Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 8:4 - ພຣະຄຳພີລາວສະບັບສະໄໝໃໝ່

4 ບັນດາ​ຜູ້​ທີ່​ກະຈັດ​ກະຈາຍ​ໄປ​ນັ້ນ ກໍ​ໄດ້​ພາກັນ​ປະກາດ​ພຣະຄຳ​ຕາມ​ບ່ອນ​ຕ່າງໆ​ທີ່​ພວກເຂົາ​ໄປ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

4 ພວກ​ຄົນ​ທີ່​ເຊື່ອ ທີ່​ໄດ້​ແຕກ​ກະຈັດ​ກະຈາຍ​ໄປ​ນັ້ນ ຕ່າງ​ກໍໄດ້​ປະກາດ​ຂ່າວປະເສີດ​ຕາມ​ບ່ອນ​ຕ່າງໆ.

Uka jalj uñjjattʼäta Copia luraña




ກິດຈະການ 8:4
8 Jak'a apnaqawi uñst'ayäwi  

ເມື່ອ​ພວກເຈົ້າ​ຖືກ​ຂົ່ມເຫັງ​ໃນ​ບ່ອນ​ໜຶ່ງ, ຈົ່ງ​ໜີ​ໄປ​ຍັງ​ອີກ​ບ່ອນ​ໜຶ່ງ. ເຮົາ​ບອກ​ພວກເຈົ້າ​ຕາມ​ຄວາມຈິງ​ວ່າ, ພວກເຈົ້າ​ຈະ​ບໍ່​ທັນ​ໜີ​ໄປ​ຄົບ​ທຸກ​ເມືອງ​ຂອງ​ອິດສະຣາເອນ​ກ່ອນ​ທີ່​ບຸດມະນຸດ​ມາ.


ຕາມ​ທີ່​ສົ່ງ​ຕໍ່​ມາ​ເຖິງ​ພວກເຮົາ​ຈາກ​ຄົນ​ເຫລົ່າ​ນັ້ນ​ທີ່​ໄດ້​ເຫັນ​ກັບ​ຕາ​ຕັ້ງ​ແຕ່​ຕົ້ນ ແລະ ເປັນ​ຜູ້ຮັບໃຊ້​ຖ້ອຍຄຳ.


ບັດນີ້ ບັນດາ​ຜູ້​ທີ່​ໄດ້​ແຕກ​ກະຈັດ​ກະຈາຍ​ໄປ​ເພາະ​ການ​ຂົ່ມເຫັງ​ທີ່​ເກີດ​ຂຶ້ນ​ເມື່ອ​ຊະເຕຟາໂນ​ຖືກ​ຂ້າ​ນັ້ນ ຕ່າງ​ກໍ​ພາກັນ​ເດີນທາງ​ໄປ​ໄກ​ຈົນ​ເຖິງ​ເມືອງ​ໂຟນີເຊຍ, ເກາະ​ໄຊປຣັດ ແລະ ເມືອງ​ອັນຕີໂອເຂຍ ແລະ ໄດ້​ປະກາດ​ພຣະທຳ​ໃຫ້​ພຽງ​ແຕ່​ຊາວຢິວ​ເທົ່າ​ນັ້ນ.


ສ່ວນ​ໂປໂລ​ກັບ​ບາຣະນາບາ​ຍັງ​ຢູ່​ທີ່​ເມືອງ​ອັນຕີໂອເຂຍ, ພວກເພິ່ນ​ກັບ​ຄົນ​ອື່ນໆ​ໄດ້​ຮ່ວມ​ກັນ​ສັ່ງສອນ ແລະ ປະກາດ​ພຣະຄຳ​ຂອງ​ອົງພຣະຜູ້ເປັນເຈົ້າ​ຮ່ວມ​ກັບ​ອີກ​ຫລາຍ​ຄົນ.


ແລະ ໂຊໂລ​ກໍ​ເຫັນ​ພ້ອມ​ກັບ​ການ​ຂ້າ​ຊະເຕຟາໂນ. ໃນ​ວັນ​ນັ້ນ ມີ​ການ​ຂົ່ມເຫັງ​ຄຣິສຕະຈັກ​ຄັ້ງ​ໃຫຍ່​ໃນ​ເຢຣູຊາເລັມ ແລະ ພວກລູກສິດ​ທັງໝົດ​ຍົກເວັ້ນ​ພວກ​ອັກຄະສາວົກ​ຕ່າງ​ກໍ​ໄດ້​ກະຈັດ​ກະຈາຍ​ໄປ​ທົ່ວ​ແຂວງ​ຢູດາຍ ແລະ ແຂວງ​ຊາມາເຣຍ.


ແຕ່​ເມື່ອ​ຟີລິບ​ໄດ້​ປະກາດ​ຂ່າວປະເສີດ​ເລື່ອງ​ອານາຈັກ​ຂອງ​ພຣະເຈົ້າ ແລະ ນາມ​ຂອງ​ພຣະເຢຊູຄຣິດເຈົ້າ, ພວກເຂົາ​ກໍ​ເຊື່ອ​ຟີລິບ ແລະ ໄດ້​ຮັບ​ບັບຕິສະມາ​ທັງ​ຜູ້ຊາຍ ແລະ ແມ່ຍິງ.


ກ່ອນໜ້າ​ນີ້​ພວກເຮົາ​ໄດ້​ປະເຊີນ​ກັບ​ຄວາມທຸກທໍລະມານ ແລະ ຖືກ​ປະຕິບັດ​ຢ່າງ​ໂຫດຮ້າຍ​ໃນ​ເມືອງ​ຟີລິບປອຍ​ຕາມ​ທີ່​ພວກເຈົ້າ​ຮູ້, ແຕ່​ດ້ວຍ​ຄວາມຊ່ວຍເຫລືອ​ຂອງ​ພຣະເຈົ້າ​ຂອງ​ພວກເຮົາ ພວກເຮົາ​ຈຶ່ງ​ກ້າ​ທີ່​ຈະ​ປະກາດ​ຂ່າວປະເສີດ​ຂອງ​ພຣະອົງ​ແກ່​ພວກເຈົ້າ​ເຖິງ​ແມ່ນ​ວ່າ​ຖືກ​ຕໍ່ຕ້ານ​ຢ່າງ​ໜັກ​ກໍຕາມ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka