Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂກໂລຊາຍ 3:13 - ພຣະຄຳພີລາວສະບັບສະໄໝໃໝ່

13 ຈົ່ງ​ອົດທົນ​ຕໍ່​ກັນ ແລະ ຖ້າ​ຜູ້ໃດ​ມີ​ເລື່ອງ​ຕໍ່​ກັນ​ກໍ​ຈົ່ງ​ຍົກໂທດ​ໃຫ້​ກັນ, ຈົ່ງ​ຍົກໂທດ​ໃຫ້​ກັນ​ເໝືອນ​ທີ່​ອົງພຣະຜູ້ເປັນເຈົ້າ​ໄດ້​ຍົກໂທດ​ໃຫ້​ພວກເຈົ້າ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

13 ຈົ່ງ​ຜ່ອນໜັກ​ຜ່ອນເບົາ​ຊຶ່ງກັນແລະກັນ ແລະ​ຖ້າ​ແມ່ນ​ຜູ້ໃດ​ມີ​ເລື່ອງ​ຕໍ່ກັນ ກໍ​ຈົ່ງ​ຍົກໂທດ​ໃຫ້​ກັນແລະກັນ ອົງພຣະ​ຜູ້​ເປັນເຈົ້າ​ໄດ້​ຊົງ​ໂຜດ​ຍົກໂທດ​ໃຫ້​ເຈົ້າ​ທັງຫລາຍ​ຢ່າງ​ໃດ ພວກເຈົ້າ​ກໍ​ຈົ່ງ​ຍົກໂທດ​ໃຫ້​ກັນແລະກັນ​ຢ່າງ​ນັ້ນ​ດ້ວຍ.

Uka jalj uñjjattʼäta Copia luraña




ໂກໂລຊາຍ 3:13
25 Jak'a apnaqawi uñst'ayäwi  

ແຕ່​ເຮົາ​ບອກ​ພວກເຈົ້າ​ວ່າ, ຈົ່ງ​ຮັກ​ສັດຕູ​ຂອງ​ພວກເຈົ້າ ແລະ ອະທິຖານ​ເພື່ອ​ບັນດາ​ຜູ້​ທີ່​ຂົ່ມເຫັງ​ພວກເຈົ້າ,


ແລະ ຂໍ​ຍົກ​ໜີ້​ໃຫ້​ພວກ​ຂ້ານ້ອຍ, ເໝືອນ​ທີ່​ພວກ​ຂ້ານ້ອຍ​ໄດ້​ຍົກ​ໜີ້​ໃຫ້​ຜູ້​ທີ່​ເປັນ​ໜີ້​ພວກ​ຂ້ານ້ອຍ​ເໝືອນກັນ.


ແລະ ເມື່ອ​ພວກເຈົ້າ​ຢືນ​ອະທິຖານ, ຖ້າ​ພວກເຈົ້າ​ມີ​ເລື່ອງ​ກັບ​ຜູ້ໃດ​ຜູ້​ໜຶ່ງ ຈົ່ງ​ຍົກໂທດ​ໃຫ້​ພວກເຂົາ ເພື່ອ​ພຣະບິດາເຈົ້າ​ຂອງ​ພວກເຈົ້າ​ຜູ້​ສະຖິດ​ໃນ​ສະຫວັນ​ຈະ​ຍົກໂທດ​ບາບ​ຂອງ​ພວກເຈົ້າ”.


ຂໍ​ໂຜດ​ຍົກໂທດ​ຄວາມບາບ​ຂອງ​ພວກ​ຂ້ານ້ອຍ, ດ້ວຍວ່າ​ພວກ​ຂ້ານ້ອຍ​ໄດ້​ຍົກໂທດ​ໃຫ້​ທຸກຄົນ​ທີ່​ເຮັດ​ຜິດ​ບາບ​ຕໍ່​ພວກ​ຂ້ານ້ອຍ​ເໝືອນກັນ. ແລະ ຂໍ​ຢ່າ​ນຳ​ພວກ​ຂ້ານ້ອຍ​ເຂົ້າ​ໄປ​ໃນ​ການທົດລອງ’”.


ພຣະເຢຊູເຈົ້າ​ກ່າວ​ວ່າ, “ພຣະບິດາເຈົ້າ​ເອີຍ, ຂໍ​ຍົກໂທດ​ໃຫ້​ພວກເຂົາ ເພາະ​ພວກເຂົາ​ບໍ່​ຮູ້ຈັກ​ວ່າ​ພວກເຂົາ​ກຳລັງ​ເຮັດ​ຫຍັງ”. ແລ້ວ​ພວກເຂົາ​ໄດ້​ເອົາ​ເຄື່ອງນຸ່ງ​ຂອງ​ພຣະອົງ​ມາ​ຈັບສະຫລາກ​ແບ່ງປັນ​ກັນ.


ດັ່ງນັ້ນ, ຈົ່ງ​ຍອມຮັບ​ເຊິ່ງກັນແລະກັນ ເໝືອນດັ່ງ​ພຣະຄຣິດເຈົ້າ​ຍອມຮັບ​ພວກເຈົ້າ ເພື່ອ​ຈະ​ນຳ​ການ​ສັນລະເສີນ​ມາ​ຖວາຍ​ແກ່​ພຣະເຈົ້າ.


ຖ້າ​ພວກເຈົ້າ​ຍົກໂທດ​ໃຫ້​ຜູ້ໃດ ເຮົາ​ກໍ​ຈະ​ຍົກໂທດ​ໃຫ້​ຜູ້ນັ້ນ​ເໝືອນກັນ. ແລະ ຖ້າ​ມີ​ສິ່ງໃດ​ທີ່​ຈະ​ຕ້ອງ​ຍົກໂທດ ເຮົາ​ກໍ​ໄດ້​ຍົກໂທດ​ໃຫ້​ແລ້ວ​ໃນ​ສາຍ​ຕາ​ຂອງ​ພຣະຄຣິດເຈົ້າ​ເພາະ​ເຫັນແກ່​ພວກເຈົ້າ,


ໃນ​ຄວາມບໍລິສຸດ, ໃນ​ຄວາມເຂົ້າໃຈ, ໃນ​ຄວາມອົດທົນ ແລະ ໃນ​ຄວາມເມດຕາ, ໃນ​ພຣະວິນຍານບໍລິສຸດເຈົ້າ ແລະ ໃນ​ຄວາມຮັກ​ທີ່​ຈິງໃຈ;


ຈົ່ງ​ຊ່ວຍ​ຮັບ​ພາລະ​ຂອງ​ກັນແລະກັນ ແລະ ເມື່ອ​ເຮັດ​ວິທີ​ນີ້​ແລ້ວ ພວກເຈົ້າ​ກໍ​ຈະ​ປະຕິບັດ​ຕາມ​ກົດບັນຍັດ​ຂອງ​ພຣະຄຣິດເຈົ້າ.


ຈົ່ງ​ຖ່ອມຕົວລົງ ແລະ ສຸພາບອ່ອນໂຍນ​ໃນ​ທຸກດ້ານ; ຈົ່ງ​ອົດທົນ ແລະ ຜ່ອນໜັກ​ຜ່ອນເບົາ​ຕໍ່​ກັນແລະກັນ​ດ້ວຍ​ຄວາມຮັກ.


ຈົ່ງ​ເມດຕາ ແລະ ເຫັນໃຈ​ກັນແລະກັນ, ຍົກໂທດ​ໃຫ້​ກັນແລະກັນ, ເໝືອນດັ່ງ​ທີ່​ພຣະເຈົ້າ​ໄດ້​ຍົກໂທດ​ໃຫ້​ພວກເຈົ້າ​ໃນ​ພຣະຄິດເຈົ້າ.


ແລະ ຈົ່ງ​ເດີນ​ໃນ​ທາງ​ແຫ່ງ​ຄວາມຮັກ, ເໝືອນດັ່ງ​ທີ່​ພຣະຄຣິດເຈົ້າ​ໄດ້​ຮັກ​ພວກເຮົາ​ທັງຫລາຍ ແລະ ສະຫລະ​ພຣະອົງ​ເອງ​ເພື່ອ​ພວກເຮົາ​ໃຫ້​ເປັນ​ເຄື່ອງຖວາຍ​ທີ່​ມີ​ກິ່ນຫອມ ແລະ ຖວາຍບູຊາ​ແກ່​ພຣະເຈົ້າ.


ເຫດສະນັ້ນ, ໃນ​ຖານະ​ທີ່​ເປັນ​ຄົນ​ທີ່​ພຣະເຈົ້າ​ເລືອກ, ເປັນ​ຜູ້​ບໍລິສຸດ ແລະ ເປັນ​ທີ່ຮັກ​ຂອງ​ພຣະອົງ, ຈົ່ງ​ສວມ​ໂຕ​ເອງ​ດ້ວຍ​ຄວາມເມດຕາ, ຄວາມປານີ, ຄວາມຖ່ອມຕົວ, ຄວາມອ່ອນສຸພາບ ແລະ ຄວາມອົດທົນ.


ເພາະວ່າ​ການພິພາກສາ​ທີ່​ບໍ່ມີຄວາມເມດຕາ​ຈະ​ສະແດງ​ແກ່​ຜູ້​ທີ່​ບໍ່​ມີ​ຄວາມເມດຕາ. ຄວາມເມດຕາ​ມີ​ໄຊຊະນະ​ເໜືອ​ການພິພາກສາ!


ພຣະອົງ​ເອີ້ນ​ພວກເຈົ້າ​ມາ​ສູ່​ສະພາບ​ການ​ຢ່າງ​ນີ້​ແຫລະ ເພາະວ່າ​ພຣະຄຣິດເຈົ້າ​ໄດ້​ທົນທຸກ​ເພື່ອ​ພວກເຈົ້າ, ວາງ​ແບບຢ່າງ​ໄວ້​ໃຫ້​ພວກເຈົ້າ ເຊິ່ງ​ພວກເຈົ້າ​ຄວນ​ດຳເນີນ​ຕາມ​ຮອຍ​ຕີນ​ຂອງ​ພຣະອົງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka