງ​ພຣະອົງ, ຄວາມອົດກັ້ນ ແລະ ຄວາມອົດທົນ​ອັນ​ລົ້ນເຫລືອ​ຂອງ​ພຣະອົງ, ພວກເຈົ້າ​ບໍ່​ຮູ້​ບໍ​ວ່າ​ຄວາມເມດຕາ​ຂອງ​ພຣະເຈົ້າ​ນັ້ນ​ແມ່ນ​ມີ​ໄວ້​ເພື່ອ​ນຳ​ພວກເຈົ້າ​ໃຫ້​ກັບໃຈ​ໃໝ່?


ແລະ ພຣະເຈົ້າ​ໄດ້​ຖື​ວ່າ​ພວກເຂົາ​ເປັນ​ຄົນຊອບທຳ ໂດຍ​ພຣະຄຸນ​ຂອງ​ພຣະອົງ​ທີ່​ບໍ່​ຄິດຄ່າ ຜ່ານທາງ​ການ​ໄຖ່​ທີ່​ມາ​ໂດຍ​ພຣະຄຣິດເຈົ້າເຢຊູ.


ພຣະເຈົ້າ​ໃຫ້​ພຣະເຢຊູເຈົ້າ​ເປັນ​ເຄື່ອງຖວາຍບູຊາໄຖ່ບາບ​ແກ່​ທຸກຄົນ​ທີ່​ມີ​ຄວາມເຊື່ອ​ໃນ​ໂລຫິດ​ຂອງ​ພຣະເຢຊູເຈົ້າ. ພຣະເຈົ້າ​ກະທຳ​ເຊັ່ນ​ນີ້​ກໍ​ເພື່ອ​ສະແດງ​ໃຫ້​ເຫັນ​ຄວາມ​ຍຸຕິທຳ​ຂອງ​ພຣະອົງ ເພາະ​ໂດຍ​ຄວາມ​ອົດກັ້ນ ພຣະອົງ​ຈຶ່ງ​ບໍ່​ໄດ້​ລົງໂທດ​ພວກເຂົາ​ທີ່​ໄດ້​ເຮັດ​ບາບ​ກ່ອນໜ້າ​ນັ້ນ.


ຈະ​ວ່າ​ຢ່າງໃດ​ຖ້າ​ພຣະອົງ​ກະທຳ​ຢ່າງ​ນີ້​ເພື່ອ​ສະແດງ​ສະຫງ່າລາສີ​ອັນ​ອຸດົມສົມບູນ​ແກ່​ບັນດາ​ຜູ້​ທີ່​ໄດ້​ຮັບ​ຄວາມເມດຕາ​ຂອງ​ພຣະອົງ ຜູ້​ທີ່​ພຣະອົງ​ຈັດຕຽມ​ໄວ້​ລ່ວງໜ້າ​ເພື່ອ​ສະຫງ່າລາສີ​ນັ້ນ?


ເພາະ​ໂດຍ​ພຣະອົງ ພວກເຈົ້າ​ຈຶ່ງ​ຢູ່​ໃນ​ພຣະຄຣິດເຈົ້າເຢຊູ ຜູ້​ເປັນ​ປັນຍາ​ຈາກ​ພຣະເຈົ້າ​ເພື່ອ​ເຮົາ ນັ້ນ​ຄື​ເປັນ​ຄວາມຊອບທຳ, ຄວາມບໍລິສຸດ ແລະ ການ​ໄຖ່​ຂອງ​ພວກເຮົາ.


ເພາະວ່າ​ພວກເຈົ້າ​ກໍ​ຮູ້​ເຖິງ​ພຣະຄຸນ​ຂອງ​ພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ​ວ່າ ເຖິງແມ່ນ​ພຣະອົງ​ຮັ່ງມີ ແຕ່​ກໍ​ຍັງ​ຍອມ​ກາຍເປັນ​ຄົນຍາກຈົນ​ເພາະ​ເຫັນ​ແກ່​ພວກເຈົ້າ, ເພື່ອ​ວ່າ​ພວກເຈົ້າ​ຈະ​ໄດ້​ກາຍເປັນ​ຄົນຮັ່ງມີ​ໂດຍ​ທາງ​ຄວາມຍາກຈົນ​ຂອງ​ພຣະອົງ.


ຜູ້​ເປັນ​ມັດຈຳ​ຄ້ຳປະກັນ​ມໍລະດົກ​ຂອງ​ພວກເຮົາ​ຈົນ​ກວ່າ​ຄົນ​ຂອງ​ພຣະເຈົ້າ​ຈະ​ໄດ້​ຮັບ​ການ​ໄຖ່ ເພື່ອ​ເປັນ​ການສັນລະເສີນ​ສະຫງ່າລາສີ​ຂອງ​ພຣະອົງ.


ເຮົາ​ອະທິຖານ​ໃຫ້​ຕາ​ໃຈ​ຂອງ​ພວກເຈົ້າ​ສະຫວ່າງ​ຂຶ້ນ ເພື່ອ​ພວກເຈົ້າ​ຈະ​ໄດ້​ຮູ້​ເຖິງ​ຄວາມຫວັງ​ທີ່​ພຣະອົງ​ໄດ້​ເອີ້ນ​ພວກເຈົ້າ​ນັ້ນ ຄື​ຮູ້​ເຖິງ​ຄວາມຮັ່ງມີ​ແຫ່ງ​ມໍລະດົກ​ອັນ​ຮຸ່ງເຮືອງ​ຂອງ​ພຣະອົງ​ໃນ​ຄົນ​ບໍລິສຸດ​ຂອງ​ພຣະອົງ,


ເພື່ອ​ເປັນ​ການສັນລະເສີນ​ພຣະຄຸນ​ຍິ່ງໃຫຍ່​ຂອງ​ພຣະອົງ​ທີ່​ພຣະອົງ​ໄດ້​ໃຫ້​ແກ່​ພວກເຮົາ​ລ້າໆ​ໃນ​ພຣະອົງ​ຜູ້​ເປັນ​ທີ່ຮັກ​ຂອງ​ພຣະເຈົ້າ.


ເຊິ່ງ​ພຣະອົງ​ໄດ້​ໃຫ້​ແກ່​ພວກເຮົາ​ຢ່າງ​ເຫລືອລົ້ນ. ດ້ວຍ​ສະຕິປັນຍາ ແລະ ຄວາມເຂົ້າໃຈ​ທັງປວງ,


ແຕ່​ຍ້ອນ​ຄວາມຮັກ​ອັນ​ຍິ່ງໃຫຍ່​ຂອງ​ພຣະອົງ​ທີ່​ມີ​ຕໍ່​ພວກເຮົາ, ພຣະເຈົ້າ​ຜູ້​ອຸດົມສົມບູນ​ດ້ວຍ​ຄວາມເມດຕາ


ເພື່ອ​ວ່າ​ໃນ​ຍຸກ​ທີ່​ຈະ​ມາເຖິງ ພຣະອົງ​ຈະ​ໄດ້​ສະແດງ​ຄວາມອຸດົມສົມບູນ​ອັນ​ຫາ​ທີ່​ປຽບ​ບໍ່​ໄດ້​ເຖິງ​ພຣະຄຸນ​ຂອງ​ພຣະອົງ, ເຊິ່ງ​ໄດ້​ສະແດງ​ອອກ​ດ້ວຍ​ຄວາມເມດຕາ​ຂອງ​ພຣະອົງ​ທີ່​ມີ​ຕໍ່​ພວກເຮົາ​ໃນ​ພຣະຄຣິດເຈົ້າເຢຊູ.


ເຮົາ​ອະທິຖານ​ວ່າ​ຈາກ​ຄວາມອຸດົມສົມບູນ​ອັນ​ຮຸ່ງເຮືອງ​ຂອງ​ພຣະອົງ ຂໍ​ໃຫ້​ພຣະອົງ​ເຮັດ​ໃຫ້​ພວກເຈົ້າ​ເຂັ້ມແຂງ​ຂຶ້ນ​ດ້ວຍ​ລິດອຳນາດ​ຜ່ານທາງ​ພຣະວິນຍານ​ຂອງ​ພຣະອົງ​ທີ່​ຢູ່​ພາຍໃນ​ພວກເຈົ້າ,


ເຖິງແມ່ນວ່າ​ເຮົາ​ເປັນ​ຜູ້​ຕ່ຳຕ້ອຍ​ກວ່າ​ຜູ້​ເລັກນ້ອຍ​ທີ່ສຸດ​ຂອງ​ບັນດາ​ຄົນ​ທັງໝົດ​ຂອງ​ພຣະເຈົ້າ​ກໍ​ຕາມ ພຣະຄຸນ​ນີ້​ກໍ​ໄດ້​ຖືກ​ມອບ​ໃຫ້​ແກ່​ເຮົາ​ຄື: ເພື່ອ​ປະກາດ​ແກ່​ບັນດາ​ຄົນຕ່າງຊາດ​ເຖິງ​ຄວາມບໍລິບູນ​ອັນ​ຫາ​ທີ່​ປຽບ​ບໍ່​ໄດ້​ຂອງ​ພຣະຄຣິດເຈົ້າ,


ແລະ ພຣະເຈົ້າ​ຂອງ​ເຮົາ​ຈະ​ໃຫ້​ສິ່ງ​ທີ່​ຈໍາເປັນ​ທຸກຢ່າງ​ແກ່​ພວກເຈົ້າ​ຈາກ​ຄວາມຮັ່ງມີ​ອັນ​ສະຫງ່າລາສີ​ຂອງ​ພຣະອົງ​ໃນ​ພຣະຄຣິດເຈົ້າເຢຊູ.


ໃນ​ພຣະບຸດ​ນີ້​ພວກເຮົາ​ໄດ້​ຮັບ​ການ​ໄຖ່, ຄື​ໄດ້​ຮັບ​ການ​ອະໄພ​ໂທດ​ບາບ.


ສຳລັບ​ພວກເຂົາ​ແລ້ວ ພຣະເຈົ້າ​ໄດ້​ເລືອກ​ທີ່​ຈະ​ເຮັດ​ໃຫ້​ຄົນຕ່າງຊາດ​ໄດ້​ຮູ້ຈັກ​ຄວາມຮັ່ງມີ​ອັນ​ສະຫງ່າລາສີ​ຂອງ​ຂໍ້​ເລິກລັບ ຄື​ພຣະຄຣິດເຈົ້າ​ສະຖິດ​ຢູ່​ໃນ​ພວກເຈົ້າ​ທັງຫລາຍ ເຊິ່ງ​ເປັນ​ຄວາມຫວັງ​ແຫ່ງ​ສະຫງ່າລາສີ.


ເມື່ອ​ພວກເຈົ້າ​ໄດ້​ຕາຍ​ແລ້ວ​ໃນ​ຄວາມບາບ​ຂອງ​ພວກເຈົ້າ ແລະ ໃນ​ການ​ບໍ່​ໄດ້​ຮັບພິທີຕັດ​ຝ່າຍ​ເນື້ອກາຍ​ຂອງ​ພວກເຈົ້າ ພຣະເຈົ້າ​ໄດ້​ເຮັດ​ໃຫ້​ພວກເຈົ້າ​ມີຊີວິດ​ຢູ່​ກັບ​ພຣະຄຣິດເຈົ້າ, ພຣະອົງ​ໃຫ້​ອະໄພ​ຄວາມບາບ​ທັງໝົດ​ຂອງ​ພວກເຮົາ,


ເປົ້າໝາຍ​ຂອງ​ເຮົາ​ກໍ​ຄື​ໃຫ້​ພວກເຂົາ​ໄດ້​ຮັບ​ການ​ໜູນໃຈ​ໃນ​ໃຈ ແລະ ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັນ​ໃນ​ຄວາມຮັກ, ເພື່ອ​ວ່າ​ພວກເຂົາ​ຈະ​ເຕັມລົ້ນ​ດ້ວຍ​ຄວາມເຂົ້າໃຈ​ອັນ​ຄົບຖ້ວນ ເພື່ອ​ວ່າ​ພວກເຂົາ​ຈະ​ໄດ້​ຮູ້​ເຖິງ​ຂໍ້​ເລິກລັບ​ຂອງ​ພຣະເຈົ້າ ຄື​ພຣະຄຣິດເຈົ້າ,


ຜູ້​ສະຫລະ​ພຣະອົງ​ເອງ​ເພື່ອ​ເປັນ​ຄ່າໄຖ່ບາບ​ສຳລັບ​ມະນຸດ​ທັງປວງ. ເຊິ່ງ​ບັດນີ້​ໄດ້​ເປັນ​ພະຍານ​ແລ້ວ​ໃນ​ເວລາ​ທີ່​ເໝາະສົມ.


ຜູ້​ໄດ້​ສະຫລະ​ພຣະອົງ​ເອງ​ເພື່ອ​ພວກເຮົາ​ທັງຫລາຍ ເພື່ອ​ໄຖ່​ພວກເຮົາ​ໃຫ້​ພົ້ນ​ຈາກ​ຄວາມ​ຊົ່ວຮ້າຍ​ທັງໝົດ ແລະ ເພື່ອ​ຊຳລະ​ພວກເຮົາ​ໃຫ້​ບໍລິສຸດ​ໄວ້​ສຳລັບ​ພຣະອົງ ເພື່ອ​ເປັນ​ຄົນ​ຂອງ​ພຣະອົງ​ພຽງ​ຜູ້​ດຽວ ແລະ ເປັນ​ຜູ້​ກະຕືລືລົ້ນ​ທີ່​ຈະ​ເຮັດ​ສິ່ງ​ດີ.


ພຣະເຈົ້າ​ໄດ້​ຖອກເທ​ພຣະວິນຍານບໍລິສຸດເຈົ້າ​ນີ້​ລົງ​ມາ​ເທິງ​ພວກເຮົາ​ຢ່າງ​ລົ້ນເຫລືອ​ຜ່ານທາງ​ພຣະເຢຊູຄຣິດເຈົ້າ​ອົງ​ພຣະຜູ້ຊ່ວຍໃຫ້ພົ້ນ​ຂອງ​ພວກເຮົາ,


ແທ້ຈິງແລ້ວ, ກົດບັນຍັດ​ໄດ້​ລະບຸ​ໃຫ້​ຊຳລະ​ເກືອບ​ໝົດ​ທຸກສິ່ງ​ດ້ວຍ​ເລືອດ ແລະ ຖ້າ​ບໍ່​ມີ​ເລືອດໄຫລອອກ​ແລ້ວ​ກໍ​ບໍ່​ມີ​ການອະໄພ​ບາບ.


“ພຣະອົງ​ເອງ​ຮັບ​ແບກ​ຄວາມບາບ​ຂອງ​ພວກເຮົາ” ໄວ້​ໃນ​ກາຍ​ຂອງ​ພຣະອົງ​ເທິງ​ໄມ້ກາງແຂນ ເພື່ອ​ພວກເຮົາ​ຈະ​ໄດ້​ຕາຍ​ຕໍ່​ຄວາມບາບ ແລະ ມີຊີວິດ​ຢູ່​ເພື່ອ​ຄວາມຊອບທຳ ແລະ “ດ້ວຍ​ບາດແຜ​ຂອງ​ພຣະອົງ​ພວກເຈົ້າ​ທັງຫລາຍ​ກໍ​ໄດ້​ຮັບ​ການຮັກສາ​ໃຫ້​ຫາຍດີ”.


ເພາະ​ພຣະຄຣິດເຈົ້າ​ໄດ້​ຕາຍ​ເພື່ອ​ລຶບລ້າງ​ບາບ​ພຽງ​ຄັ້ງ​ດຽວ​ເປັນ​ການ​ສິ້ນສຸດ ຄື​ຄົນຊອບທຳ​ຕາຍ​ເພື່ອ​ຄົນອະທຳ​ເພື່ອ​ນຳ​ພວກເຮົາ​ທັງຫລາຍ​ໄປ​ເຖິງ​ພຣະເຈົ້າ. ພຣະອົງ​ຖືກ​ປະຫານ​ທາງ​ຮ່າງກາຍ ແຕ່​ພຣະອົງ​ຖືກ​ບັນດານ​ໃຫ້​ເປັນຄືນມາ​ທາງ​ພຣະວິນຍານ.


ລູກ​ທີ່ຮັກ​ທັງຫລາຍ​ຂອງ​ເຮົາ​ເອີຍ, ເຮົາ​ຂຽນ​ມາ​ເຖິງ​ພວກເຈົ້າ, ເພາະວ່າ​ຄວາມບາບ​ຂອງ​ພວກເຈົ້າ​ໄດ້​ຮັບ​ການ​ອະໄພ​ແລ້ວ​ເພາະ​ດ້ວຍ​ນາມ​ຂອງ​ພຣະອົງ.


ພຣະອົງ​ເປັນ​ເຄື່ອງບູຊາ​ເພື່ອ​ລຶບລ້າງ​ບາບ​ຂອງ​ພວກເຮົາ​ທັງຫລາຍ ແລະ ບໍ່​ແມ່ນ​ພຽງ​ແຕ່​ເພື່ອ​ບາບ​ຂອງ​ພວກເຮົາ​ເທົ່ານັ້ນ​ແຕ່​ເພື່ອ​ບາບ​ຂອງ​ຄົນ​ທົ່ວ​ໂລກ​ດ້ວຍ.


ນີ້​ຄື​ຄວາມຮັກ ບໍ່​ແມ່ນ​ວ່າ​ພວກເຮົາ​ໄດ້​ຮັກ​ພຣະເຈົ້າ, ແຕ່​ພຣະເຈົ້າ​ໄດ້​ຮັກ​ພວກເຮົາ ແລະ ໄດ້​ສົ່ງ​ພຣະບຸດ​ຂອງ​ພຣະອົງ​ມາ​ເປັນ​ເຄື່ອງບູຊາ​ລຶບລ້າງ​ຄວາມບາບ​ຂອງ​ພວກເຮົາ.


ຄົນ​ເຫລົ່ານີ້​ຄື​ຜູ້​ທີ່​ບໍ່​ໄດ້​ເຮັດ​ໃຫ້​ຕົນເອງ​ເປັນມົນທິນ​ຍ້ອນ​ຜູ້ຍິງ ເພາະ​ພວກເພິ່ນ​ຮັກສາ​ຕົນເອງ​ໃຫ້​ບໍລິສຸດ​ຢູ່​ສະເໝີ. ພວກເຂົາ​ຕິດຕາມ​ລູກແກະ​ຂອງ​ພຣະເຈົ້າ​ໄປ​ທຸກບ່ອນ​ທີ່​ພຣະອົງ​ໄປ. ພວກເຂົາ​ເປັນ​ຜູ້​ທີ່​ໄດ້​ໄຖ່​ໄວ້​ຈາກ​ມວນມະນຸດ ແລະ ເພື່ອ​ເປັນ​ຜົນທຳອິດ​ຖວາຍ​ແກ່​ພຣະເຈົ້າ ແລະ ລູກແກະ​ຂອງ​ພຣະເຈົ້າ.


ແລະ ພວກເພິ່ນ​ໄດ້​ຮ້ອງເພງ​ບົດ​ໃໝ່​ວ່າ: “ພຣະອົງ​ສົມຄວນ​ທີ່​ຈະ​ຮັບ​ໜັງສືມ້ວນ ແລະ ເປີດ​ຕາປະທັບ​ຂອງ​ໜັງສືມ້ວນ​ອອກ, ເພາະ​ພຣະອົງ​ຖືກ​ຂ້າ​ແລ້ວ, ແລະ ດ້ວຍ​ເລືອດ​ຂອງ​ພຣະອົງ​ນັ້ນ​ພຣະອົງ​ໄດ້​ຊື້​ມະນຸດ​ທັງຫລາຍ​ຖວາຍ​ແກ່​ພຣະເຈົ້າ ຈາກ​ທຸກ​ຊົນເຜົ່າ ແລະ ທຸກ​ພາສາ, ທຸກຄົນ ແລະ ທຸກ​ຊົນຊາດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka