Biblia Todo Logo
Internet tuqin Biblia

- Anuncios ukanaka -




ກິດຈະການ 6:6 - ພຣະຄຳພີລາວສະບັບສະໄໝໃໝ່

6 ພວກເຂົາ​ໄດ້​ນຳ​ທັງ​ເຈັດ​ຄົນ​ນີ້​ມາ​ຫາ​ພວກ​ອັກຄະສາວົກ ແລະ ພວກ​ອັກຄະສາວົກ​ກໍ​ໄດ້​ອະທິຖານ ແລະ ວາງມື​ໃສ່​ພວກເຂົາ.

Uka jalj uñjjattʼäta Copia luraña

ພຣະຄຳພີສັກສິ

6 ພວກເຂົາ​ໄດ້​ນຳ​ຄົນ​ທັງ​ເຈັດ​ນີ້ ມາ​ສະເໜີ​ຕໍ່​ພວກ​ອັກຄະສາວົກ ແລະ​ພວກເພິ່ນ​ຈຶ່ງ​ພາວັນນາ​ອະທິຖານ​ວາງ​ມື​ໃສ່​ພວກເຂົາ.

Uka jalj uñjjattʼäta Copia luraña




ກິດຈະການ 6:6
14 Jak'a apnaqawi uñst'ayäwi  

ແລ້ວ​ຂໍຮ້ອງ​ພຣະອົງ​ດ້ວຍ​ຄວາມຮ້ອນຮົນໃຈ​ວ່າ, “ລູກສາວ​ຂອງ​ຂ້ານ້ອຍ​ເຈັບໜັກ​ກຳລັງ​ຈະ​ຕາຍ​ແລ້ວ ຂໍ​ທ່ານ​ກະລຸນາ​ໄປ​ວາງມື​ໃສ່​ນາງ​ດ້ວຍ​ເຖີດ ເພື່ອ​ນາງ​ຈະ​ຫາຍດີ ແລະ ມີຊີວິດ​ຢູ່”.


ຫລັງຈາກນັ້ນ ພວກເພິ່ນ​ກໍ​ອະທິຖານ​ວ່າ, “ອົງພຣະຜູ້ເປັນເຈົ້າ ພຣະອົງ​ຮູ້​ຈິດໃຈ​ຂອງ​ທຸກຄົນ. ຂໍ​ສະແດງ​ໃຫ້​ພວກເຮົາ​ເຫັນ​ວ່າ​ພຣະອົງ​ໄດ້​ເລືອກ​ເອົາ​ຄົນ​ໃດ​ໃນ​ສອງ​ຄົນ​ນີ້


ດັ່ງນັ້ນ ຫລັງຈາກ​ທີ່​ພວກເຂົາ​ໄດ້​ຖືສິນ​ອົດອາຫານ ແລະ ອະທິຖານ​ແລ້ວ, ພວກເຂົາ​ກໍ​ໄດ້​ວາງ​ມື​ໃສ່​ພວກເພິ່ນ​ທັງ​ສອງ​ແລ້ວ​ສົ່ງ​ພວກເພິ່ນ​ອອກໄປ.


ເມື່ອ​ໂປໂລ​ວາງມື​ໃສ່​ພວກເຂົາ, ພຣະວິນຍານບໍລິສຸດເຈົ້າ​ກໍ​ລົງ​ມາ​ເທິງ​ພວກເຂົາ ແລະ ພວກເຂົາ​ກໍ​ເວົ້າ​ພາສາ​ແປກໆ ແລະ ທຳນວາຍ.


ແລ້ວ​ເປໂຕ ແລະ ໂຢຮັນ​ກໍ​ວາງມື​ໃສ່​ພວກເຂົາ ແລະ ພວກເຂົາ​ກໍ​ໄດ້​ຮັບ​ພຣະວິນຍານບໍລິສຸດເຈົ້າ.


ໃນ​ນິມິດ​ລາວ​ໄດ້​ເຫັນ​ຊາຍ​ຄົນ​ໜຶ່ງ​ຊື່​ອານາເນຍ​ເຂົ້າ​ມາ ແລະ ວາງ​ມື​ໃສ່​ລາວ​ເພື່ອ​ໃຫ້​ລາວ​ເຫັນຮຸ່ງ​ໄດ້​ອີກ”.


ແລ້ວ​ອານາເນຍ​ກໍ​ໄປ ແລະ ເຂົ້າ​ໄປ​ໃນ​ເຮືອນ​ນັ້ນ. ລາວ​ໄດ້​ວາງມື​ໃສ່​ໂຊໂລ, ລາວ​ເວົ້າ​ວ່າ, “ອ້າຍ​ໂຊໂລ, ອົງພຣະຜູ້ເປັນເຈົ້າ​ຄື​ພຣະເຢຊູເຈົ້າ ຜູ້​ທີ່​ໄດ້​ປາກົດ​ແກ່​ເຈົ້າ​ລະຫວ່າງ​ທາງ​ທີ່​ເຈົ້າ​ກຳລັງ​ມາ​ນັ້ນ ໄດ້​ສົ່ງ​ເຮົາ​ມາ​ເພື່ອ​ວ່າ​ເຈົ້າ​ຈະ​ໄດ້​ເຫັນຮຸ່ງ​ອີກ ແລະ ເພື່ອ​ເຈົ້າ​ຈະ​ໄດ້​ເຕັມ​ໄປ​ດ້ວຍ​ພຣະວິນຍານບໍລິສຸດເຈົ້າ”.


ຢ່າ​ລະເລີຍ​ຕໍ່​ຂອງປະທານ​ຂອງ​ເຈົ້າ ເຊິ່ງ​ມອບ​ໃຫ້​ແກ່​ເຈົ້າ​ຜ່ານ​ຄຳທຳນວາຍ​ເມື່ອ​ຄະນະຜູ້ປົກຄອງ​ໄດ້​ວາງມື​ຂອງ​ພວກເພິ່ນ​ລົງ​ໃສ່​ເຈົ້າ.


ຢ່າ​ຟ້າວ​ວາງມື​ໃສ່​ຜູ້ໃດ, ແລະ ຢ່າ​ມີ​ສ່ວນຮ່ວມ​ໃນ​ຄວາມບາບ​ຂອງ​ຄົນ​ອື່ນ. ຈົ່ງ​ຮັກສາ​ຕົນເອງ​ໃຫ້​ບໍລິສຸດ.


ດ້ວຍເຫດນີ້ ເຮົາ​ຈຶ່ງ​ຂໍ​ເຕືອນ​ເຈົ້າ​ວ່າ​ຈົ່ງ​ເຮັດ​ໃຫ້​ຂອງປະທານ​ຂອງ​ພຣະເຈົ້າ​ທີ່​ມີ​ຢູ່​ໃນ​ເຈົ້າ​ຜ່ານທາງ​ການວາງມື​ຂອງ​ເຮົາ​ນັ້ນ​ຈະເລີນ​ຮຸ່ງເຮືອງ​ຫລາຍ​ຂຶ້ນ.


ຄຳສອນ​ເລື່ອງ​ບັບຕິສະມາ, ເລື່ອງ​ການວາງມື, ເລື່ອງ​ການເປັນຄືນມາຈາກຕາຍ ແລະ ເລື່ອງ​ການພິພາກສາ​ລົງໂທດ​ເປັນນິດ.


Jiwasaru arktasipxañani:

Anuncios ukanaka


Anuncios ukanaka