Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 8:7 - ພຣະຄຳພີລາວສະບັບສະໄໝໃໝ່

7 ວິນຍານສົກກະປົກ​ທີ່​ສິງ​ຢູ່​ໃນ​ຫລາຍ​ຄົນ​ກໍ​ຮ້ອງ​ຂຶ້ນ​ດ້ວຍ​ສຽງ​ດັງ ແລ້ວ​ອອກ​ມາ​ຈາກ​ຄົນ​ເຫລົ່ານັ້ນ ແລະ ຄົນ​ທີ່​ເປັນ​ເປ້ຍ ແລະ ຂາເສັ້ງ​ຫລາຍ​ຄົນ​ກໍ​ຫາຍດີ​ເປັນ​ປົກກະຕິ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

7 ຜີຊົ່ວຮ້າຍ​ທີ່​ສິງ​ຢູ່​ໃນ​ຫລາຍ​ຄົນ ກໍ​ຮ້ອງ​ຂຶ້ນ​ດ້ວຍ​ສຽງດັງ ແລະ​ອອກ​ມາ​ຈາກ​ຄົນ​ເຫຼົ່ານັ້ນ ແລະ​ຄົນ​ທີ່​ເປັນ​ເປ້ຍ ແລະ​ຂາ​ເສັ້ງ​ຫລາຍ​ຄົນ ກໍໄດ້​ດີ​ເປັນ​ປົກກະຕິ.

Uka jalj uñjjattʼäta Copia luraña




ກິດຈະການ 8:7
16 Jak'a apnaqawi uñst'ayäwi  

ພຣະເຢຊູເຈົ້າ​ເອີ້ນ​ສາວົກ​ສິບສອງ​ຄົນ​ຂອງ​ພຣະອົງ​ມາ ແລະ ໄດ້​ມອບ​ສິດອຳນາດ​ໃຫ້​ແກ່​ພວກເພິ່ນ​ເພື່ອ​ຂັບໄລ່​ວິນຍານສົກກະປົກ ແລະ ຮັກສາ​ພະຍາດ​ພ້ອມ​ທັງ​ຄວາມເຈັບໄຂ້ໄດ້ປ່ວຍ​ທຸກ​ຢ່າງ.


ຄົນຕາບອດ​ເບິ່ງເຫັນ​ໄດ້, ຄົນເປ້ຍ​ຍ່າງ​ໄດ້, ຄົນຂີ້ທູດ​ຖືກ​ຊຳລະ​ໃຫ້​ສະອາດ, ຄົນຫູໜວກ​ກໍ​ໄດ້​ຍິນ, ຄົນຕາຍ​ແລ້ວ​ກໍ​ເປັນຄືນມາ ແລະ ຂ່າວປະເສີດ​ກໍ​ໄດ້​ປະກາດ​ແກ່​ຄົນຍາກຈົນ.


ຂ່າວ​ກ່ຽວກັບ​ພຣະອົງ​ໄດ້​ແຜ່ກະຈາຍ​ໄປ​ທົ່ວ​ປະເທດ​ຊີເຣຍ ແລະ ປະຊາຊົນ​ໄດ້​ນຳ​ຄົນເຈັບປ່ວຍ​ດ້ວຍ​ພະຍາດ​ຕ່າງໆ​ມາ​ໃຫ້​ພຣະເຢຊູເຈົ້າ​ຮັກສາ, ມີ​ທັງ​ຄົນ​ທີ່​ເຈັບປວດ​ທໍລະມານ, ຄົນ​ຖືກ​ຜີມານຮ້າຍ​ເຂົ້າ​ສິງ, ຄົນບ້າໝູ, ຄົນເປ້ຍ ແລະ ພຣະອົງ​ໄດ້​ຮັກສາ​ພວກເຂົາ​ໃຫ້​ຫາຍດີ.


ຜີມານຮ້າຍ​ນັ້ນ​ແຜດສຽງ​ຂຶ້ນ ມັນ​ເຮັດ​ໃຫ້​ເດັກນ້ອຍ​ຊັກດິ້ນ​ຢ່າງ​ແຮງ ແລ້ວ​ກໍ​ອອກ​ໜີ​ໄປ. ເດັກນ້ອຍ​ນັ້ນ​ກາຍເປັນ​ເໝືອນ​ຄົນ​ຕາຍ ຈົນ​ຫລາຍ​ຄົນ​ທັງຫລາຍ​ເວົ້າ​ວ່າ, “ລາວ​ຕາຍ​ແລ້ວ”.


ພວກ​ເຈັດສິບສອງ​ຄົນ​ນັ້ນ​ກໍ​ກັບ​ມາ​ດ້ວຍ​ຄວາມຊື່ນຊົມຍິນດີ ແລະ ເວົ້າ​ວ່າ, “ອົງພຣະຜູ້ເປັນເຈົ້າ, ແມ່ນ​ແຕ່​ພວກ​ຜີມານຮ້າຍ​ກໍ​ຍອມ​ຟັງ​ພວກຂ້ານ້ອຍ ເມື່ອ​ພວກຂ້ານ້ອຍ​ສັ່ງ​ມັນ​ໃນ​ນາມ​ຂອງ​ພຣະອົງ”.


ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ຜູ້ໃດ​ກໍ​ຕາມ​ທີ່​ເຊື່ອ​ໃນ​ເຮົາ​ກໍ​ຈະ​ເຮັດ​ກິດຈະການ​ທີ່​ເຮົາ​ເຮັດ​ຢູ່​ນັ້ນ​ເໝືອນກັນ ແລະ ພວກເຂົາ​ຈະ​ເຮັດ​ສິ່ງ​ທີ່​ຍິ່ງໃຫຍ່​ກວ່າ​ນີ້​ອີກ, ເພາະ​ເຮົາ​ກຳລັງ​ຈະ​ໄປ​ຫາ​ພຣະບິດາເຈົ້າ.


ມີ​ຄົນ​ຈຳນວນ​ຫລວງຫລາຍ​ອອກ​ມາ​ຈາກ​ເມືອງ​ຕ່າງໆ​ທີ່​ຢູ່​ອ້ອມຂ້າງ​ເຢຣູຊາເລັມ​ມາ​ເຕົ້າໂຮມກັນ, ໄດ້​ນຳ​ເອົາ​ຄົນເຈັບປ່ວຍ ແລະ ຄົນ​ທີ່​ທໍລະມານ​ຍ້ອນ​ວິນຍານສົກກະປົກ​ເຂົ້າ​ສິງ ແລະ ພວກເຂົາ​ທັງໝົດ​ກໍ​ໄດ້​ຮັບ​ການ​ຮັກສາ​ໃຫ້​ຫາຍດີ.


ເມື່ອ​ປະຊາຊົນ​ໄດ້​ຍິນ​ຟີລິບ ແລະ ໄດ້​ເຫັນ​ໝາຍສຳຄັນ​ທີ່​ເພິ່ນ​ໄດ້​ສະແດງ​ແລ້ວ, ພວກເຂົາ​ທັງໝົດ​ກໍ​ພາກັນ​ຕັ້ງໃຈ​ຟັງ​ສິ່ງ​ທີ່​ເພິ່ນ​ກ່າວ.


ພຣະເຈົ້າ​ຍັງ​ໄດ້​ເປັນ​ພະຍານ​ເຖິງ​ສິ່ງ​ເຫລົ່ານີ້​ໂດຍ​ໝາຍສຳຄັນ, ການ​ອັດສະຈັນ ແລະ ການປະຕິຫານ​ຕ່າງໆ ແລະ ໂດຍ​ຂອງປະທານ​ແຫ່ງ​ພຣະວິນຍານບໍລິສຸດເຈົ້າ​ທີ່​ໃຫ້​ຕາມ​ປະສົງ​ຂອງ​ພຣະອົງ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka