Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 9:5 - ພຣະຄຳພີລາວສະບັບສະໄໝໃໝ່

5 ໂຊໂລ​ໄດ້​ຖາມ​ວ່າ, “ອົງພຣະຜູ້ເປັນເຈົ້າ​ເອີຍ, ພຣະອົງ​ຄື​ຜູ້ໃດ?” ພຣະອົງ​ຕອບ​ວ່າ, “ເຮົາ​ຄື​ເຢຊູ​ຜູ້​ທີ່​ເຈົ້າ​ກຳລັງ​ຂົ່ມເຫັງ”.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

5 ໂຊໂລ​ໄດ້​ທູນ​ຖາມ​ວ່າ, “ພຣະອົງເຈົ້າ​ເອີຍ ພຣະອົງ​ແມ່ນ​ຜູ້ໃດ?” ພຣະອົງ​ຕອບ​ວ່າ, “ເຮົາ​ນີ້​ແມ່ນ​ເຢຊູ​ຜູ້​ເຈົ້າ​ຂົ່ມເຫັງ​ນັ້ນ​ແຫຼະ

Uka jalj uñjjattʼäta Copia luraña




ກິດຈະການ 9:5
15 Jak'a apnaqawi uñst'ayäwi  

ເປໂຕ​ຕອບ​ວ່າ, “ບໍ່​ໄດ້​ເດັດຂາດ ອົງພຣະຜູ້ເປັນເຈົ້າ! ຂ້ານ້ອຍ​ບໍ່​ເຄີຍ​ກິນ​ສິ່ງ​ທີ່​ບໍ່​ໄດ້​ຖືກ​ຊຳລະ​ໃຫ້​ສະອາດ ຫລື ສິ່ງ​ທີ່​ເປັນມົນທິນ​ເລີຍ”.


ພວກຂ້ານ້ອຍ​ທັງໝົດ​ລົ້ມລົງ​ພື້ນດິນ ແລະ ຂ້ານ້ອຍ​ໄດ້​ຍິນ​ສຽງ​ໜຶ່ງ​ກ່າວ​ຕໍ່​ຂ້ານ້ອຍ​ເປັນ​ພາສາ​ອາຣາມິກ​ວ່າ, ‘ໂຊໂລ, ໂຊໂລ​ເອີຍ, ເປັນຫຍັງ​ເຈົ້າ​ຈຶ່ງ​ຂົ່ມເຫັງ​ເຮົາ? ເປັນ​ການ​ຍາກ​ທີ່​ເຈົ້າ​ຈະ​ຄັດຄ້ານ​ຄວາມປະສົງ​ຂອງ​ເຮົາ’.


“ຂ້ານ້ອຍ​ເອງ​ກໍ​ເຄີຍ​ເຊື່ອ​ວ່າ ຈະ​ຕ້ອງ​ເຮັດ​ທຸກ​ວິທີ​ເທົ່າ​ທີ່​ເປັນໄປໄດ້​ເພື່ອ​ຕໍ່ຕ້ານ​ນາມ​ຂອງ​ພຣະເຢຊູເຈົ້າ​ຊາວ​ນາຊາເຣັດ.


ແຕ່​ຖ້າ​ສິ່ງ​ນີ້​ມາ​ຈາກ​ພຣະເຈົ້າ, ພວກເຈົ້າ​ກໍ​ບໍ່​ສາມາດ​ຢຸດຕິ​ຄົນ​ເຫລົ່ານີ້​ໄດ້; ຈະ​ກາຍ​ເປັນ​ວ່າ​ພວກເຈົ້າ​ເອງ​ນັ້ນ​ແຫລະ ທີ່​ຕໍ່ສູ້​ກັບ​ພຣະເຈົ້າ”.


ລາວ​ລົ້ມລົງ​ພື້ນດິນ ແລະ ໄດ້​ຍິນ​ສຽງ​ໜຶ່ງ​ກ່າວ​ຕໍ່​ລາວ​ວ່າ, “ໂຊໂລ, ໂຊໂລ​ເອີຍ, ເປັນຫຍັງ​ເຈົ້າ​ຈຶ່ງ​ຂົ່ມເຫັງ​ເຮົາ?”


ບັດນີ້ “ຈົ່ງ​ລຸກຂຶ້ນ​ເຂົ້າ​ໄປ​ໃນ​ເມືອງ, ແລ້ວ​ຈະ​ມີ​ຜູ້​ບອກ​ເຈົ້າ​ໃຫ້​ຮູ້​ວ່າ​ເຈົ້າ​ຕ້ອງ​ເຮັດ​ຢ່າງໃດ”.


ພວກເຮົາ​ກຳລັງ​ພະຍາຍາມ​ຍຸຍົງ​ໃຫ້​ອົງພຣະຜູ້ເປັນເຈົ້າ​ອິດສາ​ບໍ? ພວກເຮົາ​ເຂັ້ມແຂງ​ກວ່າ​ພຣະອົງ​ບໍ?


ບໍ່​ແມ່ນ​ວ່າ​ເຮົາ​ໄດ້​ຮັບ​ສິ່ງ​ທັງໝົດ​ນີ້​ແລ້ວ ຫລື ໄດ້​ໄປ​ເຖິງ​ເປົ້າໝາຍ​ຂອງ​ເຮົາ​ແລ້ວ, ແຕ່​ເຮົາ​ມຸ່ງໜ້າ​ຕໍ່ໄປ​ເພື່ອ​ຮັບເອົາ​ສິ່ງ​ທີ່​ພຣະຄຣິດເຈົ້າເຢຊູ​ໄດ້​ຮັບເອົາ​ໄວ້​ສຳລັບ​ເຮົາ.


ເຖິງແມ່ນວ່າ​ຄັ້ງ​ໜຶ່ງ​ເຮົາ​ເຄີຍ​ເປັນ​ຜູ້​ໝິ່ນປະໝາດ​ພຣະອົງ, ເປັນ​ຜູ້ຂົ່ມເຫັງ ແລະ ເປັນ​ຜູ້​ໃຊ້​ຄວາມຮຸນແຮງ, ແຕ່​ພຣະອົງ​ເມດຕາ​ເຮົາ​ເພາະ​ເຮົາ​ໄດ້​ເຮັດ​ໄປ​ດ້ວຍ​ຄວາມບໍ່ຮູ້ ແລະ ບໍ່ເຊື່ອ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka