Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂກໂລຊາຍ 2:12 - ພຣະຄຳພີລາວສະບັບສະໄໝໃໝ່

12 ພວກເຈົ້າ​ຖືກ​ຝັງ​ໄວ້​ກັບ​ພຣະອົງ​ໃນ​ພິທີບັບຕິສະມາ ແລະ ໃຫ້​ພວກເຈົ້າ​ເປັນຄືນມາຈາກຕາຍ​ດ້ວຍ​ກັນ​ກັບ​ພຣະອົງ​ຜ່ານ​ທາງ​ຄວາມເຊື່ອ​ຂອງ​ພວກເຈົ້າ​ໃນ​ການທຳງານ​ຂອງ​ພຣະເຈົ້າ​ຜູ້​ໃຫ້​ພຣະອົງ​ເປັນຄືນມາຈາກຕາຍ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

12 ແລະ ໄດ້​ຖືກ​ຝັງ​ໄວ້​ກັບ​ພຣະອົງ​ໃນ​ພິທີ​ບັບຕິສະມາ​ແລ້ວ ແລະ​ໃນ​ພິທີ​ນັ້ນ ພວກເຈົ້າ​ໄດ້​ຮັບ​ການ​ຊົງ​ບັນດານ​ໃຫ້​ຄືນ​ມາ​ດ້ວຍ​ກັນ​ກັບ​ພຣະອົງ ໂດຍ​ຄວາມເຊື່ອ​ໃນ​ຣິດເດດອຳນາດ​ຂອງ​ພຣະເຈົ້າ ຜູ້​ຊົງ​ບັນດານ​ໃຫ້​ພຣະອົງ​ຄືນພຣະຊົນ.

Uka jalj uñjjattʼäta Copia luraña




ໂກໂລຊາຍ 2:12
31 Jak'a apnaqawi uñst'ayäwi  

ພວກ​ອັກຄະສາວົກ​ເວົ້າ​ຕໍ່​ອົງພຣະຜູ້ເປັນເຈົ້າ​ວ່າ, “ຂໍ​ເພີ່ມເຕີມ​ຄວາມເຊື່ອ​ຂອງ​ພວກຂ້ານ້ອຍ​ດ້ວຍ!”


ເມື່ອ​ມາ​ຮອດ​ທີ່​ນັ້ນ, ພວກເພິ່ນ​ໄດ້​ເອີ້ນ​ເອົາ​ສະມາຊິກ​ໃນ​ຄຣິສຕະຈັກ​ມາ​ປະຊຸມ ແລະ ລາຍງານ​ທຸກສິ່ງ​ທີ່​ພຣະເຈົ້າ​ໄດ້​ກະທຳ​ຜ່ານ​ພວກເພິ່ນ ແລະ ວິທີ​ທີ່​ພຣະອົງ​ໄດ້​ເປີດ​ປະຕູ​ແຫ່ງ​ຄວາມເຊື່ອ​ໃຫ້​ແກ່​ບັນດາ​ຄົນຕ່າງຊາດ.


ແຕ່​ພຣະເຈົ້າ​ໄດ້​ເຮັດ​ໃຫ້​ພຣະອົງ​ເປັນຄືນມາຈາກຕາຍ ໄດ້​ປົດປ່ອຍ​ພຣະອົງ​ອອກ​ຈາກ​ຄວາມເຈັບປວດ, ອອກ​ຈາກ​ອຳນາດ​ແຫ່ງ​ຄວາມຕາຍ, ເພາະ​ຄວາມຕາຍ​ບໍ່​ສາມາດ​ຈະ​ກັກ​ຈ່ອງ​ພຣະອົງ​ໄວ້​ໄດ້.


ພຣະເຈົ້າ​ໃຫ້​ພຣະເຢຊູເຈົ້າ​ຜູ້​ນີ້​ໃຫ້​ເປັນຄືນມາຈາກຕາຍ ແລະ ພວກຂ້າພະເຈົ້າ​ທຸກຄົນ​ຕ່າງ​ກໍ​ເປັນ​ພະຍານ​ໃນ​ເລື່ອງ​ຄວາມຈິງ​ນີ້.


ແຕ່​ສຳລັບ​ພວກເຮົາ​ທັງຫລາຍ​ຜູ້​ທີ່​ພຣະເຈົ້າ​ຖືວ່າ​ເປັນ​ຜູ້ຊອບທຳ​ດ້ວຍ, ສຳລັບ​ພວກເຮົາ​ຜູ້​ທີ່​ເຊື່ອ​ໃນ​ພຣະອົງ​ຜູ້​ເຮັດ​ໃຫ້​ພຣະເຢຊູເຈົ້າ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ​ເປັນຄືນມາຈາກຕາຍ.


ດັ່ງນັ້ນ ພີ່ນ້ອງ​ທັງຫລາຍ​ຂອງ​ເຮົາ​ເອີຍ, ພວກເຈົ້າ​ກໍ​ເໝືອນກັນ​ໄດ້​ຕາຍ​ຈາກ​ກົດບັນຍັດ​ໂດຍ​ທາງ​ກາຍ​ຂອງ​ພຣະຄຣິດເຈົ້າ​ແລ້ວ, ເພື່ອ​ພວກເຈົ້າ​ຈະ​ຕົກ​ເປັນ​ຂອງ​ຜູ້​ໜຶ່ງ​ອີກ​ຄື ເປັນ​ຂອງ​ພຣະອົງ​ຜູ້​ທີ່​ເປັນຄືນມາຈາກຕາຍ ເພື່ອ​ວ່າ​ພວກເຮົາ​ຈະ​ເກີດຜົນ​ຖວາຍ​ແກ່​ພຣະເຈົ້າ.


ເພາະ​ພວກເຮົາ​ທັງໝົດ​ໄດ້​ຮັບ​ບັບຕິສະມາ​ໂດຍ​ພຣະວິນຍານ​ອົງ​ດຽວ​ເຂົ້າ​ເປັນ​ກາຍ​ດຽວ​ກັນ ບໍ່​ວ່າ​ພວກເຮົາ​ຈະ​ເປັນ​ຄົນຢິວ ຫລື ຄົນຕ່າງຊາດ, ຂ້າທາດ ຫລື ອິດສະຫລະ ແລະ ພວກເຮົາ​ທັງໝົດ​ກໍ​ໄດ້​ຮັບ​ພຣະວິນຍານ​ອົງ​ດຽວ​ກັນ.


ແຕ່​ພຣະຄຣິດເຈົ້າ​ໄດ້​ເປັນຄືນມາຈາກຕາຍ​ແທ້ຈິງ, ເປັນ​ຜົນທຳອິດ​ຂອງ​ບັນດາ​ຜູ້​ທີ່​ຫລັບ​ໄປ​ແລ້ວ​ນັ້ນ.


ເພາະ​ພວກເຈົ້າ​ທຸກຄົນ​ຜູ້​ທີ່​ໄດ້​ຮັບ​ບັບຕິສະມາ​ເຂົ້າສ່ວນ​ໃນ​ພຣະຄຣິດເຈົ້າ​ກໍ​ໄດ້​ຮົ່ມ​ກາຍ​ຂອງ​ຕົນເອງ​ດ້ວຍ​ພຣະຄຣິດເຈົ້າ.


ດ້ວຍວ່າ ພວກເຈົ້າ​ໄດ້​ຮັບ​ຄວາມພົ້ນ​ນັ້ນ​ກໍ​ໂດຍ​ພຣະຄຸນ​ຜ່ານ​ທາງ​ຄວາມເຊື່ອ ແລະ ຄວາມລອດພົ້ນ​ນີ້​ບໍ່​ໄດ້​ມາ​ຈາກ​ພວກເຈົ້າເອງ, ແຕ່​ເປັນ​ຂອງປະທານ​ຈາກ​ພຣະເຈົ້າ


ເພື່ອ​ວ່າ​ພຣະຄຣິດເຈົ້າ​ຈະ​ສະຖິດ​ຢູ່​ໃນ​ໃຈ​ຂອງ​ພວກເຈົ້າ​ໂດຍ​ທາງ​ຄວາມເຊື່ອ. ແລະ ເຮົາ​ອະທິຖານ​ວ່າ, ເມື່ອ​ພວກເຈົ້າ​ໄດ້​ວາງຮາກ​ລົງ ແລະ ຕັ້ງ​ໝັ້ນຄົງ​ໃນ​ຄວາມຮັກ​ແລ້ວ,


ເຮົາ​ໄດ້​ກາຍເປັນ​ຜູ້ຮັບໃຊ້​ຂອງ​ຂ່າວປະເສີດ​ນີ້​ໂດຍ​ຂອງປະທານ​ທີ່​ມາ​ຈາກ​ພຣະຄຸນ​ຂອງ​ພຣະເຈົ້າ​ທີ່​ໄດ້​ໃຫ້​ແກ່​ເຮົາ​ໂດຍ​ການທຳງານ​ແຫ່ງ​ລິດອຳນາດ​ຂອງ​ພຣະອົງ.


ມີ​ອົງພຣະຜູ້ເປັນເຈົ້າ​ອົງ​ດຽວ, ຄວາມເຊື່ອ​ດຽວ, ບັບຕິສະມາ​ດຽວ,


ດ້ວຍເຫດນີ້​ຈຶ່ງ​ມີ​ຄຳ​ກ່າວ​ວ່າ: “ຄົນ​ທີ່​ຫລັບ​ເອີຍ, ຈົ່ງ​ຕື່ນຂຶ້ນ, ຈົ່ງ​ຟື້ນຄືນ​ມາ​ຈາກ​ຄວາມຕາຍ, ແລະ ພຣະຄຣິດເຈົ້າ​ຈະ​ສ່ອງສະຫວ່າງ​ໃສ່​ເຈົ້າ”.


ເພາະ​ພຣະເຈົ້າ​ໄດ້​ໃຫ້​ສິດທິ​ພິເສດ​ແກ່​ພວກເຈົ້າ​ໃນ​ນາມ​ພຣະຄຣິດເຈົ້າ​ບໍ່​ແມ່ນ​ພຽງ​ໃຫ້​ພວກເຈົ້າ​ເຊື່ອ​ໃນ​ພຣະອົງ​ເທົ່ານັ້ນ, ແຕ່​ໃຫ້​ທົນທຸກ​ເພາະ​ເຫັນ​ແກ່​ພຣະອົງ​ດ້ວຍ,


ເພື່ອ​ຈຸດປະສົງ​ນີ້​ແຫລະ ເຮົາ​ຈຶ່ງ​ຕໍ່ສູ້​ຢ່າງ​ສຸດ​ກຳລັງ​ທັງໝົດ​ທີ່​ພຣະຄຣິດເຈົ້າ​ກຳລັງ​ທຳງານ​ຢ່າງ​ເຂັ້ມແຂງ​ໃນ​ໂຕ​ເຮົາ.


ເມື່ອ​ພວກເຈົ້າ​ໄດ້​ຕາຍ​ແລ້ວ​ໃນ​ຄວາມບາບ​ຂອງ​ພວກເຈົ້າ ແລະ ໃນ​ການ​ບໍ່​ໄດ້​ຮັບພິທີຕັດ​ຝ່າຍ​ເນື້ອກາຍ​ຂອງ​ພວກເຈົ້າ ພຣະເຈົ້າ​ໄດ້​ເຮັດ​ໃຫ້​ພວກເຈົ້າ​ມີຊີວິດ​ຢູ່​ກັບ​ພຣະຄຣິດເຈົ້າ, ພຣະອົງ​ໃຫ້​ອະໄພ​ຄວາມບາບ​ທັງໝົດ​ຂອງ​ພວກເຮົາ,


ໃຫ້​ພວກເຮົາ​ປັກຕາ​ເບິ່ງ​ທີ່​ພຣະເຢຊູເຈົ້າ, ພຣະອົງ​ເປັນ​ຜູ້​ບຸກເບີກ​ຄວາມເຊື່ອ ແລະ ເປັນ​ຜູ້​ເຮັດໃຫ້​ຄວາມເຊື່ອ​ສົມບູນ. ເພາະ​ເຫັນ​ແກ່​ຄວາມຍິນດີ​ທີ່​ຕັ້ງ​ໄວ້​ຢູ່​ຕໍ່ໜ້າ​ພຣະອົງ ພຣະອົງ​ຈຶ່ງ​ໄດ້​ອົດທົນ​ຕໍ່​ໄມ້ກາງແຂນ ແລະ ບໍ່​ໃສ່ໃຈ​ໃນ​ຄວາມອັບອາຍ​ຂອງ​ໄມ້ກາງແຂນ ແລະ ໄດ້​ນັ່ງ​ລົງ​ທີ່​ເບື້ອງຂວາ​ຂອງ​ບັນລັງ​ຂອງ​ພຣະເຈົ້າ.


ຄຳສອນ​ເລື່ອງ​ບັບຕິສະມາ, ເລື່ອງ​ການວາງມື, ເລື່ອງ​ການເປັນຄືນມາຈາກຕາຍ ແລະ ເລື່ອງ​ການພິພາກສາ​ລົງໂທດ​ເປັນນິດ.


ແລະ ນ້ຳ​ນີ້​ເປັນ​ສັນຍາລັກ​ການຮັບບັບຕິສະມາ ເຊິ່ງ​ບັດນີ້​ໄດ້​ຊ່ວຍ​ພວກເຈົ້າ​ທັງຫລາຍ​ໃຫ້​ລອດພົ້ນ​ເໝືອນກັນ ບໍ່​ແມ່ນ​ເປັນ​ການ​ກຳຈັດ​ສິ່ງ​ເປື້ອນເປິ​ອອກ​ຈາກ​ຮ່າງກາຍ ແຕ່​ເປັນ​ການ​ປະຕິຍານ​ຕໍ່​ພຣະເຈົ້າ​ວ່າ​ຈະ​ຮັກສາ​ຈິດສຳນຶກ​ທີ່​ດີ. ບັບຕິສະມາ​ໄດ້​ຊ່ວຍ​ພວກເຈົ້າ​ໃຫ້​ພົ້ນ​ໂດຍ​ການ​ເປັນຄືນມາຈາກຕາຍ​ຂອງ​ພຣະເຢຊູຄຣິດເຈົ້າ,


Jiwasaru arktasipxañani:

Anuncios ukanaka


Anuncios ukanaka