ເອເຟໂຊ 1:4 - ພຣະຄຳພີລາວສະບັບສະໄໝໃໝ່4 ເພາະພຣະອົງໄດ້ເລືອກພວກເຮົາໄວ້ໃນພຣະອົງກ່ອນການສ້າງໂລກເພື່ອພວກເຮົາຈະບໍລິສຸດ ແລະ ບໍ່ມີຕຳໜິຕໍ່ສາຍຕາຂອງພຣະອົງ. ໃນຄວາມຮັກນັ້ນ Uka jalj uñjjattʼätaພຣະຄຳພີສັກສິ4 ໃນພຣະຄຣິດນັ້ນ ພຣະອົງໄດ້ຊົງເລືອກພວກເຮົາໄວ້ ຕັ້ງແຕ່ກ່ອນທີ່ຈະຊົງວາງຮາກສ້າງໂລກ ເພື່ອເຮົາທັງຫລາຍຈະບໍຣິສຸດໂດຍບໍ່ມີຂໍ້ຕິຕຽນໄດ້ຕໍ່ພຣະພັກພຣະອົງ. Uka jalj uñjjattʼäta |
ສັດຮ້າຍທີ່ທ່ານໄດ້ເຫັນນັ້ນ, ຄັ້ງໜຶ່ງເຄີຍມີຊີວິດຢູ່ ແຕ່ບັດນີ້ບໍ່ມີຊີວິດຢູ່, ມັນຈະຂຶ້ນມາຈາກເຫວເລິກ ແລະ ໄປສູ່ຄວາມຈິບຫາຍຂອງມັນ. ຄົນທັງຫລາຍທີ່ຢູ່ແຜ່ນດິນໂລກຜູ້ທີ່ບໍ່ມີຊື່ຢູ່ໃນໜັງສືແຫ່ງຊີວິດຕັ້ງແຕ່ສ້າງໂລກຈະປະຫລາດໃຈເມື່ອພວກເຂົາໄດ້ເຫັນສັດຮ້າຍນີ້, ເພາະຄັ້ງໜຶ່ງມັນເຄີຍມີຊີວິດຢູ່ ແລະ ບັດນີ້ບໍ່ມີຊີວິດຢູ່, ແຕ່ມັນຈະມາໃນອະນາຄົດ.