Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອເຟໂຊ 1:14 - ພຣະຄຳພີລາວສະບັບສະໄໝໃໝ່

14 ຜູ້​ເປັນ​ມັດຈຳ​ຄ້ຳປະກັນ​ມໍລະດົກ​ຂອງ​ພວກເຮົາ​ຈົນ​ກວ່າ​ຄົນ​ຂອງ​ພຣະເຈົ້າ​ຈະ​ໄດ້​ຮັບ​ການ​ໄຖ່ ເພື່ອ​ເປັນ​ການສັນລະເສີນ​ສະຫງ່າລາສີ​ຂອງ​ພຣະອົງ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

14 ເປັນ​ເຄື່ອງ​ມັດຈຳ​ຂອງ​ການ​ຮັບ​ມໍຣະດົກ​ຂອງ​ພວກເຮົາ ຈົນກວ່າ​ເຮົາ​ຈະ​ໄດ້​ຮັບ​ເປັນ​ກຳມະສິດ ເປັນ​ທີ່​ຖວາຍ​ສັນລະເສີນ​ແດ່​ພຣະ​ກຽດຕິຍົດ​ຂອງ​ພຣະອົງ.

Uka jalj uñjjattʼäta Copia luraña




ເອເຟໂຊ 1:14
18 Jak'a apnaqawi uñst'ayäwi  

ເມື່ອ​ເຫດການ​ເຫລົ່ານີ້​ເລີ່ມ​ຂຶ້ນ ພວກເຈົ້າ​ຈົ່ງ​ລຸກຂຶ້ນ​ຢືນ ແລະ ເງີຍ​ຫົວ​ຂຶ້ນ ເພາະ​ການ​ໄຖ່​ຂອງ​ພວກເຈົ້າ​ໃກ້​ຈະ​ມາ​ເຖິງ​ແລ້ວ”.


ຈົ່ງ​ລະວັງ​ທັງ​ພວກທ່ານ​ເອງ ແລະ ຝູງ​ແກະ​ທີ່​ພຣະວິນຍານບໍລິສຸດເຈົ້າ​ຕັ້ງ​ພວກທ່ານ​ໃຫ້​ເປັນ​ຜູ້ປົກຄອງ. ຈົ່ງ​ເປັນ​ຜູ້​ລ້ຽງແກະ​ສຳລັບ​ຄຣິສຕະຈັກ​ຂອງ​ພຣະເຈົ້າ ເຊິ່ງ​ໄຖ່​ມາ​ດ້ວຍ​ເລືອດ​ຂອງ​ພຣະອົງ​ເອງ.


“ບັດນີ້ ຂ້າພະເຈົ້າ​ຂໍ​ມອບ​ພວກທ່ານ​ທັງຫລາຍ​ໄວ້​ກັບ​ພຣະເຈົ້າ ແລະ ໄວ້​ກັບ​ພຣະຄຳ​ແຫ່ງ​ພຣະຄຸນ​ຂອງ​ພຣະອົງ ເຊິ່ງ​ສາມາດ​ເສີມ​ສ້າງ​ພວກທ່ານ ແລະ ໃຫ້​ພວກທ່ານ​ມີ​ມໍລະດົກ​ຮ່ວມ​ກັບ​ຄົນ​ທັງຫລາຍ​ທີ່​ໄດ້​ຮັບ​ການ​ຊຳລະ​ໃຫ້​ບໍລິສຸດ.


ບໍ່​ພຽງ​ເທົ່າ​ນັ້ນ ແມ່ນ​ແຕ່​ພວກເຮົາ​ເອງ​ຜູ້​ທີ່​ມີ​ພຣະວິນຍານ​ເປັນ​ຜົນທຳອິດ​ກໍ​ຍັງ​ໂອ່ຍຄາງ​ຢູ່​ພາຍໃນ​ເໝືອນກັນ​ຂະນະ​ທີ່​ພວກເຮົາ​ຄອຍຖ້າ​ການ​ຮັບ​ເປັນ​ບຸດບຸນທຳ​ຂອງ​ພວກເຮົາ​ໄປ​ສູ່​ການ​ເປັນ​ບຸດ ຄື​ການ​ໄຖ່​ຮ່າງກາຍ​ຂອງ​ພວກເຮົາ​ໃຫ້​ລອດພົ້ນ.


ເພາະ​ໂດຍ​ພຣະອົງ ພວກເຈົ້າ​ຈຶ່ງ​ຢູ່​ໃນ​ພຣະຄຣິດເຈົ້າເຢຊູ ຜູ້​ເປັນ​ປັນຍາ​ຈາກ​ພຣະເຈົ້າ​ເພື່ອ​ເຮົາ ນັ້ນ​ຄື​ເປັນ​ຄວາມຊອບທຳ, ຄວາມບໍລິສຸດ ແລະ ການ​ໄຖ່​ຂອງ​ພວກເຮົາ.


ໄດ້​ປະທັບຕາ​ສະແດງ​ຄວາມເປັນເຈົ້າຂອງ​ໃສ່​ພວກເຮົາ ແລະ ໄດ້​ມອບ​ພຣະວິນຍານ​ຂອງ​ພຣະອົງ​ໃສ່​ໄວ້​ໃນ​ໃຈ​ພວກເຮົາ​ເປັນ​ເຄື່ອງມັດຈຳ, ເປັນ​ການ​ຮັບປະກັນ​ໃນ​ສິ່ງ​ທີ່​ຈະ​ມາ​ເຖິງ.


ພຣະເຈົ້າ​ນີ້​ແຫລະ ຄື​ຜູ້​ທີ່​ຕຽມ​ພວກເຮົາ​ສຳລັບ​ຈຸດປະສົງ​ນີ້​ຢ່າງ​ແທ້ຈິງ ແລະ ຜູ້​ທີ່​ໄດ້​ໃຫ້​ພຣະວິນຍານ​ເປັນ​ເຄື່ອງມັດຈຳ​ແກ່​ພວກເຮົາ ເພື່ອ​ຮັບປະກັນ​ສິ່ງ​ທີ່​ຈະ​ມາ​ເຖິງ.


ເພາະວ່າ​ພວກເຈົ້າ​ທັງຫລາຍ​ເປັນ​ລູກ​ຂອງ​ພຣະອົງ, ພຣະເຈົ້າ​ຈຶ່ງ​ໄດ້​ສົ່ງ​ພຣະວິນຍານ​ແຫ່ງ​ພຣະບຸດ​ຂອງ​ພຣະອົງ​ເຂົ້າ​ມາ​ໃນ​ໃຈ​ຂອງ​ພວກເຮົາ, ພຣະວິນຍານ​ຜູ້​ຮ້ອງ​ວ່າ, “ອັບບາ, ພໍ່”.


ໃນ​ພຣະອົງ​ນັ້ນ ພວກເຮົາ​ກໍ​ໄດ້​ຮັບ​ການ​ເລືອກ​ເໝືອນກັນ, ຖືກ​ກຳນົດ​ໄວ້​ລ່ວງໜ້າ​ຕາມ​ແຜນການ​ຂອງ​ພຣະອົງ​ຜູ້​ເຮັດ​ໃຫ້​ທຸກສິ່ງ​ເປັນ​ໄປ​ຕາມ​ຈຸດມຸ່ງໝາຍ​ຂອງ​ຄວາມ​ປະສົງ​ຂອງ​ພຣະອົງ,


ເພື່ອ​ພວກເຮົາ​ທີ່​ເປັນ​ຜູ້​ທຳອິດ​ທີ່​ມອບ​ຄວາມຫວັງ​ຂອງ​ພວກເຮົາ​ໄວ້​ໃນ​ພຣະຄຣິດເຈົ້າ, ຈະ​ໄດ້​ສັນລະເສີນ​ສະຫງ່າລາສີ​ຂອງ​ພຣະອົງ.


ແລະ ຢ່າ​ເຮັດ​ໃຫ້​ພຣະວິນຍານບໍລິສຸດເຈົ້າ​ຂອງ​ພຣະເຈົ້າ​ເສຍໃຈ ເພາະ​ໂດຍ​ພຣະວິນຍານ​ນັ້ນ​ພວກເຈົ້າ​ໄດ້​ຖືກ​ປະທັບຕາ​ໝາຍ​ແລ້ວ​ສຳລັບ​ວັນ​ແຫ່ງ​ການໄຖ່ໃຫ້ພົ້ນ.


ແຕ່​ພວກເຈົ້າ​ເປັນ​ຜູ້​ທີ່​ພຣະເຈົ້າ​ເລືອກ​ໄວ້, ເປັນ​ປະໂລຫິດ​ຫລວງ, ເປັນ​ຊົນຊາດ​ບໍລິສຸດ, ເປັນ​ພົນລະເມືອງ​ຂອງ​ພຣະເຈົ້າ, ເພື່ອ​ພວກເຈົ້າ​ຈະ​ໄດ້​ປະກາດ​ຄຳ​ສັນລະເສີນ​ພຣະອົງ​ຜູ້​ເອີ້ນ​ພວກເຈົ້າ​ອອກຈາກ​ຄວາມມືດ​ເຂົ້າ​ສູ່​ຄວາມສະຫວ່າງ​ອັນ​ມະຫັດສະຈັນ​ຂອງ​ພຣະອົງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka