Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂກໂລຊາຍ 1:2 - ພຣະຄຳພີລາວສະບັບສະໄໝໃໝ່

2 ເຖິງ​ບັນດາ​ຄົນ​ບໍລິສຸດ​ຂອງ​ພຣະເຈົ້າ​ທີ່​ເມືອງ​ໂກໂລຊາຍ, ຜູ້​ເປັນ​ພີ່ນ້ອງ​ທີ່​ສັດຊື່​ໃນ​ພຣະຄຣິດເຈົ້າ: ຂໍ​ໃຫ້​ພຣະຄຸນ ແລະ ສັນຕິສຸກ​ທີ່​ມາ​ຈາກ​ພຣະເຈົ້າ​ພຣະບິດາ​ຂອງ​ພວກເຮົາ​ທັງຫລາຍ ຈົ່ງ​ສະຖິດ​ຢູ່​ກັບ​ພວກເຈົ້າ​ທັງຫລາຍ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

2 ເຖິງ​ໄພ່ພົນ​ຂອງ​ພຣະເຈົ້າ​ໃນ​ເມືອງ​ໂກໂລຊາຍ ຜູ້​ເຫຼື້ອມໃສ​ສັດທາ​ໃນ​ພຣະຄຣິດ. ຂໍ​ໃຫ້​ພຣະຄຸນ​ແລະ​ສັນຕິສຸກ ຊຶ່ງ​ມາ​ຈາກ​ພຣະເຈົ້າ ພຣະບິດາເຈົ້າ​ຂອງ​ເຮົາ​ທັງຫລາຍ ຈົ່ງ​ສະຖິດ​ຢູ່​ນຳ​ເຈົ້າ​ທັງຫລາຍ​ເທີ້ນ.

Uka jalj uñjjattʼäta Copia luraña




ໂກໂລຊາຍ 1:2
14 Jak'a apnaqawi uñst'ayäwi  

ອານາເນຍ​ຕອບ​ວ່າ, “ອົງພຣະຜູ້ເປັນເຈົ້າ, ຂ້ານ້ອຍ​ໄດ້​ຍິນ​ຫລາຍ​ຄົນ​ເວົ້າ​ເຖິງ​ເລື່ອງ​ຊາຍ​ຄົນ​ນີ້ ແລະ ຄວາມ​ຊົ່ວຮ້າຍ​ທັງໝົດ​ທີ່​ລາວ​ໄດ້​ເຮັດ​ຕໍ່​ຜູ້​ບໍລິສຸດ​ຂອງ​ພຣະອົງ​ໃນ​ເຢຣູຊາເລັມ.


ເຖິງ​ທຸກ​ຄົນ​ທີ່​ຢູ່​ໃນ​ນະຄອນ​ໂຣມ ຜູ້​ທີ່​ພຣະເຈົ້າ​ຮັກ ແລະ ໄດ້​ເອີ້ນ​ໃຫ້​ເປັນ​ຄົນ​ບໍລິສຸດ​ຂອງ​ພຣະອົງ: ຂໍ​ໃຫ້​ພຣະຄຸນ ແລະ ສັນຕິສຸກ​ທີ່​ມາ​ຈາກ​ພຣະເຈົ້າ ພຣະບິດາເຈົ້າ​ຂອງ​ເຮົາ ແລະ ຈາກ​ພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າ ຈົ່ງ​ມີ​ແກ່​ພວກເຈົ້າ​ທັງຫລາຍ.


ເຖິງ​ຄຣິສຕະຈັກ​ຂອງ​ພຣະເຈົ້າ​ໃນ​ເມືອງ​ໂກຣິນໂທ ຜູ້​ໄດ້​ຮັບ​ການ​ຊຳລະ​ໃຫ້​ບໍລິສຸດ​ໃນ​ພຣະຄຣິດເຈົ້າເຢຊູ ແລະ ໄດ້​ຮັບ​ການ​ເອີ້ນ​ໃຫ້​ເປັນ​ຄົນ​ທີ່​ບໍລິສຸດ​ຂອງ​ພຣະອົງ​ດ້ວຍ​ກັນ​ກັບ​ຄົນ​ທັງໝົດ​ໃນ​ທຸກແຫ່ງຫົນ​ທີ່​ຮ້ອງອອກ​ນາມ​ຂອງ​ພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າ ຜູ້​ເປັນ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຂົາ ແລະ ຂອງ​ພວກເຮົາ:


ດ້ວຍ​ເຫດຜົນ​ນີ້ ເຮົາ​ຈຶ່ງ​ໄດ້​ສົ່ງ​ຕີໂມທຽວ ລູກ​ທີ່​ຮັກ​ຂອງ​ເຮົາ, ຜູ້​ທີ່​ສັດຊື່​ໃນ​ອົງພຣະຜູ້ເປັນເຈົ້າ ໃຫ້​ມາ​ຫາ​ພວກເຈົ້າ. ລາວ​ຈະ​ເຕືອນ​ພວກເຈົ້າ​ໃຫ້​ລະນຶກ​ເຖິງ​ວິຖີທາງ​ການດຳເນີນຊີວິດ​ຂອງເຮົາ​ໃນ​ພຣະເຢຊູຄຣິດເຈົ້າ, ເຊິ່ງ​ເຫັນພ້ອມ​ກັບ​ສິ່ງ​ທີ່​ເຮົາ​ເຄີຍ​ສັ່ງສອນ​ທຸກ​ບ່ອນ​ໃນ​ທຸກ​ຄຣິສຕະຈັກ.


ຂໍ​ໃຫ້​ພຣະຄຸນ ແລະ ສັນຕິສຸກ​ທີ່​ມາ​ຈາກ​ພຣະເຈົ້າ​ພຣະບິດາ ແລະ ຈາກ​ພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ ຈົ່ງ​ມີ​ແກ່​ພວກເຈົ້າ​ທັງຫລາຍ,


ດັ່ງນັ້ນ ບັນດາ​ຜູ້​ທີ່​ອາໄສ​ຄວາມເຊື່ອ​ຈຶ່ງ​ໄດ້​ຮັບ​ພອນ​ຮ່ວມ​ກັບ​ອັບຣາຮາມ ຜູ້​ທີ່​ເປັນ​ບຸລຸດ​ແຫ່ງ​ຄວາມເຊື່ອ.


ຈົດໝາຍ​ສະບັບ​ນີ້​ຈາກ​ເຮົາ​ໂປໂລ, ຜູ້​ເປັນ​ອັກຄະສາວົກ​ຄົນໜຶ່ງ​ຂອງ​ພຣະຄຣິດເຈົ້າເຢຊູ​ຕາມ​ຄວາມ​ປະສົງ​ຂອງ​ພຣະເຈົ້າ, ເຖິງ​ບັນດາ​ຄົນ​ບໍລິສຸດ​ຂອງ​ພຣະເຈົ້າ​ທີ່​ເມືອງ​ເອເຟໂຊ, ຜູ້​ສັດຊື່​ໃນ​ພຣະຄຣິດເຈົ້າເຢຊູ:


ຕີຂີໂກ ນ້ອງຊາຍ​ທີ່ຮັກ ແລະ ເປັນ​ຜູ້ຮັບໃຊ້​ທີ່​ສັດຊື່​ໃນ​ອົງພຣະຜູ້ເປັນເຈົ້າ ຈະ​ເລົ່າ​ທຸກ​ສິ່ງ​ໃຫ້​ພວກເຈົ້າ​ຟັງ ເພື່ອ​ວ່າ​ພວກເຈົ້າ​ຈະ​ໄດ້​ຮູ້​ວ່າ​ເຮົາ​ຢູ່​ຢ່າງໃດ ແລະ ກຳລັງ​ເຮັດ​ຫຍັງ.


ຈົດໝາຍ​ສະບັບ​ນີ້​ຈາກ​ເຮົາ​ໂປໂລ ແລະ ຕີໂມທຽວ, ຜູ້ຮັບໃຊ້​ຂອງ​ພຣະຄຣິດເຈົ້າເຢຊູ, ເຖິງ​ບັນດາ​ຄົນ​ບໍລິສຸດ​ຂອງ​ພຣະເຈົ້າ​ໃນ​ພຣະຄຣິດເຈົ້າເຢຊູ​ທີ່​ຢູ່​ເມືອງ​ຟີລິບປອຍ ພ້ອມ​ທັງ​ບັນດາ​ຜູ້ປົກຄອງ ແລະ ຜູ້ດູແລ​ທຸກຄົນ:


ເປັນ​ຜູ້​ທີ່​ໄດ້​ເລືອກ​ໄວ້​ຕາມ​ທີ່​ພຣະເຈົ້າ​ພຣະບິດາເຈົ້າ​ຮູ້​ລ່ວງ​ໜ້າ​ແລ້ວ​ຜ່ານທາງ​ການຊຳລະ​ໃຫ້​ບໍລິສຸດ​ຂອງ​ພຣະວິນຍານ, ເພື່ອ​ໃຫ້​ເຊື່ອຟັງ​ພຣະເຢຊູຄຣິດເຈົ້າ ແລະ ໄດ້​ຮັບ​ການຊິດໃສ່​ດ້ວຍ​ໂລຫິດ​ຂອງ​ພຣະອົງ: ຂໍ​ໃຫ້​ພຣະຄຸນ ແລະ ສັນຕິສຸກ​ຈົ່ງ​ມີ​ແກ່​ພວກເຈົ້າ​ຢ່າງ​ລົ້ນເຫລືອ.


ຂໍ​ໃຫ້​ພຣະຄຸນ ແລະ ສັນຕິສຸກ​ຈົ່ງ​ມີ​ແກ່​ພວກເຈົ້າ​ຢ່າງ​ລົ້ນເຫລືອ​ຜ່ານ​ທາງ​ການຮູ້ຈັກ​ພຣະເຈົ້າ ແລະ ຮູ້ຈັກ​ພຣະເຢຊູເຈົ້າ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ.


ຂໍ​ໃຫ້​ຄວາມ​ເມດຕາ, ສັນຕິສຸກ ແລະ ຄວາມຮັກ​ຈົ່ງ​ມີ​ແກ່​ພວກເຈົ້າ​ທັງຫລາຍ​ຢ່າງ​ເຫລືອລົ້ນ.


ຈົດໝາຍ​ສະບັບ​ນີ້​ຈາກ​ເຮົາ​ໂຢຮັນ, ເຖິງ​ຄຣິສຕະຈັກ​ທັງ​ເຈັດ​ໃນ​ແຂວງ​ເອເຊຍ: ຂໍ​ໃຫ້​ພຣະຄຸນ ແລະ ສັນຕິສຸກ​ຈົ່ງ​ມີ​ແກ່​ພວກເຈົ້າ​ທັງຫລາຍ​ຈາກ​ພຣະອົງ​ຜູ້​ດຳລົງ​ຢູ່​ໃນ​ປັດຈຸບັນ, ຜູ້​ດຳລົງ​ຢູ່​ໃນ​ອະດີດ, ຜູ້​ຈະ​ມາ ແລະ ຈາກ​ວິນຍານ​ທັງ​ເຈັດ​ທີ່​ຢູ່​ຕໍ່ໜ້າ​ບັນລັງ​ຂອງ​ພຣະອົງ,


Jiwasaru arktasipxañani:

Anuncios ukanaka


Anuncios ukanaka