Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 8:13 - ພຣະຄຳພີລາວສະບັບສະໄໝໃໝ່

13 ຝ່າຍ​ຊີໂມນ​ເອງ​ກໍ​ໄດ້​ເຊື່ອ​ເໝືອນ​ກັນ ແລະ ໄດ້​ຮັບ​ບັບຕິສະມາ. ແລ້ວ​ລາວ​ກໍ​ຕິດຕາມ​ຟີລິບ​ໄປ​ທຸກ​ບ່ອນ ແລະ ຮູ້ສຶກ​ປະຫລາດໃຈ​ທີ່​ໄດ້​ເຫັນ​ໝາຍສຳຄັນ ແລະ ການ​ອັດສະຈັນ​ອັນ​ຍິ່ງໃຫຍ່​ນັ້ນ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

13 ຝ່າຍ​ຊີໂມນ​ເອງ​ກໍ​ເຊື່ອ​ເໝືອນກັນ ແລະ​ຫລັງຈາກ​ຮັບ​ບັບຕິສະມາ​ແລ້ວ ກໍ​ຕິດພັນ​ຢູ່​ກັບ​ຟີລິບ, ລາວ​ປະຫລາດ​ໃຈ​ຫລາຍ​ທີ່​ເຫັນ​ຟີລິບ​ເຮັດ​ການ​ອັດສະຈັນ ແລະ​ໝາຍສຳຄັນ​ອັນ​ຍິ່ງໃຫຍ່​ທີ່​ໄດ້​ເກີດຂຶ້ນ​ນັ້ນ.

Uka jalj uñjjattʼäta Copia luraña




ກິດຈະການ 8:13
16 Jak'a apnaqawi uñst'ayäwi  

ເມື່ອ​ພວກເຂົາ​ສາລະພາບ​ບາບ​ທັງຫລາຍ​ຂອງ​ຕົນ​ແລ້ວ, ໂຢຮັນ​ກໍ​ໃຫ້​ພວກເຂົາ​ຮັບ​ບັບຕິສະມາ​ໃນ​ແມ່ນ້ຳຈໍແດນ.


ແລະ ໝາຍສຳຄັນ​ເຫລົ່ານີ້​ຈະ​ຕິດຕາມ​ຄົນ​ທີ່​ເຊື່ອ​ດັ່ງນີ້​ຄື: ພວກເຂົາ​ຈະ​ຂັບໄລ່​ຜີມານຮ້າຍ​ອອກ​ໄດ້​ໃນ​ນາມ​ຂອງ​ເຮົາ, ພວກເຂົາ​ຈະ​ເວົ້າ​ພາສາ​ໃໝ່ໆ​ໄດ້,


ເມັດພືດ​ທີ່​ຕົກ​ໃສ່​ເທິງ​ພື້ນ​ຫີນ​ຄື​ຜູ້​ທີ່​ໄດ້​ຍິນ ແລ້ວ​ຮັບ​ເອົາ​ພຣະຄຳ​ດ້ວຍ​ຄວາມຍິນດີ, ແຕ່​ພວກເຂົາ​ບໍ່​ມີ​ຮາກ. ພວກເຂົາ​ເຊື່ອ​ຢູ່​ພຽງ​ຊົ່ວໄລຍະໜຶ່ງ, ແຕ່​ເມື່ອ​ພວກເຂົາ​ຖືກ​ທົດລອງ​ພວກເຂົາ​ກໍ​ລົ້ມເລີກ​ໄປ.


ເພາະ​ພຣະບິດາ​ຮັກ​ພຣະບຸດ ແລະ ສະແດງ​ໃຫ້​ພຣະບຸດ​ເຫັນ​ທຸກສິ່ງ​ທີ່​ພຣະອົງ​ເອງ​ກະທຳ​ຢູ່. ແລ້ວ​ພຣະອົງ​ຈະ​ສະແດງ​ໃຫ້​ພຣະບຸດ​ເຫັນ​ສິ່ງ​ຍິ່ງໃຫຍ່​ກວ່າ​ນີ້​ອີກ ເພື່ອ​ວ່າ​ພວກເຈົ້າ​ຈະ​ປະຫລາດໃຈ.


ພຣະເຢຊູເຈົ້າ​ກ່າວ​ກັບ​ພວກເຂົາ​ວ່າ, “ເຮົາ​ໄດ້​ເຮັດການ​ອັດສະຈັນ​ຢ່າງ​ໜຶ່ງ ແລະ ພວກເຈົ້າ​ທັງຫລາຍ​ກໍ​ພາກັນ​ປະຫລາດໃຈ​ແລ້ວ.


ໃນ​ວັນຊະບາໂຕ​ຕໍ່ມາ ຄົນ​ເກືອບ​ໝົດ​ທັງ​ເມືອງ​ໄດ້​ມາ​ເຕົ້າໂຮມກັນ​ເພື່ອ​ຟັງ​ພຣະຄຳ​ຂອງ​ອົງພຣະຜູ້ເປັນເຈົ້າ.


ພຣະເຈົ້າ​ເຮັດ​ການ​ອັດສະຈັນ​ພິເສດ​ເຫລືອເຊື່ອ​ຜ່ານ​ທາງ​ໂປໂລ,


ພວກເຂົາ​ຈຶ່ງ​ຈື່​ໄດ້​ວ່າ​ລາວ​ເປັນ​ຄົນ​ດຽວ​ກັນ​ກັບ​ຜູ້​ທີ່​ເຄີຍ​ນັ່ງ​ຂໍທານ​ຢູ່​ທີ່​ປະຕູ​ງາມ​ຂອງ​ວິຫານ, ແລ້ວ​ພວກເຂົາ​ຈຶ່ງ​ປະຫລາດໃຈ ແລະ ອັດສະຈັນໃຈ​ໃນ​ສິ່ງ​ທີ່​ເກີດຂຶ້ນ​ກັບ​ຊາຍ​ຄົນ​ນີ້.


ເຈົ້າ​ບໍ່​ມີ​ສ່ວນ ຫລື ກ່ຽວຂ້ອງ​ໃນ​ພັນທະກິດ​ນີ້, ເພາະ​ຈິດໃຈ​ຂອງ​ເຈົ້າ​ບໍ່​ໄດ້​ສັດຊື່​ຕໍ່ໜ້າ​ພຣະເຈົ້າ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka