ໂກໂລຊາຍ 3:16 - ພຣະຄຳພີລາວສະບັບສະໄໝໃໝ່16 ຈົ່ງໃຫ້ພຣະຄຳຂອງພຣະຄຣິດເຈົ້າສະຖິດຢູ່ທ່າມກາງພວກເຈົ້າຢ່າງບໍລິບູນຂະນະທີ່ພວກເຈົ້າສັ່ງສອນ ແລະ ເຕືອນສະຕິກັນແລະກັນດ້ວຍປັນຍາທຸກຢ່າງ, ຈົ່ງຮ້ອງເພງດ້ວຍເພງສັນລະເສີນ, ເພງນະມັດສະການ ແລະ ບົດເພງຈາກພຣະວິນຍານ, ຈົ່ງຮ້ອງເພງຖວາຍແກ່ພຣະເຈົ້າດ້ວຍໃຈກະຕັນຍູຕໍ່ພຣະເຈົ້າ. Uka jalj uñjjattʼätaພຣະຄຳພີສັກສິ16 ຈົ່ງໃຫ້ພຣະທຳຂອງພຣະຄຣິດສະຖິດຢູ່ໃນໃຈຂອງພວກເຈົ້າຢ່າງບໍຣິບູນ ຈົ່ງສັ່ງສອນແລະເຕືອນສະຕິກັນແລະກັນ ດ້ວຍປັນຍາທຸກຢ່າງ ຈົ່ງຮ້ອງເພງດ້ວຍເພງຍ້ອງຍໍສັນລະເສີນ, ເພງນະມັດສະການ ແລະເພງຍ້ອງຍໍສັນລະເສີນຝ່າຍພຣະວິນຍານ ຄືຈົ່ງຮ້ອງເພງຖວາຍແດ່ພຣະເຈົ້າດ້ວຍໃຈໂມທະນາຂອບພຣະຄຸນ. Uka jalj uñjjattʼäta |
ລູກທີ່ຮັກທັງຫລາຍເອີຍ, ເຮົາຂຽນມາເຖິງພວກເຈົ້າ ເພາະພວກເຈົ້າໄດ້ຮູ້ຈັກພຣະບິດາເຈົ້າ. ພໍ່ທັງຫລາຍເອີຍ, ເຮົາຂຽນມາເຖິງພວກເຈົ້າ ເພາະພວກເຈົ້າໄດ້ຮູ້ຈັກພຣະອົງຜູ້ດຳລົງຢູ່ຕັ້ງແຕ່ປະຖົມມະການ. ຊາຍໜຸ່ມທັງຫລາຍເອີຍ, ເຮົາຂຽນມາເຖິງພວກເຈົ້າ ເພາະພວກເຈົ້າເຂັ້ມແຂງ ແລະ ຖ້ອຍຄຳຂອງພຣະເຈົ້າດຳລົງຢູ່ໃນພວກເຈົ້າ ແລະ ພວກເຈົ້າໄດ້ຊະນະມານຊົ່ວຮ້າຍແລ້ວ.
ສ່ວນພວກເຈົ້າທັງຫລາຍ, ການເຈີມທີ່ພວກເຈົ້າໄດ້ຮັບຈາກພຣະອົງກໍດຳລົງຢູ່ໃນພວກເຈົ້າ ແລະ ພວກເຈົ້າຈຶ່ງບໍ່ຈຳເປັນຕ້ອງມີຜູ້ໃດມາສອນພວກເຈົ້າ. ແຕ່ເພາະການເຈີມຂອງພຣະອົງສອນພວກເຈົ້າທຸກສິ່ງ ແລະ ການເຈີມນັ້ນກໍເປັນການເຈີມແທ້, ບໍ່ແມ່ນປອມແປງ ຈົ່ງດຳລົງຢູ່ໃນພຣະອົງຕາມທີ່ການເຈີມໄດ້ສອນພວກເຈົ້າໄວ້ແລ້ວ.
ແລ້ວຂ້າພະເຈົ້າໄດ້ໝອບລົງທີ່ຕີນຂອງເທວະດາເພື່ອນະມັດສະການເພິ່ນ. ແຕ່ເທວະດານັ້ນໄດ້ກ່າວແກ່ຂ້າພະເຈົ້າວ່າ, “ຢ່າເຮັດຢ່າງນີ້! ເຮົາເປັນເພື່ອນຮ່ວມຮັບໃຊ້ກັບທ່ານ ແລະ ຮ່ວມກັບພີ່ນ້ອງຂອງທ່ານທີ່ຢຶດໝັ້ນໃນຄຳພະຍານເລື່ອງຂອງພຣະເຢຊູເຈົ້າ. ຈົ່ງນະມັດສະການພຣະເຈົ້າ! ເພາະແມ່ນພຣະວິນຍານແຫ່ງການທຳນວາຍທີ່ເປັນພະຍານເລື່ອງພຣະເຢຊູເຈົ້າ”.