Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 9:6 - ພຣະຄຳພີລາວສະບັບສະໄໝໃໝ່

6 ບັດນີ້ “ຈົ່ງ​ລຸກຂຶ້ນ​ເຂົ້າ​ໄປ​ໃນ​ເມືອງ, ແລ້ວ​ຈະ​ມີ​ຜູ້​ບອກ​ເຈົ້າ​ໃຫ້​ຮູ້​ວ່າ​ເຈົ້າ​ຕ້ອງ​ເຮັດ​ຢ່າງໃດ”.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

6 ເຈົ້າ​ຈົ່ງ​ລຸກ​ຂຶ້ນ ເຂົ້າ​ໄປ​ໃນ​ເມືອງ ແລ້ວ​ຈະ​ມີ​ຜູ້​ບອກ​ເຈົ້າ​ວ່າ​ຕ້ອງ​ເຮັດ​ຢ່າງ​ໃດ.”

Uka jalj uñjjattʼäta Copia luraña




ກິດຈະການ 9:6
33 Jak'a apnaqawi uñst'ayäwi  

ແຕ່​ມີ​ຫລາຍ​ຄົນ​ທີ່​ເປັນ​ຜູ້ຕົ້ນ​ຈະ​ກັບ​ເປັນ​ຜູ້ປາຍ ແລະ ມີ​ຫລາຍ​ຄົນ​ທີ່​ເປັນ​ຜູ້ປາຍ​ຈະ​ກັບ​ເປັນ​ຜູ້ຕົ້ນ.


ປະຊາຊົນ​ຈຶ່ງ​ຖາມ​ວ່າ, “ແລ້ວ​ພວກເຮົາ​ຄວນ​ຈະ​ເຮັດ​ຢ່າງໃດ?”


ພວກເຂົາ​ຈຶ່ງ​ຕອບ​ວ່າ, “ພວກເຮົາ​ມາ​ຈາກ​ນາຍຮ້ອຍ​ໂກເນລີໂອ. ເພິ່ນ​ຜູ້ຊອບທຳ ແລະ ຢຳເກງ​ພຣະເຈົ້າ​ຄົນ​ໜຶ່ງ, ເປັນ​ຜູ້​ທີ່​ເຄົາລົບນັບຖື​ຂອງ​ປະຊາຊົນ​ຊາວຢິວ​ທັງໝົດ. ເທວະດາ​ຜູ້​ບໍລິສຸດ​ໄດ້​ບອກ​ນາຍຮ້ອຍ​ໃຫ້​ມາ​ເຊີນ​ທ່ານ​ໄປ​ທີ່​ເຮືອນ​ຂອງ​ເພິ່ນ ເພື່ອ​ວ່າ​ເພິ່ນ​ຈະ​ໄດ້​ຟັງ​ສິ່ງ​ທີ່​ທ່ານ​ຈະ​ກ່າວ”.


ຈົ່ງ​ສົ່ງ​ຄົນ​ໄປ​ເມືອງ​ຢົບປາ​ເພື່ອ​ເຊີນ​ເອົາ​ຊີໂມນ ທີ່​ມີ​ອີກ​ຊື່​ໜຶ່ງ​ວ່າ​ເປໂຕ. ເພິ່ນ​ເປັນ​ແຂກ​ພັກອາໄສ​ຢູ່​ທີ່​ເຮືອນ​ຂອງ​ຊີໂມນ​ຊ່າງຟອກໜັງ, ຜູ້​ທີ່​ມີ​ເຮືອນ​ຢູ່​ແຄມທະເລ’.


ເພິ່ນ​ພັກ​ຢູ່​ກັບ​ຊີໂມນ​ຊ່າງຟອກໜັງ, ຜູ້​ທີ່​ມີ​ເຮືອນ​ຢູ່​ແຄມທະເລ”.


ເມື່ອ​ຄົນ​ທັງຫລາຍ​ໄດ້​ຍິນ​ຢ່າງ​ນີ້​ແລ້ວ ພວກເຂົາ​ຕ່າງ​ກໍ​ຮູ້ສຶກ​ເຈັບຊ້ຳ​ກິນແໜງໃຈ​ຫລາຍ ຈຶ່ງ​ເວົ້າ​ກັບ​ເປໂຕ ແລະ ອັກຄະສາວົກ​ຄົນ​ອື່ນໆ​ວ່າ, “ພີ່ນ້ອງ ພວກເຮົາ​ຄວນ​ຈະ​ເຮັດ​ຢ່າງ​ໃດ?”


“ຂ້າພະເຈົ້າ​ຖາມ​ວ່າ, ‘ອົງພຣະຜູ້ເປັນເຈົ້າ ຂ້ານ້ອຍ​ຈະ​ຕ້ອງ​ເຮັດ​ແນວໃດ?’ “ອົງພຣະຜູ້ເປັນເຈົ້າ​ກ່າວ​ວ່າ, ‘ຈົ່ງ​ລຸກຂຶ້ນ ເຂົ້າ​ໄປ​ໃນ​ເມືອງ​ດາມັສກັດ, ຢູ່​ທີ່​ນັ້ນ​ຈະ​ມີ​ຄົນ​ບອກ​ເຖິງ​ສິ່ງ​ທັງໝົດ​ທີ່​ໄດ້​ກຳນົດ​ໃຫ້​ເຈົ້າ​ເຮັດ’.


ບັດນີ້​ຈົ່ງ​ລຸກຂຶ້ນ ແລະ ຢືນ​ຢູ່. ເຮົາ​ໄດ້​ປາກົດ​ແກ່​ເຈົ້າ​ກໍ​ເພື່ອ​ແຕ່ງຕັ້ງ​ເຈົ້າ​ເປັນ​ຜູ້ຮັບໃຊ້ ແລະ ເປັນ​ພະຍານ​ເຖິງ​ສິ່ງ​ທີ່​ເຈົ້າ​ໄດ້​ເຫັນ​ກ່ຽວກັບ​ເຮົາ ແລະ ສິ່ງ​ທີ່​ເຮົາ​ຈະ​ສະແດງ​ແກ່​ເຈົ້າ.


ໂຊໂລ​ໄດ້​ຖາມ​ວ່າ, “ອົງພຣະຜູ້ເປັນເຈົ້າ​ເອີຍ, ພຣະອົງ​ຄື​ຜູ້ໃດ?” ພຣະອົງ​ຕອບ​ວ່າ, “ເຮົາ​ຄື​ເຢຊູ​ຜູ້​ທີ່​ເຈົ້າ​ກຳລັງ​ຂົ່ມເຫັງ”.


ແລະ ເອຊາຢາ​ກ້າ​ກ່າວ​ວ່າ, “ບັນດາ​ຜູ້​ທີ່​ບໍ່​ໄດ້​ສະແຫວງຫາ​ເຮົາ​ກໍ​ພົບ​ເຮົາ ເຮົາ​ໄດ້​ສະແດງ​ຕົນ​ເອງ​ແກ່​ບັນດາ​ຜູ້​ທີ່​ບໍ່​ໄດ້​ເອີ້ນ​ຫາ​ເຮົາ”.


ເນື່ອງ​ຈາກ​ພວກເຂົາ​ບໍ່​ຮູ້​ຈັກ​ຄວາມຊອບທຳ​ຂອງ​ພຣະເຈົ້າ ແລະ ພະຍາຍາມ​ຕັ້ງ​ຄວາມຊອບທຳ​ຂອງ​ຕົນ​ເອງ​ຂຶ້ນ​ມາ, ພວກເຂົາ​ຈຶ່ງ​ບໍ່​ຍອມຮັບ​ຄວາມຊອບທຳ​ຂອງ​ພຣະເຈົ້າ.


ກົດບັນຍັດ​ຖືກ​ນຳ​ເຂົ້າ​ມາ​ກໍ​ເພື່ອ​ໃຫ້​ການລ່ວງລະເມີດ​ປາກົດ​ເພີ່ມ​ຂຶ້ນ. ແຕ່​ບ່ອນໃດ​ມີ​ບາບ​ເພີ່ມ​ຂຶ້ນ, ບ່ອນນັ້ນ​ກໍ​ມີ​ພຣະຄຸນ​ເພີ່ມ​ຂຶ້ນ​ຕື່ມ,


ຄັ້ງ​ໜຶ່ງ ເຮົາ​ເຄີຍ​ດຳເນີນຊີວິດ​ໂດຍ​ບໍ່​ມີ​ກົດບັນຍັດ, ແຕ່​ພໍ​ມີ​ພຣະບັນຍັດ​ຄວາມບາບ​ກໍ​ມີຊີວິດ​ຂຶ້ນ​ມາ ແລະ ເຮົາ​ກໍ​ຕາຍ.


ເຫດສະນັ້ນ, ເພື່ອນ​ທີ່​ຮັກ​ທັງຫລາຍ​ຂອງ​ເຮົາ, ເໝືອນດັ່ງ​ທີ່​ພວກເຈົ້າ​ໄດ້​ເຊື່ອຟັງ​ຕະຫລອດ​ມາ ບໍ່​ພຽງ​ແຕ່​ໃນ​ຂະນະ​ທີ່​ເຮົາ​ຢູ່​ນໍາ, ແຕ່​ບັດນີ້ ຈົ່ງ​ເຊື່ອຟັງ​ຫລາຍ​ຂຶ້ນ​ກວ່າ​ເກົ່າ​ອີກ​ໃນ​ຂະນະ​ທີ່​ເຮົາ​ບໍ່​ຢູ່​ນໍາ ຈົ່ງ​ບາກບັ່ນ​ຕໍ່ໄປ​ເພື່ອ​ຄວາມພົ້ນ​ຂອງ​ພວກເຈົ້າ​ດ້ວຍ​ຄວາມ​ຢຳເກງ ແລະ ຕົວສັ່ນ,


ແຕ່​ພຣະອົງ​ມີ​ພຣະຄຸນ​ໃຫ້​ແກ່​ພວກເຮົາ​ຫລາຍ​ກວ່າ​ນັ້ນ​ອີກ. ດ້ວຍເຫດນີ້ ພຣະຄຳພີ​ຈຶ່ງ​ກ່າວ​ວ່າ: “ພຣະເຈົ້າ​ຕໍ່ສູ້​ຜູ້​ທີ່​ຈອງຫອງ ແຕ່​ມີ​ພຣະຄຸນ​ໃຫ້​ແກ່​ຜູ້​ທີ່​ຖ່ອມຕົວລົງ”.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka