Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອເຟໂຊ 1:21 - ພຣະຄຳພີລາວສະບັບສະໄໝໃໝ່

21 ສູງ​ກວ່າ​ຜູ້ປົກຄອງ ແລະ ຜູ້​ມີ​ສິດອຳນາດ​ທັງໝົດ, ຜູ້​ມີ​ລິດອຳນາດ ແລະ ຜູ້​ມີ​ອານຸພາບ ແລະ ເໜືອ​ທຸກ​ນາມ​ທີ່​ຖືກ​ເອີ່ຍ​ຂຶ້ນ, ບໍ່​ພຽງ​ແຕ່​ໃນ​ຍຸກ​ປັດຈຸບັນ​ເທົ່ານັ້ນ ແຕ່​ໃນ​ຍຸກ​ທີ່​ຈະມາ​ເຖິງ​ດ້ວຍ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

21 ສູງ​ກວ່າ​ບັນດາ​ວິນຍານ​ທີ່​ຄອບຄອງ, ຜູ້​ມີ​ອຳນາດ, ຜູ້​ມີ​ຣິດເດດ, ຜູ້​ມີ​ອານຸພາບ ແລະ​ເໜືອ​ກວ່າ​ນາມຊື່​ທັງປວງ​ທີ່​ເຂົາ​ເອີ່ຍ​ຂຶ້ນ ບໍ່ແມ່ນ​ໃນ​ສະໄໝ​ນີ້​ເທົ່ານັ້ນ ແຕ່​ວ່າ​ໃນ​ສະໄໝ​ທີ່​ຈະ​ມາ​ເຖິງ​ດ້ວຍ.

Uka jalj uñjjattʼäta Copia luraña




ເອເຟໂຊ 1:21
20 Jak'a apnaqawi uñst'ayäwi  

ຜູ້ໃດ​ທີ່​ເວົ້າ​ຄຳ​ໜຶ່ງ​ຕໍ່ສູ້​ບຸດມະນຸດ​ກໍ​ຈະ​ໄດ້​ຮັບ​ການ​ອະໄພ, ແຕ່​ຜູ້ໃດ​ທີ່​ເວົ້າ​ຕໍ່ສູ້​ພຣະວິນຍານບໍລິສຸດເຈົ້າ ຜູ້​ນັ້ນ​ຈະ​ບໍ່​ໄດ້​ຮັບ​ການ​ອະໄພ, ທັງ​ໃນ​ຍຸກ​ນີ້ ຫລື ໃນ​ຍຸກ​ໜ້າ.


ໃນ​ຜູ້​ອື່ນ​ຄວາມ​ລອດພົ້ນ​ບໍ່​ມີ, ເພາະ​ບໍ່​ມີ​ນາມ​ຊື່​ອື່ນ​ໃດ​ທົ່ວ​ໃຕ້​ຟ້າ​ສະຫວັນ​ທີ່​ຈະ​ມອບ​ໃຫ້​ແກ່​ມະນຸດ ເພື່ອ​ເຮັດ​ໃຫ້​ພວກເຮົາ​ທັງຫລາຍ​ຕ້ອງ​ໄດ້​ພົ້ນ”.


ເຊິ່ງ​ພວກເຈົ້າ​ເຄີຍ​ດຳເນີນຊີວິດ​ເມື່ອ​ພວກເຈົ້າ​ໄດ້​ຕິດຕາມ​ທາງ​ຂອງ​ໂລກ​ນີ້ ແລະ ວິຖີ​ຂອງ​ຜູ້ມີອຳນາດ​ແຫ່ງ​ຍ່ານ​ຟ້າ​ອາກາດ, ເຊິ່ງ​ເປັນ​ວິນຍານ​ທີ່​ເວລາ​ນີ້​ທຳງານ​ຢູ່​ໃນ​ບັນດາ​ຜູ້​ທີ່​ບໍ່ເຊື່ອຟັງ.


ຄວາມຕັ້ງໃຈ​ຂອງ​ພຣະອົງ​ໃນ​ເວລານີ້​ຄື ປັນຍາ​ອັນ​ຫລວງຫລາຍ​ຂອງ​ພຣະເຈົ້າ​ຄວນ​ຈະ​ເຮັດ​ໃຫ້​ເປັນ​ທີ່​ຮູ້ຈັກ​ແກ່​ບັນດາ​ຜູ້ປົກຄອງ ແລະ ຜູ້ມີອຳນາດ​ໃນ​ສະຫວັນ​ສະຖານ ຜ່ານ​ທາງ​ຄຣິສຕະຈັກ,


ເພາະ​ພວກເຮົາ​ບໍ່​ໄດ້​ຕໍ່ສູ້​ກັບ​ເນື້ອໜັງ ແລະ ເລືອດ, ແຕ່​ຕໍ່ສູ້​ກັບ​ບັນດາ​ຜູ້ປົກຄອງ, ຕໍ່ສູ້​ກັບ​ຜູ້​ມີ​ສິດອຳນາດ, ຕໍ່ສູ້​ກັບ​ອຳນາດ​ແຫ່ງ​ຄວາມມືດ​ຂອງ​ໂລກ​ນີ້ ແລະ ຕໍ່ສູ້​ກັບ​ບັນດາ​ວິນຍານ​ຝ່າຍ​ຄວາມ​ຊົ່ວຮ້າຍ​ໃນ​ອາກາດ​ສະຖານ.


ແລະ ໃນ​ພຣະອົງ​ພວກເຈົ້າ​ໄດ້​ຮັບ​ຄວາມບໍລິບູນ. ພຣະອົງ​ເປັນ​ຫົວ​ເໜືອ​ອຳນາດ ແລະ ຜູ້ມີອຳນາດ​ທັງໝົດ.


ແລະ ໄດ້​ປົດ​ອຳນາດ ແລະ ຜູ້ມີອຳນາດ​ທັງຫລາຍ​ລົງ, ພຣະອົງ​ໄດ້​ປະຈານ​ພວກເຂົາ​ຢ່າງ​ເປີດເຜີຍ ແລະ ເອົາ​ຊະນະ​ພວກເຂົາ​ໂດຍ​ໄມ້ກາງແຂນ​ນັ້ນ.


ດັ່ງນັ້ນ ພຣະອົງ​ຈຶ່ງ​ຍິ່ງໃຫຍ່​ເໜືອ​ບັນດາ​ເທວະດາ ເພາະ​ນາມ​ທີ່​ພຣະອົງ​ໄດ້​ຮັບ​ນັ້ນ​ສູງສົ່ງ​ກວ່າ​ນາມ​ຂອງ​ບັນດາ​ເທວະດາ.


ພຣະອົງ​ບໍ່​ໄດ້​ຕັ້ງ​ບັນດາ​ເທວະດາ​ໃຫ້​ປົກຄອງ​ເບິ່ງແຍງ​ໂລກ​ໃນ​ອະນາຄົດ ເຊິ່ງ​ພວກເຮົາ​ກຳລັງ​ກ່າວ​ເຖິງ.


ເຫດສະນັ້ນ, ໃນ​ເມື່ອ​ພວກເຮົາ​ມີ​ມະຫາ​ປະໂລຫິດ​ຜູ້​ຍິ່ງໃຫຍ່​ຜູ້​ທີ່​ໄດ້​ຂຶ້ນ​ສູ່​ສະຫວັນ ຄື​ພຣະເຢຊູເຈົ້າ​ພຣະບຸດ​ຂອງ​ພຣະເຈົ້າ ກໍ​ໃຫ້​ພວກເຮົາ​ຢຶດໝັ້ນ​ໃນ​ຄວາມເຊື່ອ​ທີ່​ພວກເຮົາ​ໄດ້​ປະກາດ​ແລ້ວ​ນັ້ນ.


ຜູ້​ທີ່​ໄດ້​ເຂົ້າ​ໃນ​ສະຫວັນ ແລະ ບັດນີ້​ກໍ​ນັ່ງ​ຢູ່​ທີ່​ເບື້ອງຂວາ​ມື​ຂອງ​ພຣະເຈົ້າ​ໂດຍ​ມີ​ບັນດາ​ເທວະດາ, ຜູ້ມີອຳນາດ ແລະ ອຳນາດ​ທີ່​ຢູ່​ໃຕ້​ພຣະອົງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka