Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 9:43 - ພຣະຄຳພີລາວສະບັບສະໄໝໃໝ່

43 ຝ່າຍ​ເປໂຕ​ກໍ​ໄດ້​ອາໄສ​ຢູ່​ໃນ​ເມືອງ​ຢົບປາ​ເປັນ​ເວລາ​ຫລາຍ​ວັນ​ກັບ​ຊ່າງຟອກໜັງ​ທີ່​ມີ​ຊື່​ວ່າ​ຊີໂມນ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

43 ຈາກ​ນັ້ນ ເປໂຕ​ໄດ້​ອາໄສ​ຢູ່​ໃນ​ເມືອງ​ຢົບປາ​ເປັນ​ເວລາ​ຫລາຍ​ວັນ ຢູ່​ກັບ​ຊາຍ​ຄົນ​ໜຶ່ງ ຊື່​ວ່າ ຊີໂມນ​ເປັນ​ຊ່າງ​ຟອກໜັງ.

Uka jalj uñjjattʼäta Copia luraña




ກິດຈະການ 9:43
12 Jak'a apnaqawi uñst'ayäwi  

ຈົ່ງ​ສົ່ງ​ຄົນ​ໄປ​ເມືອງ​ຢົບປາ​ເພື່ອ​ເຊີນ​ເອົາ​ຊີໂມນ ທີ່​ມີ​ອີກ​ຊື່​ໜຶ່ງ​ວ່າ​ເປໂຕ. ເພິ່ນ​ເປັນ​ແຂກ​ພັກອາໄສ​ຢູ່​ທີ່​ເຮືອນ​ຂອງ​ຊີໂມນ​ຊ່າງຟອກໜັງ, ຜູ້​ທີ່​ມີ​ເຮືອນ​ຢູ່​ແຄມທະເລ’.


ບັດນີ້ ຈົ່ງ​ສົ່ງ​ຄົນ​ໄປ​ເມືອງ​ຢົບປາ​ເພື່ອ​ເຊີນ​ເອົາ​ຊາຍ​ຜູ້​ໜຶ່ງ​ຊື່​ວ່າ​ຊີໂມນ ທີ່​ມີ​ອີກ​ຊື່​ໜຶ່ງ​ວ່າ ເປໂຕ.


ເພິ່ນ​ພັກ​ຢູ່​ກັບ​ຊີໂມນ​ຊ່າງຟອກໜັງ, ຜູ້​ທີ່​ມີ​ເຮືອນ​ຢູ່​ແຄມທະເລ”.


ແລ້ວ​ເພິ່ນ​ໄດ້​ເລົ່າ​ທຸກ​ເຫດການ​ທີ່​ເກີດຂຶ້ນ​ນັ້ນ​ໃຫ້​ພວກເຂົາ​ຟັງ ແລະ ສົ່ງ​ພວກເຂົາ​ໄປ​ທີ່​ເມືອງ​ຢົບປາ.


ເພິ່ນ​ໄດ້​ເລົ່າ​ເຫດການ​ໃຫ້​ພວກຂ້າພະເຈົ້າ​ຟັງ​ວ່າ ເພິ່ນ​ໄດ້​ເຫັນ​ເທວະດາ​ຕົນ​ໜຶ່ງ​ມາ​ປາກົດ​ໃນ​ເຮືອນ​ຂອງ​ເພິ່ນ ແລະ ກ່າວ​ວ່າ, ‘ຈົ່ງ​ສົ່ງ​ຄົນ​ໄປ​ເມືອງ​ຢົບປາ ເພື່ອ​ເຊີນ​ເອົາ​ຊີໂມນ​ທີ່​ມີ​ອີກ​ຊື່​ໜຶ່ງ​ວ່າ​ເປໂຕ.


“ເມື່ອ​ຂ້າພະເຈົ້າ​ເລີ່ມຕົ້ນ​ກ່າວ, ພຣະວິນຍານບໍລິສຸດເຈົ້າ​ກໍ​ລົງ​ມາ​ເທິງ​ພວກເຂົາ​ເໝືອນ​ທີ່​ໄດ້​ລົງ​ມາ​ເທິງ​ພວກເຮົາ​ໃນ​ຕອນຕົ້ນ​ນັ້ນ.


ເມືອງ​ລິດດາ​ຢູ່​ໃກ້​ກັບ​ເມືອງ​ຢົບປາ; ດັ່ງນັ້ນ ເມື່ອ​ພວກສາວົກ​ໄດ້​ຂ່າວ​ວ່າ​ເປໂຕ​ຢູ່ໃນ​ເມືອງ​ລິດດາ, ພວກເຂົາ​ຈຶ່ງ​ສົ່ງ​ຊາຍ​ສອງ​ຄົນ​ມາ​ຫາ​ເພິ່ນ ແລະ ຂໍຮ້ອງ​ເພິ່ນ​ວ່າ, “ຂໍ​ໃຫ້​ມາ​ຫາ​ພວກເຮົາ​ໃນ​ທັນທີ!”


ເລື່ອງ​ນີ້​ໄດ້​ເປັນ​ທີ່​ຮູ້ຈັກ​ທົ່ວ​ເມືອງ​ຢົບປາ ແລະ ມີ​ຫລາຍ​ຄົນ​ໄດ້​ເຊື່ອ​ໃນ​ອົງພຣະຜູ້ເປັນເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka