Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂກໂລຊາຍ 3:12 - ພຣະຄຳພີລາວສະບັບສະໄໝໃໝ່

12 ເຫດສະນັ້ນ, ໃນ​ຖານະ​ທີ່​ເປັນ​ຄົນ​ທີ່​ພຣະເຈົ້າ​ເລືອກ, ເປັນ​ຜູ້​ບໍລິສຸດ ແລະ ເປັນ​ທີ່ຮັກ​ຂອງ​ພຣະອົງ, ຈົ່ງ​ສວມ​ໂຕ​ເອງ​ດ້ວຍ​ຄວາມເມດຕາ, ຄວາມປານີ, ຄວາມຖ່ອມຕົວ, ຄວາມອ່ອນສຸພາບ ແລະ ຄວາມອົດທົນ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

12 ເຫດສະນັ້ນ ໃນ​ຖານະ​ທີ່​ເປັນ​ພວກ ຊຶ່ງ​ພຣະເຈົ້າ​ຊົງ​ຮັກ​ແລະ​ຊົງ​ເລືອກ​ໄວ້ ໃຫ້​ເປັນ​ໄພ່ພົນ​ຂອງ​ພຣະອົງ ຈົ່ງ​ສວມ​ໃຈ​ເມດຕາ, ໃຈ​ປານີ, ໃຈ​ຖ່ອມລົງ, ໃຈ​ອ່ອນສຸພາບ, ໃຈ​ອົດທົນ​ດົນນານ.

Uka jalj uñjjattʼäta Copia luraña




ໂກໂລຊາຍ 3:12
50 Jak'a apnaqawi uñst'ayäwi  

“ຖ້າ​ວັນ​ເຫລົ່ານັ້ນ​ບໍ່​ໄດ້​ຖືກ​ຕັດ​ໃຫ້​ສັ້ນເຂົ້າ​ແລ້ວ ກໍ​ຈະ​ບໍ່​ມີ​ຄົນ​ໃດ​ພົ້ນ​ເລີຍ, ແຕ່​ເພື່ອ​ເຫັນ​ແກ່​ຜູ້​ທີ່​ໄດ້​ເລືອກ​ໄວ້​ນັ້ນ​ຈະ​ເຮັດ​ໃຫ້​ວັນ​ເຫລົ່ານັ້ນ​ສັ້ນ​ເຂົ້າ.


ດ້ວຍວ່າ ຈະ​ມີ​ພຣະຄຣິດ​ປອມ ແລະ ຜູ້ທຳນວາຍ​ປອມ​ປາກົດ​ຂຶ້ນ ພວກເຂົາ​ຈະ​ສະແດງ​ໝາຍສຳຄັນ ແລະ ການ​ອັດສະຈັນ​ອັນ​ຍິ່ງໃຫຍ່​ຫລາຍ​ປະການ, ຖ້າ​ເປັນ​ໄປ​ໄດ້​ຈະ​ຫລອກລວງ​ແມ່ນ​ແຕ່​ຜູ້​ທີ່​ໄດ້​ເລືອກ​ໄວ້.


ພຣະອົງ​ຈະ​ໃຊ້​ບັນດາ​ເທວະດາ​ຂອງ​ພຣະອົງ​ມາ​ພ້ອມ​ກັບ​ສຽງແກ​ດັງ​ກ້ອງສະໜັ່ນ, ເທວະດາ​ເຫລົ່ານັ້ນ​ຈະ​ຮວບຮວມ​ເອົາ​ຜູ້​ທີ່​ເລືອກ​ໄວ້​ຈາກ​ທັງ​ສີ່​ທິດ ຕັ້ງແຕ່​ສຸດ​ຂອບ​ຟ້າສະຫວັນ​ເບື້ອງ​ໜຶ່ງ​ຈົນ​ເຖິງ​ສຸດ​ຂອບ​ຟ້າສະຫວັນ​ອີກ​ເບື້ອງ​ໜຶ່ງ.


“ຖ້າ​ອົງພຣະຜູ້ເປັນເຈົ້າ​ບໍ່​ໄດ້​ຕັດ​ວັນ​ເຫລົ່ານັ້ນ​ໃຫ້​ສັ້ນເຂົ້າ​ແລ້ວ ກໍ​ຈະ​ບໍ່​ມີ​ຄົນ​ໃດ​ພົ້ນ​ເລີຍ. ແຕ່​ເພື່ອ​ເຫັນ​ແກ່​ຜູ້​ທີ່​ໄດ້​ເລືອກ​ໄວ້​ນັ້ນ, ຈະ​ເຮັດ​ໃຫ້​ວັນ​ເຫລົ່ານັ້ນ​ສັ້ນ​ເຂົ້າ.


ດ້ວຍວ່າ ຈະ​ມີ​ພຣະຄຣິດ​ປອມ ແລະ ຜູ້ທຳນວາຍ​ປອມ​ປາກົດ​ຂຶ້ນ. ພວກເຂົາ​ຈະ​ສະແດງ​ໝາຍສຳຄັນ ແລະ ການ​ອັດສະຈັນ​ຫລາຍ​ປະການ. ຖ້າ​ເປັນ​ໄປ​ໄດ້​ຈະ​ຫລອກລວງ​ແມ່ນ​ແຕ່​ຜູ້​ທີ່​ໄດ້​ເລືອກ​ໄວ້.


ແລະ ພຣະອົງ​ຈະ​ໃຊ້​ບັນດາ​ເທວະດາ​ຂອງ​ພຣະອົງ​ອອກ​ໄປ​ເພື່ອ​ຮວບຮວມ​ເອົາ​ຜູ້​ທີ່​ເລືອກ​ໄວ້​ຈາກ​ທັງ​ສີ່​ທິດ, ຕັ້ງແຕ່​ທີ່ສຸດປາຍ​ແຜ່ນດິນໂລກ​ຈົນ​ເຖິງ​ທີ່ສຸດປາຍ​ຟ້າສະຫວັນ.


ເພາະ​ໂດຍ​ຄວາມ​ເມດຕາ​ອັນ​ອ່ອນໂຍນ​ຂອງ​ພຣະເຈົ້າ​ຂອງ​ພວກເຮົາ, ແສງ​ສະຫວ່າງ​ໃນ​ຍາມ​ຮຸ່ງເຊົ້າ​ຈາກ​ສະຫວັນ​ຈະ​ມາ​ຫາ​ພວກເຮົາ


ແລ້ວ​ພຣະເຈົ້າ​ຈະ​ບໍ່​ໃຫ້​ຄວາມຍຸຕິທຳ​ແກ່​ຜູ້​ທີ່​ພຣະອົງ​ເລືອກ​ໄວ້ ຜູ້​ທີ່​ຮ້ອງຂໍ​ພຣະອົງ​ທັງ​ກາງເວັນ ແລະ ກາງຄືນ​ບໍ? ພຣະອົງ​ຈະ​ສືບຕໍ່​ຊັກຊ້າ​ໃນ​ການ​ໃຫ້​ຄວາມຍຸຕິທຳ​ແກ່​ພວກເຂົາ​ຢູ່​ບໍ?


ເຖິງ​ທຸກ​ຄົນ​ທີ່​ຢູ່​ໃນ​ນະຄອນ​ໂຣມ ຜູ້​ທີ່​ພຣະເຈົ້າ​ຮັກ ແລະ ໄດ້​ເອີ້ນ​ໃຫ້​ເປັນ​ຄົນ​ບໍລິສຸດ​ຂອງ​ພຣະອົງ: ຂໍ​ໃຫ້​ພຣະຄຸນ ແລະ ສັນຕິສຸກ​ທີ່​ມາ​ຈາກ​ພຣະເຈົ້າ ພຣະບິດາເຈົ້າ​ຂອງ​ເຮົາ ແລະ ຈາກ​ພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າ ຈົ່ງ​ມີ​ແກ່​ພວກເຈົ້າ​ທັງຫລາຍ.


ແຕ່​ຈົ່ງ​ປະດັບ​ກາຍ​ດ້ວຍ​ພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າ ແລະ ຢ່າ​ຄິດ​ຈັດຫາ​ອັນໃດ​ເພື່ອ​ສະໜອງ​ຄວາມປາຖະໜາ​ຂອງ​ທຳມະຊາດ​ບາບ.


ແຕ່​ກ່ອນ​ທີ່​ລູກແຝດ​ນັ້ນ​ຈະ​ເກີດ​ມາ ຫລື ກ່ອນ​ທີ່​ພວກເຂົາ​ຈະ​ເຮັດ​ສິ່ງ​ດີ ຫລື ສິ່ງ​ຊົ່ວ​ອັນໃດ, ກໍ​ເພື່ອ​ວ່າ​ຄວາມ​ປະສົງ​ຂອງ​ພຣະເຈົ້າ​ໃນ​ການ​ເລືອກ​ນັ້ນ​ຈະ​ຕັ້ງໝັ້ນຄົງ​ຢູ່


ຄວາມຮັກ​ຄື​ຄວາມອົດທົນ, ຄວາມຮັກ​ຄື​ຄວາມເມດຕາ, ຄວາມຮັກ​ບໍ່​ອິດສາ, ບໍ່​ໂອ້ອວດ, ບໍ່​ຈອງຫອງ,


ໃນ​ຄວາມບໍລິສຸດ, ໃນ​ຄວາມເຂົ້າໃຈ, ໃນ​ຄວາມອົດທົນ ແລະ ໃນ​ຄວາມເມດຕາ, ໃນ​ພຣະວິນຍານບໍລິສຸດເຈົ້າ ແລະ ໃນ​ຄວາມຮັກ​ທີ່​ຈິງໃຈ;


ເພາະວ່າ​ໃນ​ພຣະຄຣິດເຈົ້າເຢຊູ​ການ​ຮັບ​ພິທີຕັດ ຫລື ບໍ່​ຮັບ​ພິທີຕັດ​ນັ້ນ​ກໍ​ບໍ່​ມີຄ່າ​ອັນໃດ. ສິ່ງ​ດຽວ​ທີ່​ສຳຄັນ​ຄື​ຄວາມເຊື່ອ​ທີ່​ສະແດງ​ອອກ​ດ້ວຍ​ຄວາມຮັກ.


ເພາະ​ພຣະອົງ​ໄດ້​ເລືອກ​ພວກເຮົາ​ໄວ້​ໃນ​ພຣະອົງ​ກ່ອນ​ການ​ສ້າງ​ໂລກ​ເພື່ອ​ພວກເຮົາ​ຈະ​ບໍລິສຸດ ແລະ ບໍ່ມີຕຳໜິ​ຕໍ່​ສາຍຕາ​ຂອງ​ພຣະອົງ. ໃນ​ຄວາມຮັກ​ນັ້ນ


ຈົ່ງ​ຖ່ອມຕົວລົງ ແລະ ສຸພາບອ່ອນໂຍນ​ໃນ​ທຸກດ້ານ; ຈົ່ງ​ອົດທົນ ແລະ ຜ່ອນໜັກ​ຜ່ອນເບົາ​ຕໍ່​ກັນແລະກັນ​ດ້ວຍ​ຄວາມຮັກ.


ແລະ ເພື່ອ​ສວມ​ສະພາບ​ມະນຸດ​ໃໝ່, ເຊິ່ງ​ຖືກ​ສ້າງຂຶ້ນ​ໃຫ້​ເປັນ​ເໝືອນ​ພຣະເຈົ້າ​ໃນ​ຄວາມຊອບທຳ ແລະ ຄວາມບໍລິສຸດ​ທີ່​ແທ້ຈິງ.


ຈົ່ງ​ເມດຕາ ແລະ ເຫັນໃຈ​ກັນແລະກັນ, ຍົກໂທດ​ໃຫ້​ກັນແລະກັນ, ເໝືອນດັ່ງ​ທີ່​ພຣະເຈົ້າ​ໄດ້​ຍົກໂທດ​ໃຫ້​ພວກເຈົ້າ​ໃນ​ພຣະຄິດເຈົ້າ.


ພຣະເຈົ້າ​ເປັນ​ພະຍານ​ໄດ້​ວ່າ​ເຮົາ​ປາຖະໜາ​ຈະ​ພົບ​ພວກເຈົ້າ​ດ້ວຍ​ຄວາມຮັກ​ຂອງ​ພຣະຄຣິດເຈົ້າເຢຊູ​ຫລາຍ​ຂະໜາດ​ໃດ.


ແລະ ສວມ​ສະພາບ​ມະນຸດ​ຄົນ​ໃໝ່ ເຊິ່ງ​ພຣະເຈົ້າ​ກຳລັງ​ສ້າງ​ຂຶ້ນ​ໃໝ່​ຕາມ​ແບບ​ລັກສະນະ​ຂອງ​ພຣະ​ຜູ້ສ້າງ​ເພື່ອ​ໃຫ້​ພວກເຈົ້າ​ຮູ້ຈັກ​ພຣະອົງ​ຫລາຍຂຶ້ນ.


ຢ່າ​ໃຫ້​ມີ​ຜູ້ໃດ​ເຮັດຊົ່ວ​ຕອບແທນ​ການຊົ່ວ, ແຕ່​ຈົ່ງ​ພະຍາຍາມ​ເຮັດດີ​ຕໍ່​ກັນແລະກັນ ແລະ ເຮັດ​ດີ​ຕໍ່​ທຸກ​ຄົນ​ສະເໝີ.


ພຣະອົງ​ໄດ້​ໄຖ່​ພວກເຮົາ​ໃຫ້​ພົ້ນ ແລະ ໄດ້​ເອີ້ນ​ພວກເຮົາ​ມາ​ສູ່​ຊີວິດ​ທີ່​ບໍລິສຸດ ບໍ່​ແມ່ນ​ເພາະ​ການກະທຳ​ໃດໆ​ທີ່​ພວກເຮົາ​ໄດ້​ເຮັດ ແຕ່​ເພາະ​ປະສົງ ແລະ ພຣະຄຸນ​ຂອງ​ພຣະອົງ​ເອງ. ພຣະຄຸນ​ນີ້​ໄດ້​ມອບໃຫ້​ແກ່​ພວກເຮົາ​ໃນ​ພຣະຄຣິດເຈົ້າເຢຊູ​ຕັ້ງແຕ່​ກ່ອນ​ຈຸດເລີ່ມຕົ້ນ​ຂອງ​ເວລາ.


ເຫດສະນັ້ນ ເຮົາ​ຈຶ່ງ​ຍອມ​ອົດທົນ​ທຸກຢ່າງ​ເພື່ອ​ເຫັນ​ແກ່​ຜູ້​ທີ່​ເລືອກ​ໄວ້, ເພື່ອ​ວ່າ​ພວກເຂົາ​ຈະ​ໄດ້​ຮັບ​ຄວາມພົ້ນ ເຊິ່ງ​ມີ​ຢູ່​ໃນ​ພຣະຄຣິດເຈົ້າເຢຊູ​ພ້ອມດ້ວຍ​ສະຫງ່າລາສີ​ນິລັນດອນ.


ຈົດໝາຍ​ສະບັບ​ນີ້​ຈາກ​ເຮົາ​ໂປໂລ ຜູ້ຮັບໃຊ້​ຂອງ​ພຣະເຈົ້າ ແລະ ອັກຄະສາວົກ​ຂອງ​ພຣະເຢຊູຄຣິດເຈົ້າ ເພື່ອ​ຄວາມເຊື່ອ​ຂອງ​ຜູ້​ທີ່​ພຣະເຈົ້າ​ໄດ້​ເລືອກ ແລະ ເພື່ອ​ຄວາມຮູ້​ເຖິງ​ຄວາມຈິງ​ອັນ​ນໍາ​ໄປ​ສູ່​ທາງ​ພຣະເຈົ້າ


ເປັນ​ຜູ້​ທີ່​ໄດ້​ເລືອກ​ໄວ້​ຕາມ​ທີ່​ພຣະເຈົ້າ​ພຣະບິດາເຈົ້າ​ຮູ້​ລ່ວງ​ໜ້າ​ແລ້ວ​ຜ່ານທາງ​ການຊຳລະ​ໃຫ້​ບໍລິສຸດ​ຂອງ​ພຣະວິນຍານ, ເພື່ອ​ໃຫ້​ເຊື່ອຟັງ​ພຣະເຢຊູຄຣິດເຈົ້າ ແລະ ໄດ້​ຮັບ​ການຊິດໃສ່​ດ້ວຍ​ໂລຫິດ​ຂອງ​ພຣະອົງ: ຂໍ​ໃຫ້​ພຣະຄຸນ ແລະ ສັນຕິສຸກ​ຈົ່ງ​ມີ​ແກ່​ພວກເຈົ້າ​ຢ່າງ​ລົ້ນເຫລືອ.


ເຫດສະນັ້ນ ພີ່ນ້ອງ​ທັງຫລາຍ​ຂອງ​ເຮົາ​ເອີຍ, ຈົ່ງ​ພະຍາຍາມ​ເຮັດ​ທຸກ​ວິທີ​ເພື່ອ​ຢືນຢັນ​ໃນ​ການ​ເອີ້ນ ແລະ ເລືອກ​ຂອງ​ພວກເຈົ້າ​ນັ້ນ. ເພາະວ່າ​ຖ້າ​ພວກເຈົ້າ​ເຮັດ​ຢ່າງ​ນັ້ນ​ແລ້ວ​ພວກເຈົ້າ​ກໍ​ຈະ​ບໍ່​ສະດຸດ​ລົ້ມລົງ​ຈັກເທື່ອ


ພວກເຮົາ​ຮັກ​ກໍ​ເພາະ​ພຣະອົງ​ໄດ້​ຮັກ​ພວກເຮົາ​ກ່ອນ.


ບັນດາ​ລູກ​ຂອງ​ນ້ອງສາວ​ຂອງ​ພວກເຈົ້າ ຜູ້​ທີ່​ໄດ້​ເລືອກ​ໄວ້​ນັ້ນ​ກໍ​ຝາກ​ຄວາມຄິດເຖິງ​ມາ​ຍັງ​ພວກເຈົ້າ.


ພວກເຂົາ​ຈະ​ສູ້ຮົບ​ກັບ​ລູກແກະ​ຂອງ​ພຣະເຈົ້າ, ແຕ່​ລູກແກະ​ຂອງ​ພຣະເຈົ້າ​ຈະ​ຊະນະ​ພວກເຂົາ​ເພາະ​ພຣະອົງ​ເປັນ​ອົງພຣະຜູ້ເປັນເຈົ້າ​ເໜືອ​ເຈົ້ານາຍ​ທັງຫລາຍ ແລະ ເປັນ​ກະສັດ​ເໜືອ​ກະສັດ​ທັງຫລາຍ ແລະ ບັນດາ​ຄົນ​ທີ່​ຢູ່​ກັບ​ພຣະອົງ​ເປັນ​ຜູ້​ທີ່​ພຣະອົງ​ໄດ້​ເອີ້ນ, ເລືອກ​ໄວ້ ແລະ ເປັນ​ຜູ້ຕິດຕາມ​ທີ່​ສັດຊື່​ຂອງ​ພຣະອົງ”.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka