Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂກໂລຊາຍ 3:2 - ພຣະຄຳພີລາວສະບັບສະໄໝໃໝ່

2 ຈົ່ງ​ໃຫ້​ຄວາມຄິດ​ຂອງ​ພວກເຈົ້າ​ຈົດຈໍ່​ຢູ່​ກັບ​ສິ່ງ​ທີ່​ຢູ່​ເບື້ອງເທິງ​ບໍ່​ແມ່ນ​ສິ່ງ​ທີ່​ຢູ່​ເທິງ​ແຜ່ນດິນໂລກ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

2 ຈົ່ງ​ເອົາໃຈໃສ່​ສິ່ງ​ທີ່​ຢູ່​ເບື້ອງ​ເທິງ ບໍ່ແມ່ນ​ສິ່ງ​ທີ່​ຢູ່​ແຜ່ນດິນ​ໂລກ​ນີ້.

Uka jalj uñjjattʼäta Copia luraña




ໂກໂລຊາຍ 3:2
20 Jak'a apnaqawi uñst'ayäwi  

ພຣະເຢຊູເຈົ້າ​ຈຶ່ງ​ຫັນ​ກັບ​ມາ ແລະ ກ່າວ​ກັບ​ເປໂຕ​ວ່າ, “ມານຊາຕານ​ເອີຍ! ຈົ່ງ​ຖອຍ​ໜີ​ໄປ​ຈາກ​ເຮົາ ເຈົ້າ​ເປັນ​ຫີນ​ໃຫ້​ເຮົາ​ສະດຸດ ເຈົ້າ​ບໍ່​ໄດ້​ມີ​ຄວາມຄິດ​ຫວ່ງໃຍ​ເໝືອນດັ່ງ​ພຣະເຈົ້າ ແຕ່​ມີ​ຄວາມຄິດ​ຫ່ວງໃຍ​ເໝືອນດັ່ງ​ມະນຸດ”.


“ຢ່າ​ສະສົມ​ຊັບສົມບັດ​ໄວ້​ສຳລັບ​ຕົນ​ເອງ​ໃນ​ໂລກ, ເຊິ່ງ​ເປັນ​ບ່ອນ​ທີ່​ມອດ ແລະ ຂີ້ໝ້ຽງ​ທຳລາຍ​ໄດ້ ແລະ ບ່ອນ​ທີ່​ໂຈນ​ງັດ​ເຂົ້າ​ໄປ​ລັກ​ເອົາ​ໄດ້.


ແລ້ວ​ພຣະອົງ​ຈຶ່ງ​ກ່າວ​ກັບ​ພວກເຂົາ​ວ່າ, “ຈົ່ງ​ລະວັງ​ໃຫ້​ດີ! ຈົ່ງ​ຮັກສາ​ໂຕ​ໄວ້​ໃຫ້​ພົ້ນ​ຈາກ​ຄວາມໂລບ​ທຸກ​ຢ່າງ, ເພາະ​ຊີວິດ​ຂອງ​ມະນຸດ​ບໍ່​ໄດ້​ຂຶ້ນ​ຢູ່​ກັບ​ຊັບສິ່ງຂອງ​ອັນ​ອຸດົມສົມບູນ”.


ດັ່ງນັ້ນ ຖ້າ​ພວກເຈົ້າ​ສັດຊື່​ໃນ​ເບິ່ງແຍງ​ຊັບສົມບັດ​ຝ່າຍ​ໂລກ​ບໍ່​ໄດ້, ຜູ້ໃດ​ຈະ​ໄວ້ໃຈ​ໃຫ້​ພວກເຈົ້າ​ເບິ່ງແຍງ​ຊັບສົມບັດ​ອັນ​ແທ້​ຈິງ?


ເຮົາ​ຍັງ​ລັງເລໃຈ​ຢູ່​ລະຫວ່າງ​ສອງ​ທາງ ເຮົາ​ປາຖະໜາ​ຢາກ​ຈາກ​ໄປ​ແລ້ວ​ຢູ່​ກັບ​ພຣະຄຣິດເຈົ້າ, ເຊິ່ງ​ປະເສີດ​ຫລາຍ​ກວ່າ,


ຖ້າ​ພວກເຈົ້າ​ໄດ້​ຮັບ​ການ​ເຮັດ​ໃຫ້​ເປັນຄືນມາ​ດ້ວຍ​ກັນ​ກັບ​ພຣະຄຣິດເຈົ້າ​ແລ້ວ ກໍ​ຈົ່ງ​ໃຫ້​ໃຈ​ຂອງ​ພວກເຈົ້າ​ຈົດຈໍ່​ກັບ​ສິ່ງ​ທີ່​ຢູ່​ເບື້ອງເທິງ ບ່ອນ​ທີ່​ພຣະຄຣິດເຈົ້າ​ນັ່ງ​ຢູ່​ເບື້ອງຂວາ​ມື​ຂອງ​ພຣະເຈົ້າ.


ເຫດສະນັ້ນ ຈົ່ງ​ຂ້າ​ຕັນຫາ​ຝ່າຍ​ໂລກ​ຂອງ​ພວກເຈົ້າ​ຄື: ການ​ຜິດສິນທຳທາງເພດ, ຄວາມ​ບໍ່ສະອາດ, ລາຄະຕັນຫາ, ຄວາມປາຖະໜາ​ຊົ່ວ ແລະ ຄວາມໂລບ ເຊິ່ງ​ເປັນ​ການຂາບໄຫວ້​ຮູບເຄົາລົບ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka