Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 6:7 - ພຣະຄຳພີລາວສະບັບສະໄໝໃໝ່

7 ດັ່ງນັ້ນ ພຣະຄຳ​ຂອງ​ພຣະເຈົ້າ​ຈຶ່ງ​ແຜ່​ຂະຫຍາຍ​ອອກ​ໄປ. ສາວົກ​ໃນ​ເຢຣູຊາເລັມ​ໄດ້​ມີ​ຈຳນວນ​ເພີ່ມ​ຂຶ້ນ​ຢ່າງ​ໄວວາ ແລະ ປະໂລຫິດ​ຈຳນວນ​ຫລວງຫລາຍ​ໄດ້​ມາ​ຮັບ​ເຊື່ອ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

7 ດັ່ງນັ້ນ ພຣະທຳ​ຂອງ​ພຣະເຈົ້າ​ຈຶ່ງ​ໄດ້​ຈະເລີນ​ຂຶ້ນ ສືບຕໍ່​ແຜ່​ຂະຫຍາຍ​ອອກ​ໄປ ຈຳນວນ​ພວກ​ສິດ​ໃນ​ນະຄອນ​ເຢຣູຊາເລັມ​ເພີ່ມ​ທະວີ​ຫລາຍ​ຂຶ້ນ ແລະ​ໄດ້​ມີ​ປະໂຣຫິດ​ຫລາຍ​ຄົນ ກໍໄດ້​ຍອມ​ເຊື່ອຟັງ​ຕໍ່​ຄວາມເຊື່ອ​ນັ້ນ.

Uka jalj uñjjattʼäta Copia luraña




ກິດຈະການ 6:7
25 Jak'a apnaqawi uñst'ayäwi  

ແຕ່​ມີ​ຫລາຍ​ຄົນ​ທີ່​ເປັນ​ຜູ້ຕົ້ນ​ຈະ​ກັບ​ເປັນ​ຜູ້ປາຍ ແລະ ມີ​ຫລາຍ​ຄົນ​ທີ່​ເປັນ​ຜູ້ປາຍ​ຈະ​ກັບ​ເປັນ​ຜູ້ຕົ້ນ.


ຫລັງຈາກ​ນັ້ນ ຊີເມໂອນ​ໄດ້​ອວຍພອນ​ພວກເພິ່ນ ແລະ ກ່າວ​ກັບ​ນາງ​ມາຣີ​ແມ່​ຂອງ​ເດັກນ້ອຍ​ນັ້ນ​ວ່າ, “ເດັກນ້ອຍ​ຄົນ​ນີ້​ຖືກ​ກຳນົດ​ໄວ້​ເພື່ອ​ເຮັດ​ໃຫ້​ຄົນ​ອິດສະຣາເອນ​ລົ້ມ​ລົງ ແລະ ລຸກ​ຂຶ້ນ, ແລະ ຖືກ​ກຳນົດ​ໄວ້​ໃຫ້​ເປັນ​ໝາຍສຳຄັນ​ທີ່​ຈະ​ຖືກ​ເວົ້າ​ຕໍ່ຕ້ານ,


ເຖິງ​ຢ່າງ​ໃດ ໃນ​ເວລາ​ດຽວກັນ​ນັ້ນ​ເຖິງ​ວ່າ​ໃນ​ທ່າມກາງ​ພວກ​ຜູ້ນຳ​ກໍ​ມີ​ຫລາຍ​ຄົນ​ໄດ້​ເຊື່ອ​ໃນ​ພຣະອົງ. ແຕ່​ພວກເຂົາ​ບໍ່​ຍອມ​ຮັບ​ຄວາມເຊື່ອ​ຂອງ​ຕົນ​ຢ່າງ​ເປີດເຜີຍ​ເພາະ​ຢ້ານ​ຈະ​ຖືກ​ພວກ​ຟາຣີຊາຍ​ໄລ່​ອອກ​ຈາກ​ທຳມະສາລາ,


ແຕ່​ພຣະຄຳ​ຂອງ​ພຣະເຈົ້າ​ຍັງ​ສືບຕໍ່​ຈະເລີນ​ຂຶ້ນ ແລະ ແຜ່​ໄປ.


ແຕ່​ເອລີມາ ໝໍເວດມົນຄາຖາ (ເປັນ​ຊື່​ຂອງ​ລາວ​ມີ​ຄວາມໝາຍ​ຢ່າງ​ນັ້ນ) ໄດ້​ມາ​ຂັດຂວາງ​ພວກເພິ່ນ​ທັງ​ສອງ​ໄວ້​ໂດຍ​ພະຍາຍາມ​ຈະ​ປ່ຽນ​ໃຈ​ຜູ້ປົກຄອງ​ໃຫ້​ອອກ​ຈາກ​ຄວາມເຊື່ອ.


ເພື່ອ​ໜູນໃຈ​ພວກສາວົກ​ທັງຫລາຍ​ໃຫ້​ເຂັ້ມແຂງ​ຂຶ້ນ ແລະ ໄດ້​ໜູນໃຈ​ພວກເຂົາ​ໃຫ້​ຕັ້ງ​ໝັ້ນຄົງ​ໃນ​ຄວາມເຊື່ອ. ພວກເຂົາ​ກ່າວ​ວ່າ, “ພວກເຮົາ​ຕ້ອງ​ຜ່ານຜ່າ​ຄວາມ​ທຸກຍາກ​ລຳບາກ​ຫລາຍ​ຢ່າງ​ເພື່ອ​ຈະ​ເຂົ້າ​ໄປ​ໃນ​ອານາຈັກ​ຂອງ​ພຣະເຈົ້າ”.


ດ້ວຍ​ເຫດ​ນີ້ ພຣະຄຳ​ຂອງ​ອົງພຣະຜູ້ເປັນເຈົ້າ​ຈຶ່ງ​ໄດ້​ແຜ່​ໄປ​ຢ່າງ​ກວ້າງຂວາງ ແລະ ຂະຫຍາຍ​ອອກ​ໄປ​ຢ່າງ​ແຂງແຮງ.


ພວກເຂົາ​ພາກັນ​ສັນລະເສີນ​ພຣະເຈົ້າ ແລະ ເປັນ​ທີ່​ພໍໃຈ​ຂອງ​ຄົນ​ທັງໝົດ. ແລ້ວ​ອົງພຣະຜູ້ເປັນເຈົ້າ​ກໍ​ໄດ້​ໃຫ້​ມີ​ຜູ້​ທີ່​ໄດ້​ຮັບ​ຄວາມພົ້ນ​ເພີ່ມ​ຈຳນວນ​ຂຶ້ນ​ທຸກໆ​ວັນ.


ເມື່ອ​ພວກເຂົາ​ໄດ້​ຍິນ​ແລ້ວ, ພວກເຂົາ​ກໍ​ສັນລະເສີນ​ພຣະເຈົ້າ. ແລ້ວ​ພວກເຂົາ​ກໍ​ເວົ້າ​ກັບ​ໂປໂລ​ວ່າ: “ອ້າຍ​ເອີຍ, ທ່ານ​ກໍ​ເຫັນ​ຊາວຢິວ​ຈຳນວນ​ຫລາຍ​ພັນ​ຄົນ​ໄດ້​ເຊື່ອ ແລະ ພວກເຂົາ​ທັງໝົດ​ລ້ວນ​ແຕ່​ເຄັ່ງຄັດ​ໃນ​ກົດບັນຍັດ.


ໃນ​ຄາວ​ນັ້ນ ເມື່ອ​ສາວົກ​ມີ​ຈຳນວນ​ເພີ່ມ​ຂຶ້ນ, ຊາວຢິວ​ທີ່​ມາ​ຈາກ​ປະເທດ​ທີ່​ເວົ້າ​ພາສາ​ກຣີກ​ໄດ້​ຈົ່ມ​ບໍ່​ພໍໃຈ​ຕໍ່​ຊາວ​ຢິວ​ທີ່​ເວົ້າ​ພາສາ​ເຮັບເຣີ​ເປັນ​ພາສາ​ແມ່ ເພາະ​ພວກ​ແມ່ໝ້າຍ​ໃນ​ກຸ່ມ​ຂອງ​ພວກເຂົາ​ບໍ່​ໄດ້​ຮັບ​ການ​ເອົາໃຈໃສ່​ໃນ​ເວລາ​ແຈກຢາຍ​ອາຫານ​ປະຈຳ​ວັນ.


ພວກເຮົາ​ໄດ້​ຮັບ​ພຣະຄຸນ ແລະ ຖືກ​ແຕ່ງຕັ້ງ​ໃຫ້​ເປັນ​ອັກຄະສາວົກ​ໂດຍ​ຜ່ານທາງ​ພຣະອົງ ເພື່ອ​ເອີ້ນ​ເອົາ​ບັນດາ​ຄົນຕ່າງຊາດ​ທັງຫລາຍ​ມາ​ສູ່​ການ​ເຊື່ອຟັງ​ທີ່​ມາ​ທາງ​ຄວາມເຊື່ອ​ເພື່ອ​ນາມ​ຂອງ​ພຣະອົງ.


ແຕ່​ບັດນີ້ ໄດ້​ຖືກ​ເປີດເຜີຍ ແລະ ເຮັດ​ໃຫ້​ເປັນ​ທີ່​ຮູ້ຈັກ​ຜ່ານທາງ​ຂໍ້ຂຽນ​ຕ່າງໆ​ຂອງ​ການທຳນວາຍ​ຕາມ​ຄຳສັ່ງ​ຂອງ​ພຣະເຈົ້າ​ອົງ​ນິລັນດອນ ເພື່ອ​ຄົນຕ່າງຊາດ​ທັງປວງ​ຈະ​ໄດ້​ມາ​ເຊື່ອຟັງ​ພຣະອົງ​ໂດຍ​ທາງ​ຄວາມເຊື່ອ


ພວກເຂົາ​ພຽງແຕ່​ໄດ້​ຍິນ​ລາຍງານ​ວ່າ: “ຜູ້ຊາຍ​ທີ່​ໃນ​ເມື່ອ​ກ່ອນ​ເຄີຍ​ຂົ່ມເຫັງ​ພວກເຮົາ​ນັ້ນ ດຽວນີ້​ກຳລັງ​ປະກາດ​ຄວາມເຊື່ອ ເຊິ່ງ​ຄັ້ງໜຶ່ງ​ລາວ​ເຄີຍ​ພະຍາຍາມ​ທີ່​ຈະ​ທຳລາຍ”.


ເຫດສະນັ້ນ, ເມື່ອ​ພວກເຮົາ​ມີ​ໂອກາດ ໃຫ້​ພວກເຮົາ​ເຮັດ​ດີ​ຕໍ່​ທຸກຄົນ ໂດຍສະເພາະ​ຕໍ່​ຄົນ​ທີ່​ຢູ່​ໃນ​ຄອບຄົວ​ແຫ່ງ​ຄວາມເຊື່ອ.


ທີ່​ໄດ້​ມາ​ເຖິງ​ພວກເຈົ້າ​ນັ້ນ. ໃນ​ທຳນອງ​ດຽວ​ກັນ​ນັ້ນ ຂ່າວປະເສີດ​ນີ້​ກໍ​ກຳລັງ​ເກີດຜົນ ແລະ ຂະຫຍາຍ​ໄປ​ທົ່ວ​ໂລກ ເໝືອນ​ທີ່​ກຳລັງ​ມີ​ຢູ່​ໃນ​ທ່າມກາງ​ພວກເຈົ້າ​ຕັ້ງແຕ່​ວັນ​ທີ່​ພວກເຈົ້າ​ໄດ້​ຍິນ​ຂ່າວປະເສີດ ແລະ ເຂົ້າໃຈ​ພຣະຄຸນ​ຂອງ​ພຣະເຈົ້າ​ຢ່າງ​ແທ້ຈິງ.


ພຣະອົງ​ຈະ​ລົງໂທດ​ບັນດາ​ຜູ້​ທີ່​ບໍ່​ຮູ້ຈັກ​ພຣະເຈົ້າ ແລະ ບໍ່​ເຊື່ອຟັງ​ຂ່າວປະເສີດ​ຂອງ​ພຣະເຢຊູເຈົ້າ​ອົງພຣະຜູ້ເປັນເຈົ້າ​ຂອງ​ພວກເຮົາ.


ເພື່ອ​ຂ່າວປະເສີດ​ນີ້​ເຮົາ​ຈຶ່ງ​ທົນທຸກ​ຢູ່​ຈົນ​ເຖິງ​ຖືກ​ລ່າມໂສ້​ເໝືອນ​ໂຈນຜູ້ຮ້າຍ. ແຕ່​ພຣະຄຳ​ຂອງ​ພຣະເຈົ້າ​ບໍ່​ໄດ້​ຖືກ​ລ່າມໂສ້.


ໂດຍ​ຄວາມເຊື່ອ ເມື່ອ​ອັບຣາຮາມ​ໄດ້​ຮັບ​ການ​ເອີ້ນ​ໃຫ້​ໄປ​ຍັງ​ສະຖານທີ່​ໜຶ່ງ​ທີ່​ເພິ່ນ​ຈະ​ໄດ້​ຮັບ​ເປັນ​ມໍລະດົກ​ຂອງ​ເພິ່ນ​ໃນ​ພາຍຫລັງ, ເພິ່ນ​ໄດ້​ເຊື່ອຟັງ ແລະ ອອກ​ເດີນທາງໄປ​ເຖິງແມ່ນວ່າ​ເພິ່ນ​ບໍ່​ຮູ້​ວ່າ​ຈະ​ໄປ​ບ່ອນ​ໃດ.


ແລະ ເມື່ອ​ພຣະເຈົ້າ​ໄດ້​ເຮັດ​ໃຫ້​ພຣະເຢຊູເຈົ້າ​ສົມບູນແບບ​ແລ້ວ ພຣະອົງ​ຈຶ່ງ​ເປັນ​ແຫລ່ງ​ຄວາມພົ້ນ​ນິລັນດອນ​ສຳລັບ​ທຸກຄົນ​ທີ່​ເຊື່ອຟັງ​ພຣະອົງ


ສ່ວນ​ພວກທ່ານ, ເພື່ອນ​ທີ່ຮັກ​ທັງຫລາຍ​ເອີຍ, ຈົ່ງ​ເສີມສ້າງ​ກັນ​ຂຶ້ນ​ໃນ​ຄວາມເຊື່ອ​ອັນ​ບໍລິສຸດ​ທີ່​ພວກທ່ານ​ມີ​ຢູ່ ແລະ ຈົ່ງ​ອະທິຖານ​ໃນ​ພຣະວິນຍານບໍລິສຸດເຈົ້າ


ເພື່ອນ​ທີ່ຮັກ​ທັງຫລາຍ ເຖິງແມ່ນວ່າ​ເຮົາ​ກະຕືລືລົ້ນ​ຫລາຍ​ທີ່​ຈະ​ຂຽນ​ເຖິງ​ພວກເຈົ້າ​ກ່ຽວກັບ​ຄວາມພົ້ນ​ທີ່​ພວກເຮົາ​ມີ​ຮ່ວມກັນ, ເຮົາ​ກໍ​ຮູ້ສຶກ​ວ່າ​ຈຳເປັນ​ຕ້ອງ​ຂຽນ​ມາ​ໃຫ້​ກຳລັງໃຈ​ພວກເຈົ້າ​ໃຫ້​ຕໍ່ສູ້​ເພື່ອ​ຄວາມເຊື່ອ ເຊິ່ງ​ໄດ້​ມອບໝາຍ​ໃຫ້​ແກ່​ຄົນ​ບໍລິສຸດ​ຂອງ​ພຣະເຈົ້າ​ເທື່ອ​ດຽວ​ສຳລັບ​ຕະຫລອດ​ໄປ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka