Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂກໂລຊາຍ 2:9 - ພຣະຄຳພີລາວສະບັບສະໄໝໃໝ່

9 ເພາະ​ໃນ​ພຣະຄຣິດເຈົ້າ​ນັ້ນ ລັກສະນະ​ທັງໝົດ​ຂອງ​ພຣະເຈົ້າ​ກໍ​ດໍາລົງ​ຢູ່​ຢ່າງ​ເຕັມ​ບໍລິບູນ​ໃນ​ກາຍ​ຂອງ​ພຣະອົງ

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

9 ດ້ວຍວ່າ ສະພາບ​ຂອງ​ພຣະອົງ ກໍ​ດຳລົງ​ຢູ່​ໃນ​ພຣະກາຍ​ຢ່າງ​ເຕັມ​ບໍລິບູນ.

Uka jalj uñjjattʼäta Copia luraña




ໂກໂລຊາຍ 2:9
20 Jak'a apnaqawi uñst'ayäwi  

“ສາວບໍລິສຸດ​ຄົນ​ໜຶ່ງ​ຈະ​ຖືພາ​ແລ້ວ​ເກີດ​ລູກຊາຍ​ຄົນ​ໜຶ່ງ ແລະ ພວກເຂົາ​ຈະ​ເອີ້ນ​ທ່ານ​ວ່າ​ເອມານູເອນ” (ເຊິ່ງ​ມີ​ຄວາມໝາຍ​ວ່າ “ພຣະເຈົ້າ​ຢູ່​ກັບ​ພວກເຮົາ”).


“ຜູ້ຮັບໃຊ້​ຕອບ​ວ່າ, ‘ທ່ານ​ເອີຍ, ຂ້ານ້ອຍ​ໄດ້​ປະຕິບັດ​ຕາມ​ທີ່​ທ່ານ​ສັ່ງ​ແລ້ວ ແຕ່​ກໍ​ຍັງ​ມີ​ບ່ອນ​ຫວ່າງ​ຢູ່’.


ແລະ ພຣະວິນຍານບໍລິສຸດເຈົ້າ​ໃນ​ຮູບຮ່າງ​ເໝືອນ​ນົກເຂົາ​ລົງ​ມາ​ຢູ່​ເທິງ​ພຣະອົງ ແລ້ວ​ມີ​ສຽງ​ໜຶ່ງ​ດັງ​ມາ​ຈາກ​ສະຫວັນ​ວ່າ: “ທ່ານ​ເປັນ​ບຸດ​ຂອງ​ເຮົາ, ຜູ້​ທີ່​ເຮົາ​ຮັກ; ເຮົາ​ພໍໃຈ​ທ່ານ​ຫລາຍ”.


ພຣະທຳ​ໄດ້​ມາ​ບັງເກີດ​ເປັນ​ມະນຸດ ແລະ ສະຖິດ​ຢູ່​ທ່າມກາງ​ພວກເຮົາ​ທັງຫລາຍ. ພວກເຮົາ​ໄດ້​ເຫັນ​ສະຫງ່າລາສີ​ຂອງ​ພຣະອົງ ຄື​ສະຫງ່າລາສີ​ຂອງ​ພຣະບຸດ​ອົງ​ດຽວ, ຜູ້​ທີ່​ມາ​ຈາກ​ພຣະບິດາເຈົ້າ, ພຣະອົງ​ຜູ້​ເຕັມ​ດ້ວຍ​ພຣະຄຸນ ແລະ ຄວາມຈິງ.


ພວກເຮົາ​ທຸກຄົນ​ໄດ້​ຮັບ​ພຣະຄຸນ​ຊ້ອນ​ພຣະຄຸນ​ຈາກ​ຄວາມບໍລິບູນ​ຂອງ​ພຣະອົງ​ແລ້ວ.


ເຮົາ​ກັບ​ພຣະບິດາເຈົ້າ​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັນ”.


ແຕ່​ຖ້າ​ເຮົາ​ເຮັດ​ພາລະກິດ​ນັ້ນ, ເຖິງແມ່ນວ່າ​ພວກເຈົ້າ​ບໍ່​ເຊື່ອ​ເຮົາ​ກໍ​ຕາມ, ແຕ່​ຈົ່ງ​ເຊື່ອ​ໃນ​ພາລະກິດ​ນັ້ນ ເພື່ອ​ພວກເຈົ້າ​ຈະ​ໄດ້​ຮູ້ຈັກ ແລະ ເຂົ້າໃຈ​ວ່າ​ພຣະບິດາເຈົ້າ​ຢູ່​ໃນ​ເຮົາ ແລະ ເຮົາ​ຢູ່​ໃນ​ພຣະບິດາເຈົ້າ”.


ໃນ​ວັນ​ນັ້ນ ພວກເຈົ້າ​ຈະ​ຮູ້​ວ່າ​ເຮົາ​ຢູ່​ໃນ​ພຣະບິດາເຈົ້າ​ຂອງ​ເຮົາ ແລະ ພວກເຈົ້າ​ຢູ່​ໃນ​ເຮົາ ແລະ ເຮົາ​ຢູ່​ໃນ​ພວກເຈົ້າ.


ເພື່ອ​ພວກເຂົາ​ທັງໝົດ​ຈະ​ເປັນ​ອັນໜຶ່ງອັນດຽວກັນ, ພຣະບິດາເຈົ້າ​ເອີຍ, ພຣະອົງ​ຢູ່​ໃນ​ຂ້ານ້ອຍ ແລະ ຂ້ານ້ອຍ​ຢູ່​ໃນ​ພຣະອົງ​ຢ່າງໃດ ກໍ​ຂໍ​ໃຫ້​ພວກເຂົາ​ຢູ່​ໃນ​ພຣະອົງ ແລະ ຢູ່​ໃນ​ຂ້ານ້ອຍ​ຢ່າງນັ້ນ​ເໝືອນກັນ ເພື່ອ​ໂລກ​ຈະ​ໄດ້​ເຊື່ອ​ວ່າ​ແມ່ນ​ພຣະອົງ​ທີ່​ໃຊ້​ຂ້ານ້ອຍ​ມາ.


ແຕ່​ວິຫານ​ທີ່​ພຣະອົງ​ກ່າວ​ເຖິງ​ນັ້ນ​ຄື​ຮ່າງກາຍ​ຂອງ​ພຣະອົງ.


“ເຫດສະນັ້ນ ໃນ​ເມື່ອ​ພວກເຮົາ​ເປັນ​ເຊື້ອສາຍ​ຂອງ​ພຣະເຈົ້າ ພວກເຮົາ​ກໍ​ບໍ່​ຄວນ​ຄິດ​ວ່າ​ພຣະເຈົ້າ​ເປັນ​ຄຳ, ເປັນ​ເງິນ ຫລື ເປັນ​ຫີນ ເປັນ​ຮູບ​ປັ້ນ​ທີ່​ມະນຸດ​ອອກແບບ ແລະ ສ້າງ​ຂຶ້ນ.


ຄື​ພຣະເຈົ້າ​ໄດ້​ໃຫ້​ໂລກ​ຄືນດີ​ກັນ​ກັບ​ພຣະອົງ​ໃນ​ພຣະຄຣິດເຈົ້າ, ບໍ່​ຖື​ໂທດ​ບາບ​ຂອງ​ມະນຸດ. ແລະ ພຣະອົງ​ມອບໝາຍ​ຂໍ້ຄວາມ​ແຫ່ງ​ການຄືນດີ​ນີ້​ໄວ້​ກັບ​ພວກເຮົາ.


ເພາະວ່າ​ພຣະເຈົ້າ​ພໍໃຈ​ທີ່​ຈະ​ໃຫ້​ຄວາມບໍລິບູນ​ທັງໝົດ​ຂອງ​ພຣະອົງ​ສະຖິດ​ຢູ່​ໃນ​ພຣະບຸດ,


ຂໍ້​ເລິກລັບ​ແຫ່ງ​ທາງ​ຂອງ​ພຣະເຈົ້າ​ນັ້ນ​ຍິ່ງໃຫຍ່​ເໜືອ​ຂໍ້​ຂ້ອງ​ໃຈ​ທັງປວງ​ຄື: ພຣະອົງ​ໄດ້​ປາກົດ​ໃນ​ສະພາບ​ມະນຸດ ໄດ້​ຮັບ​ການພິສູດ​ໂດຍ​ພຣະວິນຍານ, ບັນດາ​ເທວະດາ​ກໍ​ໄດ້​ເຫັນ, ໄດ້​ຖືກ​ປະກາດ​ໃນ​ທ່າມກາງ​ປະຊາຊາດ, ຄົນ​ໃນ​ໂລກ​ໄດ້​ເຊື່ອ​ໃນ​ພຣະອົງ, ໄດ້​ຖືກ​ຮັບ​ຂຶ້ນ​ສູ່​ສະຫງ່າລາສີ.


ໃນ​ຂະນະ​ທີ່​ພວກເຮົາ​ກຳລັງ​ຄອຍຖ້າ​ຄວາມຫວັງ​ອັນ​ເຕັມ​ໄປ​ດ້ວຍ​ພອນ ຄື​ການ​ມາ​ປາກົດ​ຂອງ​ສະຫງ່າລາສີ​ຂອງ​ພຣະເຈົ້າ​ອົງ​ຍິ່ງໃຫຍ່ ແລະ ພຣະເຢຊູຄຣິດເຈົ້າ​ອົງ​ພຣະຜູ້ຊ່ວຍໃຫ້ພົ້ນ​ຂອງ​ພວກເຮົາ,


ພວກເຮົາ​ກໍ​ຮູ້​ເໝືອນກັນ​ວ່າ​ພຣະບຸດ​ຂອງ​ພຣະເຈົ້າ​ໄດ້​ມາ ແລະ ໄດ້​ໃຫ້​ຄວາມເຂົ້າໃຈ​ແກ່​ພວກເຮົາ, ເພື່ອ​ວ່າ​ພວກເຮົາ​ຈະ​ຮູ້ຈັກ​ພຣະອົງ​ຜູ້​ເປັນ​ອົງ​ທ່ຽງແທ້. ແລະ ພວກເຮົາ​ກໍ​ຢູ່​ໃນ​ພຣະອົງ​ຜູ້​ທ່ຽງແທ້ ຄື​ຢູ່​ໃນ​ພຣະເຢຊູຄຣິດເຈົ້າ​ພຣະບຸດ​ຂອງ​ພຣະອົງ. ພຣະອົງ​ເປັນ​ພຣະເຈົ້າ​ອົງ​ທ່ຽງແທ້ ແລະ ເປັນ​ຊີວິດ​ນິລັນດອນ.


ເພາະ​ມີ​ສາມ​ສິ່ງ​ທີ່​ເປັນພະຍານ​ຄື:


Jiwasaru arktasipxañani:

Anuncios ukanaka


Anuncios ukanaka