Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂກໂລຊາຍ 4:7 - ພຣະຄຳພີລາວສະບັບສະໄໝໃໝ່

7 ຕີຂີໂກ ຈະ​ແຈ້ງ​ຂ່າວ​ທັງໝົດ​ກ່ຽວກັບ​ເຮົາ​ໃຫ້​ພວກເຈົ້າ​ຮູ້. ລາວ​ເປັນ​ນ້ອງ​ຮັກ, ເປັນ​ຜູ້ຮັບໃຊ້​ທີ່​ສັດຊື່ ແລະ ເປັນ​ເພື່ອນ​ຮ່ວມ​ຮັບໃຊ້​ໃນ​ອົງພຣະຜູ້ເປັນເຈົ້າ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

7 ຕີຂີໂກ, ພີ່ນ້ອງ​ທີ່ຮັກ​ຂອງ​ພວກເຮົາ ຜູ້​ຮ່ວມງານ​ທີ່​ສັດຊື່ ແລະ​ທັງ​ເປັນ​ຜູ້ຮັບໃຊ້​ຮ່ວມ​ກັນ​ໃນ​ພາລະກິດ​ຂອງ​ອົງພຣະ​ຜູ້​ເປັນເຈົ້າ ຈະ​ບອກ​ຂ່າວ​ທັງໝົດ​ກ່ຽວກັບ​ເຮົາ​ໃຫ້​ພວກເຈົ້າ​ຮູ້.

Uka jalj uñjjattʼäta Copia luraña




ໂກໂລຊາຍ 4:7
9 Jak'a apnaqawi uñst'ayäwi  

ຜູ້​ທີ່​ຮ່ວມ​ເດີນທາງ​ໄປ​ກັບ​ໂປໂລ​ໄດ້​ມີ​ໂຊປາເຕ​ລູກຊາຍ​ຂອງ​ປີໂຣ​ຈາກ​ເມືອງ​ເບເຣຍ, ອາຣິດຕາໂຂ ແລະ ເຊກຸນໂດ​ຈາກ​ເມືອງ​ເທສະໂລນິກ, ໄຄໂຢ​ຈາກ​ເມືອງ​ເດຣະເບ, ຕີໂມທຽວ, ຕີຂີໂກ ແລະ ໂທຟີໂມ ຈາກ​ແຂວງ​ເອເຊຍ.


ແຕ່​ເຮົາ​ຄິດ​ວ່າ​ຈຳເປັນ​ທີ່​ຈະ​ສົ່ງ​ເອປາໂຟດີໂຕ​ກັບ​ມາ​ຫາ​ພວກເຈົ້າ, ເພິ່ນ​ເປັນ​ນ້ອງຊາຍ, ເປັນ​ເພື່ອນຮ່ວມງານ ແລະ ເປັນ​ເພື່ອນ​ທະຫານ​ດ້ວຍກັນ​ກັບ​ເຮົາ, ເປັນ​ຜູ້​ທີ່​ພວກເຈົ້າ​ໃຊ້​ມາ​ເພື່ອ​ເບິ່ງແຍງ​ໃນ​ຍາມ​ເຮົາ​ຂັດສົນ.


ພວກເຈົ້າ​ໄດ້​ຮຽນຮູ້​ຂ່າວປະເສີດ​ນັ້ນ​ຈາກ​ເອປາຟາ ເພື່ອນ​ຮ່ວມ​ຮັບໃຊ້​ທີ່ຮັກ​ຂອງ​ພວກເຮົາ ຜູ້ຮັບໃຊ້​ພຣະຄຣິດເຈົ້າ​ຢ່າງ​ສັດຊື່​ແທນ​ພວກເຮົາ


ເອປາຟາ ຜູ້​ເປັນ​ຄົນ​ໜຶ່ງ​ໃນ​ພວກເຈົ້າ ແລະ ເປັນ​ຜູ້ຮັບໃຊ້​ຂອງ​ພຣະຄຣິດເຈົ້າເຢຊູ​ກໍ​ຝາກ​ຄວາມຄິດເຖິງ​ມາ​ຍັງ​ພວກເຈົ້າ​ເໝືອນກັນ. ເພິ່ນ​ໄດ້​ປ້ຳສູ້​ອະທິຖານ​ເພື່ອ​ພວກເຈົ້າ​ຢູ່​ສະເໝີ ເພື່ອ​ໃຫ້​ພວກເຈົ້າ​ຕັ້ງ​ໝັ້ນຄົງ​ຢູ່​ໃນ​ຄວາມ​ປະສົງ​ຂອງ​ພຣະເຈົ້າ, ເປັນ​ຜູ້ໃຫຍ່ ແລະ ມີ​ຄວາມໝັ້ນໃຈ​ຢ່າງ​ເຕັມສ່ວນ.


ລາວ​ຈະ​ມາ​ພ້ອມ​ກັບ​ໂອເນຊີໂມ ນ້ອງ​ຮັກ ແລະ ສັດຊື່​ຂອງ​ພວກເຮົາ, ລາວ​ເປັນ​ຄົນ​ໜຶ່ງ​ໃນ​ພວກເຈົ້າ. ພວກເຂົາ​ຈະ​ບອກ​ທຸກຢ່າງ​ທີ່​ເກີດຂຶ້ນ​ຢູ່​ທີ່​ນີ້​ໃຫ້​ພວກເຈົ້າ​ຟັງ.


ເຮົາ​ໄດ້​ສົ່ງ​ຕີຂີໂກ​ໄປ​ຍັງ​ເມືອງ​ເອເຟໂຊ.


ເມື່ອ​ເຮົາ​ໃຊ້​ອາເຕມາ ຫລື ຕີຂີໂກ​ໄປ​ຫາ​ເຈົ້າ ຂໍ​ໃຫ້​ເຈົ້າ​ພະຍາຍາມ​ຟ້າວ​ມາ​ຫາ​ເຮົາ​ທີ່​ເມືອງ​ນິໂກໂປລີ​ໃຫ້​ໄດ້ ເພາະ​ເຮົາ​ໄດ້​ຕັດສິນ​ໃຈ​ແລ້ວ​ວ່າ​ຈະ​ພັກ​ຢູ່​ທີ່​ນັ້ນ​ຈົນ​ໝົດລະດູ​ໜາວ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka