Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 9:4 - ພຣະຄຳພີລາວສະບັບສະໄໝໃໝ່

4 ລາວ​ລົ້ມລົງ​ພື້ນດິນ ແລະ ໄດ້​ຍິນ​ສຽງ​ໜຶ່ງ​ກ່າວ​ຕໍ່​ລາວ​ວ່າ, “ໂຊໂລ, ໂຊໂລ​ເອີຍ, ເປັນຫຍັງ​ເຈົ້າ​ຈຶ່ງ​ຂົ່ມເຫັງ​ເຮົາ?”

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

4 ລາວ​ລົ້ມ​ລົງ​ພື້ນດິນ ແລະ​ໄດ້ຍິນ​ສຽງ​ໜຶ່ງ​ກ່າວ​ແກ່​ຕົນ​ວ່າ, “ໂຊໂລ ໂຊໂລ​ເອີຍ ເປັນຫຍັງ​ເຈົ້າ​ຈຶ່ງ​ຂົ່ມເຫັງ​ເຮົາ?”

Uka jalj uñjjattʼäta Copia luraña




ກິດຈະການ 9:4
22 Jak'a apnaqawi uñst'ayäwi  

“ກະສັດ​ຈະ​ຕອບ​ວ່າ, ‘ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ສິ່ງໃດ​ກໍ​ຕາມ​ທີ່​ພວກເຈົ້າ​ໄດ້​ເຮັດ​ແກ່​ຜູ້ຕໍ່າຕ້ອຍ​ທີ່ສຸດ​ຄົນ​ໜຶ່ງ​ໃນ​ບັນດາ​ພີ່ນ້ອງ​ເຫລົ່ານີ້​ຂອງ​ເຮົາ ພວກເຈົ້າ​ກໍ​ໄດ້​ເຮັດ​ແກ່​ເຮົາ​ເໝືອນກັນ’.


ອົງພຣະຜູ້ເປັນເຈົ້າ​ຕອບ​ວ່າ, “ມາທາ ມາທາ​ເອີຍ, ເຈົ້າ​ກັງວົນ ແລະ ວຸ້ນວາຍ​ນຳ​ຫລາຍ​ສິ່ງ​ແທ້​ນໍ,


ເມື່ອ​ພຣະເຢຊູເຈົ້າ​ກ່າວ​ວ່າ, “ເຮົາ​ຄື​ຜູ້​ນັ້ນ” ພວກເຂົາ​ກໍ​ຖອຍຫລັງ ແລະ ລົ້ມລົງ​ກັບ​ພື້ນດິນ.


ພຣະເຢຊູເຈົ້າ​ຈຶ່ງ​ກ່າວ​ກັບ​ນາງ​ວ່າ, “ມາຣີ​ເອີຍ”. ນາງ​ມາຣີ​ຫັນ​ໜ້າ​ກັບ​ມາ​ຫາ​ພຣະອົງ ແລະ ຮ້ອງ​ອອກ​ມາ​ເປັນ​ພາສາ​ອາຣາມິກ​ວ່າ, “ຣັບໂບນີ!” (ເຊິ່ງ​ແປ​ວ່າ “ອາຈານ”).


ເມື່ອ​ພວກເພິ່ນ​ຮັບປະທານ​ອາຫານ​ແລ້ວ, ພຣະເຢຊູເຈົ້າ​ກ່າວ​ກັບ​ຊີໂມນ​ເປໂຕ​ວ່າ, “ຊີໂມນ​ລູກ​ໂຢຮັນ​ເອີຍ, ເຈົ້າ​ຮັກ​ເຮົາ​ຫລາຍ​ກວ່າ​ສິ່ງ​ເຫລົ່ານີ້​ບໍ?” ເປໂຕ​ຕອບ​ວ່າ, “ໂດຍ ອົງພຣະຜູ້ເປັນເຈົ້າ, ພຣະອົງ​ຮູ້ຈັກ​ວ່າ​ຂ້ານ້ອຍ​ຮັກ​ພຣະອົງ”. ພຣະເຢຊູເຈົ້າ​ຈຶ່ງ​ສັ່ງ​ວ່າ, “ຈົ່ງ​ລ້ຽງ​ແກະ​ໜຸ່ມ​ຂອງ​ເຮົາ​ເດີ”.


ໃນ​ທັນໃດ​ນັ້ນ ນາງ​ກໍ​ລົ້ມ​ລົງ​ຕາຍ​ທີ່​ຕີນ​ຂອງ​ເປໂຕ. ເມື່ອ​ພວກຊາຍໜຸ່ມ​ເຂົ້າ​ມາ​ກໍ​ເຫັນ​ວ່າ​ນາງ​ຕາຍ​ແລ້ວ, ຈຶ່ງ​ຫາມ​ເອົາ​ສົບ​ໄປ​ຝັງ​ຂ້າງ​ຜົວ​ຂອງ​ນາງ.


ໂຊໂລ​ໄດ້​ຖາມ​ວ່າ, “ອົງພຣະຜູ້ເປັນເຈົ້າ​ເອີຍ, ພຣະອົງ​ຄື​ຜູ້ໃດ?” ພຣະອົງ​ຕອບ​ວ່າ, “ເຮົາ​ຄື​ເຢຊູ​ຜູ້​ທີ່​ເຈົ້າ​ກຳລັງ​ຂົ່ມເຫັງ”.


ເຫດສະນັ້ນ, ຈົ່ງ​ພິຈາລະນາ​ທັງ​ຄວາມເມດຕາ ແລະ ຄວາມເຂັ້ມງວດ​ຂອງ​ພຣະເຈົ້າ​ຄື: ເຂັ້ມງວດ​ກັບ​ບັນດາ​ຜູ້​ທີ່​ລົ້ມລົງ, ແຕ່​ເມດຕາ​ເຈົ້າ​ກໍ​ຕໍ່​ເມື່ອ​ເຈົ້າ​ຍັງ​ຕັ້ງໝັ້ນຄົງ​ຢູ່​ໃນ​ຄວາມເມດຕາ​ຂອງ​ພຣະອົງ. ຖ້າ​ບໍ່​ດັ່ງນັ້ນ​ເຈົ້າ​ກໍ​ຈະ​ຖືກ​ຕັດ​ອອກ​ເໝືອນກັນ.


ເຖິງ​ແມ່ນ​ວ່າ​ມີ​ພຽງ​ຮ່າງກາຍ​ດຽວ ກໍ​ຍັງ​ມີ​ອະໄວຍະວະ​ຫລາຍ​ສ່ວນ, ແຕ່​ອະໄວຍະວະ​ທັງໝົດ​ເຫລົ່ານັ້ນ​ກໍ​ຍັງ​ປະກອບ​ກັນ​ເປັນ​ກາຍ​ດຽວ, ພຣະຄຣິດເຈົ້າ​ກໍ​ເຊັ່ນ​ກັນ.


ເພາະ​ຜູ້ໃດ​ທີ່​ເຮັດໃຫ້​ພວກເຈົ້າ​ແຕກຕ່າງ​ຈາກ​ຄົນ​ອື່ນ? ສິ່ງ​ທີ່​ພວກເຈົ້າ​ມີ​ຢູ່​ນັ້ນ​ມີ​ອັນໃດ​ທີ່​ພວກເຈົ້າ​ບໍ່​ໄດ້​ຮັບ? ແລະ ຖ້າ​ພວກເຈົ້າ​ໄດ້​ຮັບ​ສິ່ງ​ນັ້ນ​ແລ້ວ, ເປັນຫຍັງ​ພວກເຈົ້າ​ຈຶ່ງ​ເວົ້າ​ອວດອ້າງ​ເໝືອນ​ກັບ​ວ່າ​ພວກເຈົ້າ​ບໍ່​ໄດ້​ຮັບ?


ເພາະວ່າ​ພວກເຮົາ​ທັງຫລາຍ​ເປັນ​ອະໄວຍະວະ​ໃນ​ກາຍ​ຂອງ​ພຣະອົງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka