Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 9:42 - ພຣະຄຳພີລາວສະບັບສະໄໝໃໝ່

42 ເລື່ອງ​ນີ້​ໄດ້​ເປັນ​ທີ່​ຮູ້ຈັກ​ທົ່ວ​ເມືອງ​ຢົບປາ ແລະ ມີ​ຫລາຍ​ຄົນ​ໄດ້​ເຊື່ອ​ໃນ​ອົງພຣະຜູ້ເປັນເຈົ້າ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

42 ຂ່າວ​ກ່ຽວກັບ​ເລື່ອງ​ນີ້ ໄດ້​ແຜ່​ອອກ​ໄປ​ທົ່ວ​ເມືອງ​ຢົບປາ ແລະ​ມີ​ຫລາຍ​ຄົນ​ໄດ້​ເຊື່ອ​ໃນ​ອົງພຣະ​ຜູ້​ເປັນເຈົ້າ.

Uka jalj uñjjattʼäta Copia luraña




ກິດຈະການ 9:42
17 Jak'a apnaqawi uñst'ayäwi  

ເມື່ອ​ພຣະອົງ​ໄດ້​ຍິນ​ດັ່ງນັ້ນ​ແລ້ວ ພຣະເຢຊູເຈົ້າ​ຈຶ່ງ​ກ່າວ​ວ່າ, “ຄວາມເຈັບປ່ວຍ​ນີ້​ຈະ​ບໍ່​ເຖິງ​ແກ່​ຄວາມຕາຍ. ແຕ່​ເກີດຂຶ້ນ​ເພື່ອ​ກຽດຕິຍົດ​ຂອງ​ພຣະເຈົ້າ ເພື່ອ​ໃຫ້​ພຣະບຸດ​ຂອງ​ພຣະເຈົ້າ​ໄດ້​ຮັບກຽດ​ເພາະ​ການ​ນີ້”.


ເຫດສະນັ້ນ ຊາວ​ຢິວ​ຫລາຍ​ຄົນ​ທີ່​ມາ​ຢ້ຽມຢາມ​ມາຣີ ແລະ ໄດ້​ເຫັນ​ສິ່ງ​ທີ່​ພຣະເຢຊູເຈົ້າ​ໄດ້​ເຮັດ​ນັ້ນ ກໍ​ເຊື່ອ​ພຣະອົງ.


ເພາະ​ລາຊາໂຣ ເປັນ​ຕົ້ນເຫດ​ໃຫ້​ຊາວ​ຢິວ​ຫລາຍຄົນ​ໄປ​ຫາ​ພຣະເຢຊູເຈົ້າ ແລະ ເຊື່ອ​ໃນ​ພຣະອົງ.


ແລ້ວ​ພຣະເຢຊູເຈົ້າ​ໄດ້​ຮ້ອງ​ຂຶ້ນ​ວ່າ, “ຜູ້ໃດ​ກໍ​ຕາມ​ທີ່​ເຊື່ອ​ໃນ​ເຮົາ​ກໍ​ບໍ່​ໄດ້​ເຊື່ອ​ໃນ​ເຮົາ​ເທົ່ານັ້ນ, ແຕ່​ຍັງ​ເຊື່ອ​ໃນ​ພຣະອົງ​ຜູ້​ໃຊ້​ເຮົາ​ມາ.


ບັດນີ້ ຈົ່ງ​ສົ່ງ​ຄົນ​ໄປ​ເມືອງ​ຢົບປາ​ເພື່ອ​ເຊີນ​ເອົາ​ຊາຍ​ຜູ້​ໜຶ່ງ​ຊື່​ວ່າ​ຊີໂມນ ທີ່​ມີ​ອີກ​ຊື່​ໜຶ່ງ​ວ່າ ເປໂຕ.


ແລ້ວ​ເພິ່ນ​ໄດ້​ເລົ່າ​ທຸກ​ເຫດການ​ທີ່​ເກີດຂຶ້ນ​ນັ້ນ​ໃຫ້​ພວກເຂົາ​ຟັງ ແລະ ສົ່ງ​ພວກເຂົາ​ໄປ​ທີ່​ເມືອງ​ຢົບປາ.


ເພິ່ນ​ໄດ້​ເລົ່າ​ເຫດການ​ໃຫ້​ພວກຂ້າພະເຈົ້າ​ຟັງ​ວ່າ ເພິ່ນ​ໄດ້​ເຫັນ​ເທວະດາ​ຕົນ​ໜຶ່ງ​ມາ​ປາກົດ​ໃນ​ເຮືອນ​ຂອງ​ເພິ່ນ ແລະ ກ່າວ​ວ່າ, ‘ຈົ່ງ​ສົ່ງ​ຄົນ​ໄປ​ເມືອງ​ຢົບປາ ເພື່ອ​ເຊີນ​ເອົາ​ຊີໂມນ​ທີ່​ມີ​ອີກ​ຊື່​ໜຶ່ງ​ວ່າ​ເປໂຕ.


ມື​ຂອງ​ອົງພຣະຜູ້ເປັນເຈົ້າ​ໄດ້​ຢູ່​ນຳ​ພວກເຂົາ ແລະ ມີ​ຄົນ​ເປັນ​ຈຳນວນ​ຫລວງຫລາຍ​ໄດ້​ເຊື່ອ ແລະ ກັບໃຈ​ມາ​ຫາ​ອົງພຣະຜູ້ເປັນເຈົ້າ.


“ຂ້າພະເຈົ້າ​ຢູ່​ທີ່​ເມືອງ​ຢົບປາ​ກຳລັງ​ອະທິຖານ​ຢູ່ ແລະ ກໍ​ລືມຄີງ​ໄປ ຂ້າພະເຈົ້າ​ກໍ​ໄດ້​ເຫັນ​ນິມິດ. ຂ້າພະເຈົ້າ​ເຫັນ​ສິ່ງ​ໜຶ່ງ​ເໝືອນ​ຜ້າ​ຜືນ​ໃຫຍ່​ທັງສີ່​ມູມ​ຢ່ອນ​ຈາກ​ສະຫວັນ​ລົງ​ມາ​ບ່ອນ​ທີ່​ຂ້າພະເຈົ້າ​ຢູ່.


ບັນດາ​ຄົນ​ທັງຫລາຍ​ທີ່ຢູ່​ໃນ​ເມືອງ​ລິດດາ ແລະ ຊາໂຣນ ໄດ້​ເຫັນ​ລາວ​ດັ່ງນັ້ນ​ແລ້ວ​ກໍ​ກັບໃຈ​ມາ​ຫາ​ອົງພຣະຜູ້ເປັນເຈົ້າ.


ໃນ​ເມືອງ​ຢົບປາ ມີ​ສາວົກ​ຄົນ​ໜຶ່ງ​ຊື່​ວ່າ​ຕາບີທາ (ນາງ​ມີ​ຊື່​ເປັນ​ພາສາກຣີກ​ວ່າ​ໂດຣະກາ) ນາງ​ເຮັດ​ແຕ່​ຄວາມດີ ແລະ ຊ່ວຍເຫລືອ​ຜູ້ຍາກຈົນ​ຢູ່​ສະເໝີ.


ເມືອງ​ລິດດາ​ຢູ່​ໃກ້​ກັບ​ເມືອງ​ຢົບປາ; ດັ່ງນັ້ນ ເມື່ອ​ພວກສາວົກ​ໄດ້​ຂ່າວ​ວ່າ​ເປໂຕ​ຢູ່ໃນ​ເມືອງ​ລິດດາ, ພວກເຂົາ​ຈຶ່ງ​ສົ່ງ​ຊາຍ​ສອງ​ຄົນ​ມາ​ຫາ​ເພິ່ນ ແລະ ຂໍຮ້ອງ​ເພິ່ນ​ວ່າ, “ຂໍ​ໃຫ້​ມາ​ຫາ​ພວກເຮົາ​ໃນ​ທັນທີ!”


ຝ່າຍ​ເປໂຕ​ກໍ​ໄດ້​ອາໄສ​ຢູ່​ໃນ​ເມືອງ​ຢົບປາ​ເປັນ​ເວລາ​ຫລາຍ​ວັນ​ກັບ​ຊ່າງຟອກໜັງ​ທີ່​ມີ​ຊື່​ວ່າ​ຊີໂມນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka