Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂກໂລຊາຍ 3:3 - ພຣະຄຳພີລາວສະບັບສະໄໝໃໝ່

3 ດ້ວຍວ່າ ພວກເຈົ້າ​ໄດ້​ຕາຍ​ແລ້ວ ແລະ ບັດນີ້​ຊີວິດ​ຂອງ​ພວກເຈົ້າ​ກໍ​ຖືກ​ເຊື່ອງຊ້ອນ​ໄວ້​ດ້ວຍ​ກັນ​ກັບ​ພຣະຄຣິດເຈົ້າ​ໃນ​ພຣະເຈົ້າ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

3 ດ້ວຍວ່າ, ພວກເຈົ້າ​ໄດ້​ຕາຍ​ແລ້ວ ແລະ​ຊີວິດ​ຂອງ​ພວກເຈົ້າ ກໍ​ຖືກ​ເຊື່ອງ​ຊ້ອນບັງ​ໄວ້​ດ້ວຍ​ກັນ​ກັບ​ພຣະຄຣິດ​ໃນ​ພຣະເຈົ້າ.

Uka jalj uñjjattʼäta Copia luraña




ໂກໂລຊາຍ 3:3
32 Jak'a apnaqawi uñst'ayäwi  

ໃນເວລານັ້ນ ພຣະເຢຊູເຈົ້າ​ໄດ້​ກ່າວ​ວ່າ, “ຂ້າແດ່​ພຣະບິດາເຈົ້າ ອົງພຣະຜູ້ເປັນເຈົ້າ​ແຫ່ງ​ສະຫວັນ ແລະ ແຜ່ນດິນໂລກ, ຂ້ານ້ອຍ​ຂໍ​ສັນລະເສີນ​ພຣະອົງ ເພາະ​ພຣະອົງ​ໄດ້​ປິດບັງ​ສິ່ງ​ເຫລົ່ານີ້​ໄວ້​ຈາກ​ຜູ້ສະຫລາດ ແລະ ຜູ້​ມີ​ສະຕິປັນຍາ, ແຕ່​ໄດ້​ເປີດເຜີຍ​ໃຫ້​ແກ່​ບັນດາ​ເດັກນ້ອຍ​ຮູ້.


ອີກ​ບໍ່​ດົນ ໂລກ​ກໍ​ຈະ​ບໍ່​ເຫັນ​ເຮົາ​ອີກ ແຕ່​ພວກເຈົ້າ​ຈະ​ເຫັນ​ເຮົາ ເພາະ​ເຮົາ​ມີຊີວິດ​ຢູ່ ພວກເຈົ້າ​ກໍ​ຈະ​ມີຊີວິດ​ຢູ່​ເໝືອນກັນ.


ເພາະ​ພຣະເຈົ້າ​ຮັກ​ໂລກ​ຈົນ​ໄດ້​ມອບ​ພຣະບຸດ​ອົງ​ດຽວ​ຂອງ​ພຣະອົງ ເພື່ອ​ທຸກຄົນ​ທີ່​ເຊື່ອ​ໃນ​ພຣະບຸດ​ນັ້ນ​ຈະ​ບໍ່​ຈິບຫາຍ ແຕ່​ມີ​ຊີວິດ​ອັນ​ຕະຫລອດໄປ​ເປັນນິດ.


ແຕ່​ຜູ້ໃດ​ດື່ມນ້ຳ​ທີ່​ເຮົາ​ຈະ​ໃຫ້​ນັ້ນ​ຈະ​ບໍ່​ຫິວນໍ້າ​ອີກ​ຈັກເທື່ອ, ແທ້ຈິງ​ແລ້ວ ນ້ຳ​ທີ່​ເຮົາ​ຈະ​ໃຫ້​ພວກເຂົາ​ນັ້ນ​ຈະ​ກາຍເປັນ​ນ້ຳພຸ​ໃນ​ໂຕ​ຂອງ​ພວກເຂົາ ແລະ ຈະ​ພຸ່ງຂຶ້ນ​ສູ່​ຊີວິດ​ນິລັນດອນ”.


ເພາະ​ພຣະບິດາເຈົ້າ​ບັນດານ​ໃຫ້​ຄົນ​ທີ່​ຕາຍ​ແລ້ວ​ໃຫ້​ເປັນຄືນມາ ແລະ ໃຫ້ຊີວິດ​ແກ່​ພວກເຂົາ​ຢ່າງໃດ ພຣະບຸດ​ກໍ​ຈະ​ໃຫ້​ຊີວິດ​ແກ່​ຜູ້​ທີ່​ພຣະອົງ​ພໍໃຈ​ທີ່​ຈະ​ໃຫ້​ຢ່າງ​ນັ້ນ​ເໝືອນກັນ.


“ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ຜູ້ໃດ​ກໍ​ຕາມ​ຟັງ​ຄຳ​ຂອງ​ເຮົາ ແລະ ເຊື່ອ​ພຣະອົງ​ຜູ້​ໃຊ້​ເຮົາ​ມາ ຜູ້​ນັ້ນ​ກໍ​ມີຊີວິດ​ນິລັນດອນ ແລະ ຈະ​ບໍ່​ເຂົ້າ​ໃນ​ການພິພາກສາ, ແຕ່​ໄດ້​ຜ່ານພົ້ນ​ຈາກ​ຄວາມຕາຍ​ໄປ​ສູ່​ຊີວິດ​ແລ້ວ.


ແຕ່​ເຖິງ​ປານ​ນັ້ນ ພວກເຈົ້າ​ກໍ​ບໍ່​ຍອມ​ມາ​ຫາ​ເຮົາ​ເພື່ອ​ຈະ​ໄດ້​ຊີວິດ.


ເພາະວ່າ​ຖ້າ​ພວກເຮົາ​ຍັງ​ໄດ້​ຄືນດີກັນ​ກັບ​ພຣະເຈົ້າ​ໂດຍ​ການຕາຍ​ຂອງ​ພຣະບຸດ​ຂອງ​ພຣະອົງ​ໃນຂະນະ​ທີ່​ພວກເຮົາ​ເຄີຍເປັນ​ສັດຕູ​ກັນ​ກັບ​ພຣະອົງ ຫລາຍ​ກວ່າ​ນັ້ນ​ອີກ​ເມື່ອ​ພວກເຮົາ​ໄດ້​ຄືນດີ​ກັນ​ກັບ​ພຣະອົງ​ແລ້ວ ພວກເຮົາ​ກໍ​ຈະ​ໄດ້​ຮັບ​ຄວາມພົ້ນ​ຜ່ານທາງ​ຊີວິດ​ຂອງ​ພຣະອົງ​ຢ່າງ​ແນ່ນອນ!


ເພື່ອ​ວ່າ​ຄວາມບາບ​ໄດ້​ຄອບຄອງ​ໃນ​ຄວາມຕາຍ​ຢ່າງໃດ ພຣະຄຸນ​ກໍ​ຈະ​ໄດ້​ຄອບຄອງ​ຜ່ານທາງ​ຄວາມຊອບທຳ ເພື່ອ​ຊີວິດ​ນິລັນດອນ​ຈະ​ມາ​ທາງ​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ​ຢ່າງນັ້ນ.


ໃນ​ທຳນອງດຽວກັນ ຈົ່ງ​ຖື​ວ່າ​ພວກເຈົ້າ​ເອງ​ໄດ້​ຕາຍ​ຕໍ່​ຄວາມບາບ​ແລ້ວ ແຕ່​ມີຊີວິດ​ຢູ່​ເພື່ອ​ພຣະເຈົ້າ​ໃນ​ພຣະຄຣິດເຈົ້າເຢຊູ.


ບໍ່​ເປັນ​ຢ່າງນັ້ນ​ດອກ! ພວກເຮົາ​ເປັນ​ຜູ້​ທີ່​ໄດ້​ຕາຍ​ຕໍ່​ບາບກຳ​ນັ້ນ​ແລ້ວ; ພວກເຮົາ​ຈະ​ດຳເນີນຊີວິດ​ໃນ​ຄວາມບາບ​ນັ້ນ​ຕໍ່ໄປ​ໄດ້​ຢ່າງໃດ?


ເພາະວ່າ​ໂດຍ​ທາງ​ພຣະເຢຊູຄຣິດເຈົ້າ ກົດ​ຂອງ​ພຣະວິນຍານບໍລິສຸດເຈົ້າ​ອັນ​ເຮັດ​ໃຫ້​ມີ​ຊີວິດ​ນັ້ນ ໄດ້​ປົດປ່ອຍ​ເຈົ້າ​ໃຫ້​ເປັນ​ອິດສະຫລະ​ຈາກ​ກົດ​ຂອງ​ຄວາມບາບ ແລະ ຄວາມຕາຍ.


ດັ່ງນັ້ນ​ຈຶ່ງ​ມີ​ຖ້ອຍຄຳ​ຂຽນ​ໄວ້​ວ່າ: “ອາດາມ​ມະນຸດ​ຄົນ​ທຳອິດ​ໄດ້​ກາຍ​ເປັນ​ຜູ້​ມີຊີວິດ”; ສ່ວນ​ອາດາມ​ຄົນ​ສຸດທ້າຍ​ເປັນ​ວິນຍານ​ຜູ້​ໃຫ້​ຊີວິດ.


ຄົນ​ທີ່​ບໍ່​ມີ​ພຣະວິນຍານ ກໍ​ບໍ່​ສາມາດ​ຍອມຮັບ​ສິ່ງ​ທີ່​ມາ​ຈາກ​ພຣະວິນຍານ​ຂອງ​ພຣະເຈົ້າ​ໄດ້ ແຕ່​ພວກເຂົາ​ຖືວ່າ​ສິ່ງ​ເຫລົ່ານີ້​ເປັນ​ເລື່ອງ​ໂງ່ ແລະ ພວກເຂົາ​ບໍ່​ສາມາດ​ເຂົ້າໃຈ​ສິ່ງ​ເຫລົ່ານັ້ນ ເພາະວ່າ​ຕ້ອງ​ອາໄສ​ການໄຈ້ແຍກ​ຝ່າຍຈິດວິນຍານ​ຈຶ່ງ​ຈະ​ເຂົ້າໃຈ​ສິ່ງ​ເຫລົ່ານັ້ນ​ໄດ້.


ເພາະ​ຄວາມຮັກ​ຂອງ​ພຣະຄຣິດເຈົ້າ​ບັງຄັບ​ພວກເຮົາ​ຢູ່, ເພາະ​ພວກເຮົາ​ໝັ້ນໃຈ​ວ່າ​ຜູ້​ໜຶ່ງ​ໄດ້​ຕາຍ​ເພື່ອ​ຄົນ​ທັງປວງ ແລະ ເຫດສະນັ້ນ ຄົນ​ທັງປວງ​ຈຶ່ງ​ຕາຍ​ແລ້ວ.


ເພາະ​ພວກເຮົາ​ດຳເນີນຊີວິດ​ໂດຍ​ຄວາມເຊື່ອ, ບໍ່ແມ່ນ​ໂດຍ​ສິ່ງ​ທີ່​ເບິ່ງເຫັນ.


ເຮົາ​ໄດ້​ຖືກ​ຄຶງ​ໄວ້​ກັບ​ພຣະຄຣິດເຈົ້າ​ແລ້ວ ແລະ ເຮົາ​ຈຶ່ງ​ບໍ່​ມີຊີວິດ​ຢູ່​ຕໍ່ໄປ, ແຕ່​ພຣະຄຣິດເຈົ້າ​ມີຊີວິດ​ຢູ່​ໃນ​ເຮົາ. ຊີວິດ​ທີ່​ເຮົາ​ມີ​ຢູ່​ໃນ​ຮ່າງກາຍ​ນີ້ ເຮົາ​ດໍາເນີນຊີວິດ​ຢູ່​ໂດຍ​ຄວາມເຊື່ອ​ໃນ​ພຣະບຸດ​ຂອງ​ພຣະເຈົ້າ ຜູ້​ໄດ້​ຮັກ​ເຮົາ ແລະ ໄດ້​ມອບ​ພຣະອົງ​ເອງ​ເພື່ອ​ເຮົາ.


ແລະ ໄດ້​ກະທຳ​ໃຫ້​ທຸກຄົນ​ເຫັນ​ເຖິງ​ພາລະກິດ​ອັນ​ເລິກລັບ​ນີ້​ຢ່າງ​ຊັດເຈນ ເຊິ່ງ​ຕະຫລອດ​ຍຸກ​ທີ່​ຜ່ານມາ​ໄດ້​ຖືກ​ເຊື່ອງຊ້ອນ​ໄວ້​ໃນ​ພຣະເຈົ້າ, ຜູ້​ທີ່​ໄດ້​ສ້າງ​ສິ່ງ​ທັງປວງ.


ແລ້ວ​ສັນຕິສຸກ​ຂອງ​ພຣະເຈົ້າ​ທີ່​ເກີນ​ຄວາມເຂົ້າໃຈ​ທັງໝົດ​ຈະ​ເຝົ້າຮັກສາ​ຈິດໃຈ ແລະ ຄວາມຄິດ​ຂອງ​ພວກເຈົ້າ​ທັງຫລາຍ​ໄວ້​ໃນ​ພຣະຄຣິດເຈົ້າເຢຊູ.


ຄື​ຄວາມເຊື່ອ ແລະ ຄວາມຮັກ​ອັນ​ເກີດ​ຈາກ​ຄວາມຫວັງ​ທີ່​ສະສົມ​ໄວ້​ສຳລັບ​ພວກເຈົ້າ​ໃນ​ສະຫວັນ ແລະ ເຊິ່ງ​ພວກເຈົ້າ​ເຄີຍ​ໄດ້​ຍິນ​ມາ​ແລ້ວ​ໃນ​ຖ້ອຍຄຳ​ແຫ່ງ​ຄວາມຈິງ​ຂອງ​ຂ່າວປະເສີດ


ໃນ​ເມື່ອ​ພວກເຈົ້າ​ໄດ້​ຕາຍ​ກັບ​ພຣະຄຣິດເຈົ້າ ພົ້ນ​ຈາກ​ຫລັກການພື້ນຖານ​ຕ່າງໆ​ຂອງ​ໂລກ​ນີ້​ແລ້ວ, ເປັນຫຍັງ​ພວກເຈົ້າ​ຈຶ່ງ​ຍັງ​ເປັນ​ຂອງ​ຝ່າຍ​ໂລກ, ເປັນ​ຫຍັງ​ພວກເຈົ້າ​ຈຶ່ງ​ຍັງ​ປະຕິບັດ​ຕາມ​ກົດເກນ​ເຫລົ່ານີ້​ທີ່​ວ່າ:


ເຊິ່ງ​ຊັບສົມບັດ​ແຫ່ງ​ສະຕິປັນຍາ ແລະ ຄວາມຮູ້​ທັງໝົດ​ເຊື່ອງຊ້ອນ​ໄວ້​ໃນ​ພຣະອົງ.


ເມື່ອໃດ​ທີ່​ພຣະຄຣິດເຈົ້າ​ຜູ້​ເປັນ​ຊີວິດ​ຂອງ​ພວກເຈົ້າ​ມາ​ປາກົດ ເມື່ອນັ້ນ​ແຫລະ ພວກເຈົ້າ​ກໍ​ຈະ​ໄດ້​ມາ​ປາກົດ​ພ້ອມ​ກັບ​ພຣະອົງ​ໃນ​ສະຫງ່າລາສີ​ຂອງ​ພຣະອົງ.


ເຫດສະນັ້ນ ພຣະອົງ​ຈຶ່ງ​ສາມາດ​ຊ່ວຍ​ບັນດາ​ຜູ້​ທີ່​ມາ​ຫາ​ພຣະເຈົ້າ​ໂດຍ​ທາງ​ພຣະອົງ​ໄດ້​ຢ່າງ​ສົມບູນ ເພາະ​ພຣະອົງ​ມີຊີວິດ​ຢູ່​ເພື່ອ​ຈະ​ອ້ອນວອນ​ເພື່ອ​ພວກເຂົາ​ສະເໝີ.


ແຕ່​ໃຫ້​ເປັນ​ຄວາມງາມ​ທີ່​ຢູ່​ພາຍໃນ ຄື​ຄວາມງາມ​ທີ່​ບໍ່​ເສື່ອມສູນ​ຂອງ​ຈິດໃຈ​ທີ່​ອ່ອນນ້ອມ ແລະ ສະຫງົບ ເຊິ່ງ​ມີ​ຄຸນຄ່າ​ໃນ​ສາຍຕາ​ຂອງ​ພຣະເຈົ້າ​ຫລາຍ.


ຜົນ​ກໍ​ຄື, ພວກເຂົາ​ຈະ​ບໍ່​ດຳເນີນຊີວິດ​ທີ່​ເຫລືອ​ຢູ່​ໃນ​ໂລກ​ນີ້​ຕາມ​ຄວາມປາຖະໜາ​ຂອງ​ມະນຸດ ແຕ່​ຕາມ​ຄວາມ​ປະສົງ​ຂອງ​ພຣະເຈົ້າ.


ເພື່ອນ​ທີ່ຮັກ​ທັງຫລາຍ​ເອີຍ, ບັດນີ້​ພວກເຮົາ​ເປັນ​ລູກ​ຂອງ​ພຣະເຈົ້າ​ແລ້ວ ແລະ ພວກເຮົາ​ຈະ​ເປັນ​ຢ່າງໃດ​ນັ້ນ​ພວກເຮົາ​ຍັງ​ບໍ່​ທັນ​ຖືກ​ສະແດງ​ໃຫ້​ຮູ້. ແຕ່​ພວກເຮົາ​ຮູ້​ວ່າ​ເມື່ອ​ພຣະຄຣິດເຈົ້າ​ມາ​ປາກົດ, ພວກເຮົາ​ຈະ​ເປັນ​ເໝືອນ​ພຣະອົງ ເພາະ​ພວກເຮົາ​ຈະ​ເຫັນ​ພຣະອົງ​ຢ່າງ​ທີ່​ພຣະອົງ​ເປັນ.


ຜູ້ໃດ​ກໍ​ຕາມ​ມີ​ຫູ ກໍ​ຈົ່ງ​ໃຫ້​ພວກເຂົາ​ຟັງ​ສິ່ງ​ທີ່​ພຣະວິນຍານ​ກ່າວ​ແກ່​ຄຣິສຕະຈັກ​ທັງຫລາຍ. ຜູ້ໃດ​ໄດ້​ຮັບ​ໄຊຊະນະ​ເຮົາ​ຈະ​ໃຫ້​ມານາ​ທີ່​ເຊື່ອງ​ໄວ້ ແລະ ເຮົາ​ຈະ​ໃຫ້​ຫີນ​ຂາວ​ອັນ​ມີ​ຊື່​ໃໝ່​ຈາລຶກ​ໄວ້​ແກ່​ຜູ້​ນັ້ນ ເຊິ່ງ​ຜູ້​ທີ່​ໄດ້​ຮັບ​ເທົ່ານັ້ນ​ຈຶ່ງ​ຈະ​ຮູ້ຈັກ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka