ໂກໂລຊາຍ 1:6 - ພຣະຄຳພີລາວສະບັບສະໄໝໃໝ່6 ທີ່ໄດ້ມາເຖິງພວກເຈົ້ານັ້ນ. ໃນທຳນອງດຽວກັນນັ້ນ ຂ່າວປະເສີດນີ້ກໍກຳລັງເກີດຜົນ ແລະ ຂະຫຍາຍໄປທົ່ວໂລກ ເໝືອນທີ່ກຳລັງມີຢູ່ໃນທ່າມກາງພວກເຈົ້າຕັ້ງແຕ່ວັນທີ່ພວກເຈົ້າໄດ້ຍິນຂ່າວປະເສີດ ແລະ ເຂົ້າໃຈພຣະຄຸນຂອງພຣະເຈົ້າຢ່າງແທ້ຈິງ. Uka jalj uñjjattʼätaພຣະຄຳພີສັກສິ6 ຂ່າວປະເສີດສືບຕໍ່ນຳພຣະພອນມາສູ່ມະນຸດທັງປວງ ແລະແຜ່ຂະຫຍາຍໄປທົ່ວໂລກ ດັ່ງທີ່ມີໃນທ່າມກາງພວກເຈົ້າ ຕັ້ງແຕ່ວັນທີ່ພວກເຈົ້າໄດ້ຍິນເທື່ອທຳອິດ ເຖິງພຣະຄຸນຂອງພຣະເຈົ້າ ແລະຮຽນຮູ້ຮັບເອົາຕາມຄວາມຈິງນັ້ນ. Uka jalj uñjjattʼäta |
ແລະ ພວກເຮົາໄດ້ຂອບພຣະຄຸນພຣະເຈົ້າຢູ່ສະເໝີ ເພາະເມື່ອພວກເຈົ້າໄດ້ຮັບເອົາພຣະຄຳຂອງພຣະເຈົ້າ ເຊິ່ງພວກເຈົ້າໄດ້ຍິນຈາກພວກເຮົານັ້ນ ພວກເຈົ້າບໍ່ໄດ້ຮັບໄວ້ເໝືອນດັ່ງເປັນຖ້ອຍຄຳຂອງມະນຸດຜູ້ໜຶ່ງ ແຕ່ໄດ້ຮັບໄວ້ຕາມທີ່ເປັນຈິງຄື ເປັນພຣະຄຳຂອງພຣະເຈົ້າທີ່ກຳລັງທຳງານຢູ່ພາຍໃນພວກເຈົ້າທັງຫລາຍທີ່ເຊື່ອ.