Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 7:51 - ພຣະຄຳພີລາວສະບັບສະໄໝໃໝ່

51 “ພວກເຈົ້າ​ເປັນ​ຄົນ​ຫົວ​ແຂງ! ໃຈ ແລະ ຫູ​ຂອງ​ພວກເຈົ້າ​ຍັງ​ບໍ່​ໄດ້​ຮັບພິທີຕັດ. ພວກເຈົ້າ​ກໍ​ເປັນ​ເໝືອນ​ບັນພະບຸລຸດ​ຂອງ​ພວກເຈົ້າ​ຄື: ພວກເຈົ້າ​ທັງຫລາຍ​ຕໍ່ຕ້ານ​ພຣະວິນຍານບໍລິສຸດເຈົ້າ​ຢູ່​ສະເໝີ!

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

51 ພວກເຈົ້າ​ຊ່າງ​ດື້ດ້ານ​ແທ້​ນໍ ໃຈ​ຂອງ​ພວກເຈົ້າ​ຊ່າງ​ຄື​ກັບ​ໃຈ​ຄົນ​ທີ່​ບໍ່​ນັບຖື​ພຣະເຈົ້າ ຫູ​ຂອງ​ພວກເຈົ້າ​ຊ່າງ​ໜັກ​ຕໍ່​ພຣະຄຳ​ແທ້ໆ ບັນພະບຸລຸດ​ຂອງ​ພວກເຈົ້າ​ເປັນ​ຢ່າງ​ໃດ ພວກເຈົ້າ​ກໍ​ເປັນ​ຢ່າງ​ນັ້ນ ຄື​ເຈົ້າ​ທັງຫລາຍ​ຂັດຂວາງ​ພຣະວິນຍານ​ບໍຣິສຸດເຈົ້າ​ຢູ່​ສະເໝີ.

Uka jalj uñjjattʼäta Copia luraña




ກິດຈະການ 7:51
38 Jak'a apnaqawi uñst'ayäwi  

ແຕ່​ພວກເຂົາ​ບໍ່​ສາມາດ​ລຸກຂຶ້ນ​ຕໍ່ສູ້​ສະຕິປັນຍາ​ທີ່​ພຣະວິນຍານບໍລິສຸດເຈົ້າ​ມອບ​ໃຫ້​ເພິ່ນ​ໃນ​ຂະນະ​ທີ່​ເພິ່ນ​ກ່າວ.


“ແຕ່​ຄົນ​ທີ່​ກຳລັງ​ຂົ່ມເຫັງ​ອີກ​ຄົນ​ໜຶ່ງ​ໄດ້​ຊຸກ​ໂມເຊ​ອອກ​ໄປ ແລະ ເວົ້າ​ວ່າ, ‘ຜູ້ໃດ​ແຕ່ງຕັ້ງ​ເຈົ້າ​ໃຫ້​ເປັນ​ຜູ້ປົກຄອງ ແລະ ເປັນ​ຜູ້ຕັດສິນ​ພວກຂ້ອຍ?


“ນີ້​ແມ່ນ​ໂມເຊ​ຄົນ​ດຽວ​ກັນ​ທີ່​ຖືກ​ພວກເຂົາ​ປະຕິເສດ​ດ້ວຍ​ຄຳເວົ້າ​ວ່າ, ‘ຜູ້ໃດ​ແຕ່ງຕັ້ງ​ເຈົ້າ​ໃຫ້​ເປັນ​ຜູ້ປົກຄອງ ແລະ ເປັນ​ຜູ້ຕັດສິນ?’ ເພິ່ນ​ໄດ້​ຖືກ​ສົ່ງ​ໄປ​ໃຫ້​ເປັນ​ຜູ້ປົກຄອງ​ຂອງ​ພວກເຂົາ ແລະ ເປັນ​ຜູ້ປົດປ່ອຍ​ພວກເຂົາ​ໂດຍ​ພຣະເຈົ້າ​ເອງ, ຜ່ານ​ທາງ​ເທວະດາ​ຜູ້​ທີ່​ໄດ້​ປາກົດ​ແກ່​ເພິ່ນ​ໃນ​ຟຸ່ມໄມ້​ນັ້ນ.


“ແຕ່​ບັນດາ​ບັນພະບຸລຸດ​ຂອງ​ພວກເຮົາ​ບໍ່​ຍອມ​ເຊື່ອຟັງ​ເພິ່ນ. ພວກເຂົາ​ໄດ້​ປະຕິເສດ​ເພິ່ນ ເພາະ​ພວກເຂົາ​ມີ​ໃຈ​ປາຖະໜາ​ຈະ​ກັບ​ໄປ​ຍັງ​ປະເທດ​ເອຢິບ.


“ຍ້ອນ​ບັນພະບຸລຸດ​ເຫລົ່ານັ້ນ​ໄດ້​ອິດສາ​ໂຢເຊັບ, ພວກເຂົາ​ຈຶ່ງ​ຂາຍ​ເພິ່ນ​ໄປ​ເປັນ​ທາດ​ຢູ່​ທີ່​ປະເທດ​ເອຢິບ. ແຕ່​ພຣະເຈົ້າ​ໄດ້​ສະຖິດ​ຢູ່​ກັບ​ເພິ່ນ


ການ​ຮັບພິທີຕັດ​ນັ້ນ​ກໍ​ມີ​ປະໂຫຍດ​ແທ້​ຖ້າ​ພວກເຈົ້າ​ຮັກສາ​ກົດບັນຍັດ, ແຕ່​ຖ້າ​ພວກເຈົ້າ​ລ່ວງລະເມີດ​ກົດບັນຍັດ ການ​ທີ່​ພວກເຈົ້າ​ຮັບພິທີຕັດ​ນັ້ນ​ກໍ​ເໝືອນ​ບໍ່​ໄດ້​ຮັບ​ເລີຍ.


ແລະ ຢ່າ​ເຮັດ​ໃຫ້​ພຣະວິນຍານບໍລິສຸດເຈົ້າ​ຂອງ​ພຣະເຈົ້າ​ເສຍໃຈ ເພາະ​ໂດຍ​ພຣະວິນຍານ​ນັ້ນ​ພວກເຈົ້າ​ໄດ້​ຖືກ​ປະທັບຕາ​ໝາຍ​ແລ້ວ​ສຳລັບ​ວັນ​ແຫ່ງ​ການໄຖ່ໃຫ້ພົ້ນ.


ເພາະວ່າ​ແມ່ນ​ພວກເຮົາ​ທີ່​ເປັນ​ຜູ້​ຖື​ພິທີຕັດ, ພວກເຮົາ​ເປັນ​ຜູ້ຮັບໃຊ້​ພຣະເຈົ້າ​ດ້ວຍ​ພຣະວິນຍານ​ຂອງ​ພຣະອົງ, ພວກເຮົາ​ເປັນ​ຜູ້​ອວດອ້າງ​ໃນ​ພຣະຄຣິດເຈົ້າເຢຊູ ແລະ ພວກເຮົາ​ບໍ່​ໄດ້​ໝັ້ນໃຈ​ໃນ​ຝ່າຍ​ເນື້ອໜັງ


ໃນ​ພຣະອົງ ພວກເຈົ້າ​ຍັງ​ໄດ້​ຮັບພິທີຕັດ​ແລ້ວ​ດ້ວຍ​ການ​ປະຖິ້ມ​ທຳມະຊາດບາບ ເປັນ​ພິທີຕັດ​ທີ່​ບໍ່​ໄດ້​ເຮັດ​ດ້ວຍ​ມື​ມະນຸດ​ແຕ່​ເຮັດ​ໂດຍ​ພຣະຄຣິດເຈົ້າ,


Jiwasaru arktasipxañani:

Anuncios ukanaka


Anuncios ukanaka