1 ແລ້ວມະຫາປະໂລຫິດ ຈຶ່ງຖາມຊະເຕຟາໂນວ່າ, “ຄຳກ່າວຫາເຫລົ່ານີ້ເປັນຄວາມຈິງບໍ?”
1 ແລ້ວມະຫາປະໂຣຫິດກໍຖາມຊະເຕຟາໂນວ່າ, “ເລື່ອງນີ້ເປັນຄວາມຈິງແທ້ບໍ?”
ບັນດາຄົນທັງໝົດທີ່ນັ່ງຢູ່ໃນສະພາແຊນເຮດຣິນໄດ້ຈ້ອງເບິ່ງຊະເຕຟາໂນດ້ວຍຄວາມຕັ້ງໃຈ ແລະ ພວກເຂົາເຫັນໜ້າຂອງເພິ່ນເປັນເໝືອນໜ້າຂອງເທວະດາ.
ຊະເຕຟາໂນຕອບວ່າ, “ພີ່ນ້ອງ ແລະ ຜູ້ອາວຸໂສທັງຫລາຍ, ຂໍໃຫ້ຟັງຂ້ານ້ອຍ! ພຣະເຈົ້າຜູ້ເຕັມດ້ວຍສະຫງ່າລາສີໄດ້ປາກົດຕົວແກ່ອັບຣາຮາມບັນພະບຸລຸດຂອງພວກເຮົາໃນຂະນະທີ່ເພິ່ນຍັງຢູ່ໃນເມໂຊໂປຕາເມຍ, ກ່ອນທີ່ເພິ່ນໄດ້ໄປອາໄສໃນເມືອງຮາຣານ.