Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 8:1 - ພຣະຄຳພີລາວສະບັບສະໄໝໃໝ່

1 ແລະ ໂຊໂລ​ກໍ​ເຫັນ​ພ້ອມ​ກັບ​ການ​ຂ້າ​ຊະເຕຟາໂນ. ໃນ​ວັນ​ນັ້ນ ມີ​ການ​ຂົ່ມເຫັງ​ຄຣິສຕະຈັກ​ຄັ້ງ​ໃຫຍ່​ໃນ​ເຢຣູຊາເລັມ ແລະ ພວກລູກສິດ​ທັງໝົດ​ຍົກເວັ້ນ​ພວກ​ອັກຄະສາວົກ​ຕ່າງ​ກໍ​ໄດ້​ກະຈັດ​ກະຈາຍ​ໄປ​ທົ່ວ​ແຂວງ​ຢູດາຍ ແລະ ແຂວງ​ຊາມາເຣຍ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

1 ໂຊໂລ​ກໍ​ເຫັນ​ພ້ອມ​ກັບ​ການ​ຂ້າ​ຊະເຕຟາໂນ. ໃນ​ວັນ​ນັ້ນ​ເອງ ໄດ້​ເກີດ​ມີ​ການ​ຂົ່ມເຫັງ​ຢ່າງ​ໜັກ ຕໍ່​ຄຣິສຕະຈັກ​ໃນ​ນະຄອນ​ເຢຣູຊາເລັມ ພວກ​ລູກສິດ​ທັງໝົດ ເວັ້ນ​ໄວ້​ແຕ່​ພວກ​ອັກຄະສາວົກ ຕ່າງ​ກໍໄດ້​ກະຈັດ​ກະຈາຍ​ໄປ​ທົ່ວ​ແຂວງ​ຢູດາຍ ແລະ​ແຂວງ​ຊາມາເຣຍ.

Uka jalj uñjjattʼäta Copia luraña




ກິດຈະການ 8:1
35 Jak'a apnaqawi uñst'ayäwi  

ສ່ວນ​ຄົນ​ອື່ນໆ​ອີກ​ກໍ​ຈັບ​ພວກ​ຜູ້ຮັບໃຊ້​ມາ​ຂ້ຽນຕີ ແລະ ຂ້າ​ພວກເຂົາ​ຖິ້ມ.


ດ້ວຍເຫດນີ້ ເຮົາ​ຈຶ່ງ​ໃຊ້​ພວກ​ຜູ້ທຳນວາຍ, ນັກປັດຊະຍາ ແລະ ພວກອາຈານ​ມາ​ຫາ​ພວກເຈົ້າ, ບາງຄົນ​ໃນ​ພວກເຂົາ​ພວກເຈົ້າ​ກໍ​ຂ້າ ແລະ ຄຶງ​ທີ່​ໄມ້ກາງແຂນ, ຄົນ​ອື່ນໆ​ອີກ​ພວກເຈົ້າ​ກໍ​ຈະ​ຂ້ຽນຕີ​ໃນ​ທຳມະສາລາ​ຂອງ​ພວກເຈົ້າ ແລະ ຂົ່ມເຫັງ​ພວກເຂົາ​ໄລ່​ຈາກ​ເມືອງ​ນີ້​ໄປ​ເມືອງ​ນັ້ນ.


“ພວກເຈົ້າ​ທັງຫລາຍ​ເປັນ​ເກືອ​ສຳລັບ​ໂລກ. ແຕ່​ຖ້າ​ເກືອ​ນັ້ນ​ໝົດ​ຄວາມເຄັມ​ແລ້ວ, ຈະ​ເຮັດ​ໃຫ້​ກັບຄືນ​ມາ​ເຄັມ​ອີກ​ໄດ້​ຢ່າງໃດ? ມັນ​ກໍ​ບໍ່​ມີ​ປະໂຫຍດ​ສຳລັບ​ອັນໃດ, ນອກຈາກ​ຈະ​ຖືກ​ຖິ້ມ​ໄປ ແລະ ຖືກ​ຢຽບ​ຢູ່​ໃຕ້​ຕີນ.


ຈົ່ງ​ລະນຶກ​ເຖິງ​ຂໍ້ຄວາມ​ທີ່​ເຮົາ​ໄດ້​ກ່າວ​ແກ່​ພວກເຈົ້າ​ໄວ້​ວ່າ: ‘ຄົນຮັບໃຊ້​ບໍ່​ຫ່ອນ​ໃຫຍ່​ກວ່າ​ນາຍ​ຂອງ​ຕົນ’ ຖ້າ​ພວກເຂົາ​ຂົ່ມເຫັງ​ເຮົາ, ພວກເຂົາ​ກໍ​ຈະ​ຂົ່ມເຫັງ​ພວກເຈົ້າ​ເໝືອນກັນ. ຖ້າ​ພວກເຂົາ​ເຊື່ອຟັງ​ຄຳສອນ​ຂອງ​ເຮົາ, ພວກເຂົາ​ກໍ​ຈະ​ເຊື່ອຟັງ​ຄຳສອນ​ຂອງ​ພວກເຈົ້າ​ເໝືອນກັນ.


ພວກເຂົາ​ຈະ​ຂັບໄລ່​ພວກເຈົ້າ​ອອກຈາກ​ທຳມະສາລາ, ໃນ​ຄວາມເປັນຈິງ​ແລ້ວ ເວລາ​ກຳລັງ​ຈະ​ມາ​ເຖິງ​ເມື່ອ​ຜູ້​ທີ່​ຂ້າ​ພວກເຈົ້າ​ຈະ​ຄິດ​ວ່າ​ພວກເຂົາ​ກຳລັງ​ຮັບໃຊ້​ພຣະເຈົ້າ​ຢູ່.


ແຕ່​ພວກເຈົ້າ​ທັງຫລາຍ​ຈະ​ໄດ້​ຮັບ​ລິດອຳນາດ ເມື່ອ​ພຣະວິນຍານບໍລິສຸດເຈົ້າ​ມາ​ຢູ່​ເທິງ​ພວກເຈົ້າ ແລະ ພວກເຈົ້າ​ຈະ​ເປັນ​ພະຍານ​ຝ່າຍ​ເຮົາ​ໃນ​ເຢຣູຊາເລັມ ແລະ ຕະຫລອດ​ທົ່ວ​ແຂວງ​ຢູດາຍ​ກັບ​ແຂວງ​ຊາມາເຣຍ ແລະ ຈົນ​ເຖິງ​ສຸດປາຍ​ແຜ່ນດິນໂລກ”.


ບັດນີ້ ໃນ​ຄຣິສຕະຈັກ​ທີ່​ເມືອງ​ອັນຕີໂອເຂຍ​ມີ​ຜູ້ທຳນວາຍ ແລະ ອາຈານ​ຄື: ບາຣະນາບາ, ຊີເມໂອນ​ທີ່​ມີ​ອີກ​ຊື່​ໜຶ່ງ​ວ່າ​ນີເກີ, ລູກີໂອ​ຊາວ​ກີເຣເນ, ມານາເອນ (ຜູ້​ທີ່​ໄດ້​ຮັບ​ການ​ລ້ຽງດູ​ໃຫ້​ເຕີບໃຫຍ່​ຂຶ້ນ​ດ້ວຍ​ກັນ​ກັບ​ເຮໂຣດ​ຜູ້ປົກຄອງ​ແຂວງ) ແລະ ໂຊໂລ.


“ບັດນີ້ ເມື່ອ​ດາວິດ​ໄດ້​ຮັບໃຊ້​ຕາມ​ຈຸດປະສົງ​ຂອງ​ພຣະເຈົ້າ​ໃນ​ຊົ່ວ​ອາຍຸ​ຂອງ​ເພິ່ນ​ແລ້ວ, ເພິ່ນ​ກໍ​ລ່ວງລັບ​ໄປ; ເພິ່ນ​ໄດ້​ຖືກ​ຝັງ​ໄວ້​ກັບ​ບັນດາ​ບັນພະບຸລຸດ​ຂອງ​ເພິ່ນ ແລະ ຮ່າງກາຍ​ຂອງ​ເພິ່ນ​ກໍ​ເປື່ອຍເນົ່າ​ໄປ.


ພວກເຂົາ​ພາກັນ​ສັນລະເສີນ​ພຣະເຈົ້າ ແລະ ເປັນ​ທີ່​ພໍໃຈ​ຂອງ​ຄົນ​ທັງໝົດ. ແລ້ວ​ອົງພຣະຜູ້ເປັນເຈົ້າ​ກໍ​ໄດ້​ໃຫ້​ມີ​ຜູ້​ທີ່​ໄດ້​ຮັບ​ຄວາມພົ້ນ​ເພີ່ມ​ຈຳນວນ​ຂຶ້ນ​ທຸກໆ​ວັນ.


ແລະ ເມື່ອ​ເລືອດ​ຂອງ​ຊະເຕຟາໂນ​ຜູ້​ທີ່​ສະຫລະ​ຊີວິດ​ເພື່ອ​ຄວາມເຊື່ອ​ຫລັ່ງ​ອອກ​ມາ ຂ້ານ້ອຍ​ກໍ​ຢືນ​ຢູ່​ທີ່​ນັ້ນ​ເຫັນດີ​ນຳ ແລະ ເຝົ້າ​ເຄື່ອງນຸ່ງ​ໃຫ້​ຄົນ​ທີ່​ຂ້າ​ຊະເຕຟາໂນ’.


ແລະ ນັ້ນ​ແຫລະ​ຄື​ສິ່ງ​ທີ່​ຂ້ານ້ອຍ​ໄດ້​ເຮັດ​ໃນ​ເຢຣູຊາເລັມ. ຂ້ານ້ອຍ​ໄດ້​ຈັບ​ຄົນ​ຂອງ​ພຣະເຈົ້າ​ຫລາຍ​ຄົນ​ເຂົ້າ​ຄຸກ ໂດຍ​ອາໄສ​ສິດອຳນາດ​ຂອງ​ບັນດາ​ຫົວໜ້າ​ປະໂລຫິດ ແລະ ເມື່ອ​ພວກເຂົາ​ຖືກ​ຂ້າ, ຂ້ານ້ອຍ​ກໍ​ເຫັນພ້ອມ​ດ້ວຍ.


ພວກເຂົາ​ຈຶ່ງ​ໄດ້​ຈັບ​ເອົາ​ພວກ​ອັກຄະສາວົກ ແລະ ຂັງ​ພວກເພິ່ນ​ໄວ້​ໃນ​ຄຸກ​ສາທາລະນະ.


ແລະ ກ່າວ​ວ່າ, “ຈົ່ງ​ໄປ​ຢືນ​ຢູ່​ໃນ​ເດີ່ນ​ວິຫານ ແລະ ເລົ່າ​ໃຫ້​ປະຊາຊົນ​ຟັງ​ເລື່ອງ​ຊີວິດ​ໃໝ່​ທັງໝົດ​ນີ້”.


ເມື່ອ​ພວກເຂົາ​ໄດ້​ຍິນ​ຢ່າງ​ນີ້​ແລ້ວ, ພວກເຂົາ​ກໍ​ໃຈຮ້າຍ​ແຮງ ແລະ ຕ້ອງການ​ຈະ​ຂ້າ​ພວກ​ອັກຄະສາວົກ.


ຄຳປາໄສ​ຂອງ​ເພິ່ນ​ໄດ້​ໂນ້ມນ້າວ​ພວກເຂົາ. ພວກເຂົາ​ຈຶ່ງ​ເອີ້ນ​ພວກ​ອັກຄະສາວົກ​ເຂົ້າ​ມາ ແລະ ໄດ້​ຂ້ຽນ​ພວກເພິ່ນ. ແລ້ວ​ພວກເຂົາ​ກໍ​ໄດ້​ສັ່ງ​ພວກເພິ່ນ​ບໍ່​ໃຫ້​ກ່າວ​ອອກ​ນາມ​ຂອງ​ພຣະເຢຊູເຈົ້າ​ອີກ ແລະ ປ່ອຍ​ພວກເພິ່ນ​ໄປ.


ເພິ່ນ​ໄດ້​ຢູ່​ກັບ​ຊຸມຊົນ​ໃນ​ຖິ່ນແຫ້ງແລ້ງກັນດານ, ຢູ່​ກັບ​ເທວະດາ​ຜູ້​ທີ່​ກ່າວ​ກັບ​ເພິ່ນ​ເທິງ​ພູເຂົາ​ຊີນາຍ ແລະ ກັບ​ບັນພະບຸລຸດ​ຂອງ​ພວກເຮົາ​ທັງຫລາຍ; ແລະ ເພິ່ນ​ໄດ້​ຮັບ​ຖ້ອຍຄຳ​ທີ່ໃຫ້​ຊີວິດ ເຊິ່ງ​ສຶບທອດ​ມາ​ເຖິງ​ພວກເຮົາ.


ເມື່ອ​ສະມາຊິກ​ສະພາ​ແຊນເຮດຣິນ​ໄດ້​ຍິນ​ດັ່ງນີ້, ພວກເຂົາ​ກໍ​ໃຈຮ້າຍ​ແຮງ ແລະ ກັດ​ແຂ້ວ​ໃສ່​ຊະເຕຟາໂນ.


ແລ້ວ​ລາກ​ເພິ່ນ​ອອກ​ໄປ​ຈາກ​ເມືອງ ແລະ ເລີ່ມ​ແກວ່ງ​ກ້ອນຫີນ​ໃສ່​ເພິ່ນ. ໃນຂະນະ​ດຽວ​ກັນ​ນັ້ນ, ຄົນ​ທັງຫລາຍ​ທີ່​ເປັນ​ພະຍານ​ໄດ້​ພາກັນ​ວາງ​ເສື້ອຄຸມ​ຂອງ​ພວກເຂົາ​ໄວ້​ທີ່​ຕີນ​ຂອງ​ຊາຍໜຸ່ມ​ຄົນ​ໜຶ່ງ​ທີ່​ຊື່​ວ່າ​ໂຊໂລ.


ເມື່ອ​ພວກ​ອັກຄະສາວົກ​ທີ່​ຢູ່​ໃນ​ເຢຣູຊາເລັມ​ໄດ້​ຍິນ​ຂ່າວ​ວ່າ​ຊາວ​ຊາມາເຣຍ​ໄດ້​ຮັບ​ເອົາ​ພຣະຄຳ​ຂອງ​ພຣະເຈົ້າ​ແລ້ວ, ພວກເຂົາ​ຈຶ່ງ​ໄດ້​ສົ່ງ​ເປໂຕ ແລະ ໂຢຮັນ​ໄປ​ທີ່​ຊາມາເຣຍ.


ຜູ້ຊາຍ​ບາງ​ຄົນ​ທີ່​ຢຳເກງ​ພຣະເຈົ້າ​ໄດ້​ນຳ​ເອົາ​ສົບ​ຊະເຕຟາໂນ​ໄປ​ຝັງ​ໄວ້ ແລະ ມີ​ການ​ຮ້ອງໄຫ້​ໄວ້ທຸກ​ໃຫ້​ເພິ່ນ​ຢ່າງ​ໜັກ.


ບັນດາ​ຜູ້​ທີ່​ກະຈັດ​ກະຈາຍ​ໄປ​ນັ້ນ ກໍ​ໄດ້​ພາກັນ​ປະກາດ​ພຣະຄຳ​ຕາມ​ບ່ອນ​ຕ່າງໆ​ທີ່​ພວກເຂົາ​ໄປ.


ສ່ວນ​ຟີລິບ​ໄດ້​ລົງ​ໄປ​ທີ່​ເມືອງ​ໜຶ່ງ​ໃນ​ແຂວງ​ຊາມາເຣຍ ແລະ ປະກາດ​ເລື່ອງ​ພຣະຄຣິດເຈົ້າ​ໃນ​ທີ່​ນັ້ນ.


ຫລັງຈາກນັ້ນ ຄຣິສຕະຈັກ​ທົ່ວ​ແຂວງ​ຢູດາຍ, ຄາລີເລ ແລະ ຊາມາເຣຍ​ຈຶ່ງ​ຊື່ນຊົມຍິນດີ​ໃນ​ເວລາ​ແຫ່ງ​ຄວາມ​ສະຫງົບສຸກ ແລະ ເຂັ້ມແຂງ​ຂຶ້ນ. ຄຣິສຕະຈັກ​ໄດ້​ເພີ່ມ​ຈຳນວນ​ຫລາຍ​ຂຶ້ນ. ດຳເນີນຊີວິດ​ຢູ່​ໃນ​ຄວາມ​ຢຳເກງ​ອົງພຣະຜູ້ເປັນເຈົ້າ ແລະ ໄດ້​ຮັບ​ກຳລັງໃຈ​ຈາກ​ພຣະວິນຍານບໍລິສຸດເຈົ້າ, ຈຳນວນ​ຜູ້​ທີ່​ເຊື່ອ​ຈຶ່ງ​ເພີ່ມ​ຂຶ້ນ.


ເຖິງແມ່ນວ່າ ພວກເຂົາ​ຮູ້​ກົດບັນຍັດ​ອັນ​ຊອບທຳ​ຂອງ​ພຣະເຈົ້າ​ທີ່​ກ່າວ​ວ່າ ຄົນ​ທີ່​ກະທຳ​ຢ່າງ​ນັ້ນ​ກໍ​ສົມຄວນ​ຕ້ອງ​ຕາຍ, ເຖິງປານນັ້ນ ພວກເຂົາ​ກໍ​ຍັງ​ເຮັດ​ຢູ່ ແລະ ຍັງ​ເຫັນພ້ອມ​ກັບ​ຄົນ​ທີ່​ເຮັດ​ຢ່າງ​ນັ້ນ​ອີກ​ດ້ວຍ.


ພີ່ນ້ອງ​ທັງຫລາຍ​ເອີຍ, ບັດນີ້​ເຮົາ​ຢາກ​ໃຫ້​ພວກເຈົ້າ​ຮູ້​ວ່າ​ແທ້ຈິງ​ແລ້ວ​ສິ່ງ​ທີ່​ໄດ້​ເກີດຂຶ້ນ​ກັບ​ເຮົາ​ນັ້ນ ກໍ​ເພື່ອ​ເຮັດ​ໃຫ້​ຂ່າວປະເສີດ​ແຜ່ຂະຫຍາຍ​ອອກ​ໄປ.


ໂດຍ​ຄວາມເຊື່ອ ເພິ່ນ​ຈຶ່ງ​ໄດ້​ອອກຈາກ​ເອຢິບ​ໄປ​ໂດຍ​ບໍ່​ໄດ້​ຢ້ານກົວ​ຕໍ່​ຄວາມໂກດຮ້າຍ​ຂອງ​ກະສັດ, ເພິ່ນ​ອົດທົນ​ບາກບັ່ນ​ເພາະ​ເພິ່ນ​ໄດ້​ເຫັນ​ພຣະເຈົ້າ​ຜູ້​ທີ່​ເບິ່ງ​ບໍ່​ເຫັນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka