Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂກໂລຊາຍ 1:18 - ພຣະຄຳພີລາວສະບັບສະໄໝໃໝ່

18 ພຣະອົງ​ເປັນ​ຫົວ​ຂອງ​ກາຍ​ຄື​ຄຣິສຕະຈັກ. ພຣະອົງ​ເປັນ​ຈຸດ​ເລີ່ມຕົ້ນ, ພຣະອົງ​ເປັນ​ບຸດກົກ​ທີ່​ເປັນຄືນມາຈາກຕາຍ​ເພື່ອ​ວ່າ​ພຣະອົງ​ຈະ​ເປັນ​ຜູ້ສູງສຸດ​ໃນ​ທຸກສິ່ງ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

18 ພຣະອົງ​ຊົງ​ເປັນ​ຫົວ​ຂອງ​ກາຍ ຄື​ຄຣິສຕະຈັກ ພຣະອົງ​ຊົງ​ເປັນ​ປະຖົມ ເປັນ​ຜູ້​ທຳອິດ​ທີ່​ຖືກ​ຊົງ​ບັນດານ​ໃຫ້​ຄືນ​ມາ​ຈາກ​ຕາຍ ເພື່ອ​ພຣະອົງ​ຈະ​ຊົງ​ເປັນ​ເອກ​ໃນ​ສັບພະສິ່ງ​ທັງປວງ.

Uka jalj uñjjattʼäta Copia luraña




ໂກໂລຊາຍ 1:18
36 Jak'a apnaqawi uñst'ayäwi  

“ສ່ວນ​ພວກເຈົ້າ​ຢ່າ​ໃຫ້​ຜູ້ໃດ​ເອີ້ນ​ວ່າ, ‘ຣັບບີ’ ເພາະ​ພວກເຈົ້າ​ມີ​ອາຈານ​ພຽງແຕ່​ຜູ້​ດຽວ ແລະ ພວກເຈົ້າ​ທັງໝົດ​ເປັນ​ພີ່ນ້ອງ​ກັນ,


ແລ້ວ​ພຣະເຢຊູເຈົ້າ​ເຂົ້າ​ມາ​ຫາ​ພວກເພິ່ນ ແລະ ກ່າວ​ວ່າ, “ສິດອຳນາດ​ທັງໝົດ​ໃນ​ສະຫວັນ ແລະ ໃນ​ແຜ່ນດິນໂລກ​ໄດ້​ມອບ​ໃຫ້​ແກ່​ເຮົາ​ແລ້ວ.


ເມື່ອ​ຕົ້ນເດີມ​ນັ້ນ​ພຣະທຳ​ດຳລົງ​ຢູ່ ແລະ ພຣະທຳ​ຢູ່​ກັບ​ພຣະເຈົ້າ, ແລະ ພຣະທຳ​ເປັນ​ພຣະເຈົ້າ.


ພວກເຮົາ​ທຸກຄົນ​ໄດ້​ຮັບ​ພຣະຄຸນ​ຊ້ອນ​ພຣະຄຸນ​ຈາກ​ຄວາມບໍລິບູນ​ຂອງ​ພຣະອົງ​ແລ້ວ.


ພຣະອົງ​ເປັນ​ຜູ້​ທີ່​ຈະ​ມາ​ພາຍຫລັງ​ເຮົາ, ເຮົາ​ບໍ່​ສົມຄວນ​ແມ່ນແຕ່​ຈະ​ແກ້​ສາຍ​ຮັດ​ເກີບ​ຂອງ​ເພິ່ນ”.


ຄື​ທີ່​ພຣະຄຣິດເຈົ້າ​ຈະ​ຕ້ອງ​ທົນທຸກທໍລະມານ ແລະ, ໃນ​ຖານະ​ທີ່​ເປັນ​ຜູ້ທຳອິດ​ທີ່​ເປັນຄືນມາຈາກຕາຍ ແລະ ນຳ​ແສງສະຫວ່າງ​ມາ​ສູ່​ຄົນ​ຂອງ​ພຣະອົງ​ເອງ ແລະ ຄົນຕ່າງຊາດ”.


ເພາະ​ບັນດາ​ຜູ້​ທີ່​ພຣະເຈົ້າ​ໄດ້​ເລືອກ​ໄວ້​ລ່ວງໜ້າ​ແລ້ວ​ນັ້ນ ພຣະອົງ​ກໍ​ໄດ້​ກຳນົດ​ໄວ້​ກ່ອນ​ເພື່ອ​ໃຫ້​ເປັນ​ເໝືອນ​ພຣະບຸດ​ຂອງ​ພຣະອົງ ເພື່ອ​ພຣະບຸດ​ຈະ​ໄດ້​ເປັນ​ບຸດກົກ​ໃນ​ທ່າມກາງ​ພີ່ນ້ອງ​ຫລາຍຄົນ.


ແຕ່​ເຮົາ​ຢາກ​ໃຫ້​ພວກເຈົ້າ​ໄດ້​ຮັບຮູ້​ວ່າ ພຣະຄຣິດເຈົ້າ​ເປັນ​ຫົວ​ຂອງ​ຜູ້ຊາຍ​ທຸກຄົນ ແລະ ຜູ້ຊາຍ​ກໍ​ເປັນ​ຫົວ​ຂອງ​ແມ່ຍິງ ແລະ ພຣະເຈົ້າ​ເປັນ​ຫົວ​ຂອງ​ພຣະຄຣິດເຈົ້າ.


ບັດນີ້ ພວກເຈົ້າ​ທັງຫລາຍ​ເປັນ​ຮ່າງກາຍ​ຂອງ​ພຣະຄຣິດເຈົ້າ ພວກເຈົ້າ​ແຕ່ລະຄົນ​ເປັນ​ອະໄວຍະວະ​ຂອງ​ກາຍ​ນັ້ນ.


ເພາະ​ພຣະອົງ​ຕ້ອງ​ປົກຄອງ​ຈົນ​ກວ່າ​ພຣະອົງ​ຈະ​ໄດ້​ປາບ​ສັດຕູ​ທັງໝົດ​ຂອງ​ພຣະອົງ​ໄວ້​ໃຕ້​ຕີນ​ຂອງ​ພຣະອົງ.


ເພື່ອ​ໃຫ້​ເກີດ​ຜົນ​ເມື່ອ​ເຖິງ​ເວລາ​ກຳນົດ​ມາເຖິງ ເພື່ອ​ນຳ​ເອົາ​ທຸກ​ສິ່ງ​ໃນ​ສະຫວັນ ແລະ ເທິງ​ແຜ່ນດິນໂລກ​ເຂົ້າ​ເປັນ​ອັນໜຶ່ງອັນດຽວ​ກັນ​ພາຍໃຕ້​ພຣະຄຣິດເຈົ້າ.


ເພາະ​ຜົວ​ເປັນ​ຫົວ​ຂອງ​ເມຍ​ເໝືອນດັ່ງ​ທີ່​ພຣະຄຣິດເຈົ້າ​ເປັນ​ຫົວ​ຂອງ​ຄຣິສຕະຈັກ, ກາຍ​ຂອງ​ພຣະອົງ ພຣະອົງ​ຍັງ​ເປັນ​ພຣະຜູ້ຊ່ວຍໃຫ້ພົ້ນ.


ບັດນີ້ ເຮົາ​ມີ​ຄວາມຊື່ນຊົມຍິນດີ​ໃນ​ສິ່ງ​ທີ່​ເຮົາ​ໄດ້​ທົນທຸກ​ເພື່ອ​ພວກເຈົ້າ ແລະ ເຮົາ​ກຳລັງ​ເຕີມ​ການທົນທຸກ​ຂອງ​ພຣະຄຣິດເຈົ້າ​ທີ່​ຍັງ​ຂາດ​ຢູ່​ໃຫ້​ເຕັມ​ໃນ​ຮ່າງກາຍ​ຂອງ​ເຮົາ ເພື່ອ​ເຫັນ​ແກ່​ກາຍ​ຂອງ​ພຣະອົງ​ຄື​ຄຣິສຕະຈັກ.


ພວກເຂົາ​ໄດ້​ສູນເສຍ​ການເຊື່ອມຕໍ່​ກັບ​ຫົວ ເຊິ່ງ​ຮ່າງກາຍ​ທັງໝົດ​ກໍ​ໄດ້​ຮັບ​ການ​ບຳລຸງລ້ຽງ ແລະ ປະສານ​ເຂົ້າ​ກັນ​ໄວ້​ດ້ວຍ​ຂໍ້ ແລະ ເອັນ​ຕ່າງໆ ຈຶ່ງ​ຈະເລີນ​ເຕີບໂຕ​ຂຶ້ນ​ຕາມ​ທີ່​ພຣະເຈົ້າ​ໃຫ້​ຈະເລີນ​ເຕີບໂຕ​ຂຶ້ນ.


ພວກເຮົາ​ໄດ້​ປະກາດ​ກ່ຽວກັບ​ພຣະທຳ​ແຫ່ງ​ຊີວິດ ເຊິ່ງ​ດຳລົງ​ຢູ່​ຕັ້ງແຕ່​ປະຖົມມະການ, ເຊິ່ງ​ພວກເຮົາ​ໄດ້​ຍິນ, ເຊິ່ງ​ພວກເຮົາ​ໄດ້​ເຫັນ​ກັບ​ຕາ, ເຊິ່ງ​ພວກເຮົາ​ໄດ້​ແນມເບິ່ງ ແລະ ໄດ້​ສຳພັດ​ດ້ວຍ​ມື​ຂອງ​ພວກເຮົາ.


ເຮົາ​ເປັນ​ອົງ​ຜູ້​ດຳລົງ​ຊີວິດ​ຢູ່; ເຮົາ​ໄດ້​ຕາຍ​ແລ້ວ ແລະ ບັດນີ້ ເບິ່ງ​ແມ, ເຮົາ​ຍັງ​ມີຊີວິດ​ຢູ່​ຕະຫລອດໄປ​ເປັນນິດ! ແລະ ເຮົາ​ຖື​ກະແຈ​ແຫ່ງ​ຄວາມຕາຍ ແລະ ແດນມໍລະນາ.


ແລະ ຈາກ​ພຣະເຢຊູຄຣິດເຈົ້າ​ຜູ້​ເປັນ​ພະຍານ​ທີ່​ສັດຊື່, ຜູ້​ເປັນ​ບຸດກົກ​ຈາກ​ບັນດາ​ຄົນຕາຍ ແລະ ເປັນ​ຜູ້ປົກຄອງ​ເໜືອ​ກະສັດ​ທັງຫລາຍ​ຂອງ​ໂລກ. ແດ່​ພຣະອົງ​ຜູ້​ຮັກ​ພວກເຮົາ​ທັງຫລາຍ ແລະ ໄດ້​ປົດປ່ອຍ​ພວກເຮົາ​ໃຫ້​ພົ້ນ​ຈາກ​ຄວາມບາບ​ຂອງ​ພວກເຮົາ​ໂດຍ​ໂລຫິດ​ຂອງ​ພຣະອົງ,


ອົງພຣະຜູ້ເປັນເຈົ້າ​ພຣະເຈົ້າ​ກ່າວ​ວ່າ, “ເຮົາ​ເປັນ​ອາລະຟາ ແລະ ໂອເມຄາ ຜູ້​ດຳລົງ​ຢູ່​ໃນ​ປັດຈຸບັນ, ຜູ້​ດຳລົງ​ຢູ່​ໃນ​ອະດີດ ແລະ ຜູ້​ຈະ​ມາ, ເຮົາ​ຄື​ອົງ​ລິດອຳນາດຍິ່ງໃຫຍ່”.


ເທວະດາ​ຕົນ​ທີເຈັດ​ເປົ່າ​ແກ​ຂອງ​ຕົນ ແລະ ມີ​ສຽງ​ດັງ​ຫລາຍ​ສຽງ​ໃນ​ສະຫວັນ ເຊິ່ງ​ກ່າວ​ວ່າ: “ອານາຈັກ​ຂອງ​ໂລກ​ນີ້​ໄດ້​ກາຍເປັນ ອານາຈັກ​ຂອງ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ ແລະ ເປັນ​ຂອງ​ພຣະຄຣິດເຈົ້າ​ຂອງ​ພຣະອົງ​ແລ້ວ ແລະ ພຣະອົງ​ຈະ​ປົກຄອງ​ຕະຫລອດໄປ​ເປັນນິດ”.


ພຣະອົງ​ກ່າວ​ກັບ​ຂ້າພະເຈົ້າ​ວ່າ: “ສຳເລັດ​ແລ້ວ. ເຮົາ​ເປັນ​ອາລະຟາ ແລະ ໂອເມຄາ, ເປັນ​ເບື້ອງຕົ້ນ ແລະ ເປັນ​ເບື້ອງປາຍ. ຜູ້ໃດ​ທີ່​ຫິວນ້ຳ ເຮົາ​ຈະ​ໃຫ້​ຜູ້​ນັ້ນ​ດື່ມ​ນ້ຳ​ແຫ່ງ​ຊີວິດ​ຈາກ​ບໍ່ນ້ຳພຸ​ໂດຍ​ບໍ່​ຕ້ອງ​ເສຍ​ຄ່າ​ອັນໃດ.


ເຮົາ​ເປັນ​ອາລະຟາ ແລະ ໂອເມຄາ ເປັນ​ເບື້ອງຕົ້ນ ແລະ ເປັນ​ເບື້ອງປາຍ, ເປັນ​ຜູ້ກົກ ແລະ ເປັນ​ຜູ້ສຸດທ້າຍ.


“ຈົ່ງ​ຂຽນ​ເຖິງ​ເທວະດາ​ຂອງ​ຄຣິສຕະຈັກ​ທີ່​ເມືອງ​ລາວດີເກອາ​ວ່າ: ຖ້ອຍຄຳ​ເຫລົ່ານີ້​ເປັນ​ຂອງ​ພຣະອົງ​ຜູ້​ເປັນ​ອາແມນ, ເປັນ​ພະຍານ​ທີ່​ສັດຊື່ ແລະ ເປັນ​ຄວາມ​ຈິງ, ເປັນ​ຜູ້​ປົກຄອງ​ສິ່ງ​ທີ່​ພຣະເຈົ້າ​ສ້າງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka