Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 8:25 - ພຣະຄຳພີລາວສະບັບສະໄໝໃໝ່

25 ຫລັງຈາກ​ທີ່​ເປໂຕ ແລະ ໂຢຮັນ​ໄດ້​ປະກາດ​ພຣະຄຳ​ຂອງ​ອົງພຣະຜູ້ເປັນເຈົ້າ​ຕໍ່ໄປ ແລະ ໄດ້​ເປັນ​ພະຍານ​ກ່ຽວກັບ​ພຣະເຢຊູເຈົ້າ​ແລ້ວ, ພວກເພິ່ນ​ກໍ​ກັບ​ໄປ​ທີ່​ເຢຣູຊາເລັມ, ປະກາດ​ຂ່າວປະເສີດ​ຕາມ​ບ້ານ​ຂອງ​ຊາວ​ຊາມາເຣຍ​ຫລາຍ​ບ່ອນ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

25 ສ່ວນ​ທ່ານ​ທັງສອງ ເມື່ອ​ໄດ້​ເປັນ​ພະຍານ ແລະ​ປະກາດ​ພຣະທຳ​ແຫ່ງ​ອົງ​ພຣະຜູ້​ເປັນເຈົ້າ​ແລ້ວ ກໍ​ກັບຄືນ​ມາ​ນະຄອນ​ເຢຣູຊາເລັມ ແລະ​ໄດ້​ປະກາດ​ຂ່າວປະເສີດ​ຕາມ​ທາງ ໃນ​ບ້ານ​ຂອງ​ຊາວ​ຊາມາເຣຍ​ຫລາຍ​ແຫ່ງ.

Uka jalj uñjjattʼäta Copia luraña




ກິດຈະການ 8:25
14 Jak'a apnaqawi uñst'ayäwi  

ພຣະເຢຊູເຈົ້າ​ໃຊ້​ສິບສອງ​ຄົນ​ນີ້​ອອກໄປ​ພ້ອມ​ກັບ​ໃຫ້​ຄຳແນະນໍາ​ດັ່ງນີ້: “ຢ່າ​ໄປ​ໃນ​ທ່າມກາງ​ຄົນຕ່າງຊາດ ຫລື ຢ່າ​ເຂົ້າໄປ​ໃນ​ເມືອງ​ໃດ​ຂອງ​ຊາວຊາມາເຣຍ.


ເພາະ​ຂ້ານ້ອຍ​ມີ​ອ້າຍນ້ອງ​ຫ້າ​ຄົນ, ໃຫ້​ລາຊາໂຣ​ເຕືອນ​ພວກເຂົາ ເພື່ອ​ວ່າ​ພວກເຂົາ​ຈະ​ບໍ່​ມາ​ໃນ​ບ່ອນ​ທີ່​ທຸກທໍລະມານ​ນີ້​ເໝືອນກັນ’.


ແລະ ພວກເຈົ້າ​ຈະ​ຕ້ອງ​ເປັນ​ພະຍານ​ເໝືອນກັນ, ເພາະ​ພວກເຈົ້າ​ໄດ້​ຢູ່​ກັບ​ເຮົາ​ມາ​ຕັ້ງ​ແຕ່​ຕົ້ນ​ແລ້ວ.


ແຕ່​ພວກເຈົ້າ​ທັງຫລາຍ​ຈະ​ໄດ້​ຮັບ​ລິດອຳນາດ ເມື່ອ​ພຣະວິນຍານບໍລິສຸດເຈົ້າ​ມາ​ຢູ່​ເທິງ​ພວກເຈົ້າ ແລະ ພວກເຈົ້າ​ຈະ​ເປັນ​ພະຍານ​ຝ່າຍ​ເຮົາ​ໃນ​ເຢຣູຊາເລັມ ແລະ ຕະຫລອດ​ທົ່ວ​ແຂວງ​ຢູດາຍ​ກັບ​ແຂວງ​ຊາມາເຣຍ ແລະ ຈົນ​ເຖິງ​ສຸດປາຍ​ແຜ່ນດິນໂລກ”.


ເມື່ອ​ຜູ້ປົກຄອງ​ໄດ້​ເຫັນ​ເຫດການ​ທີ່​ເກີດຂຶ້ນ​ນັ້ນ, ເພິ່ນ​ກໍ​ໄດ້​ເຊື່ອ, ເພາະ​ເພິ່ນ​ອັດສະຈັນ​ໃຈ​ໃນ​ຄຳສອນ​ກ່ຽວກັບ​ອົງພຣະຜູ້ເປັນເຈົ້າ.


ເມື່ອ​ຊີລາ​ກັບ​ຕີໂມທຽວ​ກັບ​ມາ​ຈາກ​ແຂວງ​ມາເກໂດເນຍ, ໂປໂລ​ກໍ​ອຸທິດ​ຕົນ​ເອງ​ທັງໝົດ​ເພື່ອ​ເທດສະໜາ, ເປັນພະຍານ​ກັບ​ຊາວຢິວ​ວ່າ​ພຣະເຢຊູເຈົ້າ​ເປັນ​ພຣະຄຣິດເຈົ້າ.


ຂ້າພະເຈົ້າ​ໄດ້​ປະກາດ​ແກ່​ຄົນ​ຢິວ ແລະ ຄົນ​ກຣີກ​ວ່າ ພວກເຂົາ​ຕ້ອງ​ຖິ້ມໃຈເກົ່າເອົາໃຈໃໝ່​ກັບ​ຄືນ​ມາ​ຫາ​ພຣະເຈົ້າ ແລະ ເຊື່ອ​ໃນ​ພຣະເຢຊູເຈົ້າ ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ.


ພວກເຂົາ​ໄດ້​ນັດໝາຍ​ວັນ​ທີ່​ຈະ​ພົບ​ກັບ​ໂປໂລ, ແລະ ຄົນ​ເປັນ​ຈຳນວນ​ຫລາຍ​ພາກັນ​ມາ​ຍັງ​ທີ່ພັກ​ຂອງ​ເພິ່ນ. ເພິ່ນ​ເປັນພະຍານ​ແກ່​ພວກເຂົາ​ຕັ້ງແຕ່​ເຊົ້າ​ຈົນ​ຄ່ຳ, ເພິ່ນ​ອະທິບາຍ​ເລື່ອງ​ອານາຈັກ​ຂອງ​ພຣະເຈົ້າ ແລະ ອະທິບາຍ​ຈາກ​ເລື່ອງ​ກົດບັນຍັດ​ຂອງ​ໂມເຊ ແລະ ຈາກ​ບັນດາ​ຜູ້ທຳນວາຍ ເພິ່ນ​ພະຍາຍາມ​ຊັກຊວນ​ໃຫ້​ພວກເຂົາ​ເຊື່ອ​ພຣະເຢຊູເຈົ້າ.


“ເຫດສະນັ້ນ ຂ້າພະເຈົ້າ​ຢາກ​ໃຫ້​ທ່ານ​ຮູ້​ວ່າ​ຄວາມພົ້ນ​ຂອງ​ພຣະເຈົ້າ​ໄດ້​ຖືກ​ນຳ​ໄປ​ເຖິງ​ຄົນຕ່າງຊາດ​ແລ້ວ ແລະ ພວກເຂົາ​ຈະ​ຮັບ​ຟັງ!”


ເພິ່ນ​ໄດ້​ປະກາດ​ອານາຈັກ​ຂອງ​ພຣະເຈົ້າ ແລະ ສອນ​ເລື່ອງ​ພຣະເຢຊູຄຣິດເຈົ້າ ອົງພຣະຜູ້ເປັນເຈົ້າ​ດ້ວຍ​ຄວາມກ້າຫານ ແລະ ໂດຍ​ບໍ່​ຖືກ​ຂັດຂວາງ.


ແຕ່​ເຖິງ​ຢ່າງ​ໃດ​ກໍ​ຕາມ, ຟີລິບ​ໄດ້​ມາ​ປາກົດ​ທີ່​ເມືອງ​ອາໂຊໂຕ ແລະ ເດີນທາງ​ໄປ​ທົ່ວ, ປະກາດ​ຂ່າວປະເສີດ​ໃນ​ທຸກ​ເມືອງ​ຈົນ​ມາ​ເຖິງ​ເມືອງ​ກາຍຊາເຣຍ.


ດ້ວຍ​ຄວາມຊ່ວຍເຫລືອ​ຂອງ​ຊີລາ ຜູ້​ທີ່​ເຮົາ​ຖື​ວ່າ​ເປັນ​ພີ່ນ້ອງ​ທີ່​ສັດຊື່ ເຮົາ​ຈຶ່ງ​ໄດ້​ຂຽນ​ມາ​ຫາ​ພວກເຈົ້າ​ໂດຍ​ຫຍໍ້​ເພື່ອ​ໜູນໃຈ​ພວກເຈົ້າ ແລະ ເປັນ​ພະຍານ​ວ່າ​ນີ້​ແມ່ນ​ພຣະຄຸນ​ທີ່​ແທ້​ຈິງ​ຂອງ​ພຣະເຈົ້າ. ຈົ່ງ​ຕັ້ງໝັ້ນຄົງ​ຢູ່​ໃນ​ພຣະຄຸນ​ນີ້.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka