Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂກໂລຊາຍ 2:11 - ພຣະຄຳພີລາວສະບັບສະໄໝໃໝ່

11 ໃນ​ພຣະອົງ ພວກເຈົ້າ​ຍັງ​ໄດ້​ຮັບພິທີຕັດ​ແລ້ວ​ດ້ວຍ​ການ​ປະຖິ້ມ​ທຳມະຊາດບາບ ເປັນ​ພິທີຕັດ​ທີ່​ບໍ່​ໄດ້​ເຮັດ​ດ້ວຍ​ມື​ມະນຸດ​ແຕ່​ເຮັດ​ໂດຍ​ພຣະຄຣິດເຈົ້າ,

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

11 ໃນ​ພຣະອົງ​ນັ້ນ ພວກເຈົ້າ​ໄດ້​ຮັບ​ພິທີຕັດ​ແລ້ວ ບໍ່ແມ່ນ​ພິທີຕັດ​ທີ່​ເຮັດ​ໂດຍ​ມື​ມະນຸດ ແຕ່​ແມ່ນ​ພິທີຕັດ​ທີ່​ກະທຳ​ໂດຍ​ພຣະຄຣິດ ຊຶ່ງ​ເປັນ​ການ​ຊົງ​ໂຜດ​ໃຫ້​ພົ້ນ​ຈາກ​ກິເລດ​ຕັນຫາ​ຂອງ​ເນື້ອກາຍ​ນີ້.

Uka jalj uñjjattʼäta Copia luraña




ໂກໂລຊາຍ 2:11
22 Jak'a apnaqawi uñst'ayäwi  

“ພວກເຮົາ​ໄດ້​ຍິນ​ລາວ​ກ່າວ​ວ່າ, ‘ເຮົາ​ຈະ​ມ້າງ​ວິຫານ​ຫລັງ​ນີ້​ທີ່​ສ້າງຂຶ້ນ​ດ້ວຍ​ມື​ມະນຸດ ແລະ ໃນ​ສາມ​ວັນ​ເຮົາ​ຈະ​ສ້າງຂຶ້ນ​ໃໝ່ ເຊິ່ງ​ບໍ່​ໄດ້​ສ້າງ​ດ້ວຍ​ມື​ມະນຸດ’”.


ໃນ​ວັນ​ທີ​ແປດ ກໍ​ເຖິງ​ເວລາ​ທີ່​ເດັກນ້ອຍ​ຄົນ​ນັ້ນ​ຕ້ອງ​ຮັບ​ພິທີຕັດ, ເດັກນ້ອຍ​ຄົນ​ນັ້ນ​ມີ​ຊື່​ວ່າ​ເຢຊູ ຕາມ​ຊື່​ທີ່​ເທວະດາ​ໄດ້​ບອກ​ໄວ້​ກ່ອນ​ທີ່​ນາງ​ມາຣີ​ຍັງ​ບໍ່​ທັນ​ໄດ້​ຖືພາ.


“ພຣະເຈົ້າ​ຜູ້​ໄດ້​ສ້າງ​ໂລກ ແລະ ສິ່ງ​ທັງປວງ​ໃນ​ໂລກ ຄື​ອົງພຣະຜູ້ເປັນເຈົ້າ​ເໜືອ​ສະຫວັນ ແລະ ແຜ່ນດິນໂລກ, ພຣະອົງ​ບໍ່​ໄດ້​ອາໄສ​ຢູ່​ໃນ​ວິຫານ​ທີ່​ສ້າງ​ຂຶ້ນ​ດ້ວຍ​ມື​ມະນຸດ.


“ເຖິງ​ຢ່າງໃດ​ກໍ​ຕາມ, ອົງ​ຜູ້​ສູງສຸດ​ກໍ​ບໍ່​ໄດ້​ສະຖິດ​ຢູ່​ໃນ​ບ່ອນ​ທີ່​ມື​ມະນຸດ​ສ້າງ​ຂຶ້ນ. ຕາມ​ທີ່​ຜູ້ທຳນວາຍ​ໄດ້​ກ່າວ​ໄວ້​ວ່າ:


ແຕ່​ຄົນຢິວ​ແທ້​ຄື​ຄົນ​ທີ່​ເປັນ​ຢິວ​ພາຍໃນ ແລະ ການ​ຮັບພິທີຕັດ​ແທ້​ນັ້ນ​ຄື ການ​ຮັບພິທີຕັດ​ທາງ​ຈິດໃຈ​ໂດຍ​ທາງ​ພຣະວິນຍານບໍລິສຸດເຈົ້າ ບໍ່​ແມ່ນ​ເປັນ​ໄປ​ຕາມ​ຕົວອັກສອນ​ໃນ​ກົດບັນຍັດ ຄົນ​ຢ່າງນັ້ນ​ຮັບ​ຄຳສັນລະເສີນ​ຈາກ​ພຣະເຈົ້າ​ບໍ່​ແມ່ນ​ຈາກ​ມະນຸດ.


ເພາະ​ພວກເຮົາ​ຮູ້​ແລ້ວ​ວ່າ ຊີວິດ​ເກົ່າ​ຂອງ​ພວກເຮົາ​ຖືກ​ຄຶງ​ໄວ້​ກັບ​ພຣະອົງ​ແລ້ວ ເພື່ອ​ວ່າ​ກາຍ​ທີ່​ຖືກ​ຄອບຄອງ​ໂດຍ​ບາບ​ນັ້ນ​ຈະ​ຖືກ​ກຳຈັດ​ໄປ ເພື່ອ​ພວກເຮົາ​ຈະ​ບໍ່​ເປັນ​ຂ້າທາດ​ຂອງ​ຄວາມບາບ​ອີກ​ຕໍ່ໄປ


ເຮົາ​ເປັນ​ຄົນ​ທີ່​ໜ້າເວດທະນາ​ແທ້​ນໍ! ຜູ້ໃດ​ຈະ​ກອບກູ້​ເຮົາ​ໃຫ້​ລອດພົ້ນ​ຈາກ​ຮ່າງກາຍ​ແຫ່ງ​ຄວາມຕາຍ​ນີ້​ໄດ້?


ເພາະ​ພວກເຮົາ​ຮູ້​ແລ້ວ​ວ່າ ຖ້າ​ຫາກ​ເຕັນ​ຝ່າຍໂລກ​ນີ້​ທີ່​ພວກເຮົາ​ອາໄສ​ຢູ່​ນັ້ນ​ຖືກ​ທຳລາຍ​ລົງ ພວກເຮົາ​ກໍ​ມີ​ອາຄານ​ຈາກ​ພຣະເຈົ້າ ເປັນ​ບ້ານ​ນິລັນດອນ​ໃນ​ສະຫວັນ, ເຊິ່ງ​ບໍ່​ໄດ້​ສ້າງ​ຂຶ້ນ​ດ້ວຍ​ມື​ມະນຸດ.


ເຫດສະນັ້ນ ຖ້າ​ຜູ້ໃດ​ຢູ່ໃນ​ພຣະຄຣິດເຈົ້າ ການ​ສ້າງ​ໃໝ່​ກໍ​ໄດ້​ມາເຖິງ​ແລ້ວ: ສິ່ງ​ເກົ່າ​ໄດ້​ລ່ວງພົ້ນ​ໄປ ສິ່ງ​ໃໝ່​ກໍ​ຢູ່​ທີ່ນີ້!


ເຮົາ​ໄດ້​ຖືກ​ຄຶງ​ໄວ້​ກັບ​ພຣະຄຣິດເຈົ້າ​ແລ້ວ ແລະ ເຮົາ​ຈຶ່ງ​ບໍ່​ມີຊີວິດ​ຢູ່​ຕໍ່ໄປ, ແຕ່​ພຣະຄຣິດເຈົ້າ​ມີຊີວິດ​ຢູ່​ໃນ​ເຮົາ. ຊີວິດ​ທີ່​ເຮົາ​ມີ​ຢູ່​ໃນ​ຮ່າງກາຍ​ນີ້ ເຮົາ​ດໍາເນີນຊີວິດ​ຢູ່​ໂດຍ​ຄວາມເຊື່ອ​ໃນ​ພຣະບຸດ​ຂອງ​ພຣະເຈົ້າ ຜູ້​ໄດ້​ຮັກ​ເຮົາ ແລະ ໄດ້​ມອບ​ພຣະອົງ​ເອງ​ເພື່ອ​ເຮົາ.


ບັນດາ​ຜູ້​ທີ່​ຢູ່​ໃນ​ພຣະຄຣິດເຈົ້າເຢຊູ​ໄດ້​ຄຶງ​ເນື້ອໜັງ​ພ້ອມ​ກັບ​ຕັນຫາ ແລະ ຄວາມປາຖະໜາ​ໄວ້​ທີ່​ໄມ້ກາງແຂນ​ແລ້ວ.


ພວກເຈົ້າ​ໄດ້​ຖືກ​ສອນ​ກ່ຽວກັບ​ວິຖີຊີວິດ​ເກົ່າ​ຂອງ​ພວກເຈົ້າ, ໃຫ້​ຖອດຖິ້ມ​ສະພາບ​ມະນຸດ​ຄົນ​ເກົ່າ​ຂອງ​ພວກເຈົ້າ ເຊິ່ງ​ກຳລັງ​ຖືກ​ເຮັດ​ໃຫ້​ເສື່ອມເສຍ​ໄປ​ໂດຍ​ຄວາມ​ປາຖະໜາ​ອັນ​ລໍ້ລວງ​ຂອງ​ມັນ;


ເພາະວ່າ​ແມ່ນ​ພວກເຮົາ​ທີ່​ເປັນ​ຜູ້​ຖື​ພິທີຕັດ, ພວກເຮົາ​ເປັນ​ຜູ້ຮັບໃຊ້​ພຣະເຈົ້າ​ດ້ວຍ​ພຣະວິນຍານ​ຂອງ​ພຣະອົງ, ພວກເຮົາ​ເປັນ​ຜູ້​ອວດອ້າງ​ໃນ​ພຣະຄຣິດເຈົ້າເຢຊູ ແລະ ພວກເຮົາ​ບໍ່​ໄດ້​ໝັ້ນໃຈ​ໃນ​ຝ່າຍ​ເນື້ອໜັງ


ເຫດສະນັ້ນ ຈົ່ງ​ຂ້າ​ຕັນຫາ​ຝ່າຍ​ໂລກ​ຂອງ​ພວກເຈົ້າ​ຄື: ການ​ຜິດສິນທຳທາງເພດ, ຄວາມ​ບໍ່ສະອາດ, ລາຄະຕັນຫາ, ຄວາມປາຖະໜາ​ຊົ່ວ ແລະ ຄວາມໂລບ ເຊິ່ງ​ເປັນ​ການຂາບໄຫວ້​ຮູບເຄົາລົບ.


ແຕ່​ເມື່ອ​ພຣະຄຣິດເຈົ້າ​ມາ​ໃນ​ຖານະ​ມະຫາ​ປະໂລຫິດ​ຂອງ​ສິ່ງ​ປະເສີດ​ຕ່າງໆ ເຊິ່ງ​ບັດນີ້​ໄດ້​ມາ​ເຖິງ​ແລ້ວ, ພຣະອົງ​ຜ່ານ​ເຂົ້າ​ສູ່​ຫໍເຕັນ​ທີ່​ຍິ່ງໃຫຍ່​ກວ່າ ແລະ ສົມບູນ​ກວ່າ ເຊິ່ງ​ບໍ່​ໄດ້​ສ້າງ​ຂຶ້ນ​ດ້ວຍ​ມື​ມະນຸດ, ຄື​ບໍ່​ໄດ້​ເປັນ​ສ່ວນໜຶ່ງ​ຂອງ​ສິ່ງ​ທີ່​ສ້າງ​ນີ້.


ເພາະ​ພຣະຄຣິດເຈົ້າ​ບໍ່​ໄດ້​ເຂົ້າ​ສູ່​ສະຖານ​ນະມັດສະການ​ທີ່​ມະນຸດ​ສ້າງ​ຂຶ້ນ ເຊິ່ງ​ເປັນ​ພຽງ​ແບບຈຳລອງ​ມາ​ຈາກ​ຂອງ​ແທ້, ພຣະອົງ​ເຂົ້າ​ສູ່​ສະຫວັນ​ໂດຍ​ກົງ, ບັດນີ້ ໄດ້​ປາກົດ​ຢູ່​ຕໍ່ໜ້າ​ພຣະເຈົ້າ​ເພື່ອ​ພວກເຮົາ​ທັງຫລາຍ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka