Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂກໂລຊາຍ 4:5 - ພຣະຄຳພີລາວສະບັບສະໄໝໃໝ່

5 ຈົ່ງ​ສະຫລາດ​ໃນ​ການ​ປະຕິບັດ​ຕໍ່​ຄົນ​ພາຍນອກ ຈົ່ງ​ໃຊ້​ທຸກ​ໂອກາດ​ໃຫ້​ເປັນ​ປະໂຫຍດ​ທີ່ສຸດ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

5 ຈົ່ງ​ປະຕິບັດ​ຕໍ່​ຄົນ​ພາຍນອກ​ດ້ວຍ​ໃຊ້​ສະຕິປັນຍາ ໂດຍ​ສວຍ​ໂອກາດ.

Uka jalj uñjjattʼäta Copia luraña




ໂກໂລຊາຍ 4:5
15 Jak'a apnaqawi uñst'ayäwi  

ເຮົາ​ກຳລັງ​ໃຊ້​ພວກເຈົ້າ​ໄປ​ເໝືອນດັ່ງ​ແກະ​ຢູ່​ທ່າມກາງ​ຝູງ​ໝາໄນ. ເຫດສະນັ້ນ ຈົ່ງ​ສະຫລາດ​ເໝືອນ​ງູ ແລະ ອ່ອນສຸພາບ​ເໝືອນ​ນົກເຂົາ.


ພຣະອົງ​ບອກ​ພວກເຂົາ​ວ່າ, “ຄວາມເລິກລັບ​ແຫ່ງ​ອານາຈັກ​ຂອງ​ພຣະເຈົ້າ​ໃຫ້​ພວກເຈົ້າ​ຮູ້​ໄດ້. ແຕ່​ສ່ວນ​ຄົນນອກ​ນັ້ນ ທຸກຢ່າງ​ຈະ​ໃຊ້​ຄຳອຸປະມາ


ຄົນ​ທັງຫລາຍ​ໄດ້​ຍິນ​ເຖິງ​ການເຊື່ອຟັງ​ຂອງ​ພວກເຈົ້າ​ແລ້ວ, ເຮົາ​ຈຶ່ງ​ຊື່ນຊົມຍິນດີ​ນໍາ​ພວກເຈົ້າ ແຕ່​ເຮົາ​ກໍ​ຢາກ​ໃຫ້​ພວກເຈົ້າ​ສະຫລາດ​ໃນ​ສິ່ງ​ທີ່​ດີ ແລະ ເປັນ​ຄົນໂງ່​ໃນ​ສິ່ງ​ທີ່​ຊົ່ວຮ້າຍ.


ຈົ່ງ​ໃຫ້​ພຣະຄຳ​ຂອງ​ພຣະຄຣິດເຈົ້າ​ສະຖິດ​ຢູ່​ທ່າມກາງ​ພວກເຈົ້າ​ຢ່າງ​ບໍລິບູນ​ຂະນະ​ທີ່​ພວກເຈົ້າ​ສັ່ງສອນ ແລະ ເຕືອນສະຕິ​ກັນແລະກັນ​ດ້ວຍ​ປັນຍາ​ທຸກຢ່າງ, ຈົ່ງ​ຮ້ອງເພງ​ດ້ວຍ​ເພງ​ສັນລະເສີນ, ເພງ​ນະມັດສະການ ແລະ ບົດເພງ​ຈາກ​ພຣະວິນຍານ, ຈົ່ງ​ຮ້ອງເພງ​ຖວາຍ​ແກ່​ພຣະເຈົ້າ​ດ້ວຍ​ໃຈ​ກະຕັນຍູ​ຕໍ່​ພຣະເຈົ້າ.


ເພື່ອວ່າ​ການ​ດຳເນີນຊີວິດ​ປະຈຳວັນ​ຂອງ​ພວກເຈົ້າ​ຈະ​ເປັນ​ທີ່​ນັບຖື​ຂອງ​ຄົນ​ພາຍນອກ ແລະ ເພື່ອ​ວ່າ​ພວກເຈົ້າ​ຈະ​ບໍ່​ຕ້ອງ​ເພິ່ງພາ​ຄົນ​ອື່ນ.


ລາວ​ຕ້ອງ​ມີ​ຊື່ສຽງ​ດີ​ໃນ​ທ່າມກາງ​ຄົນ​ພາຍນອກ, ເພື່ອ​ວ່າ​ລາວ​ຈະ​ໄດ້​ບໍ່​ຕົກ​ເຂົ້າ​ໄປ​ໃນ​ຄວາມອັບອາຍ ແລະ ຕົກ​ເຂົ້າ​ໄປ​ໃນ​ກັບດັກ​ຂອງ​ມານຮ້າຍ.


ຖ້າ​ຜູ້ໃດ​ໃນ​ພວກເຈົ້າ​ຂາດ​ສະຕິປັນຍາ ຜູ້​ນັ້ນ​ກໍ​ຈົ່ງ​ຂໍ​ຈາກ​ພຣະເຈົ້າ ຜູ້​ໃຫ້​ແກ່​ທຸກຄົນ​ດ້ວຍ​ໃຈກວ້າງຂວາງ​ໂດຍ​ບໍ່​ຕຳໜິ ແລ້ວ​ຜູ້​ນັ້ນ​ກໍ​ຈະ​ໄດ້​ຮັບ.


ຜູ້ໃດ​ໃນ​ທ່າມກາງ​ພວກເຈົ້າ​ເປັນ​ຄົນສະຫລາດ ແລະ ມີ​ຄວາມເຂົ້າໃຈ? ກໍ​ໃຫ້​ພວກເຂົາ​ສະແດງ​ສິ່ງ​ນັ້ນ​ອອກ​ມາ​ໃນ​ການ​ດຳເນີນຊີວິດ​ທີ່​ດີ​ຂອງ​ພວກເຂົາ ໂດຍ​ການກະທຳ​ອັນ​ຖ່ອມໂຕ​ລົງ​ທີ່​ມາ​ຈາກ​ສະຕິປັນຍາ.


ແຕ່​ສະຕິປັນຍາ​ທີ່​ມາ​ຈາກ​ສະຫວັນ​ກ່ອນອື່ນ​ໝົດ​ນັ້ນ​ຄື​ບໍລິສຸດ, ຈາກ​ນັ້ນ​ຄື​ການ​ຮັກ​ສັນຕິສຸກ, ເຫັນອົກເຫັນໃຈ, ຍອມເຊື່ອຟັງ, ເຕັມ​ດ້ວຍ​ຄວາມເມດຕາ ແລະ ເກີດຜົນ​ດີ, ບໍ່​ລໍາອຽງ ແລະ ຈິງໃຈ.


ໃນ​ທຳນອງ​ດຽວ​ກັນ​ນັ້ນ ເມຍ​ທັງຫລາຍ​ຈົ່ງ​ຍອມ​ເຊື່ອຟັງ​ຜົວ​ຂອງ​ຕົນ ເພື່ອ​ວ່າ​ຖ້າ​ຜົວ​ບາງຄົນ​ບໍ່​ເຊື່ອຟັງ​ພຣະຄຳ​ຂອງ​ພຣະເຈົ້າ ແຕ່​ການປະຕິບັດ​ຂອງ​ເມຍ​ກໍ​ອາດ​ຊະນະ​ໃຈ​ລາວ​ໂດຍ​ບໍ່​ຕ້ອງ​ເວົ້າ​ຫຍັງ​ຈັກ​ຄຳ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka