Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂກໂລຊາຍ 3:8 - ພຣະຄຳພີລາວສະບັບສະໄໝໃໝ່

8 ແຕ່​ບັດນີ້ ພວກເຈົ້າ​ຈົ່ງ​ກຳຈັດ​ສິ່ງ​ເຫລົ່ານີ້​ທັງໝົດ​ຈາກ​ພວກເຈົ້າ​ຄື: ຄວາມໃຈຮ້າຍ, ຄວາມໂກດແຄ້ນ, ການຄິດປອງຮ້າຍ, ການ​ໃສ່ຮ້າຍປ້າຍສີ ແລະ ຄຳເວົ້າ​ເປື້ອນເປິ​ຈາກ​ປາກ​ຂອງ​ພວກເຈົ້າ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

8 ແຕ່​ບັດນີ້ ຈົ່ງ​ກຳຈັດ​ສິ່ງ​ເຫຼົ່ານັ້ນ​ທັງໝົດ​ຖິ້ມ​ເສຍ ເຊັ່ນ​ວ່າ: ຄວາມ​ຄຽດຮ້າຍ, ຄວາມ​ຂັດເຄືອງ​ໃຈ​ແລະ​ການ​ຄິດ​ປອງຮ້າຍ, ຄຳ​ສຽດສີ​ແລະ​ຄຳ​ຊົ່ວຊ້າ​ລາມົກ ຢ່າ​ໃຫ້​ອອກ​ຈາກ​ປາກ​ຂອງ​ພວກເຈົ້າ​ຈັກເທື່ອ.

Uka jalj uñjjattʼäta Copia luraña




ໂກໂລຊາຍ 3:8
35 Jak'a apnaqawi uñst'ayäwi  

ແຕ່​ເຮົາ​ບອກ​ພວກເຈົ້າ​ວ່າ, ຖ້າ​ຜູ້ໃດ​ໃຈຮ້າຍ​ໃຫ້​ກັບ​ອ້າຍ ຫລື ເອື້ອຍ​ນ້ອງ​ຂອງ​ຕົນ ຜູ້​ນັ້ນ​ຈະ​ຖືກ​ຕັດສິນລົງໂທດ. ຖ້າ​ຜູ້ໃດ​ເວົ້າ​ດູຖູກ​ອ້າຍ​ເອື້ອຍ​ນ້ອງ​ຂອງ​ຕົນ ຜູ້​ນັ້ນ​ຈະ​ຕ້ອງ​ຖືກ​ນຳ​ຂຶ້ນ​ສານ ແລະ ຖ້າ​ຜູ້ໃດ​ເວົ້າ​ວ່າ, ‘ຄົນ​ໂງ່ຈ້າ!’ ຜູ້​ນັ້ນ​ຈະ​ຕ້ອງ​ໄດ້​ຮັບ​ອັນຕະລາຍ​ຈາກ​ບຶງໄຟ​ນະລົກ.


ການຫລິ້ນຊູ້, ຄວາມໂລບ, ການປອງຮ້າຍ, ການສໍ້ໂກງ, ລາຄະຕັນຫາ, ຄວາມອິດສາ, ໃສ່ຮ້າຍປ້າຍສີ, ຄວາມຈອງຫອງ, ຄວາມໂງ່ຈ້າ.


ໃຫ້​ເຮົາ​ປະພຶດ​ຕົນ​ຢ່າງ​ເໝາະສົມ​ເໝືອນ​ຢູ່​ໃນ​ເວລາ​ກາງເວັນ, ບໍ່​ໄປ​ມົ້ວສຸມ ແລະ ເມົາເຫລົ້າ, ບໍ່​ເຮັດ​ຜິດສິນທຳທາງເພດ ແລະ ມົວເມົາ, ບໍ່​ວິວາດຜິດຖຽງ ແລະ ອິດສາ​ກັນ.


ພວກເຈົ້າ​ຍັງ​ຢູ່​ຝ່າຍໂລກ. ເພາະ​ເນື່ອງຈາກ​ວ່າ​ຍັງ​ມີ​ການອິດສາ​ກັນ ແລະ ການຜິດຖຽງ​ກັນ​ໃນ​ທ່າມກາງ​ພວກເຈົ້າ​ຢູ່, ພວກເຈົ້າ​ຢູ່​ຝ່າຍໂລກ​ບໍ່ແມ່ນ​ບໍ? ພວກເຈົ້າ​ບໍ່​ໄດ້​ປະພຶດ​ຕົນ​ເໝືອນ​ດັ່ງ​ມະນຸດ​ທຳມະດາ​ບໍ?


ເພາະ​ເຮົາ​ຢ້ານວ່າ​ເມື່ອ​ເຮົາ​ມາ​ເຖິງ​ແລ້ວ ເຮົາ​ຈະ​ບໍ່​ເຫັນ​ພວກເຈົ້າ​ເປັນ​ດັ່ງ​ທີ່​ເຮົາ​ຢາກ​ໃຫ້​ພວກເຈົ້າ​ເປັນ ແລະ ພວກເຈົ້າ​ກໍ​ຈະ​ບໍ່​ເຫັນ​ເຮົາ​ເປັນ​ດັ່ງ​ທີ່​ພວກເຈົ້າ​ຢາກ​ໃຫ້​ເຮົາ​ເປັນ. ເຮົາ​ຢ້ານ​ວ່າ​ອາດ​ຈະ​ມີ​ການຜິດຖຽງກັນ, ການອິດສາ, ການ​ຄຽດ, ຄວາມທະເຍີທະຍານ​ທີ່​ເຫັນແກ່ຕົວ, ການໃສ່ຮ້າຍປ້າຍສີ, ການ​ນິນທາ, ຄວາມຈອງຫອງ ແລະ ຄວາມວຸ້ນວາຍ.


ຖ້າ​ພວກເຈົ້າ​ຍັງ​ກັດ​ກິນ​ກັນ​ເອງ, ຈົ່ງ​ລະວັງ​ໃຫ້​ດີ ບໍ່​ດັ່ງນັ້ນ​ພວກເຈົ້າ​ຈະ​ຖືກ​ທຳລາຍ​ດ້ວຍ​ກັນ.


ການຂາບໄຫວ້​ຮູບເຄົາລົບ ແລະ ການ​ໃຊ້​ຄາຖາ; ການ​ກຽດຊັງ, ການແຕກແຍກ, ການ​ຫຶງຫວງ, ຄຽດແຄ້ນ, ຄວາມທະເຍີທະຍານ​ທີ່​ເຫັນແກ່ຕົວ, ການ​ຂັດແຍ້ງ, ການແບ່ງພັກແບ່ງພວກ


ຢ່າ​ໃຫ້​ພວກເຮົາ​ກາຍເປັນ​ຄົນ​ຈອງຫອງ, ທ້າທາຍ ແລະ ອິດສາ​ກັນ.


ພວກເຈົ້າ​ໄດ້​ຖືກ​ສອນ​ກ່ຽວກັບ​ວິຖີຊີວິດ​ເກົ່າ​ຂອງ​ພວກເຈົ້າ, ໃຫ້​ຖອດຖິ້ມ​ສະພາບ​ມະນຸດ​ຄົນ​ເກົ່າ​ຂອງ​ພວກເຈົ້າ ເຊິ່ງ​ກຳລັງ​ຖືກ​ເຮັດ​ໃຫ້​ເສື່ອມເສຍ​ໄປ​ໂດຍ​ຄວາມ​ປາຖະໜາ​ອັນ​ລໍ້ລວງ​ຂອງ​ມັນ;


ເຫດສະນັ້ນ ພວກເຈົ້າ​ແຕ່ລະຄົນ​ຕ້ອງ​ປະຖິ້ມ​ຄວາມ​ບໍ່​ຈິງ ແລະ ຈົ່ງ​ເວົ້າ​ຄວາມຈິງ​ຕໍ່​ເພື່ອນບ້ານ​ຂອງ​ພວກເຈົ້າ, ເພາະ​ພວກເຮົາ​ທຸກ​ຄົນ​ເປັນ​ອະໄວຍະວະ​ໃນ​ກາຍ​ດຽວ​ກັນ.


“ໃນ​ຄວາມໃຈຮ້າຍ​ຂອງ​ພວກເຈົ້າ​ນັ້ນ​ຢ່າ​ໄດ້​ເຮັດ​ບາບ”. ຢ່າ​ໃຈຮ້າຍ​ຢູ່​ຈົນ​ເຖິງ​ຕາເວັນ​ຕົກ​ດິນ,


ຢ່າ​ໃຫ້​ຄຳເວົ້າ​ທີ່​ບໍ່​ສົມຄວນ​ອອກ​ຈາກ​ປາກ​ຂອງ​ພວກເຈົ້າ, ແຕ່​ໃຫ້​ໃຊ້​ຄຳເວົ້າ​ອັນ​ເປັນ​ປະໂຫຍດ​ເພື່ອ​ເສີມສ້າງ​ຜູ້ອື່ນ​ຂຶ້ນ​ຕາມ​ຄວາມຕ້ອງການ​ຂອງ​ພວກເຂົາ​ເທົ່ານັ້ນ, ເພື່ອ​ຈະ​ໄດ້​ຜົນ​ດີ​ແກ່​ບັນດາ​ຜູ້​ທີ່​ຟັງ.


ຫລື ບໍ່​ຄວນ​ເວົ້າ​ລາມົກ, ເວົ້າ​ບໍ່​ມີ​ແກ່ນສານ, ຫລື ເວົ້າ​ຕະຫລົກ​ຫຍາບຄາຍ ເຊິ່ງ​ບໍ່​ສົມຄວນ, ແຕ່​ໃຫ້​ຂອບພຣະຄຸນ​ພຣະເຈົ້າ​ກໍ​ດີ​ກວ່າ.


ເຫດສະນັ້ນ ຈົ່ງ​ຂ້າ​ຕັນຫາ​ຝ່າຍ​ໂລກ​ຂອງ​ພວກເຈົ້າ​ຄື: ການ​ຜິດສິນທຳທາງເພດ, ຄວາມ​ບໍ່ສະອາດ, ລາຄະຕັນຫາ, ຄວາມປາຖະໜາ​ຊົ່ວ ແລະ ຄວາມໂລບ ເຊິ່ງ​ເປັນ​ການຂາບໄຫວ້​ຮູບເຄົາລົບ.


ຢ່າ​ເວົ້າ​ຕົວະ​ຕໍ່​ກັນ ເພາະ​ພວກເຈົ້າ​ໄດ້​ຖອດຖິ້ມ​ສະພາບ​ມະນຸດ​ຄົນ​ເກົ່າ​ພ້ອມ​ກັບ​ຄວາມປະພຶດ​ແບບ​ເກົ່າ​ຖິ້ມ​ແລ້ວ


ເຖິງແມ່ນວ່າ​ຄັ້ງ​ໜຶ່ງ​ເຮົາ​ເຄີຍ​ເປັນ​ຜູ້​ໝິ່ນປະໝາດ​ພຣະອົງ, ເປັນ​ຜູ້ຂົ່ມເຫັງ ແລະ ເປັນ​ຜູ້​ໃຊ້​ຄວາມຮຸນແຮງ, ແຕ່​ພຣະອົງ​ເມດຕາ​ເຮົາ​ເພາະ​ເຮົາ​ໄດ້​ເຮັດ​ໄປ​ດ້ວຍ​ຄວາມບໍ່ຮູ້ ແລະ ບໍ່ເຊື່ອ.


ໃນ​ທ່າມກາງ​ຄົນ​ເຫລົ່ານີ້​ມີ​ຮີເມນາໂຢ ແລະ ອາເລັກຊັນເດີ, ຜູ້​ທີ່​ເຮົາ​ໄດ້​ມອບ​ໃຫ້​ຊາຕານ​ເພື່ອ​ພວກເຂົາ​ຈະ​ໄດ້​ຮຽນຮູ້​ທີ່​ຈະ​ບໍ່​ໝິ່ນປະໝາດ​ພຣະເຈົ້າ.


ເຫດສະນັ້ນ ໃນ​ເມື່ອ​ພວກເຮົາ​ມີ​ພະຍານ​ຈໍານວນ​ຫລວງຫລາຍ​ຢູ່​ອ້ອມຂ້າງ​ຢ່າງ​ນີ້​ແລ້ວ ກໍ​ໃຫ້​ພວກເຮົາ​ຖິ້ມ​ທຸກ​ຢ່າງ​ທີ່​ຖ່ວງ​ຢູ່ ແລະ ບາບ​ທີ່​ຕິດແໜ້ນ​ໂດຍ​ງ່າຍ. ໃຫ້​ພວກເຮົາ​ແລ່ນ​ດ້ວຍ​ຄວາມອົດທົນ​ໃນ​ການແຂ່ງຂັນ​ທີ່​ກຳນົດ​ໄວ້​ສຳລັບ​ພວກເຮົາ,


ບໍ່​ແມ່ນ​ພວກເຂົາ​ບໍ​ທີ່​ເວົ້າ​ໝິ່ນປະໝາດ​ນາມ​ອັນ​ສູງສົ່ງ​ຂອງ​ພຣະອົງ​ຂອງ​ພຣະອົງ?


ເຫດສະນັ້ນ ຈົ່ງ​ກຳຈັດ​ຄວາມຄິດຮ້າຍ ແລະ ການຫລອກລວງ​ທຸກຢ່າງ, ຄວາມ​ໜ້າຊື່ໃຈຄົດ, ຄວາມອິດສາ ແລະ ການໃສ່ຮ້າຍປ້າຍສີ​ທຸກຢ່າງ​ອອກໄປ​ຈາກ​ພວກເຈົ້າ.


ເພາະ​ພວກເຂົາ​ເວົ້າ​ລ້າໆ, ເວົ້າ​ຄຳ​ໂອ້ອວດ ແລະ ໃຊ້​ຄວາມປາຖະໜາ​ຂອງ​ເນື້ອໜັງ​ດຶງດູດ​ຄົນ​ທັງຫລາຍ​ທີ່​ຫາ​ກໍ​ໜີ​ພົ້ນ​ຈາກ​ບັນດາ​ຜູ້​ທີ່​ດຳເນີນຊີວິດ​ໃນ​ທາງ​ທີ່​ຜິດ.


ແລະ ຖ້າ​ພຣະອົງ​ໄດ້​ກອບກູ້​ເອົາ​ໂລດ​ຜູ້ຊອບທຳ, ຜູ້​ມີ​ຄວາມທຸກໃຈ​ເພາະ​ການກະທຳ​ທີ່​ຂາດສິນທຳ​ຂອງ​ຄົນໄຮ້ສິນທຳ​ເຫລົ່ານັ້ນ.


ພວກເຂົາ​ເປັນ​ຄື້ນ​ຟອງ​ນໍ້າ​ໃນ​ທະເລ​ທີ່​ຊັດ​ຄວາມອັບອາຍ​ຂອງ​ຕົນ​ຂຶ້ນ​ເປັນ​ຟອງ, ພວກເຂົາ​ເປັນ​ບັນດາ​ດາວ​ທີ່​ຫລຸດ​ອອກ​ຈາກ​ວົງໂຄຈອນ, ຄວາມມືດ​ທີ່ສຸດ​ໄດ້​ຖືກ​ສະຫງວນ​ໄວ້​ໃຫ້​ພວກເຂົາ​ຕະຫລອດໄປ.


ໃນ​ທາງ​ດຽວ​ກັນ ໃນ​ຄວາມເພີ້ຝັນ​ຂອງ​ພວກເຂົາ​ຄົນອະທຳ​ເຫລົ່ານີ້​ກໍ​ເປັນ​ແບບ​ດຽວ​ກັນ​ເລີຍ ພວກເຂົາ​ປ່ອຍ​ໃຫ້​ຮ່າງກາຍ​ຂອງ​ຕົນ​ເປື້ອນເປິ, ປະຕິເສດ​ສິດອຳນາດ ແລະ ດ່າ​ເທວະດາ​ເບື້ອງເທິງ.


ພວກເຂົາ​ຖືກ​ເຜົາ​ດ້ວຍ​ຄວາມຮ້ອນ​ກ້າ ແລະ ພວກເຂົາ​ກໍ​ປ້ອຍ​ດ່າ​ນາມ​ຂອງ​ພຣະເຈົ້າ​ຜູ້​ຄວບຄຸມ​ໄພພິບັດ​ເຫລົ່ານີ້, ແຕ່​ພວກເຂົາ​ບໍ່​ຍອມ​ກັບໃຈ ແລະ ຖວາຍ​ກຽດ​ແກ່​ພຣະອົງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka