Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂກໂລຊາຍ 1:21 - ພຣະຄຳພີລາວສະບັບສະໄໝໃໝ່

21 ຄັ້ງໜຶ່ງ ພວກເຈົ້າ​ທັງຫລາຍ​ເຄີຍ​ຖືກ​ຕັດຂາດ​ຈາກ​ພຣະເຈົ້າ ແລະ ເປັນ​ສັດຕູ​ກັບ​ພຣະອົງ​ທາງ​ດ້ານ​ຈິດໃຈ​ເພາະ​ພຶດຕິກຳ​ຊົ່ວຮ້າຍ​ຂອງ​ພວກເຈົ້າ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

21 ແລະ​ເຈົ້າ​ທັງຫລາຍ ຊຶ່ງ​ເມື່ອ​ກ່ອນ​ນັ້ນ​ບໍ່ແມ່ນ​ພົນລະເມືອງ​ຂອງ​ພຣະເຈົ້າ ແຕ່​ເປັນ​ສັດຕູ​ທາງ​ດ້ານ​ຈິດໃຈ​ດ້ວຍ​ການ​ຊົ່ວຮ້າຍ​ຕ່າງໆ,

Uka jalj uñjjattʼäta Copia luraña




ໂກໂລຊາຍ 1:21
14 Jak'a apnaqawi uñst'ayäwi  

ໃສ່ຮ້າຍປ້າຍສີກັນ, ກຽດຊັງ​ພຣະເຈົ້າ, ອວດດີ, ໝິ່ນປະໝາດ ແລະ ອວດໂຕ. ພວກເຂົາ​ຄິດຫາ​ທາງ​ໃໝ່ໆ​ຂຶ້ນ​ໃນ​ການເຮັດຊົ່ວ, ພວກເຂົາ​ບໍ່​ເຊື່ອຟັງ​ພໍ່​ແມ່​ຂອງ​ຕົນ,


ຈົ່ງ​ລະນຶກ​ວ່າ​ໃນ​ເວລາ​ນັ້ນ​ພວກເຈົ້າ​ໄດ້​ແຍກອອກ​ຈາກ​ພຣະຄຣິດເຈົ້າ, ບໍ່​ໄດ້​ເປັນ​ພົນລະເມືອງ​ຂອງ​ອິດສະຣາເອນ ແລະ ເປັນ​ຄົນຕ່າງດ້າວ​ຢູ່​ນອກ​ບັນດາ​ພັນທະສັນຍາ​ທີ່​ສັນຍາ​ໄວ້, ບໍ່​ມີ​ຄວາມຫວັງ ແລະ ຢູ່​ໃນ​ໂລກ​ນີ້​ໂດຍ​ບໍ່ມີພຣະເຈົ້າ.


ໂດຍ​ການ​ຍົກເລີກ​ກົດບັນຍັດ​ພ້ອມ​ກັບ​ຄຳສັ່ງ ແລະ ກົດລະບຽບ​ຕ່າງໆ​ດ້ວຍ​ຮ່າງກາຍ​ຂອງ​ພຣະອົງ. ຈຸດປະສົງ​ຂອງ​ພຣະອົງ​ກໍ​ເພື່ອ​ສ້າງຂຶ້ນ​ໃຫ້​ເປັນ​ມະນຸດ​ໃໝ່​ຄົນ​ດຽວ​ກັນ​ໃນ​ພຣະອົງ​ເອງ​ໂດຍ​ບໍ່​ມີ​ສອງ​ຝ່າຍ, ດັ່ງນັ້ນ​ຈຶ່ງ​ເປັນ​ການສ້າງ​ສັນຕິສຸກ,


ດັ່ງນັ້ນ ພວກເຈົ້າ​ຈຶ່ງ​ບໍ່​ແມ່ນ​ຄົນຕ່າງດ້າວ ແລະ ຄົນແປກໜ້າ​ອີກ​ຕໍ່ໄປ, ແຕ່​ເປັນ​ພົນລະເມືອງ​ດຽວ​ກັບ​ບັນດາ​ຄົນ​ຂອງ​ພຣະເຈົ້າ ແລະ ເປັນ​ສະມາຊິກ​ໃນ​ຄອບຄົວ​ຂອງ​ພຣະອົງ​ເໝືອນກັນ,


ພວກເຂົາ​ມີ​ຄວາມມືດມົວ​ໃນ​ຄວາມເຂົ້າໃຈ​ຂອງ​ພວກເຂົາ ແລະ ຖືກ​ແຍກ​ຈາກ​ຊີວິດ​ຝ່າຍ​ພຣະເຈົ້າ​ເພາະ​ຄວາມໂງ່​ທີ່​ຢູ່​ໃນ​ພວກເຂົາ​ເນື່ອງ​ຈາກ​ໃຈ​ທີ່​ແຂງກະດ້າງ​ຂອງ​ພວກເຂົາ.


ພວກເຈົ້າ​ຄົນ​ຫລິ້ນຊູ້, ພວກເຈົ້າ​ບໍ່​ຮູ້​ບໍ​ວ່າ​ການ​ເປັນ​ມິດ​ກັບ​ໂລກ​ກໍ​ຄື​ການ​ເປັນ​ສັດຕູ​ຕໍ່ສູ້​ພຣະເຈົ້າ? ດ້ວຍເຫດນີ້, ຜູ້ໃດ​ທີ່​ເລືອກ​ຈະ​ເປັນມິດ​ກັບ​ໂລກ​ກໍ​ກາຍເປັນ​ສັດຕູ​ຕໍ່​ພຣະເຈົ້າ


Jiwasaru arktasipxañani:

Anuncios ukanaka


Anuncios ukanaka