ແລະ ບໍ່ພຽງແຕ່ໂດຍການມາຂອງຕີໂຕເທົ່ານັ້ນ ແຕ່ໂດຍການເລົ້າໂລມໃຈທີ່ພວກເຈົ້າທັງຫລາຍໄດ້ໃຫ້ກັບຕີໂຕອີກດ້ວຍ. ຕີໂຕໄດ້ບອກພວກເຮົາວ່າພວກເຈົ້າປາຖະໜາຢາກຈະພົບເຮົາ, ຄວາມຮູ້ສຶກເສຍໃຈຫລາຍຂອງພວກເຈົ້າ ແລະ ຄວາມຫ່ວງໃຍອັນແຮງກ້າຂອງພວກເຈົ້າທີ່ມີຕໍ່ເຮົາ ຈຶ່ງເຮັດໃຫ້ຄວາມຊື່ນຊົມຍິນດີຂອງເຮົາຫລາຍຂຶ້ນກວ່າເກົ່າອີກ.