ໂກໂລຊາຍ 2:8 - ພຣະຄຳພີລາວສະບັບສະໄໝໃໝ່8 ຈົ່ງລະວັງໃຫ້ດີ ຢ່າໃຫ້ຜູ້ໃດຈັບພວກເຈົ້າໄປເປັນຊະເລີຍດ້ວຍປັດຊະຍາອັນບໍ່ມີແກ່ນສານ ແລະ ຫລອກລວງ ເຊິ່ງອາໄສປະເພນີຂອງມະນຸດທີ່ສືບທອດກັນມາ ແລະ ຫລັກການພື້ນຖານຕ່າງໆຂອງໂລກນີ້ແທນທີ່ຈະອາໄສພຣະຄຣິດເຈົ້າ. Uka jalj uñjjattʼätaພຣະຄຳພີສັກສິ8 ຈົ່ງລະວັງໃຫ້ດີ ຢ່າໃຫ້ຜູ້ໃດນຳພວກເຈົ້າຕົກໄປເປັນເຫຍື່ອຂອງສະຕິປັນຍາ ອັນຫລອກລວງແລະໄຮ້ສາລະ ຊຶ່ງມາຈາກຄຳສັ່ງສອນຂອງມະນຸດ ແລະມາຈາກສິ່ງສັກສິດແຫ່ງສາກົນຈັກກະວານ ແລະບໍ່ແມ່ນມາຈາກພຣະຄຣິດ. Uka jalj uñjjattʼäta |
ມີນັກປັດຊະຍາຂອງພວກເອປີກູຣຽວ ແລະ ພວກຊະໂຕອິກກຸ່ມໜຶ່ງມາໂຕ້ຕອບກັບໂປໂລດ້ວຍ. ບາງຄົນໃນພວກເຂົາຖາມວ່າ, “ນັກເວົ້າຄົນນີ້ພະຍາຍາມຈະເວົ້າຫຍັງ?” ຄົນອື່ນໆເວົ້າວ່າ, “ເບິ່ງຄືລາວຈະນຳພະຕ່າງດ້າວມາເຜີຍແຜ່”. ທີ່ພວກເຂົາເວົ້າຢ່າງນີ້ກໍເພາະໂປໂລປະກາດຂ່າວປະເສີດເລື່ອງພຣະເຢຊູເຈົ້າ ແລະ ການເປັນຄືນມາຈາກຕາຍ.