Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 7:8 - ພຣະຄຳພີລາວສະບັບສະໄໝໃໝ່

8 ແລ້ວ​ພຣະອົງ​ໄດ້​ໃຫ້​ພັນທະສັນຍາ​ແຫ່ງ​ການ​ຮັບພິທີຕັດ​ແກ່​ອັບຣາຮາມ. ແລະ ຕໍ່ມາ​ອັບຣາຮາມ​ກໍ​ໄດ້​ລູກຊາຍ​ຊື່​ວ່າ​ອີຊາກ ແລະ ເພິ່ນ​ໃຫ້​ອີຊາກ​ຮັບພິທີຕັດ​ເມື່ອ​ອາຍຸ​ໄດ້​ແປດ​ມື້. ຫລັງຈາກນັ້ນ ອີຊາກ​ກໍ​ມີ​ລູກຊາຍ​ຊື່​ວ່າ​ຢາໂຄບ ແລະ ຢາໂຄບ​ເປັນ​ພໍ່​ຂອງ​ບັນພະບຸລຸດ​ທັງ​ສິບສອງ​ຄົນ​ນັ້ນ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

8 ແລ້ວ​ພຣະເຈົ້າ​ກໍ​ໃຫ້​ອັບຣາຮາມ​ເຮັດ​ພິທີຕັດ ເພື່ອ​ເປັນ​ເຄື່ອງໝາຍ​ແຫ່ງ​ພັນທະສັນຍາ. ດັ່ງນັ້ນ ອັບຣາຮາມ​ຜູ້​ເປັນ​ພໍ່ ຈຶ່ງ​ເຮັດ​ພິທີຕັດ​ໃຫ້​ອີຊາກ​ໃນ​ວັນ​ທີ​ແປດ ຫລັງຈາກ​ທີ່​ລາວ​ໄດ້​ເກີດ​ມາ ອີຊາກ​ໄດ້​ເຮັດ​ພິທີຕັດ​ໃຫ້​ຢາໂຄບ ແລະ​ຢາໂຄບ​ໄດ້​ເຮັດ​ພິທີຕັດ​ໃຫ້​ລູກຊາຍ​ສິບສອງ​ຄົນ​ຂອງຕົນ ຄື​ບັນພະບຸລຸດ​ແຫ່ງ​ເຊື້ອຊາດ​ຂອງ​ພວກເຮົາ.

Uka jalj uñjjattʼäta Copia luraña




ກິດຈະການ 7:8
20 Jak'a apnaqawi uñst'ayäwi  

ອັບຣາຮາມ​ເປັນ​ພໍ່​ຂອງ​ອີຊາກ, ອີຊາກ​ເປັນ​ພໍ່​ຂອງ​ຢາໂຄບ, ຢາໂຄບ​ເປັນ​ພໍ່​ຂອງ​ຢູດາ ແລະ ອ້າຍ​ນ້ອງ​ຂອງ​ລາວ,


ເຖິງປານນັ້ນ ເພາະ​ໂມເຊ​ໄດ້​ໃຫ້​ພວກເຈົ້າ​ຮັບ​ພິທີຕັດ (ເຖິງແມ່ນວ່າ​ແທ້ຈິງ​ແລ້ວ​ການ​ຮັບ​ພິທີຕັດ​ບໍ່​ໄດ້​ມາ​ຈາກ​ໂມເຊ ແຕ່​ມາ​ຈາກ​ບັນພະບຸລຸດ), ພວກເຈົ້າ​ກໍ​ໄດ້​ໃຫ້​ເດັກນ້ອຍ​ຜູ້ຊາຍ​ຮັບ​ພິທີຕັດ​ໃນ​ວັນ​ຊະບາໂຕ.


“ພີ່ນ້ອງ​ທັງຫລາຍ​ຊາວ​ອິດສະຣາເອນ, ຂ້າພະເຈົ້າ​ບອກ​ພວກເຈົ້າ​ໄດ້​ຢ່າງ​ໝັ້ນໃຈ​ວ່າ, ດາວິດ​ບັນພະບຸລຸດ​ຂອງ​ພວກເຮົາ​ໄດ້​ຕາຍ ແລະ ໄດ້​ຖືກ​ຝັງ​ໄວ້​ແລ້ວ ແລະ ອຸບມຸງ​ຂອງ​ເພິ່ນ​ກໍ​ຢູ່​ບ່ອນ​ນີ້​ຈົນ​ເຖິງ​ທຸກ​ວັນ​ນີ້.


ສິ່ງ​ນີ້​ເກີດຂຶ້ນ​ເມື່ອໃດ? ກ່ອນ ຫລື ຫລັງຈາກ​ທີ່​ເພິ່ນ​ໄດ້​ຮັບ​ພິທີຕັດ? ບໍ່​ແມ່ນ​ຫລັງຈາກ​ຮັບ​ພິທີຕັດ ແຕ່​ເກີດຂຶ້ນ​ກ່ອນ​ໄດ້​ຮັບ​ພິທີຕັດ!


ພີ່ນ້ອງ​ທັງຫລາຍ​ເອີຍ, ເຮົາ​ຂໍ​ຍົກ​ຕົວຢ່າງ​ຈາກ​ຊີວິດ​ປະຈຳວັນ. ເຊັ່ນດຽວ​ກັນ​ກັບ​ພັນທະສັນຍາ​ຂອງ​ມະນຸດ​ເມື່ອ​ຕົກລົງ​ກັນ​ແລ້ວ​ກໍ​ບໍ່​ມີ​ຜູ້ໃດ​ຍົກເລີກ ຫລື ເພີ່ມເຕີມ​ໄດ້​ຢ່າງໃດ ແລະ ໃນ​ກໍລະນີ​ນີ້​ກໍ​ເປັນ​ຢ່າງນັ້ນ.


ເຮົາ​ໝາຍຄວາມ​ວ່າ​ຢ່າງ​ນີ້​ຄື: ກົດບັນຍັດ​ທີ່​ໄດ້​ຖືກ​ນຳເຂົ້າມາ​ພາຍຫລັງ​ສີ່ຮ້ອຍສາມສິບ​ປີ ກໍ​ບໍ່​ໄດ້​ລຶບລ້າງ​ພັນທະສັນຍາ​ທີ່​ພຣະເຈົ້າ​ໄດ້​ຕັ້ງໄວ້​ກ່ອນໜ້າ​ນັ້ນ ແລະ ດັ່ງນັ້ນ​ກົດບັນຍັດ​ຈຶ່ງ​ບໍ່​ໄດ້​ເຮັດ​ໃຫ້​ພັນທະສັນຍາ​ຖືກ​ຍົກເລີກ​ໄປ.


ຈົ່ງ​ຄິດ​ເບິ່ງ​ວ່າ​ເມຄີເຊເດັກ​ຍິ່ງໃຫຍ່​ຂະໜາດ​ໃດ, ແມ່ນແຕ່​ອັບຣາຮາມ​ບັນພະບຸລຸດ​ຂອງ​ພວກເຮົາ​ຍັງ​ໄດ້​ຖວາຍ​ໜຶ່ງສ່ວນສິບ​ຈາກ​ສິ່ງຂອງ​ທີ່​ຢຶດ​ມາ​ໃຫ້​ແກ່​ເພິ່ນ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka