Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 7:2 - ພຣະຄຳພີລາວສະບັບສະໄໝໃໝ່

2 ຊະເຕຟາໂນ​ຕອບ​ວ່າ, “ພີ່ນ້ອງ ແລະ ຜູ້​ອາວຸໂສ​ທັງຫລາຍ, ຂໍ​ໃຫ້​ຟັງ​ຂ້ານ້ອຍ! ພຣະເຈົ້າ​ຜູ້​ເຕັມ​ດ້ວຍ​ສະຫງ່າລາສີ​ໄດ້​ປາກົດ​ຕົວ​ແກ່​ອັບຣາຮາມ​ບັນພະບຸລຸດ​ຂອງ​ພວກເຮົາ​ໃນຂະນະ​ທີ່​ເພິ່ນ​ຍັງ​ຢູ່​ໃນ​ເມໂຊໂປຕາເມຍ, ກ່ອນ​ທີ່​ເພິ່ນ​ໄດ້​ໄປ​ອາໄສ​ໃນ​ເມືອງ​ຮາຣານ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

2 ຝ່າຍ​ຊະເຕຟາໂນ​ໄດ້​ຕອບ​ວ່າ, “ພີ່ນ້ອງ​ແລະ​ພວກ​ຍາພໍ່​ທັງຫລາຍ​ເອີຍ, ຂໍໂຜດ​ຟັງ​ຂ້ານ້ອຍ​ກ່າວ​ເທີ້ນ ພຣະເຈົ້າ​ແຫ່ງ​ສະຫງ່າຣາສີ​ໄດ້​ປາກົດ​ແກ່​ອັບຣາຮາມ ບັນພະບຸລຸດ​ຂອງ​ພວກເຮົາ ເມື່ອ​ເພິ່ນ​ຍັງ​ຢູ່​ທີ່​ເມໂຊໂປຕາເມຍ ກ່ອນ​ທີ່​ເພິ່ນ​ໄດ້​ໄປ​ອາໄສ​ຢູ່​ໃນ​ເມືອງ​ຮາຣານ

Uka jalj uñjjattʼäta Copia luraña




ກິດຈະການ 7:2
29 Jak'a apnaqawi uñst'ayäwi  

ແລະ ຂໍ​ຢ່າ​ນຳ​ພວກ​ຂ້ານ້ອຍ​ເຂົ້າ​ໄປ​ໃນ​ການທົດລອງ, ແຕ່​ຂໍ​ຊ່ວຍ​ພວກ​ຂ້ານ້ອຍ​ໃຫ້​ພົ້ນ​ຈາກ​ມານຊົ່ວຮ້າຍ. ດ້ວຍ​ວ່າ, ອານາຈັກ, ລິດອຳນາດ ແລະ ສະຫງ່າລາສີ​ກໍ​ເປັນ​ຂອງ​ພຣະອົງ​ສືບໆ​ໄປ​ເປັນນິດ. ອາແມນ’.


“ຂໍ​ກຽດຕິຍົດ​ຈົ່ງ​ມີ​ແກ່​ພຣະເຈົ້າ​ໃນ​ສະຫວັນ​ສູງສຸດ ແລະ ສັນຕິສຸກ​ຈົ່ງ​ມີ​ແກ່​ຜູ້​ທີ່​ພຣະອົງ​ພໍໃຈ​ເທິງ​ແຜ່ນດິນໂລກ​ນີ້”.


ພຣະທຳ​ໄດ້​ມາ​ບັງເກີດ​ເປັນ​ມະນຸດ ແລະ ສະຖິດ​ຢູ່​ທ່າມກາງ​ພວກເຮົາ​ທັງຫລາຍ. ພວກເຮົາ​ໄດ້​ເຫັນ​ສະຫງ່າລາສີ​ຂອງ​ພຣະອົງ ຄື​ສະຫງ່າລາສີ​ຂອງ​ພຣະບຸດ​ອົງ​ດຽວ, ຜູ້​ທີ່​ມາ​ຈາກ​ພຣະບິດາເຈົ້າ, ພຣະອົງ​ຜູ້​ເຕັມ​ດ້ວຍ​ພຣະຄຸນ ແລະ ຄວາມຈິງ.


ເອຊາຢາ​ໄດ້​ກ່າວ​ຢ່າງ​ນີ້​ກໍ​ເພາະ​ເພິ່ນ​ໄດ້​ເຫັນ​ສະຫງ່າລາສີ​ຂອງ​ພຣະເຢຊູເຈົ້າ ແລະ ໄດ້​ກ່າວ​ເຖິງ​ພຣະອົງ.


“ອ້າຍ ແລະ ພໍ່​ທັງຫລາຍ​ເອີຍ, ບັດນີ້​ຂໍ​ໃຫ້​ຟັງ​ຄຳ​ໃຫ້​ການ​ຂອງ​ຂ້າພະເຈົ້າ​ດ້ວຍ”.


ເມື່ອ​ເພິ່ນ​ເວົ້າ​ຢ່າງ​ນັ້ນ​ແລ້ວ, ກໍ​ມີ​ການ​ໂຕ້ຖຽງກັນ​ລະຫວ່າງ ພວກ​ຟາຣີຊາຍ​ກັບ​ພວກ​ຊາດູກາຍ ແລະ ກອງປະຊຸມ​ກໍ​ໄດ້​ແບ່ງ​ອອກ​ເປັນ​ສອງ​ຝ່າຍ.


ແລ້ວ​ມະຫາ​ປະໂລຫິດ ຈຶ່ງ​ຖາມ​ຊະເຕຟາໂນ​ວ່າ, “ຄຳ​ກ່າວຫາ​ເຫລົ່ານີ້​ເປັນ​ຄວາມຈິງ​ບໍ?”


ບໍ່​ມີ​ຜູ້ປົກຄອງ​ຄົນໃດ​ຂອງ​ຍຸກ​ນີ້ ທີ່​ເຂົ້າໃຈ​ປັນຍາ​ນີ້, ເພາະ​ຖ້າ​ພວກເຂົາ​ເຂົ້າໃຈ ພວກເຂົາ​ກໍ​ຈະ​ບໍ່​ຄຶງ​ອົງພຣະຜູ້ເປັນເຈົ້າ​ຜູ້​ສະຫງ່າລາສີ​ໄວ້​ເທິງ​ໄມ້ກາງແຂນ.


ເຮົາ​ໝັ່ນ​ຂໍ​ໃຫ້​ພຣະເຈົ້າ​ຂອງ​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ ຄື​ພຣະບິດາເຈົ້າ​ຜູ້​ເຕັມ​ດ້ວຍ​ສະຫງ່າລາສີ ໄດ້​ໃຫ້​ພວກເຈົ້າ​ທັງຫລາຍ​ມີ​ພຣະວິນຍານ​ແຫ່ງ​ສະຕິປັນຍາ ແລະ ການເປີດເຜີຍ, ເພື່ອວ່າ​ພວກເຈົ້າ​ຈະ​ຮູ້​ຈັກ​ພຣະອົງ​ຫລາຍ​ຂຶ້ນ.


ໃນ​ຂະນະ​ທີ່​ພວກເຮົາ​ກຳລັງ​ຄອຍຖ້າ​ຄວາມຫວັງ​ອັນ​ເຕັມ​ໄປ​ດ້ວຍ​ພອນ ຄື​ການ​ມາ​ປາກົດ​ຂອງ​ສະຫງ່າລາສີ​ຂອງ​ພຣະເຈົ້າ​ອົງ​ຍິ່ງໃຫຍ່ ແລະ ພຣະເຢຊູຄຣິດເຈົ້າ​ອົງ​ພຣະຜູ້ຊ່ວຍໃຫ້ພົ້ນ​ຂອງ​ພວກເຮົາ,


ພຣະບຸດ​ເປັນ​ແສງສະທ້ອນ​ແຫ່ງ​ສະຫງ່າລາສີ​ຂອງ​ພຣະເຈົ້າ ແລະ ເປັນ​ເໝືອນ​ພຣະເຈົ້າ​ທຸກ​ປະການ ແລະ ໄດ້​ຄ້ຳຊູ​ສັບພະສິ່ງ​ໄວ້​ດ້ວຍ​ຖ້ອຍຄຳ​ທີ່​ມີ​ລິດອຳນາດ​ຂອງ​ພຣະອົງ. ຫລັງ​ຈາກ​ທີ່​ພຣະອົງ​ໄດ້​ຊຳລະ​ບາບ​ແລ້ວ, ພຣະອົງ​ຈຶ່ງ​ໄດ້​ນັ່ງ​ລົງ​ທີ່​ເບື້ອງຂວາ​ມື​ຂອງ​ອົງ​ຜູ້​ມີ​ບາລະມີ​ໃນ​ສະຫວັນ


ໂດຍ​ຄວາມເຊື່ອ ເມື່ອ​ອັບຣາຮາມ​ໄດ້​ຮັບ​ການ​ເອີ້ນ​ໃຫ້​ໄປ​ຍັງ​ສະຖານທີ່​ໜຶ່ງ​ທີ່​ເພິ່ນ​ຈະ​ໄດ້​ຮັບ​ເປັນ​ມໍລະດົກ​ຂອງ​ເພິ່ນ​ໃນ​ພາຍຫລັງ, ເພິ່ນ​ໄດ້​ເຊື່ອຟັງ ແລະ ອອກ​ເດີນທາງໄປ​ເຖິງແມ່ນວ່າ​ເພິ່ນ​ບໍ່​ຮູ້​ວ່າ​ຈະ​ໄປ​ບ່ອນ​ໃດ.


ພີ່ນ້ອງ​ທັງຫລາຍ​ຂອງ​ເຮົາ​ເອີຍ, ໃນ​ຖານະ​ທີ່​ພວກເຈົ້າ​ເປັນ​ຜູ້​ເຊື່ອ​ໃນ​ພຣະເຢຊູຄຣິດເຈົ້າ​ອົງພຣະຜູ້ເປັນເຈົ້າ​ຜູ້​ມີ​ສະຫງ່າລາສີ​ຂອງ​ພວກເຮົາ​ຈະ​ຕ້ອງ​ບໍ່​ລຳອຽງ.


“ຂ້າ​ແດ່​ອົງພຣະຜູ້ເປັນເຈົ້າ ແລະ ພຣະເຈົ້າ​ຂອງ​ພວກຂ້ານ້ອຍ ພຣະອົງ​ສົມຄວນ​ທີ່​ຈະ​ຮັບ​ສະຫງ່າລາສີ, ກຽດຕິຍົດ ແລະ ລິດອຳນາດ, ເພາະວ່າ​ພຣະອົງ​ໄດ້​ສ້າງ​ທຸກ​ສິ່ງ ແລະ ໂດຍ​ຄວາມ​ປະສົງ​ຂອງ​ພຣະອົງ ສິ່ງ​ເຫລົ່ານີ້​ໄດ້​ຖືກ​ສ້າງ​ຂຶ້ນ ແລະ ດໍາລົງ​ຢູ່”.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka