Biblia Todo Logo
Internet tuqin Biblia

- Anuncios ukanaka -




ໂກໂລຊາຍ 1:1 - ພຣະຄຳພີລາວສະບັບສະໄໝໃໝ່

1 ຈົດໝາຍ​ສະບັບ​ນີ້​ຈາກ​ເຮົາ​ໂປໂລ, ຜູ້​ເປັນ​ອັກຄະສາວົກ​ຂອງ​ພຣະຄຣິດເຈົ້າເຢຊູ​ຕາມ​ຄວາມ​ປະສົງ​ຂອງ​ພຣະເຈົ້າ ແລະ ຕີໂມທຽວ​ນ້ອງຊາຍ​ຂອງ​ພວກເຮົາ,

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

1 ຈາກ​ໂປໂລ ຜູ້​ທີ່​ເປັນ​ອັກຄະສາວົກ​ຂອງ​ພຣະຄຣິດເຈົ້າ​ເຢຊູ ຕາມ​ນໍ້າພຣະໄທ​ຂອງ​ພຣະເຈົ້າ ແລະ​ຈາກ​ຕີໂມທຽວ​ນ້ອງຊາຍ​ຂອງ​ພວກເຮົາ.

Uka jalj uñjjattʼäta Copia luraña




ໂກໂລຊາຍ 1:1
11 Jak'a apnaqawi uñst'ayäwi  

ໂປໂລ​ໄດ້​ເດີນທາງ​ມາ​ຮອດ​ເມືອງ​ເດຣະເບ ແລະ ຫລັງ​ຈາກ​ນັ້ນ​ກໍ​ໄປ​ຍັງ​ເມືອງ​ລີສະຕຣາ, ຢູ່​ທີ່​ນັ້ນ​ມີ​ສາວົກ​ຄົນ​ໜຶ່ງ​ຊື່​ຕີໂມທຽວ​ອາໄສ​ຢູ່, ແມ່​ຂອງ​ລາວ​ເປັນ​ຄົນ​ທີ່​ເຊື່ອ ແລະ ເປັນ​ຄົນຢິວ​ແຕ່​ພໍ່​ຂອງ​ລາວ​ເປັນ​ຄົນກຣີກ.


ຈົດໝາຍ​ສະບັບ​ນີ້​ຈາກ​ເຮົາ ໂປໂລ ຜູ້ຮັບໃຊ້​ຂອງ​ພຣະຄຣິດເຈົ້າເຢຊູ ຜູ້​ທີ່​ໄດ້​ຮັບ​ການ​ເອີ້ນ​ໃຫ້​ເປັນ​ອັກຄະສາວົກ ແລະ ຖືກ​ແຍກ​ໄວ້​ເພື່ອ​ຂ່າວປະເສີດ​ຂອງ​ພຣະເຈົ້າ,


ຈົດໝາຍ​ສະບັບ​ນີ້​ຈາກ​ເຮົາ​ໂປໂລ ຜູ້​ທີ່​ໄດ້​ຮັບ​ການ​ເອີ້ນ​ໃຫ້​ເປັນ​ອັກຄະສາວົກ​ຂອງ​ພຣະຄຣິດເຈົ້າເຢຊູ​ຕາມ​ຄວາມ​ປະສົງ​ຂອງ​ພຣະເຈົ້າ ແລະ ໂຊຊະເຖນ ພີ່ນ້ອງ​ຂອງ​ພວກເຮົາ,


ຈົດໝາຍ​ສະບັບ​ນີ້​ຈາກ​ເຮົາ​ໂປໂລ, ຜູ້​ເປັນ​ອັກຄະສາວົກ​ຂອງ​ພຣະຄຣິດເຈົ້າເຢຊູ​ຕາມ​ຄວາມ​ປະສົງ​ຂອງ​ພຣະເຈົ້າ ແລະ ຕີໂມທຽວ​ນ້ອງຊາຍ​ຂອງ​ເຮົາ, ເຖິງ ຄຣິສຕະຈັກ​ຂອງ​ພຣະເຈົ້າ​ທີ່​ເມືອງ​ໂກຣິນໂທ ພ້ອມ​ດ້ວຍ​ຜູ້​ບໍລິສຸດ​ຂອງ​ພຣະເຈົ້າ​ທຸກຄົນ​ທົ່ວ​ແຂວງ​ອະຂາຢາ:


ຈົດໝາຍ​ສະບັບ​ນີ້​ຈາກ​ເຮົາ​ໂປໂລ, ຜູ້​ເປັນ​ອັກຄະສາວົກ​ຄົນໜຶ່ງ​ຂອງ​ພຣະຄຣິດເຈົ້າເຢຊູ​ຕາມ​ຄວາມ​ປະສົງ​ຂອງ​ພຣະເຈົ້າ, ເຖິງ​ບັນດາ​ຄົນ​ບໍລິສຸດ​ຂອງ​ພຣະເຈົ້າ​ທີ່​ເມືອງ​ເອເຟໂຊ, ຜູ້​ສັດຊື່​ໃນ​ພຣະຄຣິດເຈົ້າເຢຊູ:


ຈົດໝາຍ​ສະບັບ​ນີ້​ຈາກ​ເຮົາ​ໂປໂລ ແລະ ຕີໂມທຽວ, ຜູ້ຮັບໃຊ້​ຂອງ​ພຣະຄຣິດເຈົ້າເຢຊູ, ເຖິງ​ບັນດາ​ຄົນ​ບໍລິສຸດ​ຂອງ​ພຣະເຈົ້າ​ໃນ​ພຣະຄຣິດເຈົ້າເຢຊູ​ທີ່​ຢູ່​ເມືອງ​ຟີລິບປອຍ ພ້ອມ​ທັງ​ບັນດາ​ຜູ້ປົກຄອງ ແລະ ຜູ້ດູແລ​ທຸກຄົນ:


ຈົດໝາຍ​ສະບັບ​ນີ້​ຈາກ​ເຮົາ​ໂປໂລ, ຊີລາ ແລະ ຕີໂມທຽວ, ເຖິງ​ຄຣິສຕະຈັກ​ຂອງ​ຊາວ​ເທສະໂລນິກ​ໃນ​ພຣະເຈົ້າ​ພຣະບິດາ ແລະ ໃນ​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ: ຂໍ​ໃຫ້​ພຣະຄຸນ ແລະ ສັນຕິສຸກ​ຈົ່ງ​ມີ​ແກ່​ພວກເຈົ້າ​ທັງຫລາຍ.


ພວກເຮົາ​ໄດ້​ສົ່ງ​ຕີໂມທຽວ​ຜູ້​ເປັນ​ນ້ອງຊາຍ​ຂອງ​ພວກເຮົາ ແລະ ເປັນ​ເພື່ອນ​ຮ່ວມ​ຮັບໃຊ້​ພຣະເຈົ້າ​ໃນ​ການເຜີຍແຜ່​ຂ່າວປະເສີດ​ຂອງ​ພຣະຄຣິດເຈົ້າ, ເພື່ອ​ມາ​ເສີມສ້າງ ແລະ ໜູນໃຈ​ພວກເຈົ້າ​ໃນ​ຄວາມເຊື່ອ​ຂອງ​ພວກເຈົ້າ.


ຈົດໝາຍ​ສະບັບ​ນີ້​ຈາກ​ເຮົາ​ໂປໂລ, ຊີລາ ແລະ ຕີໂມທຽວ, ເຖິງ​ຄຣິສຕະຈັກ​ຂອງ​ຊາວ​ເທສະໂລນິກ​ໃນ​ພຣະເຈົ້າ​ພຣະບິດາ ແລະ ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ​ທັງຫລາຍ:


ຈົດໝາຍ​ສະບັບ​ນີ້​ຈາກ​ເຮົາ​ໂປໂລ ຜູ້​ເປັນ​ນັກໂທດ​ເພາະ​ເຫັນ​ແກ່​ພຣະຄຣິດເຈົ້າ​ເຢຊູ ແລະ ຕີໂມທຽວ​ນ້ອງຊາຍ​ຂອງ​ພວກເຮົາ, ເຖິງ ຟີເລໂມນ​ເພື່ອນ​ທີ່ຮັກ ແລະ ຜູ້ຮ່ວມງານ​ຂອງ​ພວກເຮົາ


ເຮົາ​ຂໍ​ໃຫ້​ພວກເຈົ້າ​ຮູ້​ວ່າ​ຕີໂມທຽວ​ພີ່ນ້ອງ​ຂອງ​ພວກເຮົາ​ໄດ້​ຮັບ​ການປ່ອຍໂຕ​ແລ້ວ. ຖ້າ​ລາວ​ມາ​ຮອດ​ໄວ, ເຮົາ​ຈະ​ມາ​ຫາ​ພວກເຈົ້າ​ພ້ອມ​ກັບ​ລາວ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka