ໂກໂລຊາຍ 1:23 - ພຣະຄຳພີລາວສະບັບສະໄໝໃໝ່23 ຖ້າພວກເຈົ້າດໍາເນີນຕໍ່ໄປໃນຄວາມເຊື່ອຂອງພວກເຈົ້າ ເຊິ່ງໄດ້ວາງຮາກລົງຢ່າງໝັ້ນຄົງ ແລະ ຖາວອນແລ້ວ ຢ່າໄດ້ໜີຈາກຄວາມຫວັງທີ່ມີຢູ່ໃນຂ່າວປະເສີດ. ນີ້ແມ່ນຂ່າວປະເສີດທີ່ພວກເຈົ້າໄດ້ຍິນ ແລະ ໄດ້ປະກາດແກ່ທຸກຊີວິດທີ່ຢູ່ໃຕ້ສະຫວັນ ແລະ ເຮົາຄືໂປໂລໄດ້ກາຍເປັນຜູ້ຮັບໃຊ້. Uka jalj uñjjattʼätaພຣະຄຳພີສັກສິ23 ແຕ່ພວກເຈົ້າຕ້ອງຕັ້ງໝັ້ນຢູ່ໃນຄວາມເຊື່ອ ເທິງຮາກຖານອັນໝັ້ນຄົງແລະຖາວອນ ຢ່າໄດ້ໜີຈາກຄວາມຫວັງທີ່ພວກເຈົ້າມີ ເມື່ອໄດ້ຍິນຂ່າວປະເສີດແລ້ວນັ້ນ ແມ່ນຂ່າວປະເສີດນັ້ນແຫຼະ ທີ່ໄດ້ແຜ່ຂະຫຍາຍໄປສູ່ມວນມະນຸດທົ່ວໃຕ້ຟ້າ ຊຶ່ງເຮົາຄືໂປໂລ ໄດ້ກາຍເປັນຜູ້ຮັບໃຊ້ໃນການປະກາດຂ່າວປະເສີດນັ້ນ. Uka jalj uñjjattʼäta |
ສ່ວນພວກເຈົ້າທັງຫລາຍ, ການເຈີມທີ່ພວກເຈົ້າໄດ້ຮັບຈາກພຣະອົງກໍດຳລົງຢູ່ໃນພວກເຈົ້າ ແລະ ພວກເຈົ້າຈຶ່ງບໍ່ຈຳເປັນຕ້ອງມີຜູ້ໃດມາສອນພວກເຈົ້າ. ແຕ່ເພາະການເຈີມຂອງພຣະອົງສອນພວກເຈົ້າທຸກສິ່ງ ແລະ ການເຈີມນັ້ນກໍເປັນການເຈີມແທ້, ບໍ່ແມ່ນປອມແປງ ຈົ່ງດຳລົງຢູ່ໃນພຣະອົງຕາມທີ່ການເຈີມໄດ້ສອນພວກເຈົ້າໄວ້ແລ້ວ.