ເອເຟໂຊ 1:13 - ພຣະຄຳພີລາວສະບັບສະໄໝໃໝ່13 ແລະ ພວກເຈົ້າກໍໄດ້ຮ່ວມຢູ່ໃນພຣະຄຣິດເຈົ້າເໝືອນກັນເມື່ອພວກເຈົ້າໄດ້ຍິນພຣະຄຳແຫ່ງຄວາມຈິງ, ຄືຂ່າວປະເສີດແຫ່ງຄວາມພົ້ນຂອງພວກເຈົ້າ. ເມື່ອພວກເຈົ້າໄດ້ເຊື່ອ ພວກເຈົ້າກໍໄດ້ຖືກໝາຍໄວ້ໃນພຣະອົງດ້ວຍຕາປະທັບ, ຄືພຣະວິນຍານບໍລິສຸດເຈົ້າທີ່ໄດ້ສັນຍາໄວ້, Uka jalj uñjjattʼätaພຣະຄຳພີສັກສິ13 ພວກເຈົ້າກໍເໝືອນກັນ ເມື່ອໄດ້ຟັງຂ່າວຄວາມຈິງ ຄືຂ່າວປະເສີດເລື່ອງຄວາມພົ້ນຂອງພວກເຈົ້ານັ້ນ ແລະວາງໃຈເຊື່ອໃນພຣະອົງ. ດັ່ງນັ້ນ ພຣະອົງຈຶ່ງໄດ້ປະທັບຕາໝາຍພວກເຈົ້າໄວ້ ໂດຍພຣະວິນຍານບໍຣິສຸດເຈົ້າ ຕາມທີ່ພຣະອົງໄດ້ຊົງສັນຍາໄວ້. Uka jalj uñjjattʼäta |
ແລະ ພວກເຮົາໄດ້ຂອບພຣະຄຸນພຣະເຈົ້າຢູ່ສະເໝີ ເພາະເມື່ອພວກເຈົ້າໄດ້ຮັບເອົາພຣະຄຳຂອງພຣະເຈົ້າ ເຊິ່ງພວກເຈົ້າໄດ້ຍິນຈາກພວກເຮົານັ້ນ ພວກເຈົ້າບໍ່ໄດ້ຮັບໄວ້ເໝືອນດັ່ງເປັນຖ້ອຍຄຳຂອງມະນຸດຜູ້ໜຶ່ງ ແຕ່ໄດ້ຮັບໄວ້ຕາມທີ່ເປັນຈິງຄື ເປັນພຣະຄຳຂອງພຣະເຈົ້າທີ່ກຳລັງທຳງານຢູ່ພາຍໃນພວກເຈົ້າທັງຫລາຍທີ່ເຊື່ອ.