Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂກໂລຊາຍ 4:6 - ພຣະຄຳພີລາວສະບັບສະໄໝໃໝ່

6 ຈົ່ງ​ໃຫ້​ວາຈາ​ຂອງ​ພວກເຈົ້າ​ເຕັມ​ດ້ວຍ​ພຣະຄຸນ​ຢູ່​ສະເໝີ, ປະສົມ​ດ້ວຍ​ເກືອ ເພື່ອ​ວ່າ​ພວກເຈົ້າ​ຈະ​ໄດ້​ຮູ້​ວ່າ​ຄວນ​ຕອບ​ທຸກຄົນ​ຢ່າງໃດ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

6 ຈົ່ງ​ໃຫ້​ວາຈາ​ຂອງ​ເຈົ້າ​ທັງຫລາຍ ປະກອບ​ດ້ວຍ​ເມດຕາ​ຄຸນ​ຢູ່​ສະເໝີ ປະສົມ​ດ້ວຍ​ເກືອ ເພື່ອ​ເຈົ້າ​ທັງຫລາຍ​ຈະ​ໄດ້​ຮູ້​ວິທີ​ຕອບ​ທີ່​ຖືກ​ໃຈ​ແກ່​ທຸກຄົນ.

Uka jalj uñjjattʼäta Copia luraña




ໂກໂລຊາຍ 4:6
33 Jak'a apnaqawi uñst'ayäwi  

“ພວກເຈົ້າ​ທັງຫລາຍ​ເປັນ​ເກືອ​ສຳລັບ​ໂລກ. ແຕ່​ຖ້າ​ເກືອ​ນັ້ນ​ໝົດ​ຄວາມເຄັມ​ແລ້ວ, ຈະ​ເຮັດ​ໃຫ້​ກັບຄືນ​ມາ​ເຄັມ​ອີກ​ໄດ້​ຢ່າງໃດ? ມັນ​ກໍ​ບໍ່​ມີ​ປະໂຫຍດ​ສຳລັບ​ອັນໃດ, ນອກຈາກ​ຈະ​ຖືກ​ຖິ້ມ​ໄປ ແລະ ຖືກ​ຢຽບ​ຢູ່​ໃຕ້​ຕີນ.


“ເກືອ​ເປັນ​ຂອງ​ດີ, ແຕ່​ຖ້າ​ເກືອ​ໝົດ​ຄວາມເຄັມ​ແລ້ວ​ພວກເຈົ້າ​ຈະ​ເຮັດ​ໃຫ້​ກັບຄືນ​ມາ​ເຄັມ​ອີກ​ໄດ້​ຢ່າງໃດ? ພວກເຈົ້າ​ທັງຫລາຍ​ຈົ່ງ​ມີ​ເກືອ​ໃນ​ໂຕ ແລະ ຢູ່​ຮ່ວມກັນ​ຢ່າງ​ສະຫງົບສຸກ”.


ຄົນ​ທັງປວງ​ເວົ້າ​ຍົກຍ້ອງ​ພຣະອົງ ແລະ ປະຫລາດໃຈ​ໃນ​ຖ້ອຍຄຳ​ທີ່​ເຕັມ​ດ້ວຍ​ຄວາມ​ເມດຕາ​ຈາກ​ປາກ​ຂອງ​ພຣະອົງ. ພວກເຂົາ​ຈຶ່ງ​ຖາມ​ກັນ​ວ່າ, “ຄົນ​ນີ້​ເປັນ​ລູກ​ຂອງ​ໂຢເຊັບ​ບໍ່​ແມ່ນ​ບໍ?”


ຢ່າ​ໃຫ້​ຄຳເວົ້າ​ທີ່​ບໍ່​ສົມຄວນ​ອອກ​ຈາກ​ປາກ​ຂອງ​ພວກເຈົ້າ, ແຕ່​ໃຫ້​ໃຊ້​ຄຳເວົ້າ​ອັນ​ເປັນ​ປະໂຫຍດ​ເພື່ອ​ເສີມສ້າງ​ຜູ້ອື່ນ​ຂຶ້ນ​ຕາມ​ຄວາມຕ້ອງການ​ຂອງ​ພວກເຂົາ​ເທົ່ານັ້ນ, ເພື່ອ​ຈະ​ໄດ້​ຜົນ​ດີ​ແກ່​ບັນດາ​ຜູ້​ທີ່​ຟັງ.


ຈົ່ງ​ໃຫ້​ພຣະຄຳ​ຂອງ​ພຣະຄຣິດເຈົ້າ​ສະຖິດ​ຢູ່​ທ່າມກາງ​ພວກເຈົ້າ​ຢ່າງ​ບໍລິບູນ​ຂະນະ​ທີ່​ພວກເຈົ້າ​ສັ່ງສອນ ແລະ ເຕືອນສະຕິ​ກັນແລະກັນ​ດ້ວຍ​ປັນຍາ​ທຸກຢ່າງ, ຈົ່ງ​ຮ້ອງເພງ​ດ້ວຍ​ເພງ​ສັນລະເສີນ, ເພງ​ນະມັດສະການ ແລະ ບົດເພງ​ຈາກ​ພຣະວິນຍານ, ຈົ່ງ​ຮ້ອງເພງ​ຖວາຍ​ແກ່​ພຣະເຈົ້າ​ດ້ວຍ​ໃຈ​ກະຕັນຍູ​ຕໍ່​ພຣະເຈົ້າ.


ແຕ່​ໃນ​ໃຈ​ຂອງ​ພວກເຈົ້າ​ຈົ່ງ​ເຄົາລົບ​ພຣະຄຣິດເຈົ້າ​ວ່າ​ເປັນ​ອົງພຣະຜູ້ເປັນເຈົ້າ. ຈົ່ງ​ຕຽມພ້ອມ​ສະເໝີ​ທີ່​ຈະ​ຕອບ​ທຸກຄົນ​ທີ່​ຖາມ​ພວກເຈົ້າ​ເຖິງ​ເຫດຜົນ​ທີ່​ພວກເຈົ້າ​ມີ​ຄວາມຫວັງ​ຢ່າງ​ນີ້. ແຕ່​ຈົ່ງ​ຕອບ​ຢ່າງ​ສຸພາບອ່ອນນ້ອມ ແລະ ໃຫ້ກຽດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka