Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂກໂລຊາຍ 2:16 - ພຣະຄຳພີລາວສະບັບສະໄໝໃໝ່

16 ເຫດສະນັ້ນ ຢ່າ​ໃຫ້​ຜູ້ໃດ​ຕັດສິນ​ພວກເຈົ້າ​ໃນ​ເລື່ອງ​ການກິນ ຫລື ການດື່ມ ຫລື ກ່ຽວກັບ​ວັນ​ເທດສະການ​ທາງ​ສາສະໜາ ຫລື ໃນ​ເລື່ອງ​ງານສະຫລອງ​ວັນ​ເດືອນ​ອອກ​ໃໝ່ ຫລື ໃນ​ເລື່ອງ​ວັນຊະບາໂຕ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

16 ເຫດສະນັ້ນ ຢ່າ​ໃຫ້​ຜູ້ໃດ​ກ່າວໂທດ​ພວກເຈົ້າ​ໃນ​ເລື່ອງ​ການ​ກິນການ​ດື່ມ ຫລື​ໃນ​ເລື່ອງ​ວັນ​ສຳຄັນ​ທາງ​ສາສະໜາ ຫລື​ໃນ​ເລື່ອງ​ງານ​ສະຫລອງ​ວັນ​ເດືອນ​ອອກ​ໃໝ່ ຫລື​ໃນ​ເລື່ອງ​ວັນ​ຊະບາໂຕ.

Uka jalj uñjjattʼäta Copia luraña




ໂກໂລຊາຍ 2:16
42 Jak'a apnaqawi uñst'ayäwi  

ບໍ່​ແມ່ນ​ສິ່ງ​ທີ່​ກິນ​ເຂົ້າ​ໄປ​ໃນ​ປາກ​ທີ່​ເຮັດ​ໃຫ້​ມະນຸດ ‘ເປັນມົນທິນ’ ແຕ່​ແມ່ນ​ສິ່ງ​ທີ່​ອອກ​ຈາກ​ປາກ​ຂອງ​ພວກເຂົາ​ນັ້ນ​ທີ່​ທີ່​ເຮັດ​ໃຫ້​ມະນຸດ ‘ເປັນມົນທິນ’”.


ເພາະວ່າ​ສິ່ງ​ນັ້ນ​ບໍ່​ໄດ້​ເຂົ້າ​ໄປ​ໃນ​ໃຈ​ຂອງ​ພວກເຂົາ ແຕ່​ເຂົ້າ​ໄປ​ໃນ​ທ້ອງ​ຂອງ​ພວກເຂົາ​ແລ້ວ​ກໍ​ຖ່າຍ​ອອກ​ມາ​ຈາກ​ຮ່າງກາຍ”. (ທີ່​ພຣະເຢຊູເຈົ້າ​ກ່າວ​ເຊັ່ນ​ນີ້​ເປັນ​ການປະກາດ​ວ່າ​ອາຫານ​ທຸກຊະນິດ “ປາດສະຈາກ​ມົນທິນ”.)


ແຕ່​ໃຫ້​ພວກເຮົາ​ຂຽນ​ໄປ​ຫາ​ພວກເຂົາ, ໂດຍ​ບອກ​ພວກເຂົາ​ໃຫ້​ລະເວັ້ນ​ຈາກ​ອາຫານ​ທີ່​ມີ​ມົນທິນ​ເພາະ​ຮູບເຄົາລົບ, ຈາກ​ການ​ຜິດສິນທຳ​ທາງ​ເພດ, ຈາກ​ການ​ກິນ​ຊີ້ນສັດ​ທີ່​ຖືກ​ຮັດ​ຄໍ​ຕາຍ ແລະ ຈາກ​ການ​ກິນ​ເລືອດ.


ແລ້ວ​ເປັນຫຍັງ ພວກເຈົ້າ​ຈຶ່ງ​ຕັດສິນ​ພີ່ນ້ອງ​ຂອງ​ຕົນ? ຫລື ເປັນຫຍັງ​ພວກເຈົ້າ​ຈຶ່ງ​ໝິ່ນປະໝາດ​ພີ່ນ້ອງ​ຂອງ​ຕົນ? ເພາະວ່າ ພວກເຮົາ​ທຸກ​ຄົນ​ຈະ​ຕ້ອງ​ຢືນ​ຢູ່​ຕໍ່ໜ້າ​ບັນລັງ​ພິພາກສາ​ຂອງ​ພຣະເຈົ້າ


ພວກເຈົ້າ​ທັງຫລາຍ​ກຳລັງ​ສັງເກດ​ວັນພິເສດ​ຕ່າງໆ, ເດືອນ​ຕ່າງໆ, ລະດູ​ຕ່າງໆ ແລະ ປີ​ຕ່າງໆ!


ໃນ​ເມື່ອ​ພວກເຈົ້າ​ໄດ້​ຕາຍ​ກັບ​ພຣະຄຣິດເຈົ້າ ພົ້ນ​ຈາກ​ຫລັກການພື້ນຖານ​ຕ່າງໆ​ຂອງ​ໂລກ​ນີ້​ແລ້ວ, ເປັນຫຍັງ​ພວກເຈົ້າ​ຈຶ່ງ​ຍັງ​ເປັນ​ຂອງ​ຝ່າຍ​ໂລກ, ເປັນ​ຫຍັງ​ພວກເຈົ້າ​ຈຶ່ງ​ຍັງ​ປະຕິບັດ​ຕາມ​ກົດເກນ​ເຫລົ່ານີ້​ທີ່​ວ່າ:


ຢ່າ​ຫລົງ​ໄປ​ກັບ​ບັນດາ​ຄຳສອນ​ແປກໆ​ທຸກ​ຊະນິດ. ເປັນ​ການ​ດີ​ທີ່​ຈະ​ໃຫ້​ຫົວໃຈ​ຂອງ​ພວກເຮົາ​ເຂັ້ມແຂງ​ຂຶ້ນ​ດ້ວຍ​ພຣະຄຸນ, ບໍ່​ແມ່ນ​ດ້ວຍ​ການ​ຮັບປະທານ​ອາຫານ​ຕາມ​ພິທີການ ເຊິ່ງ​ບໍ່​ມີ​ປະໂຫຍດ​ຫຍັງ​ແກ່​ບັນດາ​ຜູ້​ທີ່​ຮັບປະທານ.


ສິ່ງ​ເຫລົ່ານີ້​ເປັນ​ພຽງ​ເລື່ອງ​ຂອງ​ອາຫານ ແລະ ເຄື່ອງດື່ມ ແລະ ການຊຳລະ​ຕ່າງໆ​ຕາມ​ລະບຽບ​ພິທີ ເຊິ່ງ​ເປັນ​ຂໍ້ປະຕິບັດ​ພາຍນອກ​ຈົນ​ກວ່າ​ຈະ​ເຖິງ​ເວລາ​ຂອງ​ລະບົບ​ໃໝ່.


ພີ່ນ້ອງ​ທັງຫລາຍ​ເອີຍ, ຢ່າ​ໃສ່ຮ້າຍປ້າຍສີ​ກັນ, ຜູ້ໃດ​ທີ່​ກ່າວ​ຕໍ່ຕ້ານ​ພີ່ນ້ອງ ຫລື ຕັດສິນ​ພວກເຂົາ​ກໍ​ກ່າວ​ຕໍ່ຕ້ານ ແລະ ຕັດສິນ​ກົດບັນຍັດ. ເມື່ອ​ພວກເຈົ້າ​ຕັດສິນ​ກົດບັນຍັດ ພວກເຈົ້າ​ກໍ​ບໍ່​ໄດ້​ຖືຮັກສາ​ກົດບັນຍັດ​ນັ້ນ, ແຕ່​ຕັ້ງ​ຕົນເອງ​ເປັນ​ຜູ້ຕັດສິນ​ກົດບັນຍັດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka