Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 8:9 - ພຣະຄຳພີລາວສະບັບສະໄໝໃໝ່

9 ໃນ​ເມືອງ​ນີ້ ມີ​ຊາຍ​ຄົນ​ໜຶ່ງ​ຊື່​ວ່າ​ຊີໂມນ​ໄດ້​ໃຊ້​ເວດມົນຄາຖາ ມາ​ໄລຍະໜຶ່ງ​ແລ້ວ ແລະ ໄດ້​ເຮັດ​ໃຫ້​ຊາວ​ຊາມາເຣຍ​ທັງໝົດ​ອັດສະຈັນ​ໃຈ. ລາວ​ໄດ້​ໂອ້ອວດ​ວ່າ​ລາວ​ເປັນ​ຜູ້​ໜຶ່ງ​ທີ່​ສຳຄັນ​ຫລາຍ,

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

9 ຍັງ​ມີ​ຊາຍ​ຄົນ​ໜຶ່ງ​ຢູ່​ໃນ​ເມືອງ​ນີ້​ຊື່​ວ່າ ຊີໂມນ ລາວ​ເປັນ​ໝໍ​ເວດມົນ​ຄາຖາ ທີ່​ເຄີຍ​ເຮັດ​ໃຫ້​ຊາວ​ຊາມາເຣຍ​ງຶດງໍ້​ອັດສະຈັນ​ໃຈ ແລະ​ອວດອ້າງ​ຕົວ​ວ່າ​ເປັນ​ຄົນ​ສຳຄັນ​ຜູ້ໜຶ່ງ.

Uka jalj uñjjattʼäta Copia luraña




ກິດຈະການ 8:9
20 Jak'a apnaqawi uñst'ayäwi  

ຜູ້ໃດ​ກໍ​ຕາມ​ທີ່​ເວົ້າ​ເອົາ​ເອງ​ກໍ​ເວົ້າ​ເພື່ອ​ຫາ​ກຽດ​ໃສ່​ຕົນເອງ ແຕ່​ຜູ້​ທີ່​ສະແຫວງຫາ​ກຽດ​ຂອງ​ພຣະອົງ​ຜູ້​ໃຊ້​ຕົນ​ມາ​ກໍ​ເປັນ​ຄົນ​ຂອງ​ຄວາມ​ຈິງ; ໃນ​ໂຕ​ຜູ້​ນັ້ນ​ບໍ່​ມີ​ຄວາມຕົວະ​ເລີຍ.


ພວກເພິ່ນ​ໄດ້​ເດີນທາງ​ໄປ​ທົ່ວ​ເກາະ​ຈົນ​ມາ​ຮອດ​ເມືອງ​ປາໂຟ. ຢູ່​ທີ່​ນັ້ນ ພວກເພິ່ນ​ໄດ້​ພົບ​ໝໍເວດມົນຄາຖາ​ຊາວ​ຢິວ ເຊິ່ງ​ເປັນ​ຜູ້ທຳນວາຍ​ປອມ​ຊື່​ບາຣະເຢຊູ,


ແຕ່​ເອລີມາ ໝໍເວດມົນຄາຖາ (ເປັນ​ຊື່​ຂອງ​ລາວ​ມີ​ຄວາມໝາຍ​ຢ່າງ​ນັ້ນ) ໄດ້​ມາ​ຂັດຂວາງ​ພວກເພິ່ນ​ທັງ​ສອງ​ໄວ້​ໂດຍ​ພະຍາຍາມ​ຈະ​ປ່ຽນ​ໃຈ​ຜູ້ປົກຄອງ​ໃຫ້​ອອກ​ຈາກ​ຄວາມເຊື່ອ.


ເມື່ອ​ບໍ່​ດົນ​ມາ​ນີ້ ທູດາ​ໄດ້​ປາກົດ​ຕົວ, ອ້າງ​ຕົນ​ເອງ​ວ່າ​ເປັນ​ຄົນ​ສຳຄັນ ແລະ ມີ​ປະມານ​ສີ່ຮ້ອຍ​ຄົນ​ໄດ້​ຮ່ວມ​ກຳລັງ​ກັບ​ລາວ. ແຕ່​ລາວ​ໄດ້​ຖືກ​ຂ້າ, ຜູ້​ທີ່​ຕິດຕາມ​ລາວ​ທັງໝົດ​ກໍ​ແຕກ​ກະຈັດ​ກະຈາຍ​ໄປ ແລະ ທັງໝົດ​ເຮັດ​ຫຍັງ​ບໍ່​ໄດ້.


ພວກເຂົາ​ໄດ້​ຕິດຕາມ​ລາວ​ເພາະ​ໄດ້​ອັດສະຈັນ​ໃຈ​ໃນ​ເວດມົນຄາຖາ​ຂອງ​ລາວ​ມາ​ແຕ່​ດົນນານ.


ມັນ​ຈະ​ຕໍ່ຕ້ານ ແລະ ຍົກ​ຕົນ​ເອງ​ຂຶ້ນ​ຢູ່​ເໜືອ​ທຸກສິ່ງ​ທີ່​ເອີ້ນ​ຊື່​ວ່າ​ພຣະເຈົ້າ ຫລື ເປັນ​ທີ່​ເຄົາລົບ​ບູຊາ ເພື່ອ​ວ່າ​ມັນ​ຈະ​ຕັ້ງ​ຕົນ​ເອງ​ຂຶ້ນ​ໃນ​ວິຫານ​ຂອງ​ພຣະເຈົ້າ ແລະ ປະກາດ​ຕົນ​ເອງ​ວ່າ​ເປັນ​ພຣະເຈົ້າ.


ຄົນ​ທັງຫລາຍ​ຈະ​ເປັນ​ຄົນ​ຮັກຕົນເອງ, ເປັນ​ຄົນ​ຮັກເງິນ, ໂອ້ອວດ, ຈອງຫອງ, ປ້ອຍດ່າ, ບໍ່​ເຊື່ອຟັງ​ພໍ່​ແມ່​ຂອງ​ຕົນ, ເນລະຄຸນ, ບໍ່​ບໍລິສຸດ,


ຢຶດຖື​ທາງ​ຂອງ​ພຣະເຈົ້າ​ພຽງ​ເປືອກນອກ ແຕ່​ປະຕິເສດ​ລິດອຳນາດ​ຂອງ​ພຣະເຈົ້າ. ຢ່າ​ໄປ​ຄົບຫາ​ກັບ​ຄົນ​ແບບ​ນີ້.


ເພາະ​ພວກເຂົາ​ເວົ້າ​ລ້າໆ, ເວົ້າ​ຄຳ​ໂອ້ອວດ ແລະ ໃຊ້​ຄວາມປາຖະໜາ​ຂອງ​ເນື້ອໜັງ​ດຶງດູດ​ຄົນ​ທັງຫລາຍ​ທີ່​ຫາ​ກໍ​ໜີ​ພົ້ນ​ຈາກ​ບັນດາ​ຜູ້​ທີ່​ດຳເນີນຊີວິດ​ໃນ​ທາງ​ທີ່​ຜິດ.


ຢູ່​ຂ້າງນອກ​ນັ້ນ​ມີ​ພວກໝາ, ບັນດາ​ຄົນ​ທີ່​ໃຊ້​ເວດມົນຄາຖາ, ຄົນ​ທີ່​ຜິດສິນທຳທາງເພດ, ຜູ້ຂ້າຄົນ, ຄົນ​ຂາບໄຫວ້​ຮູບເຄົາລົບ, ທຸກຄົນ​ທີ່​ຮັກ ແລະ ປະພຶດ​ຕາມ​ຄວາມຕົວະ​ນັ້ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka