ໂກໂລຊາຍ 3:1 - ພຣະຄຳພີລາວສະບັບສະໄໝໃໝ່1 ຖ້າພວກເຈົ້າໄດ້ຮັບການເຮັດໃຫ້ເປັນຄືນມາດ້ວຍກັນກັບພຣະຄຣິດເຈົ້າແລ້ວ ກໍຈົ່ງໃຫ້ໃຈຂອງພວກເຈົ້າຈົດຈໍ່ກັບສິ່ງທີ່ຢູ່ເບື້ອງເທິງ ບ່ອນທີ່ພຣະຄຣິດເຈົ້ານັ່ງຢູ່ເບື້ອງຂວາມືຂອງພຣະເຈົ້າ. Uka jalj uñjjattʼätaພຣະຄຳພີສັກສິ1 ຖ້າເຈົ້າທັງຫລາຍຮັບການຊົງບັນດານໃຫ້ຄືນມາດ້ວຍກັນກັບພຣະຄຣິດແລ້ວ ກໍຈົ່ງສະແຫວງຫາສິ່ງຊຶ່ງຢູ່ເບື້ອງເທິງ ຄືບ່ອນທີ່ພຣະຄຣິດຊົງສະຖິດຢູ່ ຊົງປະທັບເບື້ອງຂວາຂອງພຣະເຈົ້າ. Uka jalj uñjjattʼäta |
ໃຫ້ພວກເຮົາປັກຕາເບິ່ງທີ່ພຣະເຢຊູເຈົ້າ, ພຣະອົງເປັນຜູ້ບຸກເບີກຄວາມເຊື່ອ ແລະ ເປັນຜູ້ເຮັດໃຫ້ຄວາມເຊື່ອສົມບູນ. ເພາະເຫັນແກ່ຄວາມຍິນດີທີ່ຕັ້ງໄວ້ຢູ່ຕໍ່ໜ້າພຣະອົງ ພຣະອົງຈຶ່ງໄດ້ອົດທົນຕໍ່ໄມ້ກາງແຂນ ແລະ ບໍ່ໃສ່ໃຈໃນຄວາມອັບອາຍຂອງໄມ້ກາງແຂນ ແລະ ໄດ້ນັ່ງລົງທີ່ເບື້ອງຂວາຂອງບັນລັງຂອງພຣະເຈົ້າ.