Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂກໂລຊາຍ 1:9 - ພຣະຄຳພີລາວສະບັບສະໄໝໃໝ່

9 ດ້ວຍເຫດນີ້ ນັບ​ຕັ້ງແຕ່​ວັນ​ທີ່​ພວກເຮົາ​ໄດ້​ຍິນ​ກ່ຽວກັບ​ພວກເຈົ້າ ພວກເຮົາ​ຈຶ່ງ​ໄດ້​ອະທິຖານ​ເພື່ອ​ພວກເຈົ້າ​ຕະຫລອດ​ມາ​ບໍ່​ເຄີຍ​ຢຸດ. ພວກເຮົາ​ໄດ້​ສືບຕໍ່​ຂໍ​ພຣະເຈົ້າ​ເຕີມເຕັມ​ພວກເຈົ້າ​ດ້ວຍ​ຄວາມຮູ້​ເຖິງ​ຄວາມ​ປະສົງ​ຂອງ​ພຣະອົງ​ໂດຍ​ຜ່ານ​ທາງ​ສະຕິປັນຍາ ແລະ ຄວາມເຂົ້າໃຈ​ທຸກ​ຢ່າງ​ທີ່​ມາ​ຈາກ​ພຣະວິນຍານ,

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

9 ເພາະ​ເຫດ​ນີ້ ຕັ້ງແຕ່​ວັນ​ທີ່​ພວກເຮົາ​ໄດ້ຍິນ​ເຖິງ​ເລື່ອງ​ພວກເຈົ້າ ພວກເຮົາ​ຈຶ່ງ​ໄດ້​ພາວັນນາ​ອະທິຖານ​ເພື່ອ​ພວກເຈົ້າ​ສະເໝີ ພວກເຮົາ​ທູນ​ຂໍ​ພຣະເຈົ້າ​ໂຜດ​ໃຫ້​ພວກເຈົ້າ​ມີ​ຄວາມ​ຮອບຮູ້​ເຖິງ​ນໍ້າພຣະໄທ​ຂອງ​ພຣະອົງ ໃນ​ພຣະ​ປັນຍາ​ກັບ​ຄວາມ​ເຂົ້າໃຈ​ທຸກຢ່າງ ຊຶ່ງ​ມາ​ຈາກ​ພຣະວິນຍານ.

Uka jalj uñjjattʼäta Copia luraña




ໂກໂລຊາຍ 1:9
35 Jak'a apnaqawi uñst'ayäwi  

ຖ້າ​ຜູ້ໃດ​ເລືອກ​ທີ່​ຈະ​ເຮັດ​ຕາມ​ຄວາມ​ປະສົງ​ຂອງ​ພຣະເຈົ້າ ຜູ້​ນັ້ນ​ກໍ​ຈະ​ຮູ້​ວ່າ​ຄຳສອນ​ຂອງ​ເຮົາ​ມາ​ຈາກ​ພຣະເຈົ້າ ຫລື ວ່າ​ເຮົາ​ເວົ້າ​ເອົາ​ເອງ.


ດັ່ງນັ້ນ ເປໂຕ​ຈຶ່ງ​ຖືກ​ຄຸມຂັງ​ໄວ້​ຢູ່​ໃນ​ຄຸກ, ແຕ່​ຄຣິສຕະຈັກ​ໄດ້​ອະທິຖານ​ຕໍ່​ພຣະເຈົ້າ​ເພື່ອ​ເພິ່ນ​ດ້ວຍ​ໃຈ​ຮ້ອນຮົນ.


ຢ່າ​ດຳເນີນຊີວິດ​ເໝືອນ​ຢ່າງ​ຄົນ​ໃນ​ໂລກ​ນີ້ ແຕ່​ຈົ່ງ​ຮັບ​ການປ່ຽນແປງ​ຈິດໃຈ​ຂອງ​ພວກເຈົ້າ​ໃໝ່ ແລ້ວ​ພວກເຈົ້າ​ຈະ​ສາມາດ​ພິສູດ ແລະ ຢືນຢັນ​ໄດ້​ວ່າ​ສິ່ງໃດ​ຄື​ຄວາມ​ປະສົງ​ທີ່​ດີ, ເປັນ​ທີ່​ຍອມ​ຮັບ ແລະ ສົມບູນແບບ​ຂອງ​ພຣະເຈົ້າ.


ເພາະ​ໃນ​ພຣະອົງ​ນັ້ນ​ພວກເຈົ້າ​ໄດ້​ຮັບ​ຄວາມຈະເລີນ​ຂຶ້ນ​ໃນ​ທຸກດ້ານ ຄື​ດ້ວຍ​ວາຈາ​ທຸກ​ປະເພດ ແລະ ດ້ວຍ​ຄວາມຮູ້​ທຸກຢ່າງ​ຂອງ​ພວກເຈົ້າ


ເຊິ່ງ​ພຣະອົງ​ໄດ້​ໃຫ້​ແກ່​ພວກເຮົາ​ຢ່າງ​ເຫລືອລົ້ນ. ດ້ວຍ​ສະຕິປັນຍາ ແລະ ຄວາມເຂົ້າໃຈ​ທັງປວງ,


ແລະ ຈົ່ງ​ພິສູດ​ວ່າ​ອັນໃດ​ເປັນ​ທີ່​ອົງພຣະຜູ້ເປັນເຈົ້າ​ພໍໃຈ.


ເຫດສະນັ້ນ ຢ່າ​ເປັນ​ຄົນໂງ່ ແຕ່​ຈົ່ງ​ເຂົ້າໃຈ​ຄວາມ​ປະສົງ​ຂອງ​ອົງພຣະຜູ້ເປັນເຈົ້າ​ວ່າ​ເປັນ​ຢ່າງໃດ.


ບໍ່​ພຽງແຕ່​ເຊື່ອຟັງ​ນາຍ​ເມື່ອ​ຢູ່​ຕໍ່ໜ້າ​ເພື່ອ​ໃຫ້​ພວກເພິ່ນ​ພໍໃຈ​ເທົ່ານັ້ນ, ແຕ່​ໃຫ້​ເປັນ​ເໝືອນ​ຂ້າທາດ​ຂອງ​ພຣະຄຣິດເຈົ້າ ຄື​ເຮັດ​ຕາມ​ຄວາມ​ປະສົງ​ຂອງ​ພຣະເຈົ້າ​ຈາກ​ໃຈ​ຂອງ​ພວກເຈົ້າ.


ທຸກຄັ້ງ​ທີ່​ເຮົາ​ອະທິຖານ​ເພື່ອ​ພວກເຈົ້າ​ທຸກຄົນ ເຮົາ​ກໍ​ອະທິຖານ​ດ້ວຍ​ຄວາມຊື່ນຊົມຍິນດີ​ສະເໝີ


ທີ່​ໄດ້​ມາ​ເຖິງ​ພວກເຈົ້າ​ນັ້ນ. ໃນ​ທຳນອງ​ດຽວ​ກັນ​ນັ້ນ ຂ່າວປະເສີດ​ນີ້​ກໍ​ກຳລັງ​ເກີດຜົນ ແລະ ຂະຫຍາຍ​ໄປ​ທົ່ວ​ໂລກ ເໝືອນ​ທີ່​ກຳລັງ​ມີ​ຢູ່​ໃນ​ທ່າມກາງ​ພວກເຈົ້າ​ຕັ້ງແຕ່​ວັນ​ທີ່​ພວກເຈົ້າ​ໄດ້​ຍິນ​ຂ່າວປະເສີດ ແລະ ເຂົ້າໃຈ​ພຣະຄຸນ​ຂອງ​ພຣະເຈົ້າ​ຢ່າງ​ແທ້ຈິງ.


ຈົ່ງ​ໃຫ້​ພຣະຄຳ​ຂອງ​ພຣະຄຣິດເຈົ້າ​ສະຖິດ​ຢູ່​ທ່າມກາງ​ພວກເຈົ້າ​ຢ່າງ​ບໍລິບູນ​ຂະນະ​ທີ່​ພວກເຈົ້າ​ສັ່ງສອນ ແລະ ເຕືອນສະຕິ​ກັນແລະກັນ​ດ້ວຍ​ປັນຍາ​ທຸກຢ່າງ, ຈົ່ງ​ຮ້ອງເພງ​ດ້ວຍ​ເພງ​ສັນລະເສີນ, ເພງ​ນະມັດສະການ ແລະ ບົດເພງ​ຈາກ​ພຣະວິນຍານ, ຈົ່ງ​ຮ້ອງເພງ​ຖວາຍ​ແກ່​ພຣະເຈົ້າ​ດ້ວຍ​ໃຈ​ກະຕັນຍູ​ຕໍ່​ພຣະເຈົ້າ.


ເອປາຟາ ຜູ້​ເປັນ​ຄົນ​ໜຶ່ງ​ໃນ​ພວກເຈົ້າ ແລະ ເປັນ​ຜູ້ຮັບໃຊ້​ຂອງ​ພຣະຄຣິດເຈົ້າເຢຊູ​ກໍ​ຝາກ​ຄວາມຄິດເຖິງ​ມາ​ຍັງ​ພວກເຈົ້າ​ເໝືອນກັນ. ເພິ່ນ​ໄດ້​ປ້ຳສູ້​ອະທິຖານ​ເພື່ອ​ພວກເຈົ້າ​ຢູ່​ສະເໝີ ເພື່ອ​ໃຫ້​ພວກເຈົ້າ​ຕັ້ງ​ໝັ້ນຄົງ​ຢູ່​ໃນ​ຄວາມ​ປະສົງ​ຂອງ​ພຣະເຈົ້າ, ເປັນ​ຜູ້ໃຫຍ່ ແລະ ມີ​ຄວາມໝັ້ນໃຈ​ຢ່າງ​ເຕັມສ່ວນ.


ຈົ່ງ​ສະຫລາດ​ໃນ​ການ​ປະຕິບັດ​ຕໍ່​ຄົນ​ພາຍນອກ ຈົ່ງ​ໃຊ້​ທຸກ​ໂອກາດ​ໃຫ້​ເປັນ​ປະໂຫຍດ​ທີ່ສຸດ.


ຕໍ່ໜ້າ​ພຣະເຈົ້າ​ພຣະບິດາ​ຂອງ​ພວກເຮົາ ພວກເຮົາ​ໄດ້​ລະນຶກ​ເຖິງ​ການງານ​ຂອງ​ພວກເຈົ້າ​ອັນ​ເກີດ​ມາ​ຈາກ​ຄວາມເຊື່ອ, ການເຮັດວຽກ​ໜັກ​ຂອງ​ພວກເຈົ້າ​ທີ່​ເກີດ​ຈາກ​ຄວາມຮັກ ແລະ ຄວາມອົດທົນ​ຂອງ​ພວກເຈົ້າ​ທີ່​ໄດ້​ຮັບ​ແຮງບັນດານໃຈ​ມາ​ຈາກ​ຄວາມຫວັງ​ໃນ​ພຣະເຢຊູຄຣິດເຈົ້າ​ຜູ້​ເປັນ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ.


ຈົ່ງ​ອະທິຖານ​ຢູ່​ບໍ່​ຂາດ,


ໂດຍ​ຄຳນຶງ​ເຖິງ​ສິ່ງ​ນີ້ ພວກເຮົາ​ຈຶ່ງ​ອະທິຖານ​ເພື່ອ​ພວກເຈົ້າ​ຢູ່​ສະເໝີ ຂໍ​ໃຫ້​ພຣະເຈົ້າ​ຂອງ​ພວກເຮົາ​ນັບ​ວ່າ​ພວກເຈົ້າ​ສົມຄວນ​ກັບ​ການ​ເອີ້ນ​ຂອງ​ພຣະອົງ ແລະ ຂໍ​ໃຫ້​ທຸກ​ຄວາມປາຖະໜາ​ອັນ​ດີ​ຂອງ​ພວກເຈົ້າ ແລະ ທຸກ​ການກະທຳ​ທີ່​ເກີດ​ຈາກ​ຄວາມເຊື່ອ​ຂອງ​ພວກເຈົ້າ​ບັນລຸ​ຜົນສຳເລັດ​ໂດຍ​ລິດອຳນາດ​ຂອງ​ພຣະອົງ.


ເມື່ອ​ເຮົາ​ລະນຶກ​ເຖິງ​ເຈົ້າ​ໃນ​ຄຳອະທິຖານ ເຮົາ​ກໍ​ຂອບພະຄຸນ​ພຣະເຈົ້າ​ຢູ່​ສະເໝີ,


ເຮົາ​ອະທິຖານ​ຂໍ​ໃຫ້​ຄວາມເຊື່ອ​ທີ່​ພວກເຮົາ​ມີ​ຮ່ວມ​ກັນ​ຈະ​ເຮັດ​ໃຫ້​ເຈົ້າ​ເຂົ້າໃຈ​ຢ່າງ​ເລິກເຊິ່ງ​ເຖິງ​ສິ່ງ​ດີ​ທຸກຢ່າງ​ທີ່​ພວກເຮົາ​ມີ​ໃນ​ພຣະຄຣິດເຈົ້າ.


ພວກເຈົ້າ​ທັງຫລາຍ​ຈໍາເປັນ​ຕ້ອງ​ມີ​ຄວາມອົດທົນ​ເພື່ອ​ວ່າ​ເມື່ອ​ພວກເຈົ້າ​ໄດ້​ເຮັດ​ຕາມ​ຄວາມ​ປະສົງ​ຂອງ​ພຣະເຈົ້າ​ແລ້ວ, ພວກເຈົ້າ​ກໍ​ຈະ​ໄດ້​ຮັບ​ສິ່ງ​ທີ່​ພຣະອົງ​ໄດ້​ສັນຍາ​ໄວ້


ໃຫ້​ພວກເຈົ້າ​ທັງຫລາຍ​ມີ​ທຸກສິ່ງ​ທີ່​ດີ​ເພື່ອ​ຈະ​ເຮັດ​ຕາມ​ຄວາມ​ປະສົງ​ຂອງ​ພຣະອົງ ແລະ ຂໍ​ພຣະອົງ​ທຳງານ​ໃນ​ພວກເຮົາ​ທັງຫລາຍ​ຕາມ​ທີ່​ພຣະອົງ​ພໍໃຈ ໂດຍ​ທາງ​ພຣະເຢຊູຄຣິດເຈົ້າ, ຂໍ​ໃຫ້​ກຽດ​ຈົ່ງ​ມີ​ແກ່​ພຣະອົງ​ຕະຫລອດໄປ​ເປັນນິດ. ອາແມນ.


ຖ້າ​ຜູ້ໃດ​ໃນ​ພວກເຈົ້າ​ຂາດ​ສະຕິປັນຍາ ຜູ້​ນັ້ນ​ກໍ​ຈົ່ງ​ຂໍ​ຈາກ​ພຣະເຈົ້າ ຜູ້​ໃຫ້​ແກ່​ທຸກຄົນ​ດ້ວຍ​ໃຈກວ້າງຂວາງ​ໂດຍ​ບໍ່​ຕຳໜິ ແລ້ວ​ຜູ້​ນັ້ນ​ກໍ​ຈະ​ໄດ້​ຮັບ.


ແຕ່​ສະຕິປັນຍາ​ທີ່​ມາ​ຈາກ​ສະຫວັນ​ກ່ອນອື່ນ​ໝົດ​ນັ້ນ​ຄື​ບໍລິສຸດ, ຈາກ​ນັ້ນ​ຄື​ການ​ຮັກ​ສັນຕິສຸກ, ເຫັນອົກເຫັນໃຈ, ຍອມເຊື່ອຟັງ, ເຕັມ​ດ້ວຍ​ຄວາມເມດຕາ ແລະ ເກີດຜົນ​ດີ, ບໍ່​ລໍາອຽງ ແລະ ຈິງໃຈ.


ເພາະ​ເປັນ​ຄວາມ​ປະສົງ​ຂອງ​ພຣະເຈົ້າ​ທີ່​ຈະໃຫ້​ພວກເຈົ້າ​ລະງັບ​ຄຳເວົ້າ​ຂອງ​ຄົນໂງ່​ດ້ວຍ​ການ​ເຮັດດີ


ຜົນ​ກໍ​ຄື, ພວກເຂົາ​ຈະ​ບໍ່​ດຳເນີນຊີວິດ​ທີ່​ເຫລືອ​ຢູ່​ໃນ​ໂລກ​ນີ້​ຕາມ​ຄວາມປາຖະໜາ​ຂອງ​ມະນຸດ ແຕ່​ຕາມ​ຄວາມ​ປະສົງ​ຂອງ​ພຣະເຈົ້າ.


ໂລກ ແລະ ຄວາມປາຖະໜາ​ຕ່າງໆ​ຂອງ​ໂລກ​ກໍ​ເສື່ອມສູນ​ໄປ, ແຕ່​ຜູ້ໃດ​ກໍ​ຕາມ​ທີ່​ເຮັດ​ຕາມ​ຄວາມ​ປະສົງ​ຂອງ​ພຣະເຈົ້າ​ກໍ​ດຳລົງ​ຢູ່​ຕະຫລອດໄປ.


ພວກເຮົາ​ກໍ​ຮູ້​ເໝືອນກັນ​ວ່າ​ພຣະບຸດ​ຂອງ​ພຣະເຈົ້າ​ໄດ້​ມາ ແລະ ໄດ້​ໃຫ້​ຄວາມເຂົ້າໃຈ​ແກ່​ພວກເຮົາ, ເພື່ອ​ວ່າ​ພວກເຮົາ​ຈະ​ຮູ້ຈັກ​ພຣະອົງ​ຜູ້​ເປັນ​ອົງ​ທ່ຽງແທ້. ແລະ ພວກເຮົາ​ກໍ​ຢູ່​ໃນ​ພຣະອົງ​ຜູ້​ທ່ຽງແທ້ ຄື​ຢູ່​ໃນ​ພຣະເຢຊູຄຣິດເຈົ້າ​ພຣະບຸດ​ຂອງ​ພຣະອົງ. ພຣະອົງ​ເປັນ​ພຣະເຈົ້າ​ອົງ​ທ່ຽງແທ້ ແລະ ເປັນ​ຊີວິດ​ນິລັນດອນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka