Biblia Todo Logo
Internet tuqin Biblia

- Anuncios ukanaka -




ເອເຟໂຊ 1:11 - ພຣະຄຳພີລາວສະບັບສະໄໝໃໝ່

11 ໃນ​ພຣະອົງ​ນັ້ນ ພວກເຮົາ​ກໍ​ໄດ້​ຮັບ​ການ​ເລືອກ​ເໝືອນກັນ, ຖືກ​ກຳນົດ​ໄວ້​ລ່ວງໜ້າ​ຕາມ​ແຜນການ​ຂອງ​ພຣະອົງ​ຜູ້​ເຮັດ​ໃຫ້​ທຸກສິ່ງ​ເປັນ​ໄປ​ຕາມ​ຈຸດມຸ່ງໝາຍ​ຂອງ​ຄວາມ​ປະສົງ​ຂອງ​ພຣະອົງ,

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

11 ໃນ​ພຣະອົງ​ນັ້ນ ພວກເຮົາ​ໄດ້​ຕົກ​ເປັນ​ສ່ວນ​ຂອງ​ພຣະເຈົ້າ ຕາມ​ການ​ຊົງ​ຕັ້ງ​ພຣະໄທ​ໄວ້​ກ່ອນ​ຂອງ​ພຣະອົງ ຜູ້​ຊົງ​ກະທຳ​ໃຫ້​ສິ່ງສາລະພັດ​ດຳເນີນ​ໄປ ໃຫ້​ສົມ​ກັບ​ນໍ້າພຣະໄທ​ຂອງ​ພຣະອົງ.

Uka jalj uñjjattʼäta Copia luraña




ເອເຟໂຊ 1:11
40 Jak'a apnaqawi uñst'ayäwi  

ເມື່ອ​ຄົນຕ່າງຊາດ​ໄດ້​ຍິນ​ຢ່າງ​ນີ້​ແລ້ວ, ພວກເຂົາ​ກໍ​ດີໃຈ ແລະ ຍົກຍ້ອງ​ພຣະຄຳ​ຂອງ​ອົງພຣະຜູ້ເປັນເຈົ້າ; ແລະ ບັນດາ​ຜູ້​ທີ່​ໄດ້​ຖືກ​ເລືອກ​ໄວ້​ສຳລັບ​ຊີວິດ​ນິລັນດອນ​ກໍ​ໄດ້​ເຊື່ອ.


ພຣະເຢຊູເຈົ້າ​ຜູ້​ນີ້​ໄດ້​ຖືກ​ມອບ​ໃຫ້​ພວກທ່ານ​ຕາມ​ທີ່​ພຣະເຈົ້າ​ໄດ້​ກຳນົດ​ແຜນການ​ໄວ້ ແລະ ໄດ້​ຮູ້​ລ່ວງໜ້າ​ກ່ອນ​ແລ້ວ ແລະ ໂດຍ​ການ​ຊ່ວຍເຫລືອ​ຂອງ​ຄົນ​ຊົ່ວຮ້າຍ ພວກທ່ານ​ຈຶ່ງ​ໄດ້​ຈັບ​ພຣະອົງ​ໄປ​ຂ້າ​ດ້ວຍ​ການ​ຄຶງ​ພຣະອົງ​ໄວ້​ທີ່​ໄມ້ກາງແຂນ.


ເພາະ​ຂ້າພະເຈົ້າ​ບໍ່​ໄດ້​ລໍຊ້າ​ທີ່​ຈະ​ປະກາດ​ໃຫ້​ພວກທ່ານ​ທັງຫລາຍ​ຮູ້​ຄວາມ​ປະສົງ​ທຸກຢ່າງ​ຂອງ​ພຣະເຈົ້າ.


“ບັດນີ້ ຂ້າພະເຈົ້າ​ຂໍ​ມອບ​ພວກທ່ານ​ທັງຫລາຍ​ໄວ້​ກັບ​ພຣະເຈົ້າ ແລະ ໄວ້​ກັບ​ພຣະຄຳ​ແຫ່ງ​ພຣະຄຸນ​ຂອງ​ພຣະອົງ ເຊິ່ງ​ສາມາດ​ເສີມ​ສ້າງ​ພວກທ່ານ ແລະ ໃຫ້​ພວກທ່ານ​ມີ​ມໍລະດົກ​ຮ່ວມ​ກັບ​ຄົນ​ທັງຫລາຍ​ທີ່​ໄດ້​ຮັບ​ການ​ຊຳລະ​ໃຫ້​ບໍລິສຸດ.


ເພື່ອ​ເປີດ​ຕາ​ຂອງ​ພວກເຂົາ ແລະ ນຳ​ພວກເຂົາ​ອອກ​ຈາກ​ຄວາມມືດ​ມາ​ສູ່​ຄວາມສະຫວ່າງ ແລະ ຈາກ​ອຳນາດ​ຂອງ​ມານຊາຕານ​ມາຫາ​ພຣະເຈົ້າ ເພື່ອ​ພວກເຂົາ​ຈະ​ໄດ້​ຮັບ​ການອະໄພ​ບາບ ແລະ ໄດ້​ຢູ່​ໃນ​ທ່າມກາງ​ຜູ້​ທີ່​ໄດ້​ຮັບ​ການ​ຊຳລະ​ໃຫ້​ບໍລິສຸດ​ໂດຍ​ເຊື່ອ​ໃນ​ເຮົາ’.


ສິ່ງ​ທີ່​ພວກເຂົາ​ໄດ້​ເຮັດ​ກໍ​ເປັນ​ສິ່ງ​ທີ່​ພຣະອົງ​ກຳນົດ​ໄວ້​ກ່ອນ​ແລ້ວ​ທີ່​ຈະ​ໃຫ້​ເກີດ​ຂຶ້ນ​ໂດຍ​ອຳນາດ ແລະ ຄວາມ​ປະສົງ​ຂອງ​ພຣະອົງ.


“ຜູ້ໃດ​ນໍ ຮູ້​ຈິດໃຈ​ຂອງ​ອົງພຣະຜູ້ເປັນເຈົ້າ​ໄດ້? ຫລື ຜູ້ໃດ​ນໍ ທີ່​ເປັນ​ທີ່ປຶກສາ​ຂອງ​ພຣະອົງ?”


ບັດນີ້ ຖ້າ​ພວກເຮົາ​ເປັນ​ບຸດ​ຂອງ​ພຣະອົງ​ແລ້ວ​ພວກເຮົາ​ກໍ​ເປັນ​ຜູ້ຮັບ​ມໍລະດົກ ຄື​ເປັນ​ຜູ້ຮັບ​ມໍລະດົກ​ຈາກ​ພຣະເຈົ້າ ແລະ ເປັນ​ຜູ້​ຮ່ວມ​ຮັບ​ມໍລະດົກ​ດ້ວຍ​ກັນ​ກັບ​ພຣະຄຣິດເຈົ້າ, ຖ້າ​ພວກເຮົາ​ຮ່ວມ​ທົນທຸກທໍລະມານ​ດ້ວຍ​ກັນ​ກັບ​ພຣະອົງ ພວກເຮົາ​ກໍ​ຈະ​ໄດ້​ຮ່ວມ​ໃນ​ສະຫງ່າລາສີ​ຂອງ​ພຣະອົງ​ດ້ວຍ.


ແລະ ພວກເຮົາ​ຮູ້​ແລ້ວ​ວ່າ​ໃນ​ທຸກໆ​ສິ່ງ​ພຣະເຈົ້າ​ເຮັດ​ໃຫ້​ເກີດ​ຜົນ​ດີ​ແກ່​ບັນດາ​ຜູ້​ທີ່​ຮັກ​ພຣະອົງ ຄື​ຜູ້​ທີ່​ໄດ້​ເອີ້ນ​ຕາມ​ຄວາມ​ປະສົງ​ຂອງ​ພຣະອົງ.


ເພາະ​ບັນດາ​ຜູ້​ທີ່​ພຣະເຈົ້າ​ໄດ້​ເລືອກ​ໄວ້​ລ່ວງໜ້າ​ແລ້ວ​ນັ້ນ ພຣະອົງ​ກໍ​ໄດ້​ກຳນົດ​ໄວ້​ກ່ອນ​ເພື່ອ​ໃຫ້​ເປັນ​ເໝືອນ​ພຣະບຸດ​ຂອງ​ພຣະອົງ ເພື່ອ​ພຣະບຸດ​ຈະ​ໄດ້​ເປັນ​ບຸດກົກ​ໃນ​ທ່າມກາງ​ພີ່ນ້ອງ​ຫລາຍຄົນ.


ແລະ ບັນດາ​ຜູ້​ທີ່​ພຣະອົງ​ກຳນົດ​ໄວ້​ກ່ອນ​ນັ້ນ​ພຣະອົງ​ກໍ​ເອີ້ນ​ເໝືອນກັນ, ບັນດາ​ຜູ້​ທີ່​ພຣະອົງ​ໄດ້​ເອີ້ນ​ນັ້ນ ພຣະອົງ​ກໍ​ຖືວ່າ​ເປັນ​ຜູ້ຊອບທຳ​ເໝືອນກັນ, ບັນດາ​ຜູ້​ທີ່​ພຣະອົງ​ຖືວ່າ​ເປັນ​ຜູ້ຊອບທຳ ພຣະອົງ​ກໍ​ໃຫ້​ຮັບ​ສະຫງ່າລາສີ​ເໝືອນກັນ.


ແຕ່​ກ່ອນ​ທີ່​ລູກແຝດ​ນັ້ນ​ຈະ​ເກີດ​ມາ ຫລື ກ່ອນ​ທີ່​ພວກເຂົາ​ຈະ​ເຮັດ​ສິ່ງ​ດີ ຫລື ສິ່ງ​ຊົ່ວ​ອັນໃດ, ກໍ​ເພື່ອ​ວ່າ​ຄວາມ​ປະສົງ​ຂອງ​ພຣະເຈົ້າ​ໃນ​ການ​ເລືອກ​ນັ້ນ​ຈະ​ຕັ້ງໝັ້ນຄົງ​ຢູ່


ເພາະວ່າ​ຖ້າ​ການຮັບ​ມໍລະດົກ​ນັ້ນ​ຂຶ້ນ​ກັບ​ກົດບັນຍັດ, ດ້ວຍ​ເຫດ​ນີ້​ການ​ຮັບ​ມໍລະດົກ​ກໍ​ບໍ່​ໄດ້​ຂຶ້ນ​ກັບ​ສັນຍາ​ອີກ​ຕໍ່ໄປ; ແຕ່​ໂດຍ​ພຣະຄຸນ​ຂອງ​ພຣະອົງ ພຣະເຈົ້າ​ໄດ້​ໃຫ້​ມໍລະດົກ​ນັ້ນ​ແກ່​ອັບຣາຮາມ​ຜ່ານ​ທາງ​ສັນຍາ.


ຜູ້​ເປັນ​ມັດຈຳ​ຄ້ຳປະກັນ​ມໍລະດົກ​ຂອງ​ພວກເຮົາ​ຈົນ​ກວ່າ​ຄົນ​ຂອງ​ພຣະເຈົ້າ​ຈະ​ໄດ້​ຮັບ​ການ​ໄຖ່ ເພື່ອ​ເປັນ​ການສັນລະເສີນ​ສະຫງ່າລາສີ​ຂອງ​ພຣະອົງ.


ເຮົາ​ອະທິຖານ​ໃຫ້​ຕາ​ໃຈ​ຂອງ​ພວກເຈົ້າ​ສະຫວ່າງ​ຂຶ້ນ ເພື່ອ​ພວກເຈົ້າ​ຈະ​ໄດ້​ຮູ້​ເຖິງ​ຄວາມຫວັງ​ທີ່​ພຣະອົງ​ໄດ້​ເອີ້ນ​ພວກເຈົ້າ​ນັ້ນ ຄື​ຮູ້​ເຖິງ​ຄວາມຮັ່ງມີ​ແຫ່ງ​ມໍລະດົກ​ອັນ​ຮຸ່ງເຮືອງ​ຂອງ​ພຣະອົງ​ໃນ​ຄົນ​ບໍລິສຸດ​ຂອງ​ພຣະອົງ,


ພຣະອົງ​ໄດ້​ກຳນົດ​ພວກເຮົາ​ໄວ້​ກ່ອນ​ລ່ວງໜ້າ​ທີ່​ຈະ​ຮັບ​ພວກເຮົາ​ເປັນ​ລູກ​ຂອງ​ພຣະອົງ​ໂດຍ​ຜ່ານທາງ​ພຣະເຢຊູຄຣິດເຈົ້າ, ຕາມ​ຄວາມພໍໃຈ ແລະ ຕາມ​ຄວາມ​ປະສົງ​ຂອງ​ພຣະອົງ


ເຊິ່ງ​ພຣະອົງ​ໄດ້​ໃຫ້​ແກ່​ພວກເຮົາ​ຢ່າງ​ເຫລືອລົ້ນ. ດ້ວຍ​ສະຕິປັນຍາ ແລະ ຄວາມເຂົ້າໃຈ​ທັງປວງ,


ພຣະອົງ​ເຮັດ​ໃຫ້​ພວກເຮົາ​ຮູ້​ຈັກ​ຄວາມ​ປະສົງ​ອັນ​ລ້ຳເລິກ​ຂອງ​ພຣະອົງ​ຕາມ​ຄວາມ​ພໍໃຈ​ພຣະອົງ, ເຊິ່ງ​ພຣະອົງ​ໄດ້​ກຳນົດ​ໄວ້​ໃນ​ພຣະຄຣິດເຈົ້າ,


ຕາມ​ຈຸດປະສົງ​ອັນ​ຖາວອນ​ຂອງ​ພຣະອົງ​ທີ່​ໄດ້​ກະທຳ​ໃຫ້​ສຳເລັດ​ໃນ​ພຣະຄຣິດເຈົ້າເຢຊູ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ.


ແລະ ໂມທະນາ​ຂອບພຣະຄຸນ​ຢ່າງ​ຊື່ນຊົມຍິນດີ​ຕໍ່​ພຣະບິດາເຈົ້າ ຜູ້​ທີ່​ເຮັດ​ໃຫ້​ພວກເຈົ້າ​ເໝາະສົມ​ທີ່​ຈະ​ມີ​ສ່ວນ​ໃນ​ມໍລະດົກ​ຂອງ​ຄົນ​ບໍລິສຸດ​ຂອງ​ພຣະອົງ​ໃນ​ອານາຈັກ​ແຫ່ງ​ຄວາມສະຫວ່າງ.


ເພາະ​ພວກເຈົ້າ​ກໍ​ຮູ້​ແລ້ວ​ວ່າ​ພວກເຈົ້າ​ຈະ​ໄດ້​ຮັບ​ມໍລະດົກ​ຈາກ​ອົງພຣະຜູ້ເປັນເຈົ້າ​ເປັນ​ລາງວັນ. ພຣະຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ​ນີ້​ແຫລະ​ຄື​ຜູ້​ທີ່​ພວກເຈົ້າ​ກຳລັງ​ຮັບໃຊ້​ຢູ່.


ຜູ້​ໄດ້​ສະຫລະ​ພຣະອົງ​ເອງ​ເພື່ອ​ພວກເຮົາ​ທັງຫລາຍ ເພື່ອ​ໄຖ່​ພວກເຮົາ​ໃຫ້​ພົ້ນ​ຈາກ​ຄວາມ​ຊົ່ວຮ້າຍ​ທັງໝົດ ແລະ ເພື່ອ​ຊຳລະ​ພວກເຮົາ​ໃຫ້​ບໍລິສຸດ​ໄວ້​ສຳລັບ​ພຣະອົງ ເພື່ອ​ເປັນ​ຄົນ​ຂອງ​ພຣະອົງ​ພຽງ​ຜູ້​ດຽວ ແລະ ເປັນ​ຜູ້​ກະຕືລືລົ້ນ​ທີ່​ຈະ​ເຮັດ​ສິ່ງ​ດີ.


ເພື່ອ​ວ່າ ເມື່ອ​ພວກເຮົາ​ຖືກ​ນັບ​ເປັນ​ຜູ້ຊອບທຳ​ດ້ວຍ​ພຣະຄຸນ​ຂອງ​ພຣະອົງ​ແລ້ວ ພວກເຮົາ​ກໍ​ຈະ​ກາຍເປັນ​ຜູ້ຮັບມໍລະດົກ ມີ​ຄວາມຫວັງ​ໃນ​ຊີວິດ​ນິລັນດອນ.


ເພາະວ່າ​ພຣະເຈົ້າ​ປະສົງ​ຈະ​ໃຫ້​ບັນດາ​ທາຍາດ​ຜູ້​ຈະ​ໄດ້​ຮັບ​ສິ່ງ​ທີ່​ສັນຍາ​ໄວ້​ໄດ້​ຮູ້​ຢ່າງ​ຊັດເຈນ​ວ່າ​ຈຸດປະສົງ​ຂອງ​ພຣະອົງ​ນັ້ນ​ບໍ່​ປ່ຽນແປງ, ພຣະອົງ​ຈຶ່ງ​ຢືນຢັນ​ສັນຍາ​ນັ້ນ​ດ້ວຍ​ຄຳສາບານ.


ພີ່ນ້ອງ​ທີ່ຮັກ​ທັງຫລາຍ​ຂອງ​ເຮົາ: ຈົ່ງ​ຟັງ, ພຣະເຈົ້າ​ເລືອກ​ຜູ້​ທີ່​ຍາກຈົນ​ໃນ​ສາຍຕາ​ຂອງ​ຊາວ​ໂລກ​ໃຫ້​ຮັ່ງມີ​ໃນ​ຄວາມເຊື່ອ ແລະ ໃຫ້​ຄອບຄອງ​ອານາຈັກ​ທີ່​ພຣະອົງ​ສັນຍາ​ໄວ້​ກັບ​ບັນດາ​ຜູ້​ທີ່​ຮັກ​ພຣະອົງ​ບໍ່​ແມ່ນ​ບໍ?


ແລະ ເຂົ້າ​ໃນ​ມໍລະດົກ​ອັນ​ບໍ່​ມີ​ວັນ​ເສື່ອມສູນ, ບໍ່​ເປື່ອຍເນົ່າ ຫລື ບໍ່​ຈາງຫາຍໄປ. ມໍລະດົກ​ນີ້​ໄດ້​ຮັກສາ​ໄວ້​ໃນ​ສະຫວັນ​ເພື່ອ​ພວກເຈົ້າ.


ຢ່າ​ເຮັດ​ຄວາມຊົ່ວ​ຕອບ​ແທນ​ຄວາມຊົ່ວ ຫລື ຢ່າ​ດ່າ​ຕອບແທນ​ຄົນ​ທີ່​ດ່າ. ໃນ​ທາງ​ກົງກັນຂ້າມ, ຈົ່ງ​ຕອບແທນ​ຄວາມຊົ່ວ​ດ້ວຍ​ຄຳອວຍພອນ ເພາະວ່າ​ພຣະເຈົ້າ​ໄດ້​ເອີ້ນ​ພວກເຈົ້າ​ໃຫ້​ເຮັດ​ຢ່າງ​ນີ້ ເພື່ອ​ວ່າ​ພວກເຈົ້າ​ຈະ​ໄດ້​ຮັບ​ພອນ​ເປັນ​ມໍລະດົກ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka