Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 9:21 - ພຣະຄຳພີລາວສະບັບສະໄໝໃໝ່

21 ທຸກຄົນ​ທີ່​ໄດ້​ຍິນ​ກໍ​ປະຫລາດໃຈ ແລະ ຖາມ​ວ່າ, “ຊາຍ​ຄົນ​ນີ້​ໄດ້​ທຳລາຍ​ບັນດາ​ຜູ້​ທີ່​ຮ້ອງ​ອອກ​ນາມ​ນີ້​ໃນ​ເຢຣູຊາເລັມ​ແມ່ນ​ບໍ? ແລະ ລາວ​ມາ​ທີ່​ນີ້​ກໍ​ເພື່ອ​ຈັບ​ເອົາ​ຄົນ​ເຫລົ່ານັ້ນ​ເປັນ​ນັກໂທດ​ສົ່ງ​ໃຫ້​ຫົວໜ້າ​ປະໂລຫິດ​ແມ່ນ​ບໍ?”

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

21 ເມື່ອ​ຄົນ​ທັງຫລາຍ​ໄດ້ຍິນ​ໂຊໂລ​ກ່າວ ທຸກຄົນ​ຕ່າງ​ກໍ​ງຶດ​ປະຫລາດ​ໃຈ ແລະ​ຖາມ​ວ່າ, “ບໍ່ແມ່ນ​ຄົນ​ນີ້​ບໍ ທີ່​ຂ້າ​ຄົນ​ຜູ້​ທີ່​ຮ້ອງ​ອອກ​ນາມຊື່​ພຣະເຢຊູເຈົ້າ ທີ່​ນະຄອນ​ເຢຣູຊາເລັມ? ລາວ​ມາ​ທີ່​ນີ້ ມີ​ເປົ້າໝາຍ​ເພື່ອ​ຈັບກຸມ​ຄົນ​ເຫຼົ່ານັ້ນ ແລະ​ນຳ​ກັບຄືນ​ໄປ​ຫາ​ບັນດາ​ຫົວໜ້າ​ປະໂຣຫິດ ບໍ່ແມ່ນ​ບໍ?”

Uka jalj uñjjattʼäta Copia luraña




ກິດຈະການ 9:21
20 Jak'a apnaqawi uñst'ayäwi  

ພວກເຂົາ​ຕ່າງ​ກໍ​ປະຫລາດໃຈ ແລະ ສັບສົນ, ພວກເຂົາ​ຈຶ່ງ​ຖາມ​ກັນ​ວ່າ, “ສິ່ງ​ນີ້​ໝາຍຄວາມ​ວ່າ​ແນວ​ໃດ?”


ເມື່ອ​ພວກເພິ່ນ​ໄດ້​ຍິນສຽງ​ນີ້​ແລ້ວ ຄົນ​ທັງຫລາຍ​ກໍ​ມາ​ເຕົ້າໂຮມກັນ​ດ້ວຍ​ຄວາມສັບສົນ ເພາະ​ແຕ່ລະຄົນ​ຕ່າງ​ກໍ​ໄດ້​ຍິນ​ພວກເຂົາ​ເວົ້າ​ພາສາ​ຂອງ​ຕົນ.


ພວກເຂົາ​ຈຶ່ງ​ຈື່​ໄດ້​ວ່າ​ລາວ​ເປັນ​ຄົນ​ດຽວ​ກັນ​ກັບ​ຜູ້​ທີ່​ເຄີຍ​ນັ່ງ​ຂໍທານ​ຢູ່​ທີ່​ປະຕູ​ງາມ​ຂອງ​ວິຫານ, ແລ້ວ​ພວກເຂົາ​ຈຶ່ງ​ປະຫລາດໃຈ ແລະ ອັດສະຈັນໃຈ​ໃນ​ສິ່ງ​ທີ່​ເກີດຂຶ້ນ​ກັບ​ຊາຍ​ຄົນ​ນີ້.


ເມື່ອ​ພວກເຂົາ​ເຫັນ​ຄວາມກ້າຫານ​ຂອງ​ເປໂຕ ແລະ ໂຢຮັນ ແລະ ສັງເກດ​ວ່າ​ພວກເພິ່ນ​ເປັນ​ຄົນທຳມະດາ​ສາມັນ​ຂາດ​ການສຶກສາ, ພວກເຂົາ​ກໍ​ປະຫລາດໃຈ ແລະ ນຶກ​ຂຶ້ນ​ໄດ້​ວ່າ​ຄົນ​ເຫລົ່ານີ້​ເຄີຍ​ຢູ່​ກັບ​ພຣະເຢຊູເຈົ້າ.


ຂະນະ​ທີ່​ພວກເຂົາ​ກຳລັງ​ແກວ່ງ​ກ້ອນຫີນ​ໃສ່​ເພິ່ນ​ຢູ່​ນັ້ນ, ຊະເຕຟາໂນ​ໄດ້​ອະທິຖານ​ວ່າ, “ພຣະເຢຊູເຈົ້າ​ອົງພຣະຜູ້ເປັນເຈົ້າ, ຂໍ​ຮັບ​ເອົາ​ຈິດວິນຍານ​ຂອງ​ຂ້ານ້ອຍ​ໄວ້​ດ້ວຍ”.


ແຕ່​ໂຊໂລ​ນັ້ນ​ກໍ​ເລີ່ມ​ທຳລາຍ​ຄຣິສຕະຈັກ. ເພິ່ນ​ເຂົ້າ​ໄປ​ຕາມ​ບ້ານ​ເຮືອນ, ດຶງ​ລາກ​ເອົາ​ທັງ​ຜູ້ຊາຍ ແລະ ແມ່ຍິງ​ອອກ​ມາ​ແລ້ວ​ເອົາ​ພວກເຂົາ​ໄປ​ຂັງ​ໄວ້​ໃນ​ຄຸກ.


ແຕ່​ການ​ປະກາດ​ຂອງ​ໂຊໂລ​ກໍ​ຍິ່ງ​ມີ​ລິດອຳນາດ​ເຂັ້ມແຂງ​ຂຶ້ນ ໂດຍ​ພິສູດ​ໃຫ້​ເຫັນ​ວ່າ​ພຣະເຢຊູເຈົ້າ​ເປັນ​ພຣະຄຣິດເຈົ້າ ແລະ ເຮັດ​ໃຫ້​ຊາວຢິວ​ໃນ​ເມືອງ​ດາມັສກັດ​ສັບສົນ.


ໃນ​ວັນນັ້ນ​ພຣະອົງ​ຈະ​ມາ​ເພື່ອ​ຮັບ​ກຽດຕິຍົດ​ໃນ​ທ່າມກາງ​ຄົນ​ບໍລິສຸດ​ຂອງ​ພຣະອົງ ແລະ ເພື່ອ​ເປັນ​ທີ່​ປະຫລາດໃຈ​ໃນ​ທ່າມກາງ​ຜູ້​ທີ່​ເຊື່ອ​ທັງຫລາຍ ເຊິ່ງ​ລວມ​ທັງ​ພວກເຈົ້າ​ດ້ວຍ ເພາະ​ພວກເຈົ້າ​ໄດ້​ເຊື່ອ​ໃນ​ຄຳພະຍານ​ຂອງ​ພວກເຮົາ​ທີ່​ກ່າວ​ແກ່​ພວກເຈົ້າ.


ເບິ່ງແມ, ຄວາມຮັກ​ທີ່​ພຣະບິດາເຈົ້າ​ມີ​ຕໍ່​ພວກເຮົາ​ທັງຫລາຍ​ນັ້ນ​ຍິ່ງໃຫຍ່​ປານ​ໃດ, ເຊິ່ງ​ພວກເຮົາ​ຄວນ​ຖືກ​ເອີ້ນ​ວ່າ ບັນດາ​ລູກ​ຂອງ​ພຣະເຈົ້າ! ແລະ ພວກເຮົາ​ກໍ​ເປັນ​ຢ່າງ​ນັ້ນ​ແລ້ວ. ເຫດຜົນ​ທີ່​ໂລກ​ບໍ່​ຮູ້ຈັກ​ພວກເຮົາ​ກໍ​ເພາະ​ໂລກ​ບໍ່​ຮູ້ຈັກ​ພຣະອົງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka