3 ເຊິ່ງຊັບສົມບັດແຫ່ງສະຕິປັນຍາ ແລະ ຄວາມຮູ້ທັງໝົດເຊື່ອງຊ້ອນໄວ້ໃນພຣະອົງ.
3 ຊຶ່ງຊັບສົມບັດແຫ່ງສະຕິປັນຍາ ແລະຄວາມຮູ້ທັງໝົດຊົງບັງຊ້ອນໄວ້ໃນພຣະອົງ.
“ດັ່ງນັ້ນ ຢ່າຢ້ານພວກເຂົາເລີຍ, ເພາະວ່າບໍ່ມີສິ່ງໃດທີ່ຖືກປິດບັງໄວ້ຈະບໍ່ໄດ້ຮັບການເປີດເຜີຍ, ຫລື ເຊື່ອງຊ້ອນໄວ້ຈະບໍ່ຖືກເປີດເຜີຍໃຫ້ຮູ້.
ເພາະດ້ວຍເຫດນີ້ ພຣະເຈົ້າຈຶ່ງກ່າວດ້ວຍປັນຍາຂອງພຣະອົງວ່າ, ‘ເຮົາຈະໃຊ້ພວກຜູ້ທຳນວາຍ ແລະ ພວກອັກຄະສາວົກໄປຫາພວກເຂົາ ເຊິ່ງບາງຄົນຈະຖືກພວກເຂົາຂ້າ ແລະ ບາງຄົນຈະຖືກພວກເຂົາຂົ່ມເຫັງ’.
ໂອ ຄວາມຮັ່ງມີແຫ່ງປັນຍາ ແລະ ຄວາມຮູ້ຂອງພຣະເຈົ້າກໍເລິກເຊິ່ງແທ້! ຂໍ້ຕັດສິນຂອງພຣະອົງນັ້ນກໍບໍ່ສາມາດຢັ່ງຮູ້ໄດ້ ແລະ ວິຖີທາງຂອງພຣະອົງກໍເກີນກວ່າຈະຄົ້ນຫາໄດ້!
ແຕ່ສຳລັບບັນດາຜູ້ທີ່ພຣະເຈົ້າເອີ້ນ, ທັງຊາວຢິວ ແລະ ຊາວກຣີກ, ພຣະຄຣິດເຈົ້າຄືລິດອຳນາດ ແລະ ປັນຍາຂອງພຣະເຈົ້າ.
ເພາະໂດຍພຣະອົງ ພວກເຈົ້າຈຶ່ງຢູ່ໃນພຣະຄຣິດເຈົ້າເຢຊູ ຜູ້ເປັນປັນຍາຈາກພຣະເຈົ້າເພື່ອເຮົາ ນັ້ນຄືເປັນຄວາມຊອບທຳ, ຄວາມບໍລິສຸດ ແລະ ການໄຖ່ຂອງພວກເຮົາ.
ເຊິ່ງພຣະອົງໄດ້ໃຫ້ແກ່ພວກເຮົາຢ່າງເຫລືອລົ້ນ. ດ້ວຍສະຕິປັນຍາ ແລະ ຄວາມເຂົ້າໃຈທັງປວງ,
ເພາະວ່າພຣະເຈົ້າພໍໃຈທີ່ຈະໃຫ້ຄວາມບໍລິບູນທັງໝົດຂອງພຣະອົງສະຖິດຢູ່ໃນພຣະບຸດ,
ພຣະອົງນັ້ນແຫລະທີ່ພວກເຮົາປະກາດ, ເຕືອນສະຕິ ແລະ ສັ່ງສອນທຸກຄົນດ້ວຍສະຕິປັນຍາທຸກຢ່າງ ເພື່ອວ່າພວກເຮົາຈະໄດ້ຖວາຍທຸກຄົນໃຫ້ເປັນຜູ້ໃຫຍ່ຄົບຖ້ວນໃນພຣະຄຣິດເຈົ້າ.
ດ້ວຍເຫດນີ້ ນັບຕັ້ງແຕ່ວັນທີ່ພວກເຮົາໄດ້ຍິນກ່ຽວກັບພວກເຈົ້າ ພວກເຮົາຈຶ່ງໄດ້ອະທິຖານເພື່ອພວກເຈົ້າຕະຫລອດມາບໍ່ເຄີຍຢຸດ. ພວກເຮົາໄດ້ສືບຕໍ່ຂໍພຣະເຈົ້າເຕີມເຕັມພວກເຈົ້າດ້ວຍຄວາມຮູ້ເຖິງຄວາມປະສົງຂອງພຣະອົງໂດຍຜ່ານທາງສະຕິປັນຍາ ແລະ ຄວາມເຂົ້າໃຈທຸກຢ່າງທີ່ມາຈາກພຣະວິນຍານ,
ຈົ່ງໃຫ້ພຣະຄຳຂອງພຣະຄຣິດເຈົ້າສະຖິດຢູ່ທ່າມກາງພວກເຈົ້າຢ່າງບໍລິບູນຂະນະທີ່ພວກເຈົ້າສັ່ງສອນ ແລະ ເຕືອນສະຕິກັນແລະກັນດ້ວຍປັນຍາທຸກຢ່າງ, ຈົ່ງຮ້ອງເພງດ້ວຍເພງສັນລະເສີນ, ເພງນະມັດສະການ ແລະ ບົດເພງຈາກພຣະວິນຍານ, ຈົ່ງຮ້ອງເພງຖວາຍແກ່ພຣະເຈົ້າດ້ວຍໃຈກະຕັນຍູຕໍ່ພຣະເຈົ້າ.
ດ້ວຍວ່າ ພວກເຈົ້າໄດ້ຕາຍແລ້ວ ແລະ ບັດນີ້ຊີວິດຂອງພວກເຈົ້າກໍຖືກເຊື່ອງຊ້ອນໄວ້ດ້ວຍກັນກັບພຣະຄຣິດເຈົ້າໃນພຣະເຈົ້າ.
ດ້ວຍເຫດນີ້, ພວກເຈົ້າຈົ່ງພະຍາຍາມທຸກວິທີທີ່ຈະເພີ່ມຄວາມດີເຂົ້າກັບຄວາມເຊື່ອຂອງພວກເຈົ້າ ແລະ ເພີ່ມຄວາມຮູ້ເຂົ້າກັບຄວາມດີ,
ຜູ້ໃດກໍຕາມມີຫູ ກໍຈົ່ງໃຫ້ພວກເຂົາຟັງສິ່ງທີ່ພຣະວິນຍານກ່າວແກ່ຄຣິສຕະຈັກທັງຫລາຍ. ຜູ້ໃດໄດ້ຮັບໄຊຊະນະເຮົາຈະໃຫ້ມານາທີ່ເຊື່ອງໄວ້ ແລະ ເຮົາຈະໃຫ້ຫີນຂາວອັນມີຊື່ໃໝ່ຈາລຶກໄວ້ແກ່ຜູ້ນັ້ນ ເຊິ່ງຜູ້ທີ່ໄດ້ຮັບເທົ່ານັ້ນຈຶ່ງຈະຮູ້ຈັກ.