Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 9:3 - ພຣະຄຳພີລາວສະບັບສະໄໝໃໝ່

3 ເມື່ອ​ລາວ​ເດີນທາງ​ມາ​ໃກ້​ຈະ​ຮອດ​ເມືອງ​ດາມັສກັດ, ໃນ​ທັນໃດ​ນັ້ນ ກໍ​ມີ​ແສງສະຫວ່າງ​ຈາກ​ສະຫວັນ​ສ່ອງ​ແມບມາບ​ລົງ​ມາ​ອ້ອມ​ລາວ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

3 ພໍ​ເມື່ອ​ໂຊໂລ​ເດີນທາງ​ໃກ້​ຈະ​ຮອດ​ເມືອງ​ດາມັສກັດ ໃນ​ທັນໃດນັ້ນ ກໍ​ມີ​ແສງ​ສະຫວ່າງ​ຈາກ​ທ້ອງຟ້າ​ແມບ​ມາບ​ລົງ​ມາ​ອ້ອມ​ລາວ.

Uka jalj uñjjattʼäta Copia luraña




ກິດຈະການ 9:3
10 Jak'a apnaqawi uñst'ayäwi  

“ປະມານ​ຕອນທ່ຽງ ໃນ​ຂະນະ​ທີ່​ຂ້າພະເຈົ້າ​ມາ​ໃກ້​ຈະ​ເຖິງ​ເມືອງ​ດາມັສກັດ, ໃນ​ທັນໃດ​ນັ້ນ ກໍ​ມີ​ແສງສະຫວ່າງ​ກ້າ​ຈາກ​ສະຫວັນ​ສ່ອງ​ລົງ​ມາ​ອ້ອມ​ຂ້າພະເຈົ້າ.


ແລ້ວ​ອານາເນຍ​ກໍ​ໄປ ແລະ ເຂົ້າ​ໄປ​ໃນ​ເຮືອນ​ນັ້ນ. ລາວ​ໄດ້​ວາງມື​ໃສ່​ໂຊໂລ, ລາວ​ເວົ້າ​ວ່າ, “ອ້າຍ​ໂຊໂລ, ອົງພຣະຜູ້ເປັນເຈົ້າ​ຄື​ພຣະເຢຊູເຈົ້າ ຜູ້​ທີ່​ໄດ້​ປາກົດ​ແກ່​ເຈົ້າ​ລະຫວ່າງ​ທາງ​ທີ່​ເຈົ້າ​ກຳລັງ​ມາ​ນັ້ນ ໄດ້​ສົ່ງ​ເຮົາ​ມາ​ເພື່ອ​ວ່າ​ເຈົ້າ​ຈະ​ໄດ້​ເຫັນຮຸ່ງ​ອີກ ແລະ ເພື່ອ​ເຈົ້າ​ຈະ​ໄດ້​ເຕັມ​ໄປ​ດ້ວຍ​ພຣະວິນຍານບໍລິສຸດເຈົ້າ”.


ແຕ່​ບາຣະນາບາ​ໄດ້​ພາ​ເພິ່ນ​ໄປ​ພົບ​ບັນດາ​ອັກຄະສາວົກ. ບາຣະນາບາ​ໄດ້​ເລົ່າເລື່ອງ​ໃຫ້​ພວກເພິ່ນ​ຟັງ​ວ່າ​ໂຊໂລ​ໄດ້​ເຫັນ​ອົງພຣະຜູ້ເປັນເຈົ້າ​ໃນ​ກາງທາງ​ນັ້ນ​ຢ່າງໃດ ແລະ ພຣະອົງ​ໄດ້​ກ່າວ​ກັບ​ເພິ່ນ​ຢ່າງໃດ ແລະ ເພິ່ນ​ໄດ້​ເທດສະໜາ​ໃນ​ນາມ​ຂອງ​ພຣະເຢຊູເຈົ້າ​ທີ່​ເມືອງ​ດາມັສກັດ​ດ້ວຍ​ໃຈ​ກ້າຫານ​ຢ່າງໃດ​ດ້ວຍ.


ແລະ ໃນ​ທ້າຍ​ທີ່​ສຸດ​ພຣະອົງ​ກໍ​ໄດ້​ປາກົດ​ແກ່​ເຮົາ ຜູ້​ທີ່​ເປັນ​ເໝືອນ​ລູກ​ທີ່​ເກີດ​ຜິດປົກກະຕິ.


ເຮົາ​ບໍ່​ມີ​ເສລີພາບ​ບໍ? ເຮົາ​ບໍ່​ໄດ້​ເປັນ​ອັກຄະສາວົກ​ບໍ? ເຮົາ​ບໍ່​ໄດ້​ເຫັນ​ພຣະເຢຊູເຈົ້າ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ​ບໍ? ພວກເຈົ້າ​ບໍ່​ໄດ້​ເປັນ​ຜົນ​ຂອງ​ວຽກງານ​ຂອງ​ເຮົາ​ໃນ​ອົງພຣະຜູ້ເປັນເຈົ້າ​ບໍ?


ອົງ​ດຽວ​ທີ່​ເປັນ​ອະມະຕະ ແລະ ດຳລົງ​ຢູ່​ໃນ​ຄວາມສະຫວ່າງ​ອັນ​ບໍ່​ສາມາດ​ເຂົ້າ​ໄປ​ເຖິງ​ໄດ້, ເປັນ​ອົງ​ທີ່​ບໍ່​ມີ​ຜູ້ໃດ​ເຄີຍ​ເຫັນ ຫລື ສາມາດ​ເຫັນ​ພຣະອົງ​ໄດ້. ຂໍ​ໃຫ້​ກຽດ ແລະ ລິດທານຸພາບ​ຈົ່ງ​ມີ​ແກ່​ພຣະອົງ​ຕະຫລອດໄປ​ນິລັນດອນ. ອາແມນ.


ນະຄອນ​ນີ້​ບໍ່​ຕ້ອງການ​ດວງອາທິດ ຫລື ດວງເດືອນ​ເພື່ອ​ສ່ອງແສງ ເພາະ​ສະຫງ່າລາສີ​ຂອງ​ພຣະເຈົ້າ​ໃຫ້​ແສງສະຫວ່າງ ແລະ ລູກແກະ​ຂອງ​ພຣະເຈົ້າ​ຄື​ຕະກຽງ​ແຫ່ງ​ນະຄອນ​ນີ້.


ທີ່​ນັ້ນ​ຈະ​ບໍ່​ມີ​ກາງຄືນ​ອີກ​ຕໍ່ໄປ. ພວກເຂົາ​ຈະ​ບໍ່​ຕ້ອງການ​ແສງ​ຕະກຽງ ຫລື ແສງ​ຕາເວັນ ເພາະ​ອົງພຣະຜູ້ເປັນເຈົ້າ​ພຣະເຈົ້າ​ຈະ​ໃຫ້​ຄວາມສະຫວ່າງ​ແກ່​ພວກເຂົາ. ແລະ ພວກເຂົາ​ຈະ​ປົກຄອງ​ຕະຫລອດໄປ​ເປັນນິດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka