Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 9:2 - ພຣະຄຳພີລາວສະບັບສະໄໝໃໝ່

2 ແລະ ຂໍ​ໜັງສື​ແນະນຳ​ໂຕ​ໄປ​ຍັງ​ທຳມະສາລາ​ຕ່າງໆ​ໃນ​ເມືອງ​ດາມັສກັດ, ເພື່ອ​ວ່າ​ຖ້າ​ລາວ​ພົບ​ຜູ້ໃດ​ກໍ​ຕາມ​ທີ່​ເຊື່ອຖື “ທາງນັ້ນ” ບໍ່​ວ່າ​ຜູ້ຊາຍ ຫລື ແມ່ຍິງ, ລາວ​ກໍ​ຈະ​ຈັບ​ພວກເຂົາ​ເປັນ​ນັກໂທດ​ແລ້ວ​ນຳ​ໄປ​ເຢຣູຊາເລັມ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

2 ແລະ​ຂໍ​ໜັງສື​ແນະນຳ​ຕົວ​ໄປ​ທີ່​ທຳມະສາລາ​ໃນ​ເມືອງ​ດາມັສກັດ ເພື່ອ​ວ່າ​ຖ້າ​ພົບ​ຜູ້ໃດ​ບໍ່​ວ່າ​ຍິງ ຫລື​ຊາຍ​ກໍຕາມ​ທີ່​ເຊື່ອ​ໃນ​ອົງພຣະ​ຜູ້​ເປັນເຈົ້າ ລາວ​ກໍ​ຈະ​ຈັບ​ພວກເຂົາ​ມັດ​ໄວ້ ແລ້ວ​ນຳ​ມາ​ທີ່​ນະຄອນ​ເຢຣູຊາເລັມ.

Uka jalj uñjjattʼäta Copia luraña




ກິດຈະການ 9:2
23 Jak'a apnaqawi uñst'ayäwi  

“ຈົ່ງ​ລະວັງ​ໂຕ​ໃຫ້​ດີ ພວກເຈົ້າ​ຈະ​ຖືກ​ມອບ​ໃຫ້​ສະພາ​ທ້ອງຖິ່ນ ແລະ ຈະ​ຖືກ​ຂ້ຽນຕີ​ໃນ​ທຳມະສາລາ.


ພຣະເຢຊູເຈົ້າ​ຕອບ​ວ່າ, “ເຮົາ​ນີ້​ແຫລະ​ເປັນ​ທາງ​ນັ້ນ ເປັນ​ຄວາມຈິງ ແລະ ເປັນ​ຊີວິດ. ບໍ່​ມີ​ຜູ້ໃດ​ມາ​ເຖິງ​ພຣະບິດາເຈົ້າ​ໄດ້​ນອກ​ຈາກ​ມາ​ທາງ​ເຮົາ.


ລາວ​ໄດ້​ຮັບ​ການ​ຝຶກຝົນ​ໃນ​ທາງ​ຂອງ​ອົງພຣະຜູ້ເປັນເຈົ້າ ແລະ ລາວ​ເວົ້າ​ດ້ວຍ​ໃຈຮ້ອນຮົນ​ແທ້ໆ ແລະ ສັ່ງສອນ​ເລື່ອງ​ພຣະເຢຊູເຈົ້າ​ຢ່າງ​ຖືກຕ້ອງ, ເຖິງ​ວ່າ​ລາວ​ຮູ້​ຈັກ​ພຽງ​ແຕ່​ບັບຕິສະມາ​ຂອງ​ໂຢຮັນ​ເທົ່ານັ້ນ.


ໃນ​ເວລາ​ນັ້ນ ເກີດ​ເຫດການ​ວຸ້ນວາຍ​ຄັ້ງ​ໃຫຍ່​ຂຶ້ນ​ກ່ຽວກັບ​ເລື່ອງ “ທາງນັ້ນ”.


ແຕ່​ບາງຄົນ​ໃນ​ພວກເຂົາ​ມີ​ໃຈ​ດື້ດ້ານ; ພວກເຂົາ​ບໍ່​ຍອມ​ເຊື່ອ ແລະ ກ່າວ​ໃສ່ຮ້າຍ “ທາງນັ້ນ” ຕໍ່ໜ້າ​ຄົນ​ທັງຫລາຍ. ດັ່ງນັ້ນ ໂປໂລ​ຈຶ່ງ​ໄປ​ຈາກ​ພວກເຂົາ. ເພິ່ນ​ໄດ້​ພາ​ພວກສາວົກ​ແຍກ​ອອກ​ໄປ​ກັບ​ເພິ່ນ ແລະ ໄດ້​ສົນທະນາກັນ​ໃນ​ຫ້ອງປະຊຸມ​ຂອງ​ຕີລາໂນ​ທຸກ​ວັນ.


ເຖິງ​ຢ່າງ​ໃດ​ກໍ​ຕາມ, ຂ້າພະເຈົ້າ​ກໍ​ຍອມຮັບ​ວ່າ​ຂ້າພະເຈົ້າ​ນະມັດສະການ​ພຣະເຈົ້າ​ຂອງ​ບັນພະບຸລຸດ​ໃນ​ຖານະ​ຜູ້​ຕິດຕາມ ‘ທາງນັ້ນ’, ເຊິ່ງ​ພວກເຂົາ​ເອີ້ນ​ວ່າ​ນິກາຍ​ໜຶ່ງ. ຂ້າພະເຈົ້າ​ເຊື່ອ​ທຸກສິ່ງ​ທີ່​ສອດຄ່ອງ​ກັບ​ກົດບັນຍັດ ແລະ ທຸກສິ່ງ​ທີ່​ໄດ້​ຂຽນ​ໄວ້​ໃນ​ໜັງສື​ຜູ້ທຳນວາຍ,


ຫລັງຈາກ​ນັ້ນ ເຟລິກ ຜູ້​ທີ່​ຄຸ້ນເຄີຍ​ດີ​ກັບ​ເລື່ອງ “ທາງນັ້ນ”, ຈຶ່ງ​ສັ່ງ​ເລື່ອນ​ການ​ພິຈາລະນາ​ຄະດີ. ເພິ່ນ​ກ່າວ​ວ່າ, “ເຮົາ​ຈະ​ຕັດສິນ​ຄະດີ​ຂອງ​ເຈົ້າ​ເມື່ອ​ນາຍພັນ​ລີເຊຍ​ມາ​ເຖິງ”.


ແລະ ນັ້ນ​ແຫລະ​ຄື​ສິ່ງ​ທີ່​ຂ້ານ້ອຍ​ໄດ້​ເຮັດ​ໃນ​ເຢຣູຊາເລັມ. ຂ້ານ້ອຍ​ໄດ້​ຈັບ​ຄົນ​ຂອງ​ພຣະເຈົ້າ​ຫລາຍ​ຄົນ​ເຂົ້າ​ຄຸກ ໂດຍ​ອາໄສ​ສິດອຳນາດ​ຂອງ​ບັນດາ​ຫົວໜ້າ​ປະໂລຫິດ ແລະ ເມື່ອ​ພວກເຂົາ​ຖືກ​ຂ້າ, ຂ້ານ້ອຍ​ກໍ​ເຫັນພ້ອມ​ດ້ວຍ.


“ໃນ​ການເດີນທາງ​ຄັ້ງ​ໜຶ່ງ ຂ້ານ້ອຍ​ກຳລັງ​ຈະ​ໄປ​ຍັງ​ເມືອງ​ດາມັສກັດ ໂດຍ​ໄດ້​ຮັບ​ສິດອຳນາດ ແລະ ການ​ມອບໝາຍ​ຈາກ​ມະຫາ​ປະໂລຫິດ.


ເຖິງ​ຢ່າງໃດ​ກໍ​ຕາມ, ກໍ​ຖືກ​ຕໍ່ຕ້ານ​ຈາກ​ສະມາຊິກ​ຂອງ​ທຳມະສາລາ​ຂອງ​ພວກ​ຢິວ​ແຫ່ງ​ອິດສະຫລະ (ຕາມ​ທີ່​ພວກເຂົາ​ເອີ້ນ​ກັນ) ຄື​ພວກ​ຢິວ​ຈາກ​ເມືອງ​ກີເຣເນ, ເມືອງ​ອາເລັກຊັນເດຍ ທັງ​ຈາກ​ແຂວງ​ກີລີເກຍ ແລະ ເອເຊຍ​ໄດ້​ເລີ່ມ​ໂຕ້ຖຽງ​ກັບ​ຊະເຕຟາໂນ.


ກະສັດ​ຜູ້​ນີ້​ໄດ້​ໃຊ້​ກົນອຸບາຍ​ຈັດການ​ກັບ​ຄົນ​ຂອງ​ພວກເຮົາ ແລະ ກົດຂີ່​ບັນດາ​ບັນພະບຸລຸດ​ຂອງ​ພວກເຮົາ​ໂດຍ​ບັງຄັບ​ໃຫ້​ພວກເພິ່ນ​ເອົາ​ເດັກນ້ອຍ​ເກີດໃໝ່​ຂອງ​ພວກເພິ່ນ​ໄປ​ຖິ້ມ ເພື່ອ​ໃຫ້​ພວກເຂົາ​ຕາຍ.


ແລະ ລາວ​ໄດ້​ມາ​ທີ່​ນີ້​ດ້ວຍ​ສິດອຳນາດ​ຈາກ​ຫົວໜ້າ​ປະໂລຫິດ​ເພື່ອ​ຈັບກຸມ​ຄົນ​ທັງໝົດ​ທີ່​ຮ້ອງ​ອອກ​ນາມ​ຂອງ​ພຣະອົງ”.


ທຸກຄົນ​ທີ່​ໄດ້​ຍິນ​ກໍ​ປະຫລາດໃຈ ແລະ ຖາມ​ວ່າ, “ຊາຍ​ຄົນ​ນີ້​ໄດ້​ທຳລາຍ​ບັນດາ​ຜູ້​ທີ່​ຮ້ອງ​ອອກ​ນາມ​ນີ້​ໃນ​ເຢຣູຊາເລັມ​ແມ່ນ​ບໍ? ແລະ ລາວ​ມາ​ທີ່​ນີ້​ກໍ​ເພື່ອ​ຈັບ​ເອົາ​ຄົນ​ເຫລົ່ານັ້ນ​ເປັນ​ນັກໂທດ​ສົ່ງ​ໃຫ້​ຫົວໜ້າ​ປະໂລຫິດ​ແມ່ນ​ບໍ?”


ໃນ​ເມືອງ​ດາມັສກັດ ເຈົ້າເມືອງ​ຜູ້​ຢູ່​ໃຕ້​ບັງຄັບບັນຊາ​ຂອງ​ກະສັດ​ອາເຣຕາ​ໄດ້​ໃຫ້​ທະຫານ​ເຝົ້າຍາມ​ໄວ້​ທົ່ວ​ເມືອງ​ເພື່ອ​ຈະ​ຈັບກຸມ​ເຮົາ.


ເຮົາ​ບໍ່​ໄດ້​ຂຶ້ນ​ໄປ​ຍັງ​ນະຄອນ​ເຢຣູຊາເລັມ​ເພື່ອ​ພົບ​ກັບ​ບັນດາ​ຄົນ​ທີ່​ເປັນ​ອັກຄະສາວົກ​ກ່ອນ​ເຮົາ, ແຕ່​ເຮົາ​ໄດ້​ເຂົ້າ​ໄປ​ໃນ​ປະເທດ​ອາຣາເບຍ. ຫລັງຈາກ​ນັ້ນ​ເຮົາ​ຈຶ່ງ​ໄດ້​ກັບຄືນ​ມາ​ເມືອງ​ດາມັສກັດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka